ອົງການໄອຍະການ ຮ່າ​ໂນ້ຍ - ວຽງ​ຈັນ ​ແລກ​ປ່ຽນບົດຮຽນ​ປະ​ສົບ​ການ

11:10 | 05/10/2024

ຍສໝ - ​ວັນ​ທີ 3 ຕຸລາ, ທ່ານນາງ ຫງວຽນ​ທິຕວຽນ ກຳມະການ​ສູນ​ກາງ​ພັກ, ຮອງ​ເລຂາ​ຜູ້ປະຈຳການຄະນະ​ພັກ​ນະຄອນ ​ໄດ້ຕ້ອນຮັບ​ຄະນະປະຕິບັດງານຂອງອົງການໄອຍະການປະຊາຊົນ​ນະຄອນຫຼວງ​ວຽງ​ຈັນ (ສປປ ລາວ) ​ໂດຍ​ທ່ານ ຫົວໜ້າອົງການໄອຍະການປະຊາຊົນ​ນະຄອນຫຼວງ​ວຽງ​ຈັນ ​ຄຳ​ສຸກ ​ແສງ​ມີ​ໄຊ ​ເປັນ​ຫົວໜ້າ​ຄະນະ ໄປຢ້ຽມຂ່ຳນັບ.

ເພີ່ມພູນຄູນສ້າງ, ເຮັດໃຫ້ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ແຂວງ ຫາຍ​ເຢືອງ - ແຂວງ ວຽງ​ຈັນ ເລິກເຊິ່ງກວ່າອີກ
ປະທານ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ຮຸງ​ກາຣີ ນະຄອນ ຮ່າ​ໂນ້ຍ ສືບ​ຕໍ່ດຳລົງຕຳແໜ່ງອີກອາຍຸການໜື່ງ

ຕ້ອນຮັບ​ຄະນະ, ທ່ານນາງ ຫງວຽນ​ທິຕວຽນ ໃຫ້​ຮູ້​ວ່າ ສືບ​ຕໍ່ມູນເຊື້ອການ​ພົວພັນ​ອັນ​ດີງາມ​ລະຫວ່າງ ຫວຽດນາມ - ລາວ ທີ່​ໄດ້​ຮັບ​ການ​ເພີ່ມພູນຄູນສ້າງ​ໃນ​ຫຼາຍ​ປີ​ຜ່ານ​ມາ, ການ​ພົວພັນ​ລະຫວ່າງ​ນະຄອນຫຼວງຮ່າ​ໂນ້ຍ ​ແລະ ນະຄອນຫຼວງ​ວຽງ​ຈັນ ​ໃນ​ໄລຍະ​ຜ່ານ​ມາ ສືບຕໍ່ພັດ​ທະ​ນາ​ເປັນ​ຢ່າງ​ດີ ແລະ ນັບ​ມື້​ນັບຮອບດ້ານ​ໃນ​ທຸກ​ຂົງ​ເຂດ. ບົນພື້ນຖານບົດບັນທຶກການຮ່ວມມືທີ່ໄດ້ລົງນາມລະຫວ່າງ 2 ນະຄອນຫຼວງ, ບັນດາອົງການຂອງນະຄອນຮ່າໂນ້ຍ ກໍ່ໄດ້ລົງນາມໃນສັນຍາຮ່ວມມືຫຼາຍສະບັບກັບຫຼາຍຫົວໜ່ວຍຂອງນະຄອນຫຼວງວຽງຈັນ, ໃນນັ້ນ ບັນດາອົງການຄະນະພັກນະຄອນຮ່າໂນ້ຍ ກໍ່ໄດ້ຮ່ວມມືກັບບັນດາຄະນະພັກຂອງຄະນະພັກນະຄອນຫຼວງວຽງຈັນ.

ອົງການໄອຍະການ ຮ່າ​ໂນ້ຍ - ວຽງ​ຈັນ ​ແລກ​ປ່ຽນບົດຮຽນ​ປະ​ສົບ​ການ

ບັນດາສະຫາຍການນຳນະ​ຄອນຮ່າ​ໂນ້ຍ ແລະ ຄະ​ນະ​ຜູ້​ແທນ​ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ. ພາບ ຟ້າມຮຸ່ງ

ໂດຍແບ່ງປັນໂດຍສັງເຂບກ່ຽວກັບການເຄື່ອນໄຫວຂອງອົງການໄອຍະການນະຄອນຮ່າໂນ້ຍ, ທ່ານນາງ ຫງວຽນ​ທິຕວຽນ ຕີລາຄາສູງທີ່ຕັ້ງ, ບົດບາດ ແລະ ການປະກອບສ່ວນຂອງອົງການໄອຍະການນະຄອນຮ່າໂນ້ຍ ໃນຂະບວນການພັດທະນາຂອງນະຄອນຫຼວງ; ຢືນຢັນວ່າ ອົງການໄອຍະການຍາມໃດກໍ່ປະຕິບັດບັນດາການເຄື່ອນໄຫວຄວບຄຸມຍຸຕິທຳໃນບັນດາສານທ້ອງຖິ່ນເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາພື້ນຖານລະບອບນິຕິບັນຍັດ, ການປະຕິບັດກົດໝາຍ, ປະກອບສ່ວນຮັບປະກັນສະຖຽນລະພາບທາງດ້ານການເມືອງເພື່ອຮັບໃຊ້ການພັດທະນາເສດຖະກິດສັງຄົມ.

ຫົວໜ້າອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ທ່ານ ຄຳສຸກ ແສງມີໄຊ ໃຫ້ຮູ້ວ່າ ປີ 2024 ເປັນປີສຳຄັນຂອງນະຄອນຫຼວງວຽງຈັນ ເມື່ອທົ່ວພັກ ທົ່ວປວງຊົນພວມພະຍາຍາມບັນລຸໄດ້ໝາກຜົນດີທີ່ສຸດ ໃນການຜັນຂະຫຍາຍມະຕິເລກທີ 07 ຂອງຄະນະກຳມະການພັກນະຄອນຫຼວງວຽງຈັນ, ມຸ່ງໄປເຖິງການກະກຽມໃຫ້ກອງປະຊຸມໃຫຍ່ຂອງພັກທຸກຂັ້ນ, ພ້ອມກັນນັ້ນ ກໍ່ຕ້ອນຮັບເຫດການທີ່ໄດ້ຮັບໜ້າທີ່ສຳຄັນໃນການເປັນປະທານອາຊຽນຂອງ ສປປ ລາວ. ທ່ານ ຄຳສຸກ ແສງມີໄຊ ໃຫ້ຂໍ້ສັງເກດວ່າ ໃນສະພາບການທີ່ອາດຊະຍາກຳປະເພດໃໝ່ນັບມື້ນັບຫຼາຍຂຶ້ນ, ອາດຊະຍາກຳເຕັກໂນໂລຢີສູງ, ອາດຊະຍາກຳຂ້າມຊາດໄດ້ເກີດຂຶ້ນຢ່າງສັບສົນນັ້ນ, ສອງອົງການໄອຍະການຕ້ອງເພີ່ມທະວີການເຄື່ອນໄຫວແລກປ່ຽນຂໍ້ມູນ, ປະສົບການ, ພິເສດແມ່ນການແບ່ງປັນຂໍ້ມູນ ແລະ ປະສານງານໃນ​ການ​ແກ້ໄຂບັນດາກໍ​ລະ​ນີ​.

ຮ່າ​ໂນ້ຍ ບໍາລຸງສ້າງທິດ​ສະ​ດີ ວຽກງານກຳມະບານໃຫ້​ພະ​ນັກ​ງານ​ກໍາມະບານລາວ

ຮ່າ​ໂນ້ຍ ບໍາລຸງສ້າງທິດ​ສະ​ດີ ວຽກງານກຳມະບານໃຫ້​ພະ​ນັກ​ງານ​ກໍາມະບານລາວ

ຍສໝ - ວັນທີ 9 ກັນຍາ, ສະຫະພັນແຮງງານ ນະຄອນຮ່າໂນ້ຍ ໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີວຽກງານກຳມະບານໃຫ້ແກ່ພະນັກງານຂອງສະຫະພັນກຳມະບານ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ (ສປປ ລາວ).

ຮ່າ​ໂນ້ຍ​ ເກັບ​ລາຍ​ຮັບ​ໄດ້​ກວ່າ 2,18 ຕື້​ດົ່ງ ໃນ​ໂອກາດ​​ບຸນ​ວັນຊາດ​​ທີ 2 ກັນຍາ​

ຮ່າ​ໂນ້ຍ​ ເກັບ​ລາຍ​ຮັບ​ໄດ້​ກວ່າ 2,18 ຕື້​ດົ່ງ ໃນ​ໂອກາດ​​ບຸນ​ວັນຊາດ​​ທີ 2 ກັນຍາ​

ຍສໝ - ໃນ​ໄລຍະ​ພັກບຸນ​ວັນ​ຊາດ ​ວັນ​ທີ 2 ກັນຍາ 4 ວັນ (​ແຕ່​ວັນ​ທີ 31 ສິງຫາ ຫາ​ວັນ​ທີ 3 ກັນຍາ), ນະຄອນຫຼວງ​ຮ່າ​ໂນ້ຍ ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 672.900 ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 5% ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023. ລວມຍອດ​ລາຍ​ຮັບ​ຈາກ​ນັກ​ທ່ອງ​ທ່ຽວ​ບັນລຸ​ກວ່າ 2,18 ຕື້​ດົ່ງ; ...

ມີງດຶກ