ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ​ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ບັນ​ດາ​ປະ​ເທດ

21:34 | 17/10/2024

ຍສໝ - ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ຢືນຢັນ​ວ່າ ໜ້າ​ທີ່​ຂອງບັນດາເອກ​ອັກຄະ​ລັດຖະທູດ ​ແມ່ນ​ຢູ່ໃນ​ທຸກ​ດ້ານ, ຂົງ​ເຂດຂອງປະເທດຊາດ ​ຄື: ການ​ທູດ, ​ເສດຖະກິດ, ວັດທະນະທຳ, ການປ້ອງ​ກັນຊາດ, ປ້ອງກັນຄວາມສະຫງົບ, ປົກປ້ອງ​ສິດ, ຜົນ​ປະ​ໂຫຍ​ດຂອງ​ຊາດ.

ລາວ​ ​ໝັ້ນໃຈ​ຮັບດຳລົງບົດບາດເປັນ​ປະ​ທານ​ອາ​ຊຽນ 2024 ກັບການຮ່ວມເດີນທາງຂອງຫວຽດ​ນາມ
ລັດ​ເຊຍ ຍາມ​ໃດ​ກໍ່​ຖື​ ຫວຽດ​ນາມ ເປັນຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ເປັນ​ເພື່ອນມິດ​ທີ່​ສັດ​ຊື່

ຕອນ​ເຊົ້າ​ວັນ​ທີ 14 ຕຸລາ, ຢູ່ທຳນຽບປະທານປະເທດ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ໄດ້​ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດວິສາມັນຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ປະຈຳບັນດາປະເທດ ອາຍຸ​ການ 2024-2027.

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ​ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ບັນ​ດາ​ປະ​ເທດ

ທ່ານ​ເລຂາທິການ​ໃຫຍ່ ​ແລະ ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ໄດ້​ກ່າວ​ຄຳ​ປາ​ໄສ​ຊີ້​ນຳ. (ພາບ: Lam Khanh/TTXVN)

​ເຂົ້າ​ຮ່ວມ​ມີທ່ານ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ເລ​ຮວ່າຍ​ຈູງ; ບັນດາກຳມະການ​ສູນ​ກາງ​ພັກ: ທ່ານ ບຸ່ຍ​ແທງ​ເຊີນ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ; ທ່ານ ເລແຄ໋ງຫາຍ, ຫົວໜ້າຫ້ອງວ່າການປະທານປະເທດ.

ທີ່​ພິທີ, ໂດຍ​ໄດ້​ຮັບ​ອະນຸຍາດ​ຈາກ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ, ທ່ານຮອງຫົວໜ້າຫ້ອງວ່າການປະທານ​ປະ​ເທດ ​ເລ​ແທງຮ່າ​ ໄດ້​ປະກາດຂໍ້ຕົກລົງ​ຂອງ​ປະທານ​ປະ​ເທດ ​ແຕ່ງ​ຕັ້ງ​ເອກ​ອັກຄະ​ລັດຖະທູດວິສາມັນຜູ້​ມີ​ອຳນາດ​ເຕັມແຫ່ງ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ 16 ທ່ານ ​ໄປປະຈຳຢູ່​ບັນດາ​ປະ​ເທດ.

ກ່າວ​ຄຳປາໄສທີ່​ພິທີ, ຜູ້ຕາງໜ້າ​ບັນດາ​ເອກ​ອັກຄະ​ລັດຖະທູດ​ທີ່ໄດ້ຮັບການແຕ່ງ​ຕັ້ງ​ໄດ້​ສະ​ແດງ​ຄວາມ​ຮູ້ສຶກ ​ແລະ ຄວາມ​ເປັນ​ກຽດ​ທີ່​ໄດ້​ຮັບຂໍ້ຕົກລົງ​ໂດຍ​ກົງ​ຈາກ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ; ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຮູ້, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ເປັນ​ຫ່ວງ​ຂອງ​ການ​ນຳ​ພັກ, ລັດ ​ແລະ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ທູດ ​ແລະ ການ​ຕ່າງປະ​ເທດ.

ບັນດາທ່ານ​ເອກ​ອັກຄະ​ລັດຖະທູດ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງ ​ແລະ ​ແໜ້ນ​ແຟ້ນ​ໃນ​ບັນດາ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ລັດ, ​ການຊີ້ນຳຂອງການ​ນຳ​ທຸກ​ຂັ້ນ; ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖິ່ນ, ປະກອບສ່ວນ​ເພີ່ມ​ທະວີ​ທີ່​ຕັ້ງ​ຂອງ​ຫວຽດນາມ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຊາດ ​ແລະ ການພັດທະນາ​ປະ​ເທດຊາດ​ໃນ​ໄລຍະ​ໃໝ່.

ເປົ້າໝາຍຮອດປີ 2045 ສະເຫຼີມສະຫຼອງ100 ປີແຫ່ງວັນສ້າງຕັ້ງປະເທດ, ຫວຽດນາມ ສູ້ຊົນກາຍເປັນປະເທດອຸດສາຫະກຳທີ່ມີລາຍຮັບສູງ ແມ່ນໜ້າທີ່ທີ່ໜັກໜ່ວງທີ່ສຸດ, ຮຽກຮ້ອງຄວາມມານະພະຍາຍາມຂອງທົ່ວປວງຊົນທັງຊາດ.

[ຮູບ​ພາບ] ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ໄດ້​ພົບ​ປະ​ກັບອະດີດ​ທະຫານ​ອາສາ​ສະໝັກ

[ຮູບ​ພາບ] ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ໄດ້​ພົບ​ປະ​ກັບອະດີດ​ທະຫານ​ອາສາ​ສະໝັກ

ຍສໝ - ​ໃນ​ຂອບ​ເຂດ​ການຢ້ຽມຢາມທາງ​ລັດຖະກິດ ຫວຽດນາມ, ​ວັນ​ທີ 11 ກັນຍາ ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ ແຫ່ງ ສປປ ລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ມີ​ການ​ພົບ​ປະ​ກັບ​ອະດີດ​ທະຫານ​ອາສາ​ສະໝັກ, ນັກ​ຊ່ຽວຊານ​ຫວຽດນາມ ​ແລະ ລຸ້ນໜຸ່ມ ຫວຽດນາມ - ລາວ. ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ ຫວຽດນາມ, ປະທານ​ປະ​ເທດ ...

ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ

ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ

ຍສໝ - ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກຄະ​ລັດຖະທູດຜູ້ມີອຳນາດເຕັມແຫ່ງ​ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ​ຫວຽດ​ນາມ ປະ​ຈຳ ສ​ປ​ປ ລາວ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.