ນະຄອນໂຮ່ຈີມິນ ແລະແຂວງຈຳປາສັກ, ປະເທດລາວ ເພີ່ມທະວີການແລກປ່ຽນທາງການທູດປະຊາຊົນ

22:09 | 11/10/2024

ຍສໝ - ຕອນບ່າຍວັນທີ 9 ຕຸລາ, ຄະນະຜູ້ແທນຂອງຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮ່ຈີມິນ ນຳໂດຍສະຫາຍ ນາງ ຫງວຽນທິກິ່ມຖຸ໋ຍ, ຮອງປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮຈິມິນ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສະມາຄົມຊາວຫວຽດນາມ ແຂວງຈຳປາສັກ, ປະເທດລາວ.

ນະຄອນໂຮຈິມິນ ຊຸກຍູ້ຄວາມພົວພັນຮ່ວມມືກັບ 9 ແຂວງພາກເໜືອ ແລະ ພາກກາງຕອນເໜືອ
ໂຮງຮຽນ ມສ ກິນນອນຊົນເຜົ່າ ແຂວງຈຳປາສັກ: ໂຮງຮຽນພິເສດຂອງຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ
ນະຄອນໂຮ່ຈີມິນ ແລະແຂວງຈຳປາສັກ, ປະເທດລາວ ເພີ່ມທະວີການແລກປ່ຽນທາງການທູດປະຊາຊົນ

ສະຫາຍ ນາງ ຫງວຽນທິກິ່ມຖຸ໋ຍ ແລະ ບັນດາຜູ້ແທນຖ່າຍຮູບທີ່ການພົບປະໂອ້ລົມ

ໃນການລາຍງານຕໍ່ຄະນະປະຕິບັດງານ​, ທ່ານ ດົງກົ່ງຢຸ້ງ ປະທານສະມາຄົມຊາວຫວຽດນາມ ແຂວງຈໍາປາສັກ ໄດ້ໃຫ້ຮູ້ວ່າ ໃນປີທີ່ຜ່ານມາ, ສະມາຄົມຊາວຫວຽດນາມ ແຂວງຈໍາປາສັກ ໄດ້ຈັດກິດຈະກຳການຮ່ວມຊີວິດວົງຄະນະຍາດຫຼາຍຢ່າງ, ຮັກສາ, ເສີມຂະຫຍາຍ ແລະ ປົກປັກຮັກສາສີສັນຊາດຫວຽດນາມ; ຈັດການພົບປະສະມາຄົມຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດໃນໂອກາດວັນສຳຄັນຂອງຊາດ; ເຂົ້າຮ່ວມບັນດາກິດຈະກຳຕ່າງໆທີ່ສະຖານທູດຫວຽດນາມ ຈັດຂຶ້ນຢ່າງຕັ້ງໜ້າ. ພ້ອມກັນນັ້ນ, ຍັງໄດ້ຈັດບັນດາກິດຈະກຳສັງຄົມ - ການກຸສົນ; ຈັດກິດຈະກຳການພັດທະນາວັດທະນະທຳ, ການສຶກສາ, ບັນດາກິດຈະກຳສິລະປະ - ກິລາໃນຊຸມຊົນ, ຖືເປັນສຳຄັນຕໍ່ການເຮັດວຽກຂອງແມ່ຍິງ, ຊາວໜຸ່ມ - ເດັກນ້ອຍ ແລະ ຜູ້ອາວຸໂສ.

ໃນໄລຍະຕໍ່ໄປ, ທ່ານ ດົງກົ່ງຢຸ້ງ ປະທານສະມາຄົມຊາວຫວຽດນາມ ແຂວງຈໍາປາສັກ ມີຄວາມປາຖະຫນາຢາກໃຫ້ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮຈິມິນ ສືບຕໍ່ໃຫ້ການສະໜັບສະໜູນ, ສ້າງເງື່ອນໄຂ ເພື່ອໃຫ້ສະມາຄົມຊາວຫວຽດນາມ ແຂວງຈໍາປາສັກ ສືບຕໍ່ປະຕິບັດໜ້າທີ່ຢ່າງມີປະສິດທິພາບ, ມານະພະຍາຍາມເຊື່ອມໂຍງຊຸມຊົນຊາວຫວຽດນາມ ຢູ່ປະເທດລາວ, ປະກອບສ່ວນເຂົ້າໃນການປັບປຸງການພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງນະຄອນໂຮຈິມິນ ແລະ ແຂວງຈໍາປາສັກ.

