ການ​ນຳ​ພັກ​, ​ລັດ​ ຫວຽດ​ນາມ ​ສົ່ງໂທລະເລກອວຍພອນສະ​ເຫຼີມ​ສະ​ຫຼອງ 75 ປີ​ແຫ່ງ​ວັນ​ຊາດ​ຈີນ

10:17 | 02/10/2024

ຍສໝ -​ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາທາລະນະ​ລັດ​ປະຊາຊົນ​ຈີນ (1 ຕຸລາ 1949 – 1 ຕຸລາ 2024), ສະຫາຍ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ ຫວຽດນາມ, ປະທານ​ປະ​ເທດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ໂຕເລີມ ໄດ້ມີໂທລະເລກ​ສົ່ງຄວາມ​ຊົມ​ເຊີຍ​ເຖິງ ສະຫາຍ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດຈີນ​, ປະທານ​ປະ​ເທດສາທາລະນະ​ລັດ​ປະຊາຊົນ​ຈີນ ສີ​ຈິ້ນ​ຜິງ.

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ-ລາວ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການສ້າງນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ
ກອງປະຊຸມສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະ​ຖານ​ທູດ​ ກູ​ບາ ປະ​ຈຳ​ ໄຕ​ນິງ

​ໃນໂທລະເລກ​ອວຍພອນ, ການ​ນຳ​ພັກ, ລັດ ຫວຽດນາມ ​ໄດ້​ສະ​ແດງ​ຄວາມຕີລາຄາສູງ​ ແລະ ຊົມ​ເຊີຍ​ບັນດາ​ຜົນງານ​ອັນ​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ປະຕິ​ຮູບການ​ເປີດປະຕູທີ່​ພັກ, ລັດ ​ແລະ ປະຊາຊົນ​ຈີນ ບັນລຸ​ໄດ້​ໃນ 75 ປີຜ່ານມາ; ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳພາ​ຂອງສູນ​ກາງ​ພັກ​ກອມ​ມູນິດ​ຈີນ ໂດຍສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິ​ງ ​ເປັນ​ແກນ​ນຳ, ຈີນ​ ຈະປະຕິບັດ​ສຳເລັດບັນດາເປົ້າໝາຍ, ໜ້າທີ່​ພັດທະນາ​ຍຸດ​ທະ​ສາດທີ່ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 20 ຂອງ​ພັກ​ກອມ​ມູນິດ​ຈີນ ໄດ້ວາງອອກຢ່າງມີໄຊ, ສ້າງສາປະ​ເທດ​ຈີນ​ໃຫ້​ກາຍ​ເປັນ​ປະ​ເທດ​ທີ່​ທັນ​ສະ​ໄໝ, ຮັ່ງມີ, ​ເຂັ້ມ​ແຂງ, ມີປະຊາທິປະ​ໄຕ, ສີວິໄລ, ກົມກຽວ​ກັນ ​ແລະ ສວຍ​ງາມ ໂດຍໄວ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາຢ່າງຈະເລີນຮຸ່ງເຮືອງ ຢູ່​ພາກ​ພື້ນ​ ແລະ​ ໃນໂລກ.

ການ​ນຳ​ພັກ​, ​ລັດ​ ຫວຽດ​ນາມ ​ສົ່ງໂທລະເລກອວຍພອນສະ​ເຫຼີມ​ສະ​ຫຼອງ 75 ປີ​ແຫ່ງ​ວັນ​ຊາດ​ຈີນ

ການ​ນຳ​ພັກ​, ​ລັດ, ສະພາແຫ່ງຊາດຫວຽດ​ນາມ ​ໄດ້ສົ່ງໂທລະເລກອວຍພອນເຖິງບັນດາການນຳຈີນ ເນື່ອງໃນໂອກາດສະ​ເຫຼີມ​ສະ​ຫຼອງ 75 ປີ​ແຫ່ງ​ວັນ​ຊາດ​ຈີນ (ພາບ​ປະກອບ).

