ຮ່າຕິ້ງ ແລະ ເຊີນລາ ຝຶກອົບຮົມວຽກງານການຕ່າງປະເທດໃຫ້ແກ່ພະນັກງານທ້ອງຖິ່ນ

21:35 | 17/10/2024

ຍສໝ - ຮ່າຕິ້ງ ແລະ ເຊີນລາ ໄດ້ຈັດບັນດາກອງປະຊຸມຝຶກອົບຮົມ ເພື່ອຍົກລະດັບວິຊາການ ແລະ ທັກສະໃຫ້ແກ່ບັນດາພະນັກງານທີ່ຮັບຜິດຊອບວຽກງານຂໍ້ມູນຂ່າວສານການຕ່າງປະເທດໃນທ້ອງຖິ່ນ.

ເຊີນລາ ເພີ່ມທະວີການຮ່ວມມືໃນຂົງເຂດດ້ານການສຶກສາ ແລະບຳລຸງສ້າງກັບບັນດາແຂວງພາກເໜືອຂອງລາວ
ເປີດຊຸດຝຶກອົບຮົມວິຊາພາສາລາວ ໃຫ້ພະນັກງານ-ລັດຖະກອນ ຢູ່ແຂວງ ຮ່າຕິ້ງ

ຢູ່ຮ່າຕິ້ງ, ມີພະນັກງານທີ່ຮັບຜິດຊອບວຽກງານຂໍ້ມູນຂ່າວສານການຕ່າງປະເທດປະມານເກືອບ 300 ຄົນ ໄດ້ເຂົ້າຮ່ວມກອງປະຊຸມຝຶກອົບຮົມວຽກງານການຕ່າງປະເທດ ທີ່ຈັດໂດຍພະແນກຂໍ້ມູນຂ່າວສານ ແລະ ການສື່ສານ. ໃນກອງປະຊຸມ, ຜູ້ລາຍງານ ຈາກກົມການຂໍ້ມູນຂ່າວສານການຕ່າງປະເທດ (ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ) ໄດ້ນຳສະເໜີສອງຫົວຂໍ້ລົງເລິກທີ່ສຳຄັນ: "ເປັນຫຍັງຈຶ່ງຕ້ອງໂຄສະນາເຜີຍແຜ່ຮູບພາບຂອງທ້ອງຖິ່ນອອກສູ່ຕ່າງປະເທດ" ແລະ "ວິທີການເຮັດໃໝ່ສຳລັບທ້ອງຖິ່ນມີຄືແນວໃດ". ບັນດາຫົວຂໍ້ລົງເລິກເຫຼົ່ານີ້ ໄດ້ເນັ້ນໜັກບົດບາດສຳຄັນຂອງການໂຄສະນາເຜີຍແຜ່ຮູບພາບຂອງປະເທດຊາດ, ທ້ອງຖິ່ນອອກສູ່ໂລກ, ເໝາະສົມກັບສະພາບການຂອງເຕັກໂນໂລຢີ 4.0.

ຮ່າຕິ້ງ ແລະ ເຊີນລາ ຝຶກອົບຮົມວຽກງານການຕ່າງປະເທດໃຫ້ແກ່ພະນັກງານທ້ອງຖິ່ນ

ກອງປະຊຸມຝຶກອົບຮົມວຽກງານຂໍ້ມູນຂ່າວສານການຕ່າງປະເທດ ປີ 2024 ຢູ່ ຮ່າຕິ້ງ (ຮູບພາບ: baocaovien.vn)

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ມີການປຶກສາຫາລືຢ່າງຟົດຟື້ນ, ແບ່ງປັນປະສົບການ ແລະ ວິທີການປະຕິບັດ​ວຽກ​ງານ​ຂໍ້​ມູນ​ຂ່າວສານການ​ຕ່າງປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ​ຢູ່​ບັນດາ​ຫົວໜ່ວຍ​. ໃນໄລຍະຜ່ານມາ, ການໂຄສະນາເຜີຍແຜ່ຮູບພາບຂອງແຂວງ ຮ່າຕິ່ງ ໄດ້ປະຕິບັດຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນເຂົ້າໃນການແນະນຳຮູບພາບຂອງປະຊາຊົນ, ມູນເຊື້ອຂອງວັດທະນະທຳ ແລະ ທ່າແຮງຂອງແຂວງອອກສູ່ໂລກ. ສິ່ງ​ດັ່ງ​ກ່າວ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​ ກ່ຽວກັບ​ຊາວ​ຫວຽດ​ນາມ ທີ່​ເປັນມິດ ແລະ ສະ​ໜິດ​ສະ​ໜົມ​ກັບແຂກຄົນໃນ​ສາຍ​ຕາຂອງ​ນັກ​ທ່ອງ​ທ່ຽວ​ສາ​ກົນ".

ຢູ່ແຂວງເຊີນລາ, ພະແນກຖະແຫຼງຂ່າວ ແລະ ການສື່ສານ ກໍ່ໄດ້ຈັດກອງປະຊຸມຝຶກອົບຮົມໃຫ້ແກ່ພະນັກງານທີ່ເຮັດວຽກງານຂໍ້ມູນຂ່າວສານການຕ່າງປະເທດ ຢູ່ເຂດຊາຍແດນ. ຜູ້ເຂົ້າຮ່ວມກອງປະຊຸມແມ່ນ ຄະນະນຳ, ນັກຂ່າວ, ບັນນາທິການ ແລະ ເຕັກນິກຂອງບັນດາອົງການໜັງສືພິມ, ສື່ມວນຊົນ, ປະຕູຖານ​ຂ່າວ​ເອ​ເລັກ​ໂຕນິກຂອງແຂວງ.

