ວິ​ສາ​ຫະ​ກິດອົດສະຕາລີ ນັບ​ມື້​ນັບ​ມີ​ຄວາມ​ສົນ​ໃຈ​ເຖິງ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຫວຽດ​ນາມ​ ​ອາດ​ກາຍ​ເປັນ "ຈຸດ​ທີ່ປະກາຍແຈ້ງ" ​ດຶງ​ດູດກະແສທຶນ?

22:06 | 11/10/2024

ຍສໝ - ໃນຊຸມປີມໍ່ໆມານີ້, ປະຊາຄົມວິ​ສາ​ຫະ​ກິດອົດສະຕຣາລີ ໄດ້ມີການປ່ຽນແປງໃນທັດສະນະ ແລະ ນັບມື້ນັບເຂົ້າໃຈຢ່າງຈະແຈ້ງເຖິງທີ່ຕັ້ງທົ່ວໂລກພວມເພີ່ມຂຶ້ນຂອງບັນດາປະເທດອາຊີຕາເວັນອອກສຽງໃຕ້ ສຳລັບຄວາມຕັ້ງຫວັງການເຕີບໂຕຂອງບັນດາວິ​ສາ​ຫະ​ກິດຢູ່ອົດສະຕຣາລີ.

ວິ​ສາ​ຫະ​ກິດ​ຫວຽດ​ນາມ - ລັດ​ເຊຍ: ເຊື່ອມ​ຕໍ່​ກາ​ລະ​ໂອ​ກາດ​ການຮ່ວມ​ມື
ສືບ​ຕໍ່ເຮັດໃຫ້ເລິກເຊິ່ງ ແລະນຳ​ການ​ພົວພັນ​ ຫວຽດນາມ - ອາ​ເມ​ລິ​ກາ ​ໃຫ້​ນັບ​ມື້​ນັບພັດທະນາຢ່າງໝັ້ນຄົງ, ແທດຈິງ
ວິ​ສາ​ຫະ​ກິດອົດສະຕາລີ ນັບ​ມື້​ນັບ​ມີ​ຄວາມ​ສົນ​ໃຈ​ເຖິງ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຫວຽດ​ນາມ​ ​ອາດ​ກາຍ​ເປັນ

ປີ 2024 ​ແມ່ນຂີດໝາຍ​ຄົບຮອບ 50 ປີແຫ່ງ​ ອາ​ຊຽນ ​ແລະ ອົດສະຕຣາລີ ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (1974-2024). ເພື່ອສະເຫຼີມສະຫຼອງເຫດການນີ້, ໃນເດືອນມີນາ 2024, ກອງປະຊຸມສຸດຍອດພິເສດອາຊຽນ-ອົດສະຕຣາລີ ໄດ້ຈັດຂຶ້ນຢູ່ Melbourne, ອົດສະຕຣາລີ ດ້ວຍຫົວຂໍ້ “ຄູ່ຮ່ວມມືເພື່ອອະນາຄົດ”.

ແລວເສດຖະກິດ ອົດສະຕຣາລີ - ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ນັບ​ມື້​ນັບ​ມີ​ຄວາມໝາຍ​ສຳຄັນ

ທ່ານ Antony Shaw, ຜູ້ອໍານວຍການໃຫຍ່ຂອງ HSBC ອົດສະຕຣາລີ ແລະ ນູແວນເຊລັງ ໄດ້ຕີລາຄາວ່າ ເວທີປາໄສວິສາຫະກິດ ອົດສະຕຣາລີ - ອາຊຽນ ດໍາເນີນທັນທີພາຍຫຼັງເຫດການປະຫວັດສາດ - ກອງປະຊຸມສຸດຍອດພິເສດອາຊຽນ - ອົດສະຕຣາລີ ສະແດງໃຫ້ເຫັນຄວາມຕັ້ງຫວັງສູງຂອງລັດຖະບານອົດສະຕຣາລີ ກ່ຽວກັບບົດບາດຂອງເຂົາເຈົ້າໃນອາຊີຕາເວັນອອກສ່ຽງໃຕ້ ເໝາະສົມກັບຄວາມປາຖະຫນາຢາກເຊື່ອມຕໍ່ກັບພາກພື້ນນີ້ຂອງປະຊາຄົມວິສາຫະກິດ.

