ຫວຽດນາມ ຍາມໃດກໍ່ຖືປະຊາຊົນເປັນໃຈກາງໃນທຸກນະໂຍບາຍ ແລະການກະທຳ

21:33 | 17/10/2024

ຍສໝ - ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ດືກເຝີກ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືປະຊາຊົນເປັນໃຈກາງໃນທຸກນະໂຍບາຍ ແລະການກະທຳ, ພະຍາຍາມສູ້ຊົນເພື່ອໃຫ້ບັນດາຜົນສຳເລັດທາງເສດຖະກິດນຳມາເຊິ່ງການຫັນປ່ຽນທີ່ຕັ້ງໜ້າຕໍ່ການພັດທະນາ ແລະຄວາມຍຸຕິທໍາສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ພັດທະນາໄປຕາມທິດທາງສີຂຽວກວ່າ ແລະ ຍືນຍົງກວ່າ.

ນັກສຶກສາລາວ ແລະກຳປູເຈຍ ສາມາດເບິ່ງຮູບເງົາ “Đào, Phở và Piano”
ກອງປະຊຸມຂັ້ນສູງ NAM ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19

ຕອນບ່າຍ ວັນທີ 8 ຕຸລາ 2024, ໃນຂອບເຂດ ກອງປະຊຸມ Hamburg ກ່ຽວກັບການພັດທະນາແບບຍືນຍົງ (HSC) ໄດ້ຈັດຂຶ້ນຢູ່ນະຄອນ Hamburg, ສາທາລະນະລັດ ສະຫະພັນ ເຢຍລະມັນ, ທ່ານ ຮອງນາຍົກລັດຖະມົນຕີ ໂຮ່ດືກເຝີກ ໄດ້ເຂົ້າຮ່ວມ ແລະ ເປັນຜູ້ປາຖະກະຖາຫຼັກໃນວາລະການສຳມະນາ​ ກ່ຽວກັບ “ການປັບປຸງໂຄງສ້າງລະບົບເສດຖະກິດຄືນໃໝ່ເພື່ອອະນາຄົດທີ່ຍືນຍົງ”.

ເຂົ້າຮ່ວມວາລະການສຳມະນາຍັງມີທ່ານນາງ Joyelle Clarke, ລັດຖະມົນຕີກະຊວງພັດທະນາແບບຍືນຍົງ, ສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ ແລະ ມອບສິດໃຫ້ແກ່ຜູ້ມີສິດເລືອກຕັ້ງຂອງ Saint Kitts and Nevis, ທ່ານນາງ Pamela Coke-Hamilton, ຫົວໜ້າຝ່າຍບໍລິຫານສູນການເງິນສາກົນ ແລະ ທ່ານນາງ Mavis Owusu-Gyamfi ປະທານສູນການຫັນປ່ຽນເສດຖະກິດອາຟຣິກາ.

ກ່າວຄຳປາໄສໃນວາລະການສຳມະນາ, ທ່ານ ຮອງນາຍົກລັດຖະມົນຕີ ໂຮ່ດືກເຝີກ ໄດ້ກ່າວວ່າ ສະພາບການຂອງໂລກໃນປັດຈຸບັນ ກັບບັນດາການປະທະກັນ, ການແກ່ງແຍ້ງແຂ່ງຂັນທາງຍຸດທະສາດ ແລະ ບັນດາຄວາມສ່ຽງດ້ານປ້ອງກັນຄວາມໝັ້ນຄົງແບບໃໝ່ ພວມສົ່ງຜົນກະທົບຢ່າງຮຸນແຮງຕໍ່ແຫຼ່ງກຳລັງສຳລັບການພັດທະນາ ກໍ່ຄືການເຮັດສຳເລັດບັນດາເປົ້າໝາຍການພັດທະນາແບບຍືນຍົງໃນປີ 2030 ຖືກຕາມກຳນົດເວລາ.

