ທ່ານ ດິງຕວ່ານທັ໊ງ ເອກອັກຄະລັດຖະທູດຫວຽດນາມ: ຫວຽດນາມ ຢືນຢັນຄໍາໝັ້ນສັນຍາສູງສຸດຕໍ່ການພັດທະນາຂອງປະຊາຄົມຝຣັ່ງໂກໂຟນີ

10:39 | 05/10/2024

ຍສໝ - ເນື່ອງໃນໂອກາດທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ກະກຽມເຂົ້າຮ່ວມກອງປະຊຸມສຸດຍອດຝຣັ່ງໂກໂຟນີ ຄັ້ງທີ 19 ແລະຢ້ຽມຢາມ ສ ຝຣັ່ງ ຢ່າງເປັນທາງການຕາມຄຳເຊີນຂອງທ່ານ Emmanuel Macron ປະທານາທິບໍດີຝຣັ່ງ, ທ່ານ ດິງຕວ່ານທັ໊ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝຣັ່ງ ແບ່ງປັນກັບໜັງສືພິມໂລກ ແລະຫວຽດນາມ ກ່ຽວກັບຄວາມໝາຍ ແລະການເຄື່ອນໄຫວ, ເນື້ອໃນພົ້ນເດັ່ນໃນຂອບເຂດການຢ້ຽມຢາມສຳຄັນຄັ້ງນີ້.

ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ: ການຢ້ຽມຢາມລາວ ຂອງທ່ານ ໂຕເລິມ ປະທານປະເທດຫວຽດນາມ ເຮັດໃຫ້ສາຍພົວພັນລະຫວ່າງ ຫວຽດນາມ-ລາວ ເລິກເຊິ່ງຂຶ້ນກວ່າເກົ່າ ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ: ການຢ້ຽມຢາມລາວ ຂອງທ່ານ ໂຕເລິມ ປະທານປະເທດຫວຽດນາມ ເຮັດໃຫ້ສາຍພົວພັນລະຫວ່າງ ຫວຽດນາມ-ລາວ ເລິກເຊິ່ງຂຶ້ນກວ່າເກົ່າ
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ມອບ​ຫຼຽນກາລະນຶກ ເພື່ອພາລະກິດທາງ​ການ​ທູດ​ ຫວຽດນາມ ​ໃຫ້​ແກ່​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Yamada Takio ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ມອບ​ຫຼຽນກາລະນຶກ ເພື່ອພາລະກິດທາງ​ການ​ທູດ​ ຫວຽດນາມ ​ໃຫ້​ແກ່​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Yamada Takio

ຂໍທ່ານເອກອັກຄະລັດຖະທູດໃຫ້ຮູ້ຄວາມໝາຍຂອງການຢ້ຽມຢາມຫຼາຍຝ່າຍ ແລະສອງຝ່າຍຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ ຝຣັ່ງ?

ການປະຕິບັດງານຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ຝຣັ່ງ ມີຄວາມໝາຍສຳຄັນພິເສດ, ເພາະວ່ານີ້ແມ່ນຄັ້ງທຳອິດໃນຮອບ 22 ປີທີ່ປະທານປະເທດຫວຽດນາມ ມີການຢ້ຽມຢາມ ຝຣັ່ງ.

ການຢ້ຽມຢາມສົ່ງສານຢ່າງແຂງແຮງກ່ຽວກັບປະເທດຫວຽດນາມ ເອກະລາດ, ເປັນເຈົ້າຕົນເອງ, ແຜນນະໂຍບາຍຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະເລິກເຊິ່ງກວ້າງຂວາງ, ຖືເປັນສໍາຄັນການປັບປຸງ ແລະເຮັດໃຫ້ການພົວພັນກັບບັນດາປະເທດໃຫຍ່, ປະເທດຄູ່ຮ່ວມມືທີ່ສຳຄັນ ແລະເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີ ຝຣັ່ງ ແລະພາກພື້ນເອີລົບ, ສະຫະພາບເອີລົບ (ອີຢູ), ພ້ອມທັງຢັ້ງຢືນການຖືເປັນສໍາຄັນ ແລະຄຳໝັ້ນສັນຍາຂອງຫວຽດນາມ ສໍາລັບລັດທິຫຼາຍຝ່າຍ ແລະການຮ່ວມມືສາກົນ...

ທ່ານ ດິງຕວ່ານທັ໊ງ ເອກອັກຄະລັດຖະທູດຫວຽດນາມ: ຫວຽດນາມ ຢືນຢັນຄໍາໝັ້ນສັນຍາສູງສຸດຕໍ່ການພັດທະນາຂອງປະຊາຄົມຝຣັ່ງໂກໂຟນີ
ທ່ານ ດິງຕວ່ານທັ໊ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝຣັ່ງ. ພາບ: TTXVN

ການເຂົ້າຮ່ວມກອງປະຊຸມສຸດຍອດຝຣັ່ງໂກໂຟນີ ຄັ້ງທີ 19 ກໍ່ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງຫວຽດນາມ ໃນການເພີ່ມທະວີຮູບພາບ ແລະການມີໜ້າຢູ່ໃນລະດັບສູງຂອງພາກພື້ນອາຊີ - ປາຊີຟິກຢູ່ ຝຣັ່ງໂກໂຟນີ. ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ຊຸກຍູ້ການພົວພັນລະຫວ່າງປະຊາຄົມຝຣັ່ງໂກໂຟນີ ກັບພາກພື້ນ, ຜ່ານນັ້ນໄດ້ຍົກສູງທີ່ຕັ້ງຂອງຫວຽດນາມ ກໍ່ຄື ທີ່ຕັ້ງຂອງປະຊາຄົມໃນເວທີສາກົນ.

ບັນດາການເຄື່ອນໄຫວ, ເນື້ອໃນພົ້ນເດັ່ນໃນການຢ້ຽມຢາມຄັ້ງນີ້ແມ່ນຫຍັງແດ່? ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຄາດວ່າຈະເຂົ້າຮ່ວມ, ປະກອບສ່ວນຄືແນວໃດທີ່ກອງປະຊຸມສຸດຍອດຝຣັ່ງໂກໂຟນີ ຄັ້ງທີ 19, ຂໍຮຽນທ່ານເອກອັກຄະລັດຖະທູດ?

ທ່ານ ດິງຕວ່ານທັ໊ງ ເອກອັກຄະລັດຖະທູດຫວຽດນາມ: ໃນຂອບເຂດການເຄື່ອນໄຫວສອງຝ່າຍຢູ່ຝຣັ່ງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະພົບປະເຈລະຈາກັບທ່ານປະທານາທິບໍດີຝຣັ່ງ Emmanuel Macron, ພົບປະກັບທ່ານປະທານສະພາແຫ່ງຊາດ, ທ່ານປະທານສະພາສູງຝຣັ່ງ, ທ່ານຜູ້ອຳນວຍການໃຫຍ່ອົງການສະຫະປະຊາຊາດ ເພື່ອການສຶກສາ, ວິທະຍາສາດ ແລະວັດທະນະທໍາ (UNESCO), ພົບປະກັບເລຂາທິການທົ່ວປະເທດພັກກອມມູນິດຝຣັ່ງ ແລະບັນດາເພື່ອນມິດ, ຄູ່ຮ່ວມມື, ປະຊາຄົມຫວຽດນາມ ອາໄສຢູ່່ຝຣັ່ງ.

ຜ່ານການຢ້ຽມຢາມ, ສອງຝ່າຍຈະກຳນົດທິດທາງ, ຂອບເຂດໃຫ້ແກ່ການພົວພັນ ຫວຽດນາມ-ຝຣັ່ງ ໃນໄລຍະຈະມາເຖິງ, ໃນນັ້ນສຸມໃສ່ຍົກສູງປະສິດທິຜົນ, ເປີດກວ້າງ ແລະຍົກລະດັບກົນໄກຮ່ວມມືສອງຝ່າຍ; ເຮັດໃຫ້ການຮ່ວມມືດ້ານການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ-ການລົງທຶນ ເລິກເຊິ່ງກວ່າ; ທັງເປີດກວ້າງ ແລະເພີ່ມທະວີການຮ່ວມມືໃນຂົງເຂດໃໝ່, ຄື: ວິທະຍາສາດເຕັກໂນໂລຊີ ແລະປ່ຽນແປງໃໝ່ປະດິດສ້າງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະພັດທະນາເສດຖະກິດສີຂຽວ, ເສດຖະກິດທະເລ...

ປະຈຸບັນ ຝຣັ່ງ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 4 ຂອງຫວຽດນາມ ຢູ່ ອີຢູ ແລະແມ່ນນັກລົງທຶນໃຫຍ່ອັນດັບທີ 2 ຂອງ ອີຢູ ຢູ່ຫວຽດນາມ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ສອງປະເທດຕ້ອງເຮັດຫຍັງແດ່ເພື່ອຊຸກຍູ້ການພົວພັນດ້ານເສດຖະກິດ-ການຄ້າ-ການລົງທຶນ, ພິເສດແມ່ນໃນບັນດາຂົງເຂດໃໝ່ມີຄວາມສາມາດບົ່ມຊ້ອນ, ຄື: ການຫັນປ່ຽນດີຈີຕອນ, ການຫັນປ່ຽນສີຂຽວ...?

ທ່ານ ດິງຕວ່ານທັ໊ງ ເອກອັກຄະລັດຖະທູດຫວຽດນາມ: ຝຣັ່ງ ຍາມໃດກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດແຖວໜ້າຂອງຫວຽດນາມ ຢູ່ເອີລົບ ແລະອີຢູ, ດ້ວຍການພົວພັນຮ່ວມມືດ້ານເສດຖະກິດຫຼາຍຮູບຫຼາຍແບບ ແລະຍາວນານ. ການແລກປ່ຽນດ້ານການຄ້າລະຫວ່າງສອງປະເທດຍາມໃດກໍ່ສະດວກດີຍ້ອນມີການໜູນຊ່ວຍ ເຊິ່ງກັນ ແລະກັນ.

ໃນການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ສອງຝ່າຍຈະພ້ອມກັນກຳນົດແຜນນະໂຍບາຍ, ທິດທາງໃຫຍ່, ມີລັກສະນະຍຸດທະສາດເພື່ອເຮັດໃຫ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ໃນນັ້ນມີວິທະຍາສາດເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ, ການຮ່ວມມືນຳໃຊ້ເຕັກໂນໂລຢີສູງ, ຖ່າຍທອດເຕັກໂນໂລຢີຈະໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ.

ການຫັນປ່ຽນສີຂຽວ, ຫັນປ່ຽນດີຈີຕອນ ແລະປ່ຽນແປງໃໝ່ປະດິດສ້າງແມ່ນການເລືອກເຟັ້ນຍຸດທະສາດ, ບຸລິມະສິດແຖວໜ້າຂອງຫວຽດນາມ ແລະແມ່ນບັນດາຂົງເຂດເຊິ່ງຫວຽດນາມ ປາດຖະໜາຢາກຍູ້ແຮງການຮ່ວມມືກັບບັນດາຄູ່ຮ່ວມມືສາກົນໃນໄລຍະປະຈຸບັນ ແລະຈະມາເຖິງ, ໃນຂະນະທີ່ ຝຣັ່ງ ມີທ່າແຮງກ່ຽວກັບການຄົ້ນຄວ້າວິທະຍາສາດ ແລະແມ່ນໜຶ່ງໃນບັນດາປະເທດປ່ຽນແປງໃໝ່ປະດິດສ້າງແຖວໜ້າໂລກ.

ບັນດາກະຊວງ, ຂະແໜງການ, ຄູ່ຮ່ວມມືສອງຝ່າຍຄວນຕັ້ງໜ້າສົມທົບກັນເພື່ອຜັນຂະຫຍາຍແຜນນະໂຍບາຍຂອງການນໍາຂັ້ນສູງສອງປະເທດດ້ວຍໂຄງການຮ່ວມມືລະອຽດໃນຂົງເຂດດັ່ງກ່າວແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງແຕ່ລະຝ່າຍ.

ຂໍຮຽນທ່ານເອກອັກຄະລັດຖະທູດ, ການພົບປະແລກປ່ຽນວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ ຍາມໃດກໍ່ແມ່ນເສົາຄໍ້າສຳຄັນໃນການພົວພັນ ຫວຽດນາມ-ຝຣັ່ງ. ໃນໄລຍະຜ່ານມາ, ສະຖານທູດຫວຽດນາມ ປະຈຳ ຝຣັ່ງ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວ, ເຫດການຫຍັງແດ່ເພື່ອແນໃສ່ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ, ຊຸກຍູ້ການພົບປະແລກປ່ຽນວັດທະນະທຳ, ເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ?

ວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ ຍາມໃດກໍ່ແມ່ນຈຸດພົ້ນເດັ່ນ ແລະແມ່ນເສົາຄໍ້າສຳຄັນໃນການພົວພັນລະຫວ່າງ ຫວຽດນາມ ແລະຝຣັ່ງ. ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມສຳຄັນຂອງການທູດວັດທະນະທຳ ແລະປະຊາຊົນສອງປະເທດແມ່ນປັດໄຈສຳຄັນປະກອບສ່ວນນໍາການພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງສອງຝ່າຍເຂົ້າສູ່ລວງເລິກ, ແທດຈິງກວ່າອີກ, ສະຖານທູດຫວຽດນາມ ປະຈໍາ ຝຣັ່ງ ໄດ້ ແລະພວມຜັນຂະຫຍາຍບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນາທໍາ, ພົບປະແລກປ່ຽນປະຊາຊົນດ້ວຍຫຼາຍຮູບຫຼາຍແບບ, ອຸດົມສົມບູນເພື່ອໂຄສະນາວັດທະນະທໍາ, ກິລາ ແລະການທ່ອງທ່ຽວຫວຽດນາມ ເຖິງເພື່ອນມິດຝຣັ່ງ ແລະເອີລົບ, ພິເສດແມ່ນໃນຂອບເຂດບັນດາການເຄື່ອນໄຫວສະເຫຼີມສະຫຼອງ ແລະບັນດາເຫດການໃຫຍ່.

ໃນຂອບເຂດການຢ້ຽມຢາມ ຝຣັ່ງ ຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ບັນດາໂຄງການໂຄສະນາ ແລະພົບປະແລກປ່ຽນຈະໄດ້ຮັບການຜັນຂະຫຍາຍ, ພົ້ນເດັ່ນແມ່ນ, ຄະນະຜູ້ແທນນະຄອນຮ່າໂນ້ຍ ເຂົ້າຮ່ວມໝູ່ບ້ານຝຣັ່ງໂກໂຟນີ ດ້ວຍບັນດາການເຄື່ອນໄຫວວາງສະແດງ ແລະການສະແດງທີ່ເປັນເອກະລັກສະເພາະ, ກໍ່ຄືການພົບປະກັບຄູ່ຮ່ວມມື, ທ້ອງຖິ່ນສໍາຄັນຂອງຝຣັ່ງ. ນີ້ແມ່ນບັນດາຫຼັກຖານທີ່ມີຊີວິດຊີວາ, ສ່ອງແສງຢ່າງຈະແຈ້ງເຖິງການເຄື່ອນໄຫວ ແລະການຮ່ວມມືສຳຄັນທີ່ກ່າວມາຂ້າງເທິງນີ້ຢູ່ຝຣັ່ງ.

ຂໍຂອບໃຈທ່ານເອກອັກຄະລັດຖະທູດ!

ທ່ານ ຫວູກວາງມິງ ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນເຢຍລະມັນ: ສາຍພົວພັນຫວຽດນາມ-ເຢຍລະມັນ ສືບຕໍ່ເຂົ້າສູ່ລວງເລິກ ແລະພັດທະນາຢ່າງແທ້ຈິງ ທ່ານ ຫວູກວາງມິງ ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນເຢຍລະມັນ: ສາຍພົວພັນຫວຽດນາມ-ເຢຍລະມັນ ສືບຕໍ່ເຂົ້າສູ່ລວງເລິກ ແລະພັດທະນາຢ່າງແທ້ຈິງ

ຍສໝ - ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີເຢຍລະມັນ Olaf Scholz ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງ, ນັກຂ່າວໄດ້ມີການສຳພາດ ທ່ານ ຫວູກວາງມິງ ເອກອັກຄະລັດຖະທູດຫວຽດນາມ ປະຈຳສະຫະພັນເຢຍລະມັນ.

ທ່ານ​ລັດຖະມົນຕີກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ຫງວຽນ​ຮົ່ງ​ຢຽນ ​ໄດ້​ເຂົ້າຢ້ຽມຂໍ່ານັບ​ທ່ານ​ນາຍົກລັດຖະມົນຕີ ລາວ ທ່ານ​ລັດຖະມົນຕີກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ຫງວຽນ​ຮົ່ງ​ຢຽນ ​ໄດ້​ເຂົ້າຢ້ຽມຂໍ່ານັບ​ທ່ານ​ນາຍົກລັດຖະມົນຕີ ລາວ

ຍສໝ - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ແລະ ເຮັດວຽກຢູ່​ລາວ, ຕອນ​ບ່າຍ​ວັນ​ທີ 11 ເມສາ, ທ່ານ​ລັດຖະມົນຕີ ຫງວຽນ​ຮົ່ງ​ຢຽນ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ໄດ້ໄດ້ເຂົ້າຢ້ຽມຂໍ່ານັບທ່ານ​ນາຍົກລັດຖະມົນຕີ ລາວ ພັນ​ຄຳ ວິພາ​ວັນ.

ແສງເດືອນ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.