ຫວຽດນາມ - ລາວ ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ

23:00 | 11/10/2024

ຍສໝ - ໜຶ່ງໃນບັນດາສັນຍາລັກອັນສູງສົ່ງຂອງການພົວພັນສາມັກຄີແບບພິເສດ, ການຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ ໃນສົງຄາມຕ້ານອາເມລິກາ ແມ່ນເສັ້ນທາງເຈື່ອງເຊີນ - ໂຮ່ຈີມິນ ທີ່ມະຫັດສະຈັນ.

ການສົມດຸນລະຫວ່າງການພັດທະນາການທ່ອງທ່ຽວ ແລະ ການອະນຸລັກມໍລະດົກວັດທະນະທໍາ ຫວຽດນາມ - ຍີ່ປຸ່ນ ການສົມດຸນລະຫວ່າງການພັດທະນາການທ່ອງທ່ຽວ ແລະ ການອະນຸລັກມໍລະດົກວັດທະນະທໍາ ຫວຽດນາມ - ຍີ່ປຸ່ນ
ວັນວັດທະນະທໍາຫວຽດນາມຢູ່ມົງໂກນ :  ຊຸກຍູ້ນໍ້າໃຈມິດຕະພາບ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ ລະຫວ່າງປະຊາຊົນສອງຊາດ ວັນວັດທະນະທໍາຫວຽດນາມຢູ່ມົງໂກນ : ຊຸກຍູ້ນໍ້າໃຈມິດຕະພາບ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ ລະຫວ່າງປະຊາຊົນສອງຊາດ

ການທູດປະຊາຊົນພ້ອມກັບການທູດພັກ, ການທູດລັດ ໄດ້ສ້າງກໍາລັງແຮງສັງລວມ, ປະກອບສ່ວນເປີດກວ້າງ ແລະເພີ່ມທະວີການພົວພັນມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນຫວຽດນາມ ກັບປະຊາຊົນບັນດາປະເທດ, ໃນນັ້ນມີປະເທດລາວອ້າຍນ້ອງ.

ໜຶ່ງໃນບັນດາສັນຍາລັກອັນສູງສົ່ງຂອງການພົວພັນສາມັກຄີແບບພິເສດ, ການຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ ໃນສົງຄາມຕ້ານອາເມລິກາ ແມ່ນເສັ້ນທາງເຈື່ອງເຊີນ - ໂຮ່ຈີມິນ ທີ່ມະຫັດສະຈັນ. ພາຍຫຼັງການຕໍ່ສູ້, ການໄປປະຕິບັດງານຢູ່ປະເທດລ້ານຊ້າງ ເປັນເວລາຫຼາຍທົດສະວັດ, ທ່ານພົນຈັດຕະວາ ຮ່ວາງກ່ຽນ ໄດ້ພ້ອມກັບເພື່ອນຮ່ວມກົມກອງຕິດພັນກັບເສັ້ນທາງເຈື່ອງເຊີນ, ໂດຍໃຫ້ຮູ້ວ່າ ບໍ່ມີບ່ອນໃດໃນໂລກເອົາດິນແດນໃຫ້ປະເທດອື່ນ ເພື່ອເປີດເສັ້ນທາງ ແລະຄຽງບ່າຄຽງໄຫຼ່ຕໍ່ສູ້ກັບສັດຕູຄືກັບປະເທດລາວ ເຮັດກັບຫວຽດນາມ.

ຫວຽດນາມ - ລາວ ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ

ຄະນະປະຕິບັດງານຂອງຄະນະຕິດຕໍ່ມູນເຊື້ອມິດຕະພາບ ຫວຽດນາມ - ລາວ ເຮັດວຽກກັບແຂວງກອນຕູມ ກ່ຽວກັບວຽກງານການທູດປະຊາຊົນ. ພາບ: TK

ຖະແຫຼງການຮ່ວມຫວຽດນາມ-ລາວ ລົງວັນທີ 13 ກັນຍາ 2024 ໄດ້ເນັ້ນໜັກວ່າ: “ສອງຝ່າຍຢືນຢັນຈະສືບທອດມູນເຊື້ອປະຫວັດສາດອັນສະຫງ່າລາສີຂອງສອງປະເທດໃນຕະຫຼອດໄລຍະປະຫວັດສາດເກືອບຮອດໜຶ່ງສະຕະວັດ; ເນັ້ນໜັກເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ທີ່ໄດ້ສ້າງຕັ້ງຂຶ້ນໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ, ແລະໄດ້ຮັບການເພີ່ມພູນຄູນສ້າງຈາກການນຳລຸ້ນຕ່າງໆຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ແມ່ນຊັບສິນລວມອັນລ້ຳຄ່າຂອງສອງປະເທດ, ແມ່ນຄວາມຈຳເປັນພາວະວິໄສ, ແມ່ນກົດເກນປະຫວັດສາດ ແລະເປັນແຫຼ່ງກຳລັງແຮງອັນໃຫຍ່ຫຼວງທີ່ສຸດຂອງສອງປະເທດ, ເປັນພື້ນຖານເພື່ອໃຫ້ສອງປະເທດພ້ອມກັນເສີມຂະຫຍາຍ ແລະຖ່າຍທອດໃຫ້ຄົນລຸ້ນຫຼັງ.

ຫວຽດນາມ ແລະລາວ ບໍ່ພຽງແຕ່ເປັນສອງປະເທດບ້ານໃກ້ເຮືອນຄຽງເທົ່ານັ້ນ, ຫາກຍັງເປັນສອງປະເທດອ້າຍນ້ອງທີ່ມີຕົ້ນກຳເນີດມາຈາກພັກກອມມູນິດອິນດູຈີນ, ຍາມໃດກໍ່ຢຶດໝັ້ນກັບເປົ້າໝາຍແຫ່ງຄວາມເປັນເອກະລາດແຫ່ງຊາດ ແລະສັງຄົມນິຍົມ; ສືບຕໍ່ໃຫ້ບຸລິມະສິດແຖວໜ້າໃນນະໂຍບາຍການພົວພັນຕ່າງປະເທດຂອງຕົນ; ພ້ອມກັນຄຽງບ່າຄຽງໄຫຼ່, ສະໜັບສະໜູນເຊິ່ງກັນ ແລະກັນ ໃນພາລະກິດປ່ຽນແປງໃໝ່, ສ້າງສາ, ພັດທະນາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ ແລະອະນາຄົດ.

ສອງພັກ, ສອງລັດ ແລະປະຊາຊົນສອງປະເທດມີຄວາມຮັບຜິດຊອບພ້ອມກັນຮັກສາ, ປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາຂຶ້ນລະດັບສູງໃໝ່, ເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນໃນທຸກຂົງເຂດ, ບົນພື້ນຖານເສີມຂະຫຍາຍຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ການຮ່ວມມືທີ່ສະເໝີພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ສົມທົບກັນໃຫ້ເໝາະສົມກັບລັກສະນະພິເສດຂອງການພົວພັນຫວຽດນາມ - ລາວ ຕາມທຳນຽມສາກົນ, ໃຫ້ບຸລິມະສິດແກ່ກັນ, ສະໜັບສະໜູນ, ຊ່ວຍເຫຼືອ ແລະສ້າງເງື່ອນໄຂສະດວກໃຫ້ແກ່ກັນ ເພື່ອພ້ອມກັນພັດທະນາ, ເພື່ອຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ, ປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະໃນໂລກ.

ສອງຝ່າຍໄດ້ຂອບໃຈຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ຈິງໃຈທີ່ສອງພັກ, ສອງລັດ ແລະປະຊາຊົນສອງປະເທດໄດ້ມອບໃຫ້ເຊິ່ງກັນ ແລະກັນໃນການຕໍ່ສູ້ປົດປ່ອຍປະເທດຊາດ, ໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ, ກໍ່ຄືໃນກິດຈະການປ່ຽນແປງໃໝ່, ສ້າງສາ ແລະພັດທະນາປະເທດໃນປະຈຸບັນ”.

