ສ້າງປະຊາຄົມອາຊຽນ ພັດທະນາຢ່າງແຮງ, ຍືນຍົງ

22:24 | 07/10/2024

ຍສໝ - ເພື່ອແນໃສ່ສືບຕໍ່ເສີມຂະຫຍາຍບັນດາຜົນງານເຊິ່ງອາຊຽນ ບັນລຸໄດ້, ຫວຽດນາມ ພ້ອມກັບບັນດາປະເທດສະມາຊິກພວມມານະພະຍາຍາມປະຕິບັດສຳເລັດເປົ້າໝາຍ ແລະບຸລິມະສິດທີ່ລາວ ວາງອອກໃນປີເປັນປະທານອາຊຽນ 2024 ດ້ວຍຫົວຂໍ້ “ຊຸກຍູ້ການເຊື່ອມຕໍ່ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ”.

ຫວຽດນາມ ຖືບັນດາມາດຕະການຟື້ນຟູ ແລະ ກະຕຸກຊຸກຍູ້ ເປັນສຳຄັນ ເພື່ອໃຫ້ພື້ນຖານເສດຖະກິດມີການເຕີບໂຕໂດຍໄວ ແລະ ຍືນຍົງ ຫວຽດນາມ ຖືບັນດາມາດຕະການຟື້ນຟູ ແລະ ກະຕຸກຊຸກຍູ້ ເປັນສຳຄັນ ເພື່ອໃຫ້ພື້ນຖານເສດຖະກິດມີການເຕີບໂຕໂດຍໄວ ແລະ ຍືນຍົງ
ການອະນຸລັກຮັກສາ, ເສີມຂະຫຍາຍມູນເຊື້ອແຄນ ແລະ ສຽງແຄນເຊື້ອຊາດລາວ ໃຫ້ໄດ້ຮັບການພັດທະນາ ແລະ ຍືນຍົງ ການອະນຸລັກຮັກສາ, ເສີມຂະຫຍາຍມູນເຊື້ອແຄນ ແລະ ສຽງແຄນເຊື້ອຊາດລາວ ໃຫ້ໄດ້ຮັບການພັດທະນາ ແລະ ຍືນຍົງ

ດ້ວຍຂີດໝາຍສຳຄັນໃນໄລຍະ 30 ປີຜ່ານມາ, ຫວຽດນາມ ໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອຮັກສາຄວາມສາມັກຄີ, ເປັນເອກະພາບ ແລະເພີ່ມທະວີບົດບາດໃຈກາງຂອງອາຊຽນ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ຫວຽດນາມ ໄດ້ເຂົ້າເປັນສະມາຊິກອາຊຽນ ໃນປີ 1995. ເຂົ້າເປັນສະມາຊິກໄດ້ບໍ່ດົນ, ຫວຽດນາມ ໄດ້ປະກອບສ່ວນເຂົ້າໃນການປະຕິບັດຄວາມປາດຖະໜາຢາກເພີ່ມຈຳນວນສະມາຊິກຂອງ “ຄອບຄົວອາຊຽນ” ຂຶ້ນເປັນ 10 ປະເທດປະກົດຜົນເປັນຈິງ, ເປີດໄລຍະໃໝ່ກັບປະຊາຄົມ, ກໍ່ຄືພາກພື້ນ. ເພື່ອແນໃສ່ກຳນົດແນວທາງພັດທະນາຂອງອາຊຽນ, ຫວຽດນາມ ໄດ້ຕັ້ງໜ້າສົມທົບກັບບັນດາປະເທດສະມາຊິກກໍ່ສ້າງກຳນົດທິດ, ແກ້ໄຂນະໂຍບາຍສຳຄັນ, ຄື: ກົດບັດອາຊຽນ, ວິໄສທັດປະຊາຄົມອາຊຽນ ຮອດປີ 2025..., ກໍ່ຄື ບັນດາເອກະສານໃນຂົງເຂດການຮ່ວມມືລົງເລິກຂະແໜງການ. ຫວຽດນາມ ດຳລົງຫຼາຍຕຳແໜ່ງສຳຄັນປະສົບຜົນສຳເລັດ, ພົ້ນເດັ່ນແມ່ນການຈັດຕັ້ງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 6 ປີ 1998 ແລະດຳລົງຕຳແໜ່ງປະທານອາຊຽນ ໃນປີ 2010 ແລະ 2020. ບັນດາຂໍ້ລິເລີ່ມທີ່ ຫວຽດນາມ ຍົກອອກໄດ້ຮັບການຕີລາຄາສູງຈາກບັນດາປະເທດສະມາຊິກ ກໍ່ຄືຄູ່ຮ່ວມມືຂອງອາຊຽນ, ປະກອບສ່ວນຢ່າງແທດຈິງເຂົ້າໃນຂະບວນການພັດທະນາຂອງປະຊາຄົມ.

ສ້າງປະຊາຄົມອາຊຽນ ພັດທະນາຢ່າງແຮງ, ຍືນຍົງ
ພາບປະກອບຄັດຈາກ: baotintuc.vn

ບັນດາຂີດໝາຍຂອງຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຈາກບັນດາຜົນງານຂອງອາຊຽນ. ໃນສະພາບທີ່ໂລກມີການຜັນແປ ແລະຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ອາຊຽນ ສືບຕໍ່ເປັນແບບຢ່າງແຫ່ງຄວາມສຳເລັດໃນການຮ່ວມສຳພັນ, ການຮ່ວມມືໃນພາກພື້ນ. ປະຊາຄົມອາຊຽນ ຮັກສາຄວາມສາມັກຄີ, ເປັນເອກະພາບ, ສືບຕໍ່ພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະເຊື່ອມໂຍງເຂົ້າກັບເສດຖະກິດທົ່ວໂລກຢ່າງເລິກເຊິ່ງກວ່າ, ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນ. ບົດບາດໃຈກາງຂອງປະຊາຄົມຍັງໄດ້ຮັບການເພີ່ມທະວີ ແລະເຄົາລົບນັບຖືຈາກບັນດາຄູ່ຮ່ວມມື.

ເພື່ອແນໃສ່ສືບຕໍ່ເສີມຂະຫຍາຍບັນດາຜົນງານເຊິ່ງອາຊຽນ ບັນລຸໄດ້, ຫວຽດນາມ ພ້ອມກັບບັນດາປະເທດສະມາຊິກພວມມານະພະຍາຍາມປະຕິບັດສຳເລັດເປົ້າໝາຍ ແລະບຸລິມະສິດທີ່ລາວ ວາງອອກໃນປີເປັນປະທານອາຊຽນ 2024 ດ້ວຍຫົວຂໍ້ “ຊຸກຍູ້ການເຊື່ອມຕໍ່ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ”.

ໃນການຢ້ຽມຢາມ ແລະການພົບປະສອງຝ່າຍ, ການນຳຂັ້ນສູງຫວຽດນາມ ແລະລາວ ລ້ວນແຕ່ເນັ້ນໜັກວ່າ, ໃນສະພາບການໂລກມີຄວາມສັບສົນໃນປະຈຸບັນ, ສອງປະເທດຕ້ອງເພີ່ມທະວີການສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາອົງການຈັດຕັ້ງ, ເວທີປາໄສຫຼາຍຝ່າຍ, ໃນນັ້ນມີ ອາຊຽນ. ຫວຽດນາມ ໄດ້ຢັ້ງຢືນເຖິງການໜູນຊ່ວຍລາວ ປະຕິບັດບົດບາດເປັນປະທານອາຊຽນ ໃຫ້ສຳເລັດ, ປະກອບສ່ວນຍົກສູງບົດບາດ ແລະທີ່ຕັ້ງຂອງລາວ ໃນເວທີປາໄສສາກົນ.

