ວັນວັດທະນະທໍາຫວຽດນາມຢູ່ມົງໂກນ : ຊຸກຍູ້ນໍ້າໃຈມິດຕະພາບ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ ລະຫວ່າງປະຊາຊົນສອງຊາດ

22:25 | 02/10/2024

ຍສໝ - ວັນວັດທະນະທໍາຫວຽດນາມ ຈັດຂຶ້ນຢູ່ນະຄອນຫຼວງອູລານບາຕໍ ຂອງປະເທດມົງໂກນ ແຕ່ວັນທີ 30 ກັນຍາ ຫາ ວັນທີ 1 ສິງຫາ. ເຫດການດັ່ງກ່າວມີຄວາມໝາຍສຳຄັນໃນການສົ່ງເສີມມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນສອງຊາດ.

ວັນວັດທະນະທຳຫວຽດນາມ ຢູ່ສະຫະພັນລັດເຊຍ ປີ 2024 ວັນວັດທະນະທຳຫວຽດນາມ ຢູ່ສະຫະພັນລັດເຊຍ ປີ 2024
ດໍາລົງຊີວິດຮູບການ ດໍາລົງຊີວິດຮູບການ "ຊີວິດທີ່ດີ, ສາສະຫນາທີ່ດີ" ແລະ ຊ່ວຍເຫຼືອເຊິ່ງກັນ ແລະກັນ ພັດທະນາຊີວິດການເປັນຢູ່

ນີ້​ແມ່ນ​ການເຄື່ອນໄຫວໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ມົງ​ໂກ​ນ ຂັ້ນ​ລັດ​ຂອງ ສະຫາຍ​ ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ຕາມ​ຄຳ​ເຊີນ​ຂອງ​ປະທານາທິບໍດີ Ukhnaagiin Khurelsukh. ການ​ເຄື່ອນໄຫວ​ດັ່ງກ່າວ​ໄດ້​ດຳ​ເນີນ​ເນື່ອງ​ໃນ​ໂອກາດ​ທີ່​ສອງ​ປະ​ເທດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (17 ພະຈິກ 1954 - 17 ພະຈິກ 2024).

​ໃນ​ເວລາ 11:30 ​ໂມງ (ຕາມ​ເວລາ​ທ້ອງ​ຖິ່ນ), ​​ວັນ​ທີ 30 ກັນຍາ​, ຖ້ຽວບິນພິ​ເສດ​ທີ່​ໂດຍສານ​ ສະຫາຍ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ໂຕ​ເລີມ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້ເດີນທາງ​ໄປ​ຮອດ​ສະໜາມ​ບິນ​ສາກົນ Genghis Khan.

ວັນວັດທະນະທໍາຫວຽດນາມຢູ່ມົງໂກນ :  ຊຸກຍູ້ນໍ້າໃຈມິດຕະພາບ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ ລະຫວ່າງປະຊາຊົນສອງຊາດ

ທ່ານ ລັດຖະມົນຕີ​ການ​ກະຊວງ​ການ​ຕ່າງປະ​ເທດ​ມົງ​ໂກ​ນ ​ໄດ້​ຕ້ອນຮັບ​ ສະຫາຍ ​ເລຂາທິການ​ໃຫຍ່ ​ແລະ ປະທານ​ປະ​ເທດ ໂຕ​ເລີມ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຂັ້ນ​ລັດ ຢູ່​ມົງ​ໂກ​ນ. (ຮູບພາບ: ໜັງສືພິມໂລກ ແລະ ຫວຽດນາມ)

ພາຍຫຼັງ​ເຂົ້າ​ຮ່ວມ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ ​ແລະ ພົບ​ປະ​ກັບ​ການ​ນຳ​ຂັ້ນ​ສູງ​ອື່ນໆ​ຂອງ​ມົງ​ໂກ​ນ, ສະຫາຍ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕ​ເລີມ ໄດ້​ເຂົ້າ​ຮ່ວມ​ວັນວັດທະນະທຳຫວຽດນາມ ຢູ່ມົງ​ໂກ​ນ.

ນີ້ແມ່ນໂອກາດເພື່ອແນະນຳ. ໂຄສະນາຄຸນຄ່າວັດທະນະທຳ ແລະ ກຳລັງບົ່ມຊ້ອນດ້ານການທ່ອງທ່ຽວຂອງຫວຽດນາມ ໃຫ້ແກ່ປະຊາຊົນມົງໂກນ ຜ່ານບັນດາກິດຈະກຳການສະແດງສິລະປະ , ການຈັດງານວາງສະແດງ ເພື່ອໃຫ້ປະຊາຊົນມົງໂກນ ແລະ ໝູ່ເພື່ອນຊາດຕ່າງໆ ໄດ້ຄົ້ນຫາ, ລົງຕົວຈິງ ແລະ ເຂົ້າໃຈເລຶກເຊິ່ງກ່ຽວກັບວັດທະນະທຳ ປະຫວັດສາດ ແລະ ປະຊາຊົນຫວຽດນາມ. ຜ່ານນັ້ນ ກໍ່ໄດ້ປະກອບສ່ວນເຂົ້າໃນການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງຫວຽດນາມ - ມົງໂກນ ຫຼາຍກວ່າອີກ ແລະ ເປິດກ້ວາງບັນດາການພົວພັນຮ່ວມມືສອງຝ່າຍໃນຫຼາຍໆດ້ານ.