ວິ​ສາ​ຫະ​ກິດອົດສະຕາລີ ນັບ​ມື້​ນັບ​ມີ​ຄວາມ​ສົນ​ໃຈ​ເຖິງ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຫວຽດ​ນາມ​ ​ອາດ​ກາຍ​ເປັນ

ທ່ານ Antony Shaw, ຜູ້ອໍານວຍການໃຫຍ່ຂອງ HSBC ອົດສະຕຣາລີ ແລະ ນູແວນເຊລັງ.

ສຳລັບອົດສະຕຣາລີ, ຕາມ​ທ່ານ Antony Shaw ແລ້ວ, ​ແລວ​ເສດຖະກິດຫນຶ່ງ​ທີ່​ເຂັ້ມ​ແຂງ ​ແລະ ຂະຫຍັນຂັນເຄື່ອນ​ກັບ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ​ແມ່ນ​ຄວາມໝາຍສຳຄັນ​ທີ່​ສຸດ. ​ໃນ​ອະດີດ, ອົດສະຕຣາລີ ເຄີຍຖືກ​ໂດດ​ດ່ຽວ​ຈາກ​ສູນ​ເສດຖະກິດ​ໃຫຍ່​ຂອງ​ໂລກ ​ແລະ ອີງ​ໃສ່​ປະຊາກອນ​ທີ່​ຂ້ອນ​ຂ້າງ​ໜ້ອຍ​ ​ເພື່ອ​ຊຸກຍູ້ພື້ນຖານ​ເສດຖະກິດ. ແຕ່ໃນປັດຈຸບັນ, ສະຖານະການໄດ້ມີການປ່ຽນແປງ.

ອົດສະຕຣາລີ ຫ່າງຈາກອາຊີຕາເວັນອອກສ່ຽງໃຕ້ ພຽງ 500 ກິໂລແມັດ, ພາກພື້ນເຊິ່ງຈະກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ຂອງໂລກໃນທ້າຍທົດສະວັດນີ້, ຍ້ອນກົນໄກປະຊາກອນໄວໜຸ່ມ, ມີການເຕີບໂຕໄວ, ດ້ວຍທ້ອງຕະຫຼາດບໍລິໂພກບັນລຸ 4.000 ຕື້ USD ໃນປີ 2030, ນຳໃຊ້ບັນດາເຕັກໂນໂລຢີດີຈີຕອນ ແລະ ບັນດາຂົງເຂດເສດຖະກິດໃໝ່. ໃນນັ້ນ ແລວ​ທາງ​ເສດ​ຖະ​ກິດ​ລະ​ຫວ່າງ ອົດສະຕຣາລີ ແລະ ຫວຽດນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ພົວ​ພັນ​ຮ່ວມ​ມື​ທີ່​ສຳ​ຄັນ​ໃນ​ພາກ​ພື້ນ.

​ໃນ​ຕົ້ນ​ປີ​ນີ້, ອົດສະຕຣາລີ ​ແລະ ຫວຽດນາມ - ປະ​ເທດ​ຄາດ​ວ່າ​ຈະ​ກາຍ​ເປັນພື້ນຖານ​ເສດຖະກິດ​ທີ່​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ອາ​ຊຽນ​ ໃນ​ປີ​ນີ້ ຕາມ​ພາກສ່ວນຄົ້ນ​ຄ້ວາທົ່ວໂລກ HSBC - ຫາກໍ່ຍົກລະດັບ​ການ​ພົວພັນ​ຂຶ້ນ​ເປັນການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ. ການ​ເຄື່ອນ​ໄຫວ​ນີ້ ເພື່ອຮັດ​ແໜ້ນ​ການ​ພົວພັນຮ່ວມ​ມືຍຸດ​ທະ​ສາດ ແລະ ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ, ​ເຊິ່ງຈະ​ຊ່ວຍ​ສ້າງ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ຕື່ມ​ອີກ​ໃນ​ຊຸມ​ປີ​ຕໍ່ໜ້າ.

