ການສົມດຸນລະຫວ່າງການພັດທະນາການທ່ອງທ່ຽວ ແລະ ການອະນຸລັກມໍລະດົກວັດທະນະທໍາ ຫວຽດນາມ - ຍີ່ປຸ່ນ

09:43 | 10/10/2024

ຍສໝ - ການສຳມະນາດ້ານການທ່ອງທ່ຽວລະຫວ່າງ ຫວຽດນາມ -ຍີ່ປຸ່ນ ຄັ້ງທີ 2 ໂດຍມີຫົວຂໍ້ວ່າ “ການສົມດຸນລະຫວ່າງການພັດທະນາການທ່ອງທ່ຽວ ແລະ ການອະນຸລັກມໍລະດົກວັດທະນະທໍາ ຫວຽດນາມ - ຍີ່ປຸ່ນ ຮ່ວມມືມຸ່ງໄປເຖິງການທ່ອງທ່ຽວແບບຍືນຍົງ” ຈັດຂຶ້ນໃນວັນທີ 2 ຕຸລາ ຢູ່ນະຄອນຫຼວງ ຮ່າໂນ້ຍ.

ສື່​ມວນ​ຊົນ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຍີ່ປຸ່ນ ຍ້ອງຍໍ​ສັນລະເສີນການ​ປະກອບສ່ວນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ
ຫວຽດນາມ - ຍີ່ປຸ່ນ ສົມທົບກັນປະຕິບັດບັນດາການເຄື່ອນໄຫວຮ່ວມມື ແລະ ພົບປະແລກປ່ຽນຫຼາຍຢ່າງ

ເຫດການ​ໂດຍ​ສະຖາບັນ​ຄົ້ນຄວ້າການ​ພັດທະນາ​ການທ່ອງທ່ຽວ​ ຫວຽດນາມ (ITDR) ແລະ ​ສະຖາບັນ​ຄົ້ນຄວ້າ​ການ​ຄົມມະນາຄົມ ແລະ ​ການທ່ອງທ່ຽວ ​ຍີ່ປຸ່ນ (JTTRI) ສົມທົບກັນຈັດຕັ້ງທາງອ່ອນລາຍ ມີຈຸດປະສົງ​ເພື່ອ​ແລກປ່ຽນ ​ແລະ​ປຶກສາ​ຫາລື​ກ່ຽວ​ກັບ​ນະໂຍບາຍ​, ​ວິທີ​ການແກ້​ໄຂມາດຕະການ​ທີ່​ເໝາະສົມ​ເພື່ອ​ຮັກສາ​ ແລະ​ ພັດທະນາ​ການທ່ອງທ່ຽວບັນດາຄູນຄ່າ​​ດ້ານ​ວັດທະນະທຳ​ແບບຍືນຍົງ​ ​ໂດຍ​ບໍ່​ສ້າງ​ຄວາມ​ກົດດັນ​ຕໍ່​ສິ່ງແວດລ້ອມ ​ແລະ ​ມໍລະດົກ.

ການສົມດຸນລະຫວ່າງການພັດທະນາການທ່ອງທ່ຽວ ແລະ ການອະນຸລັກມໍລະດົກວັດທະນະທໍາ ຫວຽດນາມ - ຍີ່ປຸ່ນ

ບັນດາ​ຜູ້​ແທນ​ໄດ້​ແບ່ງປັນ ​ແລະ ສະ​ເໜີ​ບັນດາ​ວິທີການ​ແກ້​ໄຂ​ເພື່ອອະນຸລັກ​ຮັກສາ ​ແລະ ຊຸກຍູ້​ບັນດາ​ຄຸນຄ່າ​ມໍລະດົກ​ວັດທະນະທຳ​ໃນ​ການ​ພັດທະນາ​ການທ່ອງທ່ຽວ. (ແຫຼ່ງຂ່າວ: ໜັງສືພິມ ປະຊາຊົນ).