ດ້ວຍຄວາມປາດຖະໜາຢາກສະແດງໃຫ້ເຫັນບົດບາດຫຼັກແຫຼ່ງໃນການຮ່ວມມືພາກພື້ນ, ຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງເວທີປາໄສອະນາຄົດອາຊຽນ (AFF) 2024 ສຳເລັດຢູ່ຮ່າໂນ້ຍ ໃນເດືອນເມສາ ຜ່ານມາ.

ປີນີ້, AFF ໄດ້ຮັບຟັງການແບ່ງປັນ ແລະຂໍ້ລິເລີ່ມຂອງຜູ້ແທນຈຳນວນຫຼວງຫຼາຍທີ່ຕາງໜ້າໃຫ້ລັດຖະບານ, ນັກຮຽນຮູ້, ວິສາຫະກິດບັນດາປະເທດສະມາຊິກ, ກໍ່ຄືບັນດາຄູ່ຮ່ວມມື ແລະອົງການຈັດຕັ້ງສາກົນດ້ວຍຫົວຂໍ້ “ສ້າງປະຊາຄົມອາຊຽນ ພັດທະນາຢ່າງໄວ, ຍືນຍົງ, ຖືປະຊາຊົນເປັນໃຈກາງ".

ທ່ານ Kao Kim Hourn ເລຂາທິການໃຫຍ່ອາຊຽນ ໃຫ້ຂໍ້ສັງເກດວ່າ AFF ໄດ້ສະແດງໃຫ້ເຫັນວິໄສທັດຍຸດທະສາດຂອງຫວຽດນາມ ໃນການຊຸກຍູ້ເວທີປາໄສອາຊຽນ ກ່ຽວກັບອະນາຄົດຂອງປະຊາຄົມ. ທ່ານ Kao Kim Hourn ຖືວ່າ ຂໍ້ລິເລີ່ມຂອງຫວຽດນາມ ຈະປະກອບສ່ວນສ້າງປະຊາຄົມອາຊຽນ ຮັບມືໄວກັບສິ່ງທ້າທາຍລວມ.

ພາຍຫຼັງກອງປະຊຸມ AFF 2024 ສຳເລັດ, ຫວຽດນາມ ຄາດຄະເນວ່າ ຈະເປັນເຈົ້າພາບຈັດຕັ້ງເຫດການນີ້ໃນປີໜ້າແນໃສ່ສືບຕໍ່ປະກອບສ່ວນເຂົ້າໃນວຽກງານລວມຂອງອາຊຽນ. ຫວຽດນາມ ກໍ່ຈະເສີມຂະຫຍາຍບົດບາດເປັນຂົວຕໍ່, ຊຸກຍູ້ຄວາມສະໜິດຕິດພັນອາຊຽນ ກັບບັນດາຄູ່ຮ່ວມມື, ເປັນຕົ້ນແມ່ນບົດບາດເປັນປະເທດປະສານງານການພົວພັນອາຊຽນ-ນິວຊີແລນ ແລະອາຊຽນ-ອັງກິດ ໄລຍະ 2024-2027.

ບັນດາໜ້າທີ່ທີ່ໄດ້ກ່າວມາຂ້າງເທິງນັ້ນໂດຍແມ່ນທ່ານ ໂດ້ຮຸ່ງຫວຽດ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຊີ້ແຈ້ງທີ່ພິທີຊັກທຸງອາຊຽນ ເນື່ອງໃນໂອກາດສະເຫຼີມສະຫຼອງ 57 ປີແຫ່ງວັນສ້າງຕັ້ງອາຊຽນ ແລະ 29 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ ເຊິ່ງໄດ້ດຳເນີນໃນວັນທີ 8 ສິງຫາ ຜ່ານມາ. ຕາມທ່ານ ໂດ້ຮຸ່ງຫວຽດ ແລ້ວ, ດ້ວຍແຜນນະໂຍບາຍການຮ່ວມມື, ການຮ່ວມສໍາພັນອາຊຽນ ແມ່ນບຸລິມະສິດແຖວໜ້າ ແລະແມ່ນການເລືອກເຟັ້ນຍຸດທະສາດ, ຫວຽດນາມ ຍາມໃດກໍ່ປະກອບສ່ວນຢ່າງສຸດຈິດສຸດໃຈເພື່ອປະຊາຄົມສາມັກຄີ ແລະໝັ້ນຄົງເຂັ້ມແຂງ.

