ຊາວຫວຽດນາມຢູ່ລາວ ຂົນຂວາຍບໍລິຈາກເຄື່ອງຊ່ວຍເຫຼືອພີ່ນ້ອງຮ່ວມຊາດ

10:20 | 02/10/2024

ສໝ - ຫວ່າງແລ້ວນີ້, ໂດຍຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຂອງ ​ທ່ານເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫງຽດນາມ ໂຕເລີມ ​ແລະ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ສະຖານທູດ​ຫວຽດນາມ ປະຈຳ​ລາວ ​ໄດ້​ຈັດ​ພິທີ​ປຸກລະດົມການຂົນຂວາຍບໍລິຈາກ​ເຄື່ອງ​ຊ່ວຍ​ເຫຼືອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລົມ​ພາຍຸ​ລູກທີ 3.

ຈະມີຫຼາຍນະໂຍບາຍໜູນຊ່ວຍເພື່ອແກ້ໄຂຟື້ນຟູຜົນສະທ້ອນຂອງພະຍຸລູກທີ 3
ຊາວຫວຽດນາມ ຢູ່ຕ່າງປະເທດ ມຸ່ງໄປເຖິງປະຊາຊົນທີ່ຖືກຮັບຜົນກະທົບຈາກພະຍຸ ແລະນ້ຳຖ້ວມ ຢູ່ບ້ານເກີດເມືອງນອນ

ດ້ວຍ​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ​ຫວຽດນາມ “ຊ່ວຍເຫຼືອຮັກແພງ​ເຊິ່ງກັນ ​ແລະ ກັນ”, “​ໃບຕອງດີຕຸ້ມຫໍ່ເອົາໃບຕອງຂາດ” ​ແລະ ບົນ​ພື້ນຖານ​ການ​ພົວພັນ​ແບບ​ພິ​ເສດ “​ຮ່ວມທຸກຮ່ວມສຸກ” “ແບ່ງປັນ​ຄວາມສຸກ”, ລະຫວ່າງ ​ສອງ​ປະ​ເທດ ລາວ​ - ຫວຽດນາມ. ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຊຸກຍູ້ບັນດາອົງການ, ຄະນະສະມາຄົມ, ວິສາຫະກິດ ແລະ ຜູ້ມີໃຈສັດທາທີ່ພວມຮ່ຳຮຽນ, ດຳເນີນທຸລະກິດ ແລະ ດຳລົງຊີວິດຢູ່ລາວ ປະກອບສ່ວນບໍລິຈາກເຄື່ອງຊ່ວຍເຫຼືອພີ່ນ້ອງຮ່ວມຊາດ ເຂດພາກເໜືອ ຫວຽດນາມ ແລະ ລາວ ທີ່ໄດ້ຮັບຜົນກະທົບຈາກພະຍຸ ແລະ ໄພນ້ຳຖ້ວມທີ່ເກີດຈາກພາຍຸລູກທີ 3.

Đại sứ quán Việt Nam tại Lào tổ chức quyên góp giúp người dân hai nước khắc phục hậu quả thiên tai.  ສະຖານທູດ ຫວຽດນາມ ປະຈຳ ລາວ ຈັດ​ຕັ້ງ​ການ​ບໍລິຈາກ​ເຄື່ອງເພື່ອ​ຊ່ວຍ​ເຫຼືອ​ປະຊາຊົນ 2 ປະ​ເທດ​ ຜ່ານ​ຜ່າ​ຜົນ​ຮ້າຍ​ຈາກໄພພິບັດທາງ​ທຳ​ມະ​ຊາດ.

ສະຖານທູດ ຫວຽດນາມ ປະຈຳ ລາວ ຈັດ​ຕັ້ງ​ການ​ຂົນຂວາຍບໍລິຈາກ​ເຄື່ອງເພື່ອ​ຊ່ວຍ​ເຫຼືອ​ປະຊາຊົນ 2 ປະ​ເທດ​ ຜ່ານ​ຜ່າ​ຜົນ​ຮ້າຍ​ຈາກໄພພິບັດທາງ​ທຳ​ມະ​ຊາດ.

Đại diện các cơ quan, hội đoàn, doanh nghiệp và nhà hảo tâm đang làm ăn và sinh sống tại Lào tham gia quyên góp.  ຜູ້ຕາງໜ້າບັນດາອົງການ, ຄະນະສະມາຄົມ, ວິສາຫະກິດ ແລະ ຜູ້ມີໃຈສັດທາທີ່ພວມຮ່ຳຮຽນ, ດຳເນີນທຸລະກິດ ແລະ ດຳລົງຊີວິດຢູ່ລາວ ເຂົ້າຮ່ວມບໍລິຈາກ.

ຜູ້ຕາງໜ້າບັນດາອົງການ, ຄະນະສະມາຄົມ, ວິສາຫະກິດ ແລະ ຜູ້ມີໃຈສັດທາທີ່ພວມຮ່ຳຮຽນ, ດຳເນີນທຸລະກິດ ແລະ ດຳລົງຊີວິດຢູ່ລາວ ເຂົ້າຮ່ວມບໍລິຈາກ.