ໃນ​ການ​​ສຳມະນາ​ຄັ້ງ​ນີ້ ​ຜູ້​ຊ່ຽວຊານ​ຈາກ​ທັງ​ສອງ​ປະເທດ​ໄດ້​ແບ່ງປັນ​ປະສົບການ​ກ່ຽວ​ກັບ​ການ​ພັດທະນາ​ການທ່ອງທ່ຽວ​ໃນ​ບັນດາບ້ານ​ວັດທະນະທໍາ ແລະ ​ສະຖານທີ່​ມໍລະດົກ​ທີ່​ມີ​ຊື່ສຽງ ເຊິ່ງ​ດຶງດູດ​ນັກທ່ອງທ່ຽວ​ຈໍານວນ​ຫຼາຍ. ພວກ​ເຂົາ​ຢືນຢັນ​ວ່າ ການ​ຮັກສາ​ວັດທະນະທໍາ ແລະ ​ການ​ອະນຸລັກ​ມໍລະດົກ​ແມ່ນ​ປັດໄຈ​ສຳຄັນ​ໃນ​ການ​ດຶງດູດ​ນັກທ່ອງທ່ຽວ. ນອກຈາກນັ້ນ ການ​ຂຸດຄົ້ນ​ການທ່ອງທ່ຽວ​ຕ້ອງ​ມຸ່ງໄປເຖິງ​ແບບ​ຍືນຍົງ ບົນພື້ນຖານເສີມຂະຫຍາຍຄຸນຄ່າ​ດ້ານ​ວັດທະນະທໍາ, ​ປົກປັກຮັກສາ​ສິ່ງແວດລ້ອມ ແລະ​ ການລ້ຽງຊີບ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.

ທ່ານ ຟ້າມວັນຖຸຍ ຮອງຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ສັງກັດກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ຫວຽດນາມ ດ້ວຍທິວທັດທໍາມະຊາດທີ່ອຸດົມສົມບູນ, ວັດທະນະທໍາມີສີສັນສະເພາະ ແລະ ມີຫຼາຍຮູບແບບ ໄດ້ກາຍເປັນຈຸດປາຍທາງທີ່ໜ້າສົນໃຈສຳລັບນັກທ່ອງທ່ຽວສາກົນມາແຕ່ດົນນານແລ້ວ.

ກ່າວຄຳປາໄສຢູ່ນີ້ , ທ່ານ ຮິລາຊິມາ ຕາກາຊິ ຮອງຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຍີ່ປຸ່ນ ໄດ້ຢືນຢັນວ່າ ທັງສອງປະເທດມີຈຸດຄ້າຍຄືກັນຫຼາຍດ້ານວັດທະນະທໍາ ແລະ ການທ່ອງທ່ຽວ. ໂດຍສະເພາະ ການທ່ອງທ່ຽວທີ່ມີມໍລະດົກວັດທະນະທໍານັ້ນ ນຳມາເຊິ່ງຄຸນຄ່າຫຼາຍຢ່າງ ປະກອບສ່ວນໃນການຫຼໍ່ລ້ຽງຄວາມພູມໃຈຂອງປະຊາຊົນກ່ຽວກັບບ້ານເກີດເມືອງນອນ, ປະເທດຊາດ; ຍົກສູງຄວາມຮັບຮູ້ ແລະ ຄວາມເຄົາລົບນັບຖືເຊິ່ງກັນແລະກັນລະຫວ່າງບັນດາພື້ນຖານວັດທະນະທໍາ, ເຂດພາກພາຍໃນປະເທດ ແລະ ລະຫວ່າງປະເທດຕ່າງໆ; ສ້າງບັນດາຜະລິດຕະພັນທີ່ເໝາະສົມ ພ້ອມກັບກົນໄກເສດຖະກິດ, ບຳລຸງສ້າງບຸກຄະລາກອນ ແລະ ປົກປັກຮັກສາສິ່ງແວດລ້ອມໃນບໍລິເວນມໍລະດົກ.

