Children of VietNam (ອາເມລິກາ) ໜູນຊ່ວຍ 100 ທຶນການສຶກສາໃຫ້ນັກຮຽນທຸກຍາກຢູ່ ເທື່ອທຽນເຫວ້.

20:53 | 15/10/2024

ຍສໝ - ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ໄດ້​ອອກ​ມະຕິ​ສະບັບ​ເລກທີ 2542/QD-UBND ລົງ​ວັນ​ທີ 1 ຕຸລາ 2024 ອະນຸມັດ​ການ​ຮັບເອົາບ້ວງ​ເງິນ​ຊ່ວຍ​ເຫຼືອລ້າທີ່​ບໍ່ຂຶ້ນກັບ​ການ​ໜູນ​ຊ່ວຍຢ່າງເປັນທາງການ ໂຄງການ​ໂດຍ​ອົງການ​ Children of VietNam (ອາ​ເມ​ລິ​ກາ). ທຶນ​ການ​ສຶກ​ສາ​ສໍາ​ລັບ​ນັກ​ຮຽນ​ທຸກ​ຍາກ​ ແລະ​ ດ້ອຍ​ໂອ​ກາດ​ຢູ່​ໂຮງ​ຮຽນ​ໃນ​ແຂວງ ເທື່ອທຽນເຫວ້​. ​ໂຄງການ​ມີ​ຍອດ​ຈຳນວນ​ທຶນ​ຊ່ວຍ​ເຫຼືອ 100 ລ້ານ​ດົ່ງ, ​ເທົ່າ​ກັບ 4.128,6 USD.

ສະມາຊິກລັດຖະສະພາ ອາເມລິກາ ພ້ອມແລ້ວທີ່ຈະຮ່ວມມື, ໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຂອງສົງຄາມ
ອາເມລິກາ ປາດຖະໜາຢາກພັດທະນາການພົວພັນຄູຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ເຂົ້າສູ່ລວງເລິກ

ໂຄງການ​ແນ​ໃສ່​ໜູນ​ຊ່ວຍ​ທຶນ​ສຶກສາ​ໃຫ້ພວກ​ນັກຮຽນທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ແຂວງ​ເທື່ອ​ທຽນ​ເຫວ້, ປະກອບສ່ວນ​ສ້າງ​ເງື່ອນ​ໄຂ ​ແລະ ຊຸກຍູ້​ໃຫ້​ເຂົາ​ເຈົ້າ​ໄດ້​ມີ​ໂອກາດ​ໄດ້ເຂົ້າ​ໂຮງຮຽນ.

​ລະອຽດຄື: 15 ທຶນ ໄດ້ມອບຢູ່ທີ່ໂຮງຮຽນມັດທະຍົມຕອນປາຍ ຟານດັງລືວ, 30 ທຶນໄດ້ມອບຢູ່ທີ່ຫ້ອງການສຶກສາ ແລະ ບໍາລຸງສ້າງ ເມືອງກວ໋າງດ່ຽນ, 30 ທຶນມອບຫ້ອງການສຶກສາ ແລະ ບໍາລຸງສ້າງ ເມືອງອາເລື້ອຍ.

Children of Vietnam trao quà cho các em nhỏ  ເດັກນ້ອຍຂອງ ຫວຽດນາມ ມອບຂອງຂວັນໃຫ້ພວກເດັກນ້ອຍ

ອົງການ Children of VietNam ມອບຂອງຂວັນໃຫ້ນ້ອງໆ

ອົງການ Children of VietNam ແມ່ນອົງການບໍ່ຂຶ້ນກັບລັດຖະບານ ອາເມລິກາ ໄດ້ສ້າງຕັ້ງເມື່ອ ປີ 1998, ເຄື່ອນໄຫວໃນຂົງເຂດໜູນຊ່ວຍດ້ານສາທາລະນະສຸກ, ການສຶກສາ ແລະ ພັດທະນາຊຸມຊົນຢູ່ຫຼາຍແຂວງ, ນະຄອນ ແລະ ໄດ້ຮັບການຕີລາຄາສູງຈາກທຸກຂັ້ນ, ບັນດາຂະແໜງການ, ບັນດາທ້ອງຖິ່ນ ຕໍ່ກັບຜົນສໍາເລັດທີ່ບັນລຸໄດ້.

ມາ​ຮອດ​ປະ​ຈຸ​ບັນ, ມີ​ເດັກ​ນ້ອຍ​ນັບ​ໝື່ນ​ຄົນ​ຢູ່​ຫວຽດ​ນາມ ໄດ້​ຮັບ​ການ​ເບິ່ງແຍງ​ຈາກ 4 ໂຄງ​ການ​ພື້ນ​ຖານ​ຄື: ເຮືອນຢູ່, ສາທາລະນະສຸກ ແລະ ໂພ​ຊະ​ນາ​ການ - ແລະ 2 ໂຄງ​ການ​ຍ່ອຍ​ຄື: ເພີ່ມທະວີຖານະບົດບາດໃຫ້​ແກ່​ແມ່​ຍິງ, ເດັກ​ນ້ອຍ ແລະ ລະ​ບົບການເບິ່ງແຍງ​ຄວາມ​ມຸ່ງຫວັງ​ໃຫ້​ແກ່​ເດັກ​ພິ​ການ.

ດ່ານັ້ງ ໜູນຊ່ວຍ, ສ້າງທຸກເງື່ອນໄຂໃຫ້ແກ່ນັກທ່ອງທ່ຽວໃນບໍລິເວນແຂວງ

ດ່ານັ້ງ ໜູນຊ່ວຍ, ສ້າງທຸກເງື່ອນໄຂໃຫ້ແກ່ນັກທ່ອງທ່ຽວໃນບໍລິເວນແຂວງ

ພະແນກທ່ອງທ່ຽວ ໄດ້ອັບເດັດສະພາບການທ່ອງທ່ຽວດ່ານັ້ງ ແລະ ວຽກງານປ້ອງກັນ, ຕ້ານໂລກລະບາດຂອງຂະແໜງທ່ອງທ່ຽວໃນສື່ສັງສົມອອນລາຍ ແລະ ພາຫະນະສື່ມວນຊົນ.

ອາເມລິກາ ໄດ້ມອບເຄື່ອງຊ່ວຍຫາຍໃຈຈຳນວນ 100 ເຄື່ອງ ທີ່ຫາກໍ່ຜະລິດໃຫ້ ຫວຽດນາມ ເພື່ອໜູນຊ່ວຍເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

ອາເມລິກາ ໄດ້ມອບເຄື່ອງຊ່ວຍຫາຍໃຈຈຳນວນ 100 ເຄື່ອງ ທີ່ຫາກໍ່ຜະລິດໃຫ້ ຫວຽດນາມ ເພື່ອໜູນຊ່ວຍເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

ຍສໝ - ບັນດາໂຄງການ, ໂຄງການຮ່ວມມືຫວຽດນາມ - ອາເມລິກາ ໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ, ຄົບຊຸດ ແລະໝັ້ນຄົງ, ໄດ້ ແລະພວມຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປ້ອງ, ເບິ່ງແຍງສຸຂະພາບຂອງປະຊາຊົນຫວຽດນາມ.

ທອງມີ ສີຫາວົງ

ເບິ່ງເພີ່ມເຕີມໃນ: ພູມລໍາເນົາ ແລະ ຜູ້ຄົນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.