ໂດຍເປັນສະມາຊິກຂອງ “ຊາຍຄາລວມ” ມາເກືອບ 30 ປີ, ຫວຽດນາມ ໄດ້ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາ ແລະເຊື່ອມໂຍງ, ພ້ອມທັັງຍົກສູງບົດບາດ, ທີ່ຕັ້ງໃນປະຊາຄົມອາຊຽນ ແລະໃນເວທີປາໄສສາກົນ.

ຮັກສາຈິດໃຈຢ່າງຕັ້ງໜ້າ, ເປັນເຈົ້າການ ແລະມີຄວາມຮັບຜິດຊອບ, ຫວຽດນາມ ສືບຕໍ່ພ້ອມກັບບັນດາປະເທດສະມາຊິກມານະພະຍາຍາມປະຕິບັດວິໄສທັດກ່ຽວກັບປະຊາຄົມອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຂະຫຍັນຂັນເຂື່ອນ, ປະດິດສ້າງ ແລະຖືປະຊາຊົນເປັນໃຈກາງ.

ເປີດເວທີການຮ່ວມມື ຫວຽດນາມ-ຝລັ່ງ ກ່ຽວກັບ ນະຄອນອັດສະລິຍະ ແລະ ຍືນຍົງ ເປີດເວທີການຮ່ວມມື ຫວຽດນາມ-ຝລັ່ງ ກ່ຽວກັບ ນະຄອນອັດສະລິຍະ ແລະ ຍືນຍົງ

ຍ​ສ​ໝ - ຕອນເຊົ້າຂອງວັນທີ 4 ກໍລະກົດ, ຢູ່ນະຄອນ ໂຮ່ຈີ໋ມິງ ໄດ້ເປີດເວທີການຮ່ວມຫວຽດນາມ-ຝລັ່ງ 2018 ກ່ຽວກັບຕົວເມືອງອັດສະລີຍະ ແລະ ຍືນຍົງ. ເຫດການດັ່ງກ່າວຈັດຂື້ນໂດຍ ອົງການການຄ້າ ແລະ ລົງທືນ ຝລັ່ງ (Business France), ກົງສຸນ ແລະ ເອກອັກຄະລັດຖະທູດ ຝລັ່ງເສດ.

ສຳມະນາໃນຫົວຂໍ້ ສຳມະນາໃນຫົວຂໍ້ "ປະຊາຊົນສາມັກຄີ ເພື່ອສັນສັນຕິພາບ - ​ເພື່ອຄວາມສະຫງົບ ແລະ ​ເພື່ອການພັດທະນາແບບ ຍືນຍົງ " ຮ່ວມກັນຊຸກຍູ້ສົ່ງເສີມຄວາມສາມັກຄີສາກົນອັນສູງສົ່ງ

ຍ​ສ​ໝ - ໃນ 2 ມື້ ນັບແຕ່ວັນທີ 21 - 22 ພຶດ​ສະ​ພາ 2018, ກອງທຶນເພື່ອສັນຕິພາບ ແລະ ພັດທະນາ ຫວຽດນາມ, ກອງທືນ Rosa Luxemburg Stiftung ໄດ້ປະສານ ສົມທົບ ກັບຫ້ອງວ່າການປົກຄົງແຂວງ ກ້ວາງຈິ ໄດ້ຈັດກອງປະຊຸມ ສຳມະນາ ...

ແສງເດືອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.