ນະຄອນໂຮ່ຈີມິນ ແລະແຂວງຈຳປາສັກ, ປະເທດລາວ ເພີ່ມທະວີການແລກປ່ຽນທາງການທູດປະຊາຊົນ

ສະຫາຍ ນາງ ຫງວຽນທິກິ່ມຖຸ໋ຍ ມອບຂອງຂວັນ 100 ພູດໃຫ້ແກ່ປະຊາຊົນຫວຽດນາມ ຢູ່ແຂວງຈໍາປາສັກ ທີ່ມີສະພາບການຫຍຸ້ງຍາກ

ໃນໂອກາດນີ້, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮຈິມິນ ໄດ້ມອບຂອງຂວັນ 100 ພູດໃຫ້ແກ່ປະຊາຊົນຫວຽດນາມ ຢູ່ແຂວງຈໍາປາສັກ ທີ່ມີສະພາບການຫຍຸ້ງຍາກ, ລວມມູນຄ່າ 100 ລ້ານ ດົງ.

ໃນຕອນເຊົ້າຂອງວັນດຽວກັນ, ຄະນະປະຕິບັດງານ ໄດ້ຈັດການພົບປະໂອ້ລົມ​ກັບແນວລາວສ້າງຊາດ ແຂວງຈໍາປາສັກ, ປະເທດລາວ.

ໃນການພົບປະໂອ້ລົມ, ສະຫາຍ ນາງ ຫງວຽນທິກິ່ມຖຸ໋ຍ, ຮອງປະທານກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮຈິມິນ ໄດ້ສະແດງຄຳຂອບໃຈຕໍ່ແນວໂຮມລາວສ້າງຊາດ ແຂວງຈໍາປາສັກ ທີ່ໄດ້ໃຫ້ກຽດສະຫຼະເວລາຕ້ອນຮັບຄະນະ. ນີ້ແມ່ນຫຼັກຖານພະຍານເຖິງການພົວພັນລະຫວ່າງ ຄະນກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮຈິມິນ ແລະ ແນວລາວສ້າງຊາດ ແຂວງຈໍາປາສັກ ເຊິ່ງໄດ້ສືບທອດມາຈາກການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ລາວ.

ສະຫາຍ ນາງ ຫງວຽນທິກິ່ມຖຸ໋ຍ ຍັງໄດ້ນຳສະເໜີໂດຍຫຍໍ້ກ່ຽວກັບຜົນສຳເລັດຂອງກອງປະຊຸມຜູ້ແທນຂອງແນວໂຮມປະເທດຊາດຫວຽດນາມ ນະຄອນໂຮຈິມິນ ຄັ້ງທີ XII, ສະໄໝ 2024-2029. ໄລຍະ 2022-2024 ເປັນຂີດໝາຍສະເຫິມສະຫຼອງ 62 ປີປຫ່ງວັນສ້າງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ລາວ, 47 ປີແຫ່ງການລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ. ນັບແຕ່ນັ້ນມາຮອດປັດຈຸບັນ, ການພົວພັນລາວ - ຫວຽດນາມ ໄດ້ມີບາດກ້າວກະໂດດຂັ້ນໃນທຸກດ້ານ. ນະຄອນໂຮຈິມິນ ແລະ ແຂວງຈໍາປາສັກ ຍັງສືບຕໍ່ຮັກສາຢ່າງແໜ້ນແຟ້ນ ແລະ ເສີມຂະຫຍາຍການແລກປ່ຽນຮ່ຳຮຽນ, ການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງ ຄະນກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮຈິມິນ ແລະ ແນວລາວສ້າງຊາດ ແຂວງຈໍາປາສັກ.

ນະຄອນໂຮ່ຈີມິນ ແລະແຂວງຈຳປາສັກ, ປະເທດລາວ ເພີ່ມທະວີການແລກປ່ຽນທາງການທູດປະຊາຊົນ

ພາບບັນຍາກາດທີ່ການໂອ້ລົມ​ເຈລະຈາ

ສະຫາຍ ນາງ ວາດສະໜາ ສີລິມາ ກຳມະການຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດ ແຂວງຈໍາປາສັກ ສະແດງຄວາມຊົມຊື່ນທີ່ໄດ້ຕ້ອນຮັບຄະນະຜູ້ແທນຄະນະບໍລິຫານງານສູນກາງແນວໂຮມປະເທດຊາດຫວຽດນາມ ປະຈໍານະຄອນໂຮຈິມິນ ມາຢ້ຽມຢາມ ແລະ ເຮັດວຽກ. ສະຫາຍ ນາງ ວາດສະໜາ ສີລິມາ ໄດ້ແຈ້ງໃຫ້ຊາບກ່ຽວກັບການເຄື່ອນໄຫວຂອງແນວລາວສ້າງຊາດ ຢູ່ແຂວງຈຳປາສັກ ໃນໄລຍະທີ່ຜ່ານມາ.

ສະຫາຍ ນາງ ວາດສະໜາ ສີລິມາ ກໍ່ໄດ້ແບ່ງປັນວ່າ ຕອນນີ້ ຍັງມີຄວາມຫຍຸ້ງຍາກບາງຢ່າງໃນການຈັດຕັ້ງປະຕິບັດບັນດາໂຄງການໃນທ້ອງຖິ່ນ, ຄວາມຫຍຸ້ງຍາກກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ເງື່ອນໄຂພູມສາດທີ່ຍັງເປັນສິ່ງກີດຂວາງໃດໜຶ່ງໃນການວຽກງານໂຄສະນາ, ຂົນຂວາຍປະຊາຊົນ.

ໃນການໂອ້ລົມ​ເຈລະຈາ, ຄະນະສອງຝ່າຍໄດ້ປະເມີນໝາກຜົນການລົງນາມຂອງສອງຫົວໜ່ວຍໃນໄລຍະຜ່ານມາ; ແລະ ໄດ້ຍົກອອກບັນດາວິທີການແກ້ໄຂເພື່ອສືບຕໍ່ປະຕິບັດການຮ່ວມມືຢ່າງມີປະສິດທິພາບໃນໄລຍະຕໍ່ໄປ, ຜ່ານນັ້ນ ກໍ່ປະກອບສ່ວນເຂົ້າໃນການສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ປະຊາຊົນສອງຊາດ ລາວ - ຫວຽດນາມ “ໃຫ້ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ”.

ໃນການພົບປະໂອ້ລົມ, ຄະນະປະຕິບັດງານ ໄດ້ໜູນຊ່ວຍໃຫ້ແກ່ແນວລາວສ້າງຊາດ ແຂວງຈໍາປາສັກ ດວ້ຍ 5.000 ໂດລາ ເພື່ອປະກອບພາຫະນະຮັບໃຊ້ໃນການເຮັດວຽກງານຢູ່ຫົວໜ່ວຍ.

ປະເທດລາວ ອຸດໜູນ ແລະ ຍົກເງິນຂັ້ນເດືອນຕ່ຳໃຫ້ຜູ້ອອກແຮງງານ

ປະເທດລາວ ອຸດໜູນ ແລະ ຍົກເງິນຂັ້ນເດືອນຕ່ຳໃຫ້ຜູ້ອອກແຮງງານ

ຍສໝ - ສື່​ມວນ​ຊົນ​ລາວ ໄດ້ນຳສະເໜີຂ່າວວ່າ ລັດຖະບານ​ໄດ້ເຫັນດີເປັນເອກະພາບໃນ​ຫຼັກການກ່ຽວກັບການ​ອຸດ​ໜູນ​ໃຫ້ພະນັກງານ, ລັດຖະກອນ​ທີ່​ມີ​ເງິນເດືອນຂັ້ນ​ຕ່ຳ ​ແລະ​ ເພີ່ມທະວີເງິນເດືອນຂັ້ນຕ່ຳສຸດ​​ໃຫ້ພະນັກງານພາກສ່ວນ​​ເອກະ​ຊົນ.

ພະແນກຍຸຕິທຳແຂວງແຄ໋ງຮ່ວາ ເພີ່ມທະວີການແລກປ່ຽນວິຊາຊີບ ກັບພະແນກຍຸຕິທຳແຂວງອັດຕະປື ແລະ ແຂວງຈຳປາສັກ (ລາວ)

ພະແນກຍຸຕິທຳແຂວງແຄ໋ງຮ່ວາ ເພີ່ມທະວີການແລກປ່ຽນວິຊາຊີບ ກັບພະແນກຍຸຕິທຳແຂວງອັດຕະປື ແລະ ແຂວງຈຳປາສັກ (ລາວ)

ຍສໝ - ວັນທີ 27 ກຸມພາ, ພະແນກຍຸຕິທໍາແຂວງ ແຄ໋ງຮ່ວາ ໄດ້ມີການຕ້ອນຮັບ ແລະ ເຮັດວຽກກັບຄະນະຜູ້ແທນຈາກພະແນກຍຸຕິທໍາແຂວງອັດຕະປື ແລະ ພະແນກຍຸຕິທໍາແຂວງຈໍາປາສັກ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ). ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ ເພື່ອ​ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ຮ່ວມ​ມື​ທີ່​ໄດ້​ລົງ​ນາມ​ ລະຫວ່າງ​ພະແນກ​ຍຸຕິ​ທຳ​ແຂວງ​ແຄ໋ງຮ່ວາ ​ແລະ ພະແນກ​ຍຸຕິ​ທຳ 2 ​ແຂວງ ອັດ​ຕະປື ​ແລະ ​ຈໍາປາ​ສັກ. ...

302 Found

Found

The document has moved here.