ໂດຍເນັ້ນ​ໜັກ​ວ່າ ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ຍາມ​ໃດ​ກໍ່​ກຳນົດການ​ເພີ່ມ​ທະວີ ​ແລະ ພັດທະນາ​ການ​ພົວພັນ​ທີ່ໝັ້ນຄົງ, ປອດໃສ, ມິດຕະພາບໃນການຮ່ວມມືກັບ​ຈີນ ​ແມ່ນການຄັດເລືອກຍຸດ​ທະ​ສາດ, ບຸລິມະສິດ​ອັນ​ດັບ​ໜຶ່ງ​ໃນ​ແນວທາງການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນ​ເປັນ​ຫຼາຍ​ຝ່າຍ, ຫັນ​ເປັນ​ຫຼາຍຮູບຫຼາຍແບບການ​ພົວພັນທາງການທູດຂອງ ຫວຽດນາມ, ບັນດາສະຫາຍການ​ນຳ​ພັກ, ລັດ ຫວຽດນາມ ຢືນຢັນ​ຄວາມ​ພ້ອມທີ່ຈະພ້ອມກັບການ​ນຳ​ຂັ້ນ​ສູງ​ຈີນ ​​ຮັກສາ​ການ​ພົບ​ປະ​ແລກປ່ຽນຢ່າງ​ເປັນ​ປະຈຳ, ເພີ່ມ​ທະວີ​ການກຳນົດ​ທິດ​ຍຸດ​ທະ​ສາດ​ໃຫ້​ແກ່​ການ​ພົວພັນ​ສອງ​ຝ່າຍຕາມຄວາມ​ຮັບ​ຮູ້ລວມ​ຂັ້ນ​ສູງ; ເພີ່ມພູນຄູນສ້າງ, ປັບປຸງສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ພັກ, ສອງລັດຢ່າງບໍ່ຢຸດຢັ້ງ, ຍົກສູງຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ກໍ່ສ້າງ​ປະຊາ​ຄົມ​ແບ່ງປັນອານາຄົດ ຫວຽດນາມ - ຈີນ ​ພັດທະນາ​ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບແທດຈິງ, ມີ​ປະສິດທິ​ຜົນ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ, ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ເຈີ່ນແທ່ງ​ເໝິນ ກໍ່​ໄດ້​ສົ່ງໂທລະເລກອວຍພອນ​ເຖິງ​ທ່ານ​ນາຍົກລັດຖະມົນຕີຈີນ ຫຼີສຽງ ແລະ ຫົວໜ້າກຳມະການ ຄະນະ​ປະຈຳກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຈີນ ຊ່າວເລຈີ່.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດນາມ ບຸ່ຍ​ແທງ​ເຊີນ, ປະ​ທານ​ຄະ​ນະກຳມະການຊີ້​ນຳ​ການ​ຮ່ວມ​ມື​ສອງຝ່າຍ​ຫວຽດ​ນາມ - ຈີນ ກໍ່ໄດ້​ສົ່ງ​ໂທລະເລກອວຍພອນ​ເຖິງ​ສະ​ຫາຍ ຫວ່າງອີ, ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານພົວພັນ​ຕ່າງປະ​ເທດ​ສູນ​ກາງ, ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດຈີນ, ປະທານ​ຄະນະກຳມະການ​ຊີ້​ນຳ​ການ​ຮ່ວມ​ມື​ສອງ​ຝ່າຍ​ຈີນ-ຫວຽດນາມ.

ຄູ​ອາ​ຈານ ແລະ ນັກ​ສຶກ​ສາ​ຂອງ​ໂຮງ​ຮຽນ​ສອງ​ພາ​ສາ​ຫງວຽນ​ຢູ ລາວ-ຫວຽດ​ນາມ ສະ​ເຫຼີມ​ສະ​ຫຼອງ​ປີໃໝ່ຕາມປະເພນີ ຫວຽດນາມ 2024

ຄູ​ອາ​ຈານ ແລະ ນັກ​ສຶກ​ສາ​ຂອງ​ໂຮງ​ຮຽນ​ສອງ​ພາ​ສາ​ຫງວຽນ​ຢູ ລາວ-ຫວຽດ​ນາມ ສະ​ເຫຼີມ​ສະ​ຫຼອງ​ປີໃໝ່ຕາມປະເພນີ ຫວຽດນາມ 2024

ຍສໝ - ​ເຂົ້າ​ຮ່ວມ​ບັນຍາກາດ​ຟົດ​ຟື້ນ​ມ່ວນ​ຊື່ນ​ເພື່ອ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ຂອງ​ຢາ​ບ​ທຽນ, ຕອນ​ເຊົ້າ​ວັນ​ທີ 1 ກຸມພາ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ໂຮງຮຽນ​ສອງ​ພາສາ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ຈັດ​ຕັ້ງ​ລາຍການ​ສະ​ແດງ​ຄວາມ​ມ່ວນ​ຊື່ນ​ຕ້ອນຮັບປີໃໝ່ຕາມປະເພນີ ຫວຽດນາມ 2024

ນັກ​ສຶກ​ສາ​ລາວ ແລະ ກຳ​ປູ​ເຈຍ​ສະ​ເຫຼີມ​ສະ​ຫຼອງ​ປີ​ໃຫມ່​ຫວຽດ​ນາມ

ນັກ​ສຶກ​ສາ​ລາວ ແລະ ກຳ​ປູ​ເຈຍ​ສະ​ເຫຼີມ​ສະ​ຫຼອງ​ປີ​ໃຫມ່​ຫວຽດ​ນາມ

ຍສໝ - ​ຊົມຖະໜົນຫົນທາງທີ່ເຕັມໄປດ້ວຍສີສັນ, ມ່ວນຊື່ນກັບອາຫານພື້ນເມືອງໃນຍາມບຸນເຕັດ, ຮັບເງິນໂຊກ... ແມ່ນກິດຈະກຳທີ່ເຮັດໃຫ້ໄວໜຸ່ມລາວ ແລະ ກຳພູຊາ ມີຄວາມຕື່ນຕົວໃນບຸນເຕັດ ຫວຽດນາມ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.