ນ້ຳໃຈມິດຕະພາບ​ຫວຽດນາມ - ກູ​ບາ ​ແມ່ນ​ແບບຢ່າງ​ໃນ​ການ​ພົວພັນ​ສາກົນ ​ແລະການ​ທູດ​ປະຊາຊົນ​

13:49 | 14/10/2024

ຍສໝ - ນັ້ນ​ແມ່ນ​ຂໍ້ສັງເກດຂອງ​ທ່ານ​ນາງ Ariadne Feo Labrada, ກົງ​ສູນ​ໃຫຍ່ ສາທາລະນະ​ລັດ ກູ​ບາ ປະຈຳ​ ນະຄອນໂຮ່ຈີ​ມິນ ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ວັນລຸກຮືຂຶ້ນດ້ວຍ ການປະກອບອາວຸດຂອງ ກູ​ບາ - ວັນບຸກໂຈມຕີປ້ອມປືນໃຫຍ່ Moncada (26 ກໍລະກົດ 1953 – 26 ກໍລະກົດ 2024). ພິທີ​ໄດ້​ຮັບ​ການ​ສົມທົບ​ກັນເພື່ອຈັດຕັ້ງໂດຍສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ນະຄອນ​ໂຮ່ຈິ​ມິນ (HUFO) ​ແລະ ສະຖານ​ກົງສຸນ​ໃຫຍ່​ສາທາລະນະ​ລັດ ກູ​ບາ ປະຈຳ​ນະຄອນ ໃນວັນທີ 3 ຕຸລາ.

ສະມາຄົມພຸດທະສາສະໜາ ​ຫວຽດ​ນາມ: ຂົວຕໍ່​ສັນ​ຕິ​ພາບ​ໃນ​ການ​ທູດ​ປະ​ຊາ​ຊົນ
​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານເຄິ່ງຊັກນຳໄຟຟ້າ ​ແລະ AI: ​​ກາລະ​ໂອກາດ​ບຸກທະລຸໃຫ້ການ​ພົວພັນ​ ຫວຽດນາມ - ອາ​ເມ​ລິ​ກາ

ຕາມ​ທ່ານ​ນາງ Ariadne Feo Labrada ແລ້ວ, ​ເຖິງ​ວ່າ ຫວຽດນາມ ​ແລະ ກູ​ບາ ຢູ່ຫ່າງກັນ​ເປັນ​ເຄິ່ງ​ໜ່ວຍໂລກ, ​ແຕ່​ກໍ່ມີ​ສາຍ​ພົວພັນສະໜິດ​ຕິດພັນ, ​ສັດ​ຊື່, ໃສແຈ້ງ, ຈິງ​ໃຈ. ສາຍ​ພົວພັນ​ນັ້ນ ​ໄດ້​ຮັບ​ການ​ກໍ່ສ້າງ, ເພີ່ມພູນຄູນສ້າງ​ໂດຍ​ປະທານ ​ໂຮ່ຈີ​ມິນ ​ແລະ ປະທານ Fidel Castro; ບັນດາລຸ້ນການ​ນຳ ​ແລະ ປະຊາຊົນ​ສອງ​ປະ​ເທດ ໄດ້ປັບປຸງ, ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​, ສ້າງ​ແຫຼ່ງກຳລັງ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ໄຊຊະນະ, ຊ່ວຍ​ໃຫ້ 2 ປະ​ເທດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ມານະ​ພະຍາຍາມ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ນ້ຳໃຈມິດຕະພາບ​ຫວຽດນາມ - ກູ​ບາ ​ແມ່ນ​ແບບຢ່າງ​ໃນ​ການ​ພົວພັນ​ສາກົນ ​ແລະການ​ທູດ​ປະຊາຊົນ​

ພິທີສະເຫຼີມສະຫຼອງ 71 ປີແຫ່ງວັນໄຊຊະນະ Moncada ຂອງປະຊາຊົນກູບາ ຢູ່ນະຄອນ ໂຮ່ຈີມິນ. (ພາບ: ອົງຄະນະພັກນະຄອນໂຮ່ຈີມິນ)

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ໄດ້ມີການໄປຢ້ຽມຢາມທາງລັດຖະກິດ ​ກູ​ບາ, ​ແມ່ນຫຼັກຖານພະຍານເພື່ອ​ຢັ້ງຢືນ​ສາຍພົວພັນ​ສາມັກຄີທີ່​ເປັນ​ມູນ​ເຊື້ອ​, ມິຕະພາບແບບພິເສດ ຫວຽດນາມ ​- ກູ​ບາ ທີ່ຍາມໃດກໍ່ຖື​ວ່າ​ເປັນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ ເຊິ່ງພັກ, ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດໄດ້ເພີ່ມພູນຄູນສ້າງຢ່າງສຸດຈິດສຸດໃຈ; ພ້ອມ​ກັນ​ນັ້ນ, ກໍ່​ສະ​ແດງ​ໃຫ້​ເຫັນ​ການຖືເປັນສຳຄັນສູງຂອງ ​ຫວຽດນາມ​ ຕໍ່​ ກູ​ບາ ​ແລະ ທີ່ຕັ້ງຂອງ ກູ​ບາ ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ.

ທ່ານ​ນາງ Ariadne Feo Labrada ຢືນຢັນ​ວ່າ ຫວຽດນາມ ​ແລະ ກູ​ບາ ​ແມ່ນ​ສອງ​ປະ​ເທດ​ອ້າຍ​ນ້ອງ​ທີ່​ມີສາຍພົວພັນມິດຕະພາບເເບບພິເສດ ແລະ ​ເປັນ​ເອກະລັກ​ສະ​ເພາະ, ​ເປັນ​ແບບຢ່າງ​ໃນ​ການ​ພົວພັນ​ສາກົນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ສາມັກຄີ ​ແລະ ການ​ທູດ​ປະຊາຊົນ. ການ​ພົບ​ປະ​ເນື່ອງໃນໂອກາດສະເຫຼີມສະຫຼອງວັນ​ໄຊຊະນະ Moncada ​ແມ່ນ​ຫຼັກຖານພະຍານກ່ຽວກັບນ້ຳ​ໃຈ​ມິດຕະພາບ, ຄວາມ​ສາມັກຄີ ​ແລະ ລັດທິ​ສາ​ກົນ​ທີ່​ບໍລິສຸດ​ຂອງ​ສອງ​ປະ​ເທດ.

ນ້ຳໃຈມິດຕະພາບ​ຫວຽດນາມ - ກູ​ບາ ​ແມ່ນ​ແບບຢ່າງ​ໃນ​ການ​ພົວພັນ​ສາກົນ ​ແລະການ​ທູດ​ປະຊາຊົນ​

ທ່ານ​ນາງ Ariadne Feo Labrada, ກົງ​ສຸນ​ໃຫຍ່ ສາທາລະນະ​ລັດ ກູ​ບາ ປະຈຳ​ນະຄອນ ​ໂຮ່ຈີ​ມິນ. (ພາບ: TTXVN)

ທ່ານ​ນາງ Labrada ຢືນຢັນ​ວ່າ ປະຊາຊົນກູ​ບາ ຍາມ​ໃດ​ກໍ່ເຄົາລົບບັນດາ​ກາລະ​ໂອກາດ​ພົບປະ, ແລກປ່ຽນ​ວັດທະນະທຳ, ຮັດແໜ້ນນ້ຳໃຈມິດຕະພາບກັບ​ປະຊາຊົນ​ຫວຽດນາມ ​ແລະ ຂອບ​ໃຈ​ຫວຽດນາມ ທີ່ຍາມໃດກໍ່ສາມັກຄີ, ຢູ່ຄຽງຂ້າງກັນ ແລະ ໜູນ​ຊ່ວຍ​ ກູ​ບາ ຢ່າງສຸດໃຈໃນຂະນະທີ່ຫຍຸ້ງຍາກ.

ກ່າວ​ຄຳປາໄສ​ທີ່​ພິ​ທີ, ທ່ານ​ນາງ ເຈືອງ​ທິ​ຮ່​ຽນ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ກູ​ບາ ປະ​ຈຳ​ ນະ​ຄອນໂຮ່​ຈິ​ມິນ ໃຫ້ຮູ້ວ່າ ວັນບຸກໂຈມຕີປ້ອມປືນຝຫຍ່ Moncada ແມ່ນ​ເຫດ​ການ​ປະ​ຫວັດ​ສາດ​ທີ່ສຳຄັນຍິ່ງ, ເປັນ​ບາດ​ລ້ຽວຂີດໝາຍການພັດທະນາທີ່ສຳ​ຄັນຂອງການ​ປະ​ຕິ​ວັດ​ກູ​ບາ, ປຸກລະດົມໃຈປະຊາຊົນ ​ກູ​ບາ​ ລຸກ​ຮື້ຂຶ້ນ, ສ້າງ​ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​ເມື່ອ​ວັນ​ທີ 1 ມັງກອນ 1959, ເປີດ​ສັງກາດ​ໃໝ່​ໃຫ້​ກູ​ບາ - ສັງກາດເອກະລາດ, ເສລີພາບ ແລະ ສັງຄົມນິຍົມ.

ທ່ານນາງ ເຈືອງ​ທິ​ຮ່​ຽນ ແຈ້ງໃຫ້ຊາບວ່າ ໃນໄລຍະຜ່ານມາ, ສະຫະພັນບັນດາອົງການມິດຕະພາບ, ສະມາຄົມມິດຕະພາບ ຫວຽດນາມ - ກູບາ ນະຄອນໂຮ່ຈີມິນ ໄດ້ສົມທົບກັນເປັນຢ່າງດີກັບສະຖານກົງສຸນໃຫຍ່ ກູບາ ເພື່ອຈັດຕັ້ງບັນດາການເຄື່ອນໄຫວເປັນປະຈຳຢ່າງອຸດົມສົມບູນ, ມີຄວາມໝາຍຄື: ການພົບປະເນື່ອງໃນໂອກາດວັນຊາດ ກູບາ; ພິທີສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ; ສະເຫຼີມສະຫຼອງວັນໄຊຊະນະ Giron, ຈັດຕັ້ງບັນດາການແຂ່ງຂັນແຕ້ມຮູບລະດົມໃຈກ່ຽວກັບນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ, ແຕ້ມຮູບຢູ່ເທິງຝາຂອງສະຖານກົງສຸນໃຫຍ່ ກູບາ; ພາຄະນະ​ຜູ້ແທນກົງສຸນ​ໃຫຍ່ ​ແລະ ນັກ​ຊ່ຽວຊານ​ກູ​ບາ ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ບັນດາ​ແຂວງ; ເຂົ້າ​ຮ່ວມຳ້ອມກັບຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ນະ​ຄອນ ເພື່ອ​ໄປ​ຢ້ຽມ​ຢາມ​ກູ​ບາ; ຕ້ອນຮັບ​ບັນດາ​ຄະນະ​ຜູ້​ແທນ​ກູ​ບາ​ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ ນະຄອນ​ໂຮ່ຈິ​ມິນ...

ນ້ຳໃຈມິດຕະພາບ​ຫວຽດນາມ - ກູ​ບາ ​ແມ່ນ​ແບບຢ່າງ​ໃນ​ການ​ພົວພັນ​ສາກົນ ​ແລະການ​ທູດ​ປະຊາຊົນ​

ທ່ານນາງ ເຈືອງທິຮ່ຽນ, ປະທານສະມາຄົມມິດຕະພາບ ຫວຽດນາມ - ກູບາ ນະຄອນ ໂຮ່ຈີມິນ. (ພາບ: TTXVN)

ທ່ານ​ນາງ​ໄດ້ຕີ​ລາຄາ​ວ່າ ບັນດາ​ການ​ເຄື່ອນ​ໄຫວໄດ້ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ນັກຮຽນ, ນັກສຶກສາ ແລະ ປະຊາຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ປະກອບສ່ວນເພີ່ມພູນຄູນສ້າງການ​ພົວພັນ​ມິດຕະພາບແບບ​ພິ​ເສດ​ລະຫວ່າງ ຫວຽດນາມ ​- ກູ​ບາ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ກົງ​ສູນ​ໃຫຍ່ ກູ​ບາ ປະ​ຈຳ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ມອບ​ຫຼຽນ​ໄຊທີ່ລະນຶກ 60 ປີແຫ່ງສະ​ຖາ​ບັນ​ ກູ​ບາ ມິດຕະພາບ​ກັບບັນດາຊົນເຜົ່າ (ICAP) ​ໃຫ້​ຄະນະ​ຕິດຕໍ່ປະສານງານມູນເຊື້ອ ກອງພັນເລກທີ 261 - Giron ຢູ່​ນະຄອນ ​ໂຮ່ຈີ​ມິນ.

ພາຍຫຼັງໄຊຊະນະອັນສະຫງ່າລາສີຂອງກອງພັນເລກທີ 261 (ທະຫານເຂດ 8) ໃນບັ້ນຮົບ Ap Bac, ໃນປີ 1964, ຜູ້ນຳ ກູບາ Fidel Castro ໄດ້ມອບທຸງໄຊຊະນະ Giron ໃຫ້ແກ່ກອງພັນເລກທີ 261. ຈາກນັ້ນມາ, ກອງພັນຍັງມີຊື່ເອີ້ນວ່າ ກອງພັນເລກທີ 261 - Giron, ກາຍ​ເປັນ​ສັນ​ຍາ​ລັກ​ແຫ່ງ​ການ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ​ລະ​ຫວ່າງ​ຫວຽດ​ນາມ - ກູ​ບາ.

ບາດກ້າວ​ໃໝ່​ໃນ​ການ​ພົວພັນ​ປະຊາຊົນ ​ແລະການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ ຫວຽດນາມ ​ແລະກູ​ບາ

ບາດກ້າວ​ໃໝ່​ໃນ​ການ​ພົວພັນ​ປະຊາຊົນ ​ແລະການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ ຫວຽດນາມ ​ແລະກູ​ບາ

ຍສໝ - ການຢ້ຽມຢາມທາງລັດຖະກິດຂອງ ສະຫາຍ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄປຍັງ ກູບາ ນັບແຕ່ວັນທີ 25 – 27 ກັນຍາ ມີຄວາມໝາຍສຳຄັນໃນການປັບປຸງຄວາມສາມັກຄີລະຫວ່າງສອງປະເທດ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ກາລະ​ໂອກາດ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​, ການ​ຄ້າ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍາວ​ນານ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ​ດ້ວຍບັນດາໝາກຜົນຢ່າງຕັ້ງໜ້າໃນ​ການພົບປະ​ແລກປ່ຽນ​ປະຊາຊົນ ​ແລະ ການ​ຮ່ວມ​ມື​ທ້ອງ​ຖິ່ນ.

ຍູ້ແຮງການ​ຮ່ວມ​ມື​ມິດຕະພາບ​ ຫວຽດນາມ - ໄທ ຜ່ານ​ບັນດາການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ປະຊາຊົນ

ຍູ້ແຮງການ​ຮ່ວມ​ມື​ມິດຕະພາບ​ ຫວຽດນາມ - ໄທ ຜ່ານ​ບັນດາການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ປະຊາຊົນ

ຍສໝ - ຄະ​ນະ​ຜູ້​ແທນ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ຫວຽດ​ນາມ - ໄທ, ໂດຍ​ທ່ານ ຫງວຽນ​ວັນ​ແທ່ງ - ປະ​ທານ​ສະ​ມາ​ຄົມນຳ​ໜ້າ ຫາກໍ່ມີການໄປ​ປະຕິບັດງານຢູ່ ໄທ ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.