ເປັນໜ້າສົນໃຈແມ່ນ ​ໃນລະດັບ​ການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ຂອງພື້ນຖານ​ເສດຖະກິດ​ດີ​ຈີ​ຕອນ​ຢູ່​ພາກ​ພື້ນ​ອາ​ຊຽນ, ທ່ານ Tim Evans, ຜູ້ອຳນວຍການ​ໃຫຍ່ HSBC ຫວຽດນາມ ​ໃຫ້​ຮູ້​ວ່າ ພື້ນຖານ​ເສດຖະກິດ​ດີ​ຈີ​ຕອນ​ຂອງຫວຽດນາມ ​ໄດ້ມີການ​ເຕີບ​ໂຕ​ໄວ​ທີ່​ສຸດ"ູ່​ພາກ​ພື້ນ​ໃນ 2 ປີ​ລຽນຕິດ ແລະ ໄດ້ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ 11 ເທື່ອ, ບັນລຸ​ມູນ​ຄ່າ 220 ຕື້ USD, ກວມ​ກວ່າ 1/3 ຍອດ​ມູນ​ຄ່າ​ຂອງ​ທັງ​ພາກ​ພື້ນ. ຍ້ອນ​ກຳລັງປະຊາຊົນໄວ​ໜຸ່ມ​ ແລະ ຜູ້​ມີ​ຄວາມ​ຮູ້​ດ້ານ​ເຕັກ​ໂນ​ໂລ​ຢີ, ຄາດ​ວ່າ​ ຫວຽດນາມ ​ຈະ​ຮັກສາ​ທີ່​ຕັ້ງ​ນີ້​ໃນ​ປີ​ຈະ​ມາ​ເຖິງ.

ກາລະ​ໂອກາດ​ເພື່ອ​ໃຫ້ຫວຽດນາມ ດຶງ​ດູດການ​ທຶນ​ລົງທຶນ​ເພື່ອ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ

ຕາມ​ທ່ານ Tim Evans ​ແລ້ວ, ​ເພື່ອກ້າວເລິກເຂົ້າສູ່ທ້ອງຕະຫຼາດ​ອາ​ຊຽນ, ມີ​ໄມ້ງັດຈຳນວນໜຶ່ງ​ທີ່​ປະຊາ​ຄົມ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ​ອົດສະຕຣາລີ ​ຕ້ອງ ​ແລະ ສາມາດ​ນຳ​ໃຊ້.

ອັນທຳອິດ, ບໍ່​ພຽງ​ແຕ່​ເບິ່ງ​ສະຖິຕິ​ຂອງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ເທົ່າ​ນັ້ນ, ຫາກຍັງຕ້ອງ​ລົງ​ເລິກ​ເພື່ອຊອກຫາ​ໂອກາດ​ໃນ​ແຕ່ລະ​ປະ​ເທດ. ປັດ​ໄຈຈຳນວນໜຶ່ງ​ຕ້ອງ​ພິຈາລະນາ​ແມ່ນ​ຈຳນວນ​ສັນຍາ​ການ​ຄ້າ​ເສລີ (FTA) ທີ່​ຫວຽດນາມ ​ໄດ້​ລົງ​ນາມ. ປະຈຸ​ບັນ ຫວຽດນາມ ມີ 16 FTA ທີ່​ມີ​ຜົນ​ສັກສິດ​ກັບ​ຫຼາຍຮູບແບບບັນດາ​ປະ​ເທດ ​ແລະ ​ເຂດ​ເສດຖະກິດ​ໃນ​ທົ່ວ​ໂລກ, ພ້ອມ​ກັບ 3 FTA ພວມ​ໃນຂະບວນການເຈລະຈາ.

ວິ​ສາ​ຫະ​ກິດອົດສະຕາລີ ນັບ​ມື້​ນັບ​ມີ​ຄວາມ​ສົນ​ໃຈ​ເຖິງ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຫວຽດ​ນາມ​ ​ອາດ​ກາຍ​ເປັນ

ທ່ານ Tim Evans, ຜູ້ອໍານວຍການໃຫຍ່ຂອງ HSBC ຫວຽດນາມ.

ອັນທີສອງ, ປະຊາຄົມວິສາຫະກິດ​ອົດສະຕຣາລີ ຕ້ອງມີຍຸດທະສາດທີ່ເຫມາະສົມ ເພື່ອເຂົ້າສູ່ທ້ອງຕະຫຼາດຢ່າງປະສົບຜົນສໍາເລັດ. ບໍ່​ມີ​ຫຍັງ​ທົດ​ແທນ​ໄດ້ດ້ວຍການລົວຕົວຈິງ​ໂດຍ​ກົງ​ເພື່ອ​ເຂົ້າ​ໃຈ​ທ້ອງຕະຫຼາດ​ຫວຽດ​ນາມ, ພ້ອມ​ທັງ​ສະ​ແດງ​ເຈດ​ຈຳນົງ​ຮ່ວມ​ມື​ກັບ​ຄູ່​ຮ່ວມ​ມື​ທີ່​ມີຄວາມສາມາດ​ບົ່ມຊ້ອນຢູ່​ທ້ອງ​ຖິ່ນ.

ນອກຈາກ​ການ​ຄ້າ​ແລ້ວ, ການ​ລົງທຶນ​ໂດຍ​ກົງຈາກຕ່າງປະ​ເທດ​ກໍ່​ຈະ​ເປັນໄມ້ງັດສຳຄັນ​ເພື່ອ​ຊ່ວຍ​ສ້າງ​ການ​ດຶງ​ດູດ​ການ​ຄ້າ. ຕາມ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ ​ແລ້ວ, ປະຈຸ​ບັນ ​ອົດສະຕຣາລີ ​ໄດ້​ລົງທຶນ​ປະມານ 2 ຕື້ USD ເຂົ້າໃນກ່ວາ 600 ​ໂຄງການ​ຢູ່ ຫວຽດນາມ. ໃນ​ທິດ​ທາງ​ກົງ​ກັນ​ຂ້າມ, ຫວຽດ​ນາມ ຍັງ​ໄດ້​ລົງ​ທຶນ 584 ລ້ານ USD ເຂົ້າໃນອົດສະຕຣາລີ. ສອງ​ປະ​ເທດ​ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຈະເພີ່ມລະດັບລົງ​ທຶນ​ສອງ​ຝ່າຍຂຶ້ນ 2 ເທົ່າ​​ໃນ​ສາມ​ປີ​ຕໍ່ໜ້າ. ນີ້ແນ່ນອນວ່າຈະແມ່ນຂົງເຂດທີ່ອົດສະຕຣາລີ ສາມາດນໍາມາເຊິ່ງມູນຄ່າທີ່ເປັນເອກະລັກສະເພາະ.