ຫວຽດນາມ ຍາມໃດກໍ່ຖືປະຊາຊົນເປັນໃຈກາງໃນທຸກນະໂຍບາຍ ແລະການກະທຳ

ທ່ານ ຮອງນາຍົກລັດຖະມົນຕີ ໂຮ່ດືກເຝີກ ໄດ້ເຂົ້າຮ່ວມ ແລະ ເປັນຜູ້ປາຖະກະຖາຫຼັກໃນວາລະການສຳມະນາ​ ກ່ຽວກັບ “ການປັບປຸງໂຄງສ້າງລະບົບເສດຖະກິດຄືນໃໝ່ເພື່ອອະນາຄົດທີ່ຍືນຍົງ”. (ຮູບ: ໜັງສືພິມລັດຖະບານ)

ທ່ານ ຮອງນາຍົກລັດຖະມົນຕີ ເນັ້ນຫນັກວ່າ ປະຊາຄົມສາກົນຄວນນໍາໃຊ້ດີກວ່າບັນດາຜົນສຳເລັດດ້ານວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ຈິນຕະນາການ, ເພື່ອຊອກຫາວິທີການແກ້ໄຂໃໝ່, ແບບວິທີໃໝ່, ການກະທຳລະອຽດໃຫມ່ຕາມທິດທົ່ວໂລກ, ຮອບດ້ານ ແລະ ທົ່ວປວງຊົນ, ເພື່ອຫັນປ່ຽນເສດຖະກິດແຫ່ງຊາດ ແລະ ໂລກຕາມທິດເສດຖະກິດສີຂຽວ, ໝັ້ນຄົງ, ກວມລວມ, ມີໄຫວພິບກວ່າ ແລະ ພັດທະນາຢ່າງກົມກຽວກວ່າອີກ, ອີງໃສ່ທໍາມະຊາດ, ຮັບປະກັນຄວາມຍຸຕິທໍາ, ບໍ່ປະໃຜຢູ່ທາງຫຼັງ.

ເພື່ອເຮັດໄດ້ເປົ້າໝາຍດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ເນັ້ນຫນັກຢູ່ລະດັບຊາດວ່າ ຄວນຍູ້ແຮງການສ້າງຄວາມເຂັ້ມແຂງຜ່ານການປັບປຸງໂຄງສ້າງພື້ນຖານເສດຖະກິດຕິດພັນກັບການຫັນປ່ຽນຮູບແບບການເຕີບໂຕ ແລະ ປ່ຽນແປງໃໝ່ກົນໄກການບໍລິຫານເສດຖະກິດຕາມທິດຍືນຍົງ, ສ້າງເງື່ອນໄຂຄວາມສະດວກໃຫ້ແກ່ວິສາຫະກິດ ແລະ ປະຊາຊົນໃນການເຂົ້າເຖິງບັນດາແຫຼ່ງກຳລັງ ແລະ ໂອກາດໃໝ່.

ຢູ່ໃນລະດັບສາກົນ, ຄວນຍົກສູງຈິດໃຈແຫ່ງຄວາມສາມັກຄີ ແລະ ການພົວພັນຮ່ວມມືທີ່ສະເໝີພາບ, ພ້ອມມີປະໂຫຍດເພື່ອຊ່ວຍເຫຼືອເຊິ່ງກັນແລະກັນໃນການຫັນປ່ຽນ, ພັດທະນາ, ຖ່າຍທອດເຕັກໂນໂລຢີ, ການໜູນຊ່ວຍດ້ານເຕັກນິກ, ຍົກສູງກຳລັງແຮງ ແລະ ໜູນຊ່ວຍກ່ຽວກັບ ກຳລັງແຮງ, ໃນນັ້ນມີການແກ້ໄຂບັນຫາຫນີ້ສິນແບບຍືນຍົງຢ່າງມີປະສິດທິຜົນ.

ພ້ອມກັນນັ້ນ ກໍ່ຄວນຍູ້ແຮງການປັບປຸງໂຄງສ້າງ ແລະ ຫັນປ່ຽນການບໍລິຫານທົ່ວໂລກຄືນໃໝ່, ຕາມທິດມີປະສິດທິຜົນ, ຈະແຈ້ງ ແລະ ຍຸຕິທໍາກວ່າ, ເພື່ອຍົກສູງຄວາມອາດສາມາດໃນການຕ້ານທານ ແລະ ໜູນຊ່ວຍໃຫ້ແກ່ບັນດາພື້ນຖານເສດຖະກິດແຫ່ງຊາດ, ສ້າງເງື່ອນໄຂໃຫ້ແກ່ບັນດາປະເທດກຳລັງພັດທະນາໄດ້ເຂົ້າເຖິງບັນດາບ້ວງກູ້ຢືມ ແລະ ການອຸປະຖຳໃຫ້ບັນດາໂຄງການລົງທຶນສີຂຽວ, ພະລັງງານທົດແທນ ແລະ ບັນດາອຸດສາຫະກໍາທີ່ເປັນມິດກັບສິ່ງແວດລ້ອມ.