ຍັງຈື່ວ່າ, ວັນທີ 6 ກໍລະກົດ 2011, ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ຊຸດທີ 11 ໄດ້ປະກາດໃຊ້ຄຳສັ່ງແນະນຳເລກທີ 04-CT/TW ວ່າດ້ວຍການສືບຕໍ່ປ່ຽນແປງໃໝ່ ແລະຍົກສູງປະສິດທິຜົນການທູດປະຊາຊົນໃນສະພາບການໃໝ່. ໃນ 10 ກວ່າປີແຫ່ງການປະຕິບັດຄຳສັ່ງແນະນຳດັ່ງກ່າວ, ການທູດປະຊາຊົນຫວຽດນາມ ກັບບັນດາປະເທດ, ໃນນັ້ນ ມີລາວ ບັນລຸໄດ້ບັນດາໝາກຜົນສຳຄັນຫຼາຍຢ່າງ. ຄວາມຮັບຮູ້ກ່ຽວກັບການທູດປະຊາຊົນໄດ້ຮັບການຍົກສູງຂຶ້ນ; ວຽກງານການຊີ້ນໍາ, ນຳພາ, ຄຸ້ມຄອງລັດກ່ຽວກັບການທູດປະຊາຊົນແມ່ນໄດ້ຮັບຄວາມເອົາໃຈໃສ່ ແລະໄດ້ຍູ້ແຮງ; ກໍາລັງທີ່ເຂົ້າຮ່ວມ ແລະການພົວພັນຄູ່ຮ່ວມມືໄດ້ຮັບການເປີດກວ້າງ. ການທູດປະຊາຊົນພ້ອມກັບການທູດພັກ ແລະການທູດລັດໄດ້ສ້າງກໍາລັງແຮງສັງລວມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ປົກປັກຮັກສາຜົນປະໂຫຍດຂອງປະເທດ-ຂອງຊາດ; ເປີດກວ້າງ ແລະເພີ່ມທະວີການພົວພັນມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນຫວຽດນາມ ກັບປະຊາຊົນບັນດາປະເທດ, ເຮັດໃຫ້ປະຊາຄົມສາກົນມີຄວາມເຂົ້າໃຈກ່ຽວກັບປະເທດຊາດ, ປະຊາຊົນຫວຽດນາມ, ແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດຂອງປະເທດຫວຽດນາມ ແລະບັນດາໝາກຜົນຂອງກິດຈະການປ່ຽນແປງໃໝ່; ເພີ່ມທະວີການຮ່ວມມື, ສ້າງແຫຼ່ງກຳລັງຕື່ມອີກ, ຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນຂອງສາກົນສໍາລັບພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ; ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຕໍ່ສູ້ລວມຂອງປະຊາຊົນໃນໂລກເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະຄວາມກ້າວໜ້າຂອງສັງຄົມ; ຍົກສູງບົດບາດ, ອິດທິພົນຊື່ສຽງ ແລະທີ່ຕັ້ງສາກົນຂອງຫວຽດນາມ.

ໃນສະພາບການສາກົນສືບຕໍ່ມີການຜັນແປຢ່າງວ່ອງໄວ, ສັບສົນ, ມີໂອກາດ ແລະສິ່ງທ້າທາຍສະລັບກັນໄປ, ຄໍາສັ່ງເລກທີ 12-CT/TW, ລົງວັນທີ 5 ມັງກອນ 2022 ຂອງຄະນະເລຂາໄດ້ຮຽກຮ້ອງໃຫ້ບັນດາຄະນະພັກ, ອໍານາດການປົກຄອງທຸກຂັ້ນ, ແນວໂຮມປະເທດຊາດຫວຽດນາມ, ອົງການຈັດຕັ້ງການເມືອງ - ສັງຄົມ ແລະອົງການຈັດຕັ້ງປະຊາຊົນ ໄດ້ປະຕິບັດ 8 ໜ້າທີ່ ເປັນຢ່າງດີ.