ຊຸດຝຶກອົບຮົມໄດ້ສຸມໃສ່ເຂົ້າ 4 ຫົວຂໍ້ລົງເລິກ: ທັກສະການຜະລິດເນື້ອໃນດິຈິຕອນ, ການນຳໃຊ້ປັນຍາປະດິດໃນການເຮັດຂ່າວສື່ມວນຊົນ, ການຄຸ້ມຄອງການເຄື່ອນໄຫວສື່ມວນຊົນໃນສະພາບແວດລ້ອມດີຈີຕອນ ແລະ ຮູບແບບບັນນາທິການເຕົ້າໂຮມເຊື່ອມໂຍງ. ບັນດາຜູ້ຮຽນ ໄດ້ຮັບການແນະນໍາໃນການນຳໃຊ້ເຕັກໂນໂລຊີທີ່ກ້າວຫນ້າເຊັ່ນ: ຄລາວຄອມພິວເຕີ ແລະ ຊອບແວອອນໄລນ໌, ຊ່ວຍໃຫ້ແກ້ໄຂຂໍ້ມູນໄດ້ໄວ ແລະ ງ່າຍດາຍຢູ່ທຸກບ່ອນ, ທຸກເວລາ.

ຜ່ານຊຸດຝຶກອົບຮົມ, ບັນດາພະນັກງານ, ນັກຂ່າວ ແລະ ບັນນາທິການບໍ່ພຽງແຕ່ມີປະກອບຄວາມຮູ້ໃໝ່ ກ່ຽວກັບວຽກງານຂໍ້ມູນຂ່າວສານການຕ່າງປະເທດເທົ່ານັ້ນ, ແຕ່ຍັງໄດ້ຍົກສູງລະດັບທັກສະໃນການນຳໃຊ້ເຕັກໂນໂລຊີດີຈີຕອນເຂົ້າໃນຂັ້ນຕອນເຮັດວຽກງານສື່ມວນຊົນອີກດ້ວຍ. ສິ່ງນີ້ ໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ການຫັນເປັນດິຈິຕອນ ໃນຂົງເຂດຂອງສື່ມວນຊົ່ນ, ການສື່ສານ, ຍົກສູງວຽກງານໃນການໂຄສະນາຢ່າງປະສິດທິຜົນ, ຕອບສະໜອງຄວາມຕ້ອງການໃນການເຂົ້າເຖິງຂໍ້ມູນຂ່າວສານຂອງປະຊາຊົນ.

ຮ່າຕິ້ງ ແລະບໍລິຄໍາໄຊ ຍູ້ແຮງການພົວພັນມິດຕະພາບ, ການຮ່ວມມື

ຮ່າຕິ້ງ ແລະບໍລິຄໍາໄຊ ຍູ້ແຮງການພົວພັນມິດຕະພາບ, ການຮ່ວມມື

ຍສໝ - ສອງແຂວງຮ່າຕິ້ງ-ບໍລິຄຳໄຊ ສົມທົບກັນຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ຊາຍແດນ; ສືບຕໍ່ຮ່ວມມືພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ ແລະເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງແຂວງ.

ເຊີນລາ: ກະກຽມໃຫ້ວັນບຸນທ່ອງທ່ຽວວັດທະນະທຳ ເຊີນລາ-ຫົວພັນ ຢ່າງຕັ້ງໜ້າ

ເຊີນລາ: ກະກຽມໃຫ້ວັນບຸນທ່ອງທ່ຽວວັດທະນະທຳ ເຊີນລາ-ຫົວພັນ ຢ່າງຕັ້ງໜ້າ

ຍສໝ - ໂດຍສືບຕໍ່ຜົນສໍາເລັດຂອງການເຄື່ອນໄຫວດ້ານວັດທະນະທໍາ-ການທ່ອງທ່ຽວ ທີ່ໄດ້ສົມທົບກັນຈັດຕັ້ງສຳເລັດ, ຄື: ວັນບຸນພົບປະແລກປ່ຽນວັດທະນະທໍາ, ກິລາ ແລະທ່ອງທ່ຽວເຂດຊາຍແດນລະຫວ່າງຫວຽດນາມ-ລາວ ຄັ້ງທີ 2 ຢູ່ແຂວງເຊີນລາ ປີ 2017; “ວັນບຸນທ່ອງທ່ຽວວັດທະນະທຳ ເຊີນລາ-ຫົວພັນ” ຢູ່ແຂວງຫົວພັນ ປີ 2018…, ແຂວງເຊີນລາ ໄດ້ສົມທົບກັບແຂວງຫົວພັນ ຈັດຕັ້ງ “ວັນບຸນທ່ອງທ່ຽວວັດທະນະທຳ ເຊີນລາ-ຫົວພັນ” ປີ 2024 ...

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ
302 Found

Found

The document has moved here.