ຕາມ​ນັ້ນ​ແລ້ວ, ນັບ​ແຕ່​ນີ້​ຮອດ​ປີ 2040, ອາ​ຊຽນ ຕ້ອງ​ໃຊ້​ງົບປະມານ​ສະ​ເລ່ຍ 210 ຕື້ USD/ປີ ​ເພື່ອ​ແກ້​ໄຂ​ບັນຫາ​ຂາດ​ແຄນ​ນີ້. ໃນນັ້ນ, ຫວຽດນາມ ຕ້ອງມີຢ່າງໜ້ອຍສຸດ 25 – 30 ຕື້ USD/ປີ ເພື່ອລົງທຶນເຂົ້າພື້ນຖານໂຄງລ່າງໃນ 10 ປີຕໍ່ໜ້າ, ໝາຍຄວາມວ່າ ຕ້ອງລະດົມທຶນປະມານ 600 ຕື້ USD ຮອດປີ 2040. ນອກຈາກນັ້ນ, ຕາມກະຊວງຄົມມະນາຄົມຂົນສົ່ງແລ້ວ, ຫວຽດນາມ ຕ້ອງການ​ເງິນ​ກວ່າ 200 ຕື້ USD ​ເພື່ອ​ຍົກ​ລະດັບ​ລະບົບ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ສາທາລະນະ ​ແລະ ການ​ຈະລາຈອນ​ຢູ່​ບັນດາ​ຕົວ​ເມືອງ​ໃຫຍ່​ຮອດ​ປີ 2030.

ກອງປະຊຸມໂອ້ລົມ ອາຊີ​ຕາ​ເວັນ​ຕົກ ​ແລະ ອາຊີ​ຕາ​ເວັນ​ອອກ: ບັນດາການເຈາະຈິ້ມເປີດໃຫ້ ຫວຽດນາມ

ກອງປະຊຸມໂອ້ລົມ ອາຊີ​ຕາ​ເວັນ​ຕົກ ​ແລະ ອາຊີ​ຕາ​ເວັນ​ອອກ: ບັນດາການເຈາະຈິ້ມເປີດໃຫ້ ຫວຽດນາມ

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ຫວຽດນາມ ​ໄດ້​ສົມທົບ​ກັບສະຖາບັນຄົ້ນຄ້ວາບໍລິຫານ ແລະ ​ນະ​ໂຍບາຍ ​ອີຣານ (Governance and Policy Think Tank of Iran (GPTT)) ຈັດ​ຕັ້ງ​ກອງປະຊຸມໂອ້ລົມທາງອອນໄລ ດ້ວຍ​ຫົວ​ຂໍ້ “ອາຊີ​ຕາ​ເວັນ​ຕົກ ​ແລະ ອາຊີ​ຕາ​ເວັນ​ອອກ: ບັນດາຈຸດຄ້າຍຄື​ກັນ ​ແລະ ...

​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ຂອງນະຄອນ ໂຮ່ຈີ​ມິນ ​ເຂົ້າ​ເຖິງ ​ແລະ​ເປີດ​ກວ້າງຕະຫຼາດ​ຢູ່ກາ​ນາ​ດາ

​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ຂອງນະຄອນ ໂຮ່ຈີ​ມິນ ​ເຂົ້າ​ເຖິງ ​ແລະ​ເປີດ​ກວ້າງຕະຫຼາດ​ຢູ່ກາ​ນາ​ດາ

ຍສໝ - ວັນທີ 9 ສິງຫາ, ສະມາຄົມນັກທຸລະກິດຫວຽດນາມ ການາດາ (VCBA) ແລະ ສູນສົ່ງເສີມການຄ້າ ແລະການລົງທຶນ ນະຄອນ ໂຮ່ຈີມິນ (ITPC) ໄດ້ດຳເນີນກອງປະຊຸມແນໃສ່ຊ່ວຍວິສາຫະກິດສົ່ງອອກຂອງນະຄອນ ໂຮ່ຈີມິນ ເຂົ້າເຖິງການເປີດກວ້າງຕະຫຼາດຢູ່ການາດາ. ການເຮັດວຽກ​ໄດ້​ຈັດ​ຂຶ້ນ​ໃນ​ຮູບ​ແບບເຊິ່ງ​ຫນ້າ​ ແລະ ​ອອນ​ໄລ

ມີງດຶກ

ເຫດການ
302 Found

Found

The document has moved here.