ຕາມນັ້ນແລ້ວ, ສຸມໃສ່ຊາບຊຶມ, ສ້າງການຫັນປ່ຽນຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບບົດບາດ, ທີ່ຕັ້ງ, ຄວາມສຳຄັນຂອງວຽກງານການທູດປະຊາຊົນ, ແມ່ນໜຶ່ງໃນ 3 ເສົາຄ້ຳການທູດ, ສ້າງເປັນກຳລັງແຮງສັງລວມຂອງພື້ນຖານການທູດຫວຽດນາມ ຢ່າງຮອບດ້ານ, ທັນສະໄໝ. ເພີ່ມທະວີການຊີ້ນໍາ, ນຳພາຂອງພັກທີ່ເອກະພາບ, ຮອບດ້ານ, ການຄຸ້ມຄອງລວມສູນ, ມີປະສິດທິຜົນຂອງລັດ, ການສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງ 3 ເສົາຄໍ້າການທູດ ແລະລະຫວ່າງບັນດາອົງການຈັດຕັ້ງປະຊາຊົນກັບບົດບາດຫຼັກແຫຼ່ງຂອງແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ແລະສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ. ເປັນເຈົ້າການສ້າງຍຸດທະສາດ, ແຜນການພັດທະນາການພົວພັນຄູ່ຮ່ວມມືການທູດປະຊາຊົນ, ຍູ້ແຮງການຮ່ວມມື ແລະເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນໃນທຸກຂົງເຂດ. ຍົກສູງລະດັບການທູດຫຼາຍຝ່າຍໂດຍຜ່ານການເຂົ້າຮ່ວມຢ່າງຕັ້ງໜ້າ, ມີປະສິດທິຜົນຂອງບັນດາອົງການຈັດຕັ້ງປະຊາຊົນໃນບັນດາກົນໄກ, ກອບການຮ່ວມມືຫຼາຍຝ່າຍສາກົນ ແລະພາກພື້ນທີ່ສຳຄັນ; ປະກອບສ່ວນຢ່າງມີຄວາມຮັບຜິດຊອບ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ, ຄວາມສາມາດ ແລະເງື່ອນໄຂລະອຽດໃນການເຄື່ອນໄຫວຮ່ວມມື, ຂະບວນການລວມຂອງປະຊາຊົນທີ່ກ້າວໜ້າໃນໂລກ, ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ, ການຮ່ວມມືພັດທະນາ ແລະຄວາມກ້າວໜ້າຂອງສັງຄົມ..

ການ​ສຶກສາລຸ້ນໜຸ່ມ​ແມ່ນ​ພື້ນຖານ​ອັນ​ໝັ້ນຄົງ​ຂອງ​ສາຍ​ພົວພັນ​ແບບ​ພິ​ເສດ​ ຫວຽດນາມ - ລາວ ການ​ສຶກສາລຸ້ນໜຸ່ມ​ແມ່ນ​ພື້ນຖານ​ອັນ​ໝັ້ນຄົງ​ຂອງ​ສາຍ​ພົວພັນ​ແບບ​ພິ​ເສດ​ ຫວຽດນາມ - ລາວ

ຍສໝ - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ ​ຫວຽດນາມ, ​ວັນ​ທີ 10 ກັນຍາ ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ມີ​ການ​ພົບ​ປະ​ກັບ​ຄະນະຜູ້ແທນຄະນະກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ໂດຍທ່ານ ໂດ້ວັນ​ຈ໋ຽນ, ກຳມະການ​ກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ...

ລຸ້ນໜຸ່ມ ຫວຽດນາມ - ລາວ ແມ່ນບັນດາຜູ້ທີ່ສືບທອດພາລະກິດແຫ່ງການປົກປັກຮັກສາ ແລະພັດທະນາການພົວພັນລະຫວ່າງ 2 ປະເທດ ລຸ້ນໜຸ່ມ ຫວຽດນາມ - ລາວ ແມ່ນບັນດາຜູ້ທີ່ສືບທອດພາລະກິດແຫ່ງການປົກປັກຮັກສາ ແລະພັດທະນາການພົວພັນລະຫວ່າງ 2 ປະເທດ

ຍສໝ - ​ໂດຍ​​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ແລະ ພັນລະຍາ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ແລະ ພັນລະຍາ ໄດ້​ໄປ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 10 – 13 ກັນຍາ 2024. ທ່ານນາງ ຄໍາເພົາ ...

ແສງເດືອນ

302 Found

Found

The document has moved here.