ຕາມແຜນການ, ລາຍການປະກອບມີກິດຈະກໍາຫຼັກດັ່ງນີ້: ການສະແດງສິລະປະການຮ້ອງ, ຟ້ອນ, ເຕັ້ນ, ດົນຕີແບບມູນເຊື້ອປະສົມຍຸກສະໄໝໃໝ່ຂອງຫວຽດນາມ; ການສະແດງອາພອນສະໄໝຊຸດເສື້ອຍາວ ຫວຽດນາມ; ການສາຍວິດີໂອແນະນຳວັດທະນະທໍາ, ທິວທັດຂອງຫວຽດນາມ; ພື້ນທີ່ວາງສະແດງແນະນຳກ່ຽວກັບວັດທະນະທໍາ, ການທ່ອງທ່ຽວ, ປະເທດຊາດ, ປະຊາຊົນຫວຽດນາມ; ການວາງສະແດງຜະລິດຕະພັນຫັດຖະກໍາ...

ວັນວັດທະນະທໍາຫວຽດນາມຢູ່ມົງໂກນ :  ຊຸກຍູ້ນໍ້າໃຈມິດຕະພາບ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ ລະຫວ່າງປະຊາຊົນສອງຊາດ

ຍິງສາວ​ມົງ​ໂກນ ​ໄດ້​ເຊີນ​ ສະຫາຍເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ​ໂຕ​ເລີມ ຮັບປະທານເຂົ້າໜົມ​ນົມ​ຕາມ​ຮີດ​ຄອງ​ປະ​ເພ​ນີ. (ຮູບພາບ: ໜັງສືພິມໂລກ ແລະ ຫວຽດນາມ)

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳມົງ​ໂກ​ນ ຫງວຽນ​ຕ໋ວນ​ແທ່ງ ​ແລ້ວ, ການ​ຢ້ຽມຢາມ ​​ຂອງ​ ສະຫາຍ​ເລຂາທິການ​ໃຫຍ່, ປະທານປະເທດ ​ໂຕ​ເລີມ ຢູ່ມົງ​ໂກ​ນ ຄັ້ງນີ້ ມີ​ຄວາມ​ໝາຍ​ປະຫວັດສາດ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ​ເປີດ​ໄລຍະ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ຮອບດ້ານ, ​ແທດ​ຈິງ, ມີ​ປະສິດທິ​ຜົນ ​ແລະ ຍາວ​ນານ ເພື່ອຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນສອງປະເທດ​.

ຄາດວ່າມີຫຼາຍບົດບັນທຶກ, ຂໍ້ຕົກລົງສະບັບໃໝ່ໄດ້ຮັບການລົງນາມໃນການຢ້ຽມຢາມຄັ້ງນີ້ ເພື່ອເຮັດໃຫ້ເປົ້າໝາຍທີ່ກ່າວມາຂ້າງເທິງປະກົດຜົນເປັນຈິງ. ການຍົກລະດັບຄວາມສໍາພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງທັງສອງປະເທດໃນການເພີ່ມທະວີການຮ່ວມມືຮອບດ້ານໃນຫຼາຍຂົງເຂດ; ພ້ອມກັນນັ້ນ, ກໍ່ເປີດໂອກາດໃໝ່ໃຫ້ທັງສອງຝ່າຍໄດ້ນໍາໃຊ້ທ່າແຮງການຮ່ວມມືທີ່ຍັງບໍ່ທັນໄດ້ຂຸດຄົ້ນຢ່າງເຕັມທີ່; ຊຸກຍູ້ການພົວພັນລະຫວ່າງປະຊາຊົນ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ.

“ການຊຸກຍູ້ການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ມົງໂກນ ຂຶ້ນສູ່ລະດັບສູງໃໝ່ ບໍ່ພຽງແຕ່ເປັນປະໂຫຍດຕໍ່ທັງສອງປະເທດ ແຕ່ຍັງເປັນການປະກອບສ່ວນໃນການຮັກສາຄວາມສະຖຽນລະພາບ ແລະ ສັນຕິພາບໃນພາກພື້ນ ແລະ ທົ່ວໂລກອີກດ້ວຍ” ທ່ານ ເອກອັກຄະລັດຖະທູດ ຫງວຽນຕວັນແທັງ ກ່າວ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.