ໃນພິທີ, ທ່ານ ຟານມິງຈຽ໋ນ​ ອຸປະທູດຊົ່ວຄາວ ສະຖານທູດ ​ຫວຽດນາມ ປະຈຳ​ລາວ ​ໄດ້​ແບ່ງປັນ​ຂໍ້​ມູນ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍທາງດ້ານຊີວິດອິນຊີ ​ແລະ ຊັບ​ສິນ​ທີ່​ເກີດ​ຈາກ​ພະຍຸ​ເລກທີ 3 (Yagi) ຢູ່​ບັນດາ​ແຂວງ​ພາກ​ເໜືອ​ຂອງ ​ຫວຽດນາມ ແລະ ພາກເໜືອຂອງ ລາວ ວ່າ ​ໃນ​ຊຸມ​ມື້ທີ່ຜ່ານ​ມາ​ນີ້, ປະຊາ​ຄົມຊາວ​ຫວຽດນາມ​ ຢູ່​ລາວ​ ໄດ້ເປັນເຈົ້າການ​ຈັດ​ຕັ້ງ​ການ​ບໍລິຈາກ, ໜູນ​ຊ່ວຍ​ໂດຍ​ກົງ​ໃຫ້​ບັນດາ​ອົງການຈັດຕັ້ງ, ອົງການທີ່ມີໜ້າທີ່ໃນ​ປະ​ເທດ ​ແລະ ອົງການທີ່ມີໜ້າທີ່ຂອງ​ລາວ ເພື່ອປະກອບສ່ວນຊ່ວຍ​ເຫຼືອ​ ປະຊາຊົນ 2 ​ປະ​ເທດ​ ຜ່ານ​ຜ່າ​ຜົນ​ຮ້າຍ​ຈາກໄພພິບັດທາງ​ທຳ​ມະ​ຊາດ.

ສິ້ນ​ສຸດ​ການ​ບໍລິຈາກ, ບັນດາ​ກົມກອງລວມໝູ່, ບຸກຄົນ, ບັນດາ​ອົງການ​ຜູ້ຕາງໜ້າ ​ຫວຽດນາມ ປະຈໍາ ​ລາວ ​ແລະ ບັນດາ​ວິ​ສາ​ຫະກິດ ຫວຽດນາມ ທີ່ກໍາລັງລົງທຶນດຳ​ເນີນ​ທຸລະ​ກິດ​ຢູ່ ລາວ ​ໄດ້ອຸປະຖຳ​ເງິນ​ ປະມານ 1,4 ຕື້​ດົ່ງຫວຽດນາມ.

ສະຖານທູດ ຫວຽດນາມ ປະຈຳ ລາວ ຈະຫັກເງິນບໍລິຈາກຈຳນວນໜຶ່ງ ເພື່ອມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງ ລາວ ແລະ ສ່ວນທີ່ຍັງເຫຼືອແມ່ນຈະສົ່ງໃຫ້ ຄະນະກໍາມະກາ ສູນກາງແນວໂຮມປະເທດຊາດ ຫວຽດນາມ ເພື່ອແນໃສ່ປະກອບສ່ວນຊ່ວຍເຫຼືອປະຊາຊົນເຂດປະສົບໄພທຳມະຊາດຂອງ 2 ​ປະ​ເທດ​ ໃຫ້ມີຊີວິດການເປັນຢູ່ທີ່ເປັນປົກກະຕິໄດ້ໄວທີ່ສຸດ.

ຊ່ວຍເຫຼືອປະຊາຊົນແຂວງຫຼວງນ້ຳທາ (ລາວ) ທີ່ໄດ້ຮັບຜົນກະທົບຈາກພາຍຸ Yagi

ຊ່ວຍເຫຼືອປະຊາຊົນແຂວງຫຼວງນ້ຳທາ (ລາວ) ທີ່ໄດ້ຮັບຜົນກະທົບຈາກພາຍຸ Yagi

ຍສໝ - ວັນທີ 19-20 ກັນຍາ 2024, ຄະນະປະຕິບັດງານສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ຫຼວງພະບາງ, ພ້ອມດ້ວຍພະເຖລານຸເຖລະ, ພຸດທະສາສະນິກະຊົນຂອງວັດ ເຟີດຕິກ, ວັດ ໂສກປ່າຫຼວງ ຢູ່ນະຄອນຫຼວງວຽງຈັນ, ຜູ້ຕາງໜ້າຄະນະບໍລິຫານງານສະມາຄົມວິສາຫະກິດ ຫວຽດນາມ ​ຢູ່​ພາກ​ເໜືອ​ລາວ ​ແລະ ບັນດາຜູ້​ມີຄວາມເມດຕາ ຫວຽດນາມ - ລາວ ...

FAVIJA ມອບ​ເງິນ 200 ລ້ານ​ດົ່ງ​​ຊ່ວຍເຫຼືອ​ປະຊາຊົນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ພະຍຸ​ລູກທີ 3 (ພາຍຸຢາກີ)

FAVIJA ມອບ​ເງິນ 200 ລ້ານ​ດົ່ງ​​ຊ່ວຍເຫຼືອ​ປະຊາຊົນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ພະຍຸ​ລູກທີ 3 (ພາຍຸຢາກີ)

ຍສໝ - ຈໍານວນເງິນທີ່ໄດ້ຮັບການບໍລິຈາກໂດຍສະມາຊິກສະມາຄົມ ແລະ ສາຂາທີ່ຂື້ນກັບ FAVIJA ໃນນັ້ນ ມີການປະກອບສ່ວນຈາກສະມາຊິກຂອງສະໂມສອນ Karate-do ແລະ ການບໍລິຈາກກັບທີ່ຂອງສອງການແຂ່ງຂັນບານເຕະທີ່ຈັດຂື້ນໂດຍ FAVIJA ເຊິ່ງຫາກໍ່ຈັດຂື້ນເມື່ອວັນທີ 15 ກັນຍາຢູ່ເຂດ Chubu ແລະ Kyushu ຂອງຍີ່ປຸ່ນ.

ທອງມີ ສີຫາວົງ

ເບິ່ງເພີ່ມເຕີມໃນ: ຊີວິດການເປັນຢູ່

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.