ເນື່ອງໃນໂອການີ້, ທ່ານ ຮອງນາຍົກລັດຖະມົນຕີ ຢັ້ງຢືນຄືນບັນດາຄຳໝັ້ນສັນຍາຢ່າງແຮງຂອງລັດຖະບານ ຫວຽດນາມ; ເນັ້ນໜັກຫວຽດນາມ ຍາມໃດກໍ່ຖືປະຊາຊົນເປັນໃຈກາງໃນທຸກນະໂຍບາຍ ແລະ ການກະທຳ, ພະຍາຍາມສູ້ຊົນເພື່ອໃຫ້ບັນດາຜົນສຳເລັດທາງດ້ານເສດຖະກິດນຳໄປສູ່ການຫັນປ່ຽນທີ່ຕັ້ງໜ້າຕໍ່ການພັດທະນາ ແລະ ຄວາມຍຸຕິທຳສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ພັດທະນາໄປຕາມທິດສີຂຽວ ແລະ ຍືນຍົງກວ່າ.

ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຕີລາຄາຢ່າງສູງຕໍ່ການຫນູນຊ່ວຍ, ການຊ່ວຍເຫຼືອຢ່າງມີປະສິດທິຜົນຂອງສາກົນໃຫ້ແກ່ບັນດາຄວາມພະຍາຍາມພັດທະນາ ກໍ່ຄືຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດທຳມະຊາດຂອງຫວຽດນາມ ໃນໄລຍະຜ່ານມາ. ພ້ອມກັນນັ້ນ, ກໍ່ຢືນຢັນວ່າ ຫວຽດນາມຈະປະຕິບັດຢ່າງຈິງຈັງ, ຄົບຖ້ວນ ຕາມຄຳໝັ້ນສັນຍາຕ່າງໆຂອງຕົນ ໂດຍສະເພາະແມ່ນການບັນລຸລະດັບການປ່ອຍອາຍພິດອອກມາເປັນ“ສູນ” ໃນປີ 2050 ແລະ ຜັນຂະຫຍາຍການພົວພັນຄູ່ຮ່ວມມືການຫັນປ່ຽນພະລັງງານທີ່ຍຸຕິທຳ (JETP) ແລະ ຫວັງວ່າ ຈະໄດ້ສືບຕໍ່ຮັບການສະໜັບສະໜູນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຈາກບັນດາຄູ່ຮ່ວມມືສາກົນ.

ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ

ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ

ຍສໝ - ໃນວັນທີ 13 ເມສານີ້, ທີ່ສະຖານທູດລາຊະອານາຈັກກຳປູເຈຍປະຈຳຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງປີໃໝ່ Chöl Nam Thmay ປີ 2021 - ປະຕິທິນທາງພຸດທະສາສະໜາ 2564 ສຳລັບພະນັກງານສະຖານທູດ ແລະ ນັກສຶກສາກຳປູເຈຍທີ່ກຳລັງຮຽນຢູ່ຫວຽດນາມ.

ພິທີປຸກລະດົມການສອບເສັງຊອກຫາວິທີການຫັນເປັນດີຈີຕອນຫວຽດນາມ VIET SOLUTIONS 2020

ພິທີປຸກລະດົມການສອບເສັງຊອກຫາວິທີການຫັນເປັນດີຈີຕອນຫວຽດນາມ VIET SOLUTIONS 2020

​ຍ​ສ​ໝ - VIET SOLUTIONS ແມ່ນ​ການ​ສອບ​ເສັງ​ຊອ​ກ​ຫາ​ວິ​ທີ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ​ສຳ​ລັບ​ສ່ວນ​ບຸ​ຄົນ, ວິ​ສາ​ຫະ​ກິດ​ໃນ​ທົ່ວ​ໂລກ​ໂດຍ​ກະ​ຊວງ​ຖ​ະ​ແຫຼງ​ຂ່າວ ແລະ ການ​ສື່​ສານ ຫວຽດ​ນາມ ແລະ ກຸ່ມ​ບໍ​ລິ​ສັດ ອຸດ​ສາ​ຫະ​ກຳ ໂທ​ລະ​ຄົມ​ມະ​ນາ​ຄົມ ກອງ​ທັບ​ສົມ​ທົນ​ກັນ​ຈັດ​ຕັ້ງ​ຂຶ້ນ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.