ເພື່ອພັດທະນາ​ການທ່ອງທ່ຽວ​ມໍລະດົກ​ວັດທະນະທຳ​ແບບ​ຍືນ​ຍົງ, ທ່ານ ຫວຽນແອັງຕວນ ຫົວໜ້າສະຖາບັນຄົ້ນຄວ້າການພັດທະນາການທ່ອງທ່ຽວ ຫວຽດນາມ ໄດ້ສະເໜີບັນດາຂໍ້ສະເໜີແນະກ່ຽວກັບການສ້າງລະບົບກົນໄກ, ນະໂຍບາຍກ່ຽວກັບການຄຸ້ມຄອງ, ອະນຸລັກ ແລະ ພັດທະນາມໍລະດົກ, ການຍົກສູງຄວາມສາມາດໃນການຄຸ້ມຄອງ. ພ້ອມກັນນັ້ນ ແມ່ນກົນໄກໃນການວາງແຜນພັດທະນາໂຄງລ່າງພື້ນຖານ ແລະ ການບໍລິການທ່ອງທ່ຽວ , ການຫັນເປັນສັງຄົມ ແລະ ຊຸມຊົນ, ບຳລຸງສ້າງບຸກຄະລາກອນການທ່ອງທ່ຽວທີ່ກ່ຽວຂ້ອງກັບການທ່ອງທ່ຽວມໍລະດົກ. ພ້ອມກັນນັ້ນ ຍັງຕ້ອງເພີ່ມທະວີຊຸກຍູ້ການທ່ອງທ່ຽວ, ບູຣິມະສິດຈັດແບ່ງປັນຊັບພະຍາກອນມະນຸດທີ່ເໝາະສົມ ແລະ ເພີ່ມທະວີການລົງທຶນຈາກພາກລັດ ແລະ ເອກະຊົນ.

ບັນດາຜູ້ຊ່ຽວຊານໄດ້ຢືນຢັນວ່າ ການຮັກສາວັດທະນະທໍາ ແລະ ການອະນຸລັກມໍລະດົກ ແມ່ນປັດໄຈສຳຄັນໃນການດຶງດູດນັກທ່ອງທ່ຽວ. ພ້ອມກັນນັ້ນ ການພັດທະນາການທ່ອງທ່ຽວຕ້ອງເຮັດແບບຍືນຍົງ ບົນພື້ນຖານເສີມຂະຫຍາຍຄູນຄ່າດ້ານວັດທະນະທໍາ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການຫາລ້ຽງຊີບ, ຊີວິດການເປັນຢູ່ຂອງປະຊາຊົນ.

ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳຕິດພັນ​ປະຊາ​ຄົມ ​ແລະ ປັບປຸງການ​ພົວພັນ​ມິດຕະພາບ​ ຫວຽດນາມ - ຍີ່ປຸ່ນ

ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳຕິດພັນ​ປະຊາ​ຄົມ ​ແລະ ປັບປຸງການ​ພົວພັນ​ມິດຕະພາບ​ ຫວຽດນາມ - ຍີ່ປຸ່ນ

ຍສໝ - ລາຍການດົນຕີບ້ານເກີດເມືອງນອນ 2024 ແມ່ນເຫດການທີ່ມີຄວາມໝາຍອັນໃຫຍ່ຫຼວງສຳລັບປະຊາຄົມຊາວ ຫວຽດນາມ ຢູ່ເຂດ Kansai ເພາະວ່າສະຖານທີ່ແຫ່ງນີ້ ບໍ່ຄ່ອຍໄດ້ດຳເນີນບັນດາເຫດການວັດທະນະທຳໃຫຍ່ສຳລັບປະຊາຄົມຊາວ ຫວຽດນາມ ຫຼາຍປານໃດ.

ເທື່ອທຽນເຫວ້ ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການປັບປຸງ, ​ເພີ່ມ​ທະວີ ​ແລະ ຜັນຂະຫຍາຍສາຍພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ

ເທື່ອທຽນເຫວ້ ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການປັບປຸງ, ​ເພີ່ມ​ທະວີ ​ແລະ ຜັນຂະຫຍາຍສາຍພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ

ຍສໝ - ນີ້​ແມ່ນ​ຂໍ້​ສັງ​ເກດ​ຂອງ​ທ່ານ Hitomi Tatsuya, ຜູ້ອຳນວຍການພະແນກພົວພັນຕ່າງປະເທດຂອງແຂວງ Nara (ຍີ່​ປຸ່ນ) ທີ່​ການ​ພົບ​ປະ​ກັບ​ການ​ນຳ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເທື່ອ​ທຽນ​ເຫ້ວ ​ເນື່ອງ​ໃນ​ການຢ້ຽມຢາມ ແລະ ​ເຮັດ​ວຽກ​ຂອງຄະນະ​ປະຕິບັດງານ​ຢູ່​ແຂວງ ເທື່ອ​ທຽນ​ເຫ້ວ ໃນວັນທີ 21 ມີນາ.

ແທັງຮັ່ງ

302 Found

Found

The document has moved here.