ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສິ້ນສຸດການຢ້ຽມຢາມລັດຖະກິດທີ່ມົງໂກນ ຢ່າງຈົບງາມ

00:19 | 02/10/2024

ຍສໝ - ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ສິ້ນສຸດບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມທາງລັດຖະກິດທີ່ ມົງໂກນ ຢ່າງຈົບງາມ...

ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຈະມີສານໃຫຍ່, ສໍາຄັນຢູ່ອາເມລິກາ ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຈະມີສານໃຫຍ່, ສໍາຄັນຢູ່ອາເມລິກາ
ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລີມ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລີມ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ.

ຕອນບ່າຍວັນທີ 1 ຕຸລາ, ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ສິ້ນສຸດບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມທາງລັດຖະກິດທີ່ ມົງໂກນ ແລະອອກເດີນທາງຈາກນະຄອນຫຼວງ Ulaanbaatar ໄປຢ້ຽມຢາມລັດຖະກິດທີ່ ໄອແລນ ຕາມຄໍາເຊີນຂອງທ່ານ Michael D. Higgins ປະທານາທິບໍດີແຫ່ງໄອແລນ.

ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສິ້ນສຸດການຢ້ຽມຢາມລັດຖະກິດທີ່ມົງໂກນ ຢ່າງຈົບງາມ
ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສິ້ນສຸດການຢ້ຽມຢາມລັດຖະກິດທີ່ ມົງໂກນ ຢ່າງຈົບງາມ, ອອກເດີນທາງຢ້ຽມຢາມໄອແລນ. ພາບ: ສຳນັກຂ່າວສານຫວຽດນາມ

ກ່ອນໜ້ານັ້ນ, ໃນຂອບເຂດການຢ້ຽມຢາມມົງໂກນ, ຕອນເຊົ້າວັນທີ 1 ຕຸລາ, ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄປຢ້ຽມຢາມໂຮງຮຽນເລກທີ 14 ທີ່ໃສ່ຊື່ປະທານໂຮ່ຈີມິນ ຢູ່ນະຄອນຫຼວງ Ulaanbaatar. ຢູ່ທີ່ນີ້, ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ຖະຫວາຍດອກໄມ້ຢູ່ທີ່ອະນຸສາວະລີປະທານ ໂຮ່ຈີມິນ, ຢ້ຽມຊົມຫ້ອງມູນເຊື້ອ ໂຮ່ຈີມິນ ໃນໂຮງຮຽນ.

ກ່າວຄຳເຫັນທີ່ການຢ້ຽມຢາມໂຮງຮຽນ, ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສະແດງຄວາມຕື້ນຕັນໃຈເມື່ອທີ່ໄດ້ຢ້ຽມຢາມໂຮງຮຽນເລກທີ 14 ທີ່ໃສ່ຊື່ປະທານໂຮ່ຈີມິນ ຄືນໃໝ່ເນື່ອງໃນໂອກາດຢ້ຽມຢາມທາງລັດຖະກິດມົງໂກນ, ກົງກັບໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ມົງໂກນ ແລະກໍ່ແມ່ນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງໂຮງຮຽນ.

ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເນັ້ນໜັກວ່າ ປະທານ ໂຮ່ຈີມິນ ແມ່ນຜູ້ນຳແສນເຄົາລົບຮັກຂອງປະຊາຊົນຫວຽດນາມ. ຜູ້ທີ່ໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ພາລະກິດປົດປ່ອຍຊາດຂອງປະຊາຊົນຫວຽດນາມ, ປະກອບສ່ວນເຂົ້າໃນການຕໍ່ສູ້ລວມຂອງບັນດາຊາດ ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະຄວາມກ້າວໜ້າສັງຄົມຢູ່ໃນໂລກ. ເພິ່ນແມ່ນຜູ້ນຳຄົນທຳອິດຂອງຫວຽດນາມ ຢ້ຽມຢາມ ມົງໂກນ ຢ່າງເປັນທາງການໃນປີ 1995, ພ້ອມກັບການນຳ ມົງໂກນ ຕັ້ງພື້ນຖານອັນໝັ້ນແກ່ນໃຫ້ແກ່ການພົວພັນມິດຕະພາບ, ເປີດໄລຍະພັດທະນາ, ສາມັກຄີລະຫວ່າງສອງປະເທດຫວຽດນາມ ແລະມົງໂກນ.

ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສະແດງຄວາມພາກພູມໃຈເມື່ອເຫັນວ່າ ໂຮງຮຽນເລກທີ 14 ທີ່ໃສ່ຊື່ປະທານໂຮ່ຈີມິນ ແມ່ນໂຮງຮຽນແຫ່ງທີ່ມີອິດທິພົນຊື່ສຽງແຖວໜ້າຂອງປະເທດ, ເປັນຕົວແບບຂອງພື້ນຖານການສຶກສາສາມັນທີ່ທັນສະໄໝ, ກ້າວໜ້າຂອງມົງໂກນ, ພິເສດ, ໂຮງຮຽນກໍ່ແມ່ນໜຶ່ງໃນບັນດາສັນຍາລັກແຫ່ງການພົວພັນມິດຕະພາບທີ່ດີງາມລະຫວ່າງ ຫວຽດນາມ ແລະມົງໂກນ.

ເພື່ອຍ້ອງຍໍສັນລະເສີນຜົນງານ “ສອນດີ ແລະຮຽນເກັ່ງ”, ລະດົມກຳລັງໃຈຄູສອນ ແລະນັກຮຽນຂອງໂຮງຮຽນ, ທ່ານ ໂຕເລີມ ໄດ້ມອບເງິນຈຳນວນ 50.000 ໂດລາສະຫະລັດ ເຊິ່ງແມ່ນຂອງຂວັນຂອງພັກ ແລະລັດຫວຽດນາມ ທີ່ສະໜັບສະໜູນໂຮງຮຽນ ເພື່ອປະກອບວັດຖຸອຸປະກອນສິດສອນກະກຽມໃຫ້ແກ່ສົກຮຽນໃໝ່ 2024-2025. ເນື່ອງໃນໂອກາດນີ້, ອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນນະຄອນຮ່າໂນ້ຍ ກໍ່ມອບຂອງຂວັນ ແລະມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ມອບທຶນການສຶກສາໃຫ້ແກ່ໂຮງຮຽນ.

ຕອນເຊົ້າວັນດຽວກັນ, ທ່ານ ໂຕເລີມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄປຢ້ຽມຢາມສະຖານທູດຫວຽດນາມ, ພົບປະ, ໂອ້ລົມຢ່າງສະໜິດສະໜົມກັບພະນັກງານ, ພາລະກອນສະຖານທູດ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ມົງໂກນ.

ຕອນບ່າຍວັນທີ 1 ຕຸລາ, ຢູ່ນະຄອນຫຼວງ Ulaanbaatar, ທ່ານ ໂຕເລີມ ໄດ້ຕ້ອນຮັບບັນດາອົງການຈັດຕັ້ງເສດຖະກິດພົ້ນເດັ່ນຂອງ ມົງໂກນ. ທີ່ການຕ້ອນຮັບ, ທ່ານ ໂຕເລີມ ຢັ້ງຢືນວ່າ ໃນໄລຍະ 70 ປີນັບແຕ່ວັນສ້າງຕັ້ງການພົວພັນທາງການທູດ (1954-2024), ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດຫວຽດນາມ - ມົງໂກນ ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ; ການແລກປ່ຽນຄະນະ, ການພົບປະຂັ້ນສູງ ແລະທຸກຂັ້ນໄດ້ດຳເນີນເປັນປະຈຳ; ຄວາມເຂົ້າອົກເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດຍາມໃດກໍ່ໄດ້ຮັບການປັບປຸງ, ການຮ່ວມມືໃນທຸກຂົງເຂດໄດ້ຮັບການເພີ່ມທະວີ. ພິເສດ, ການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງສອງປະເທດມີບາດກ້າວໃໝ່, ວົງເງິນການຄ້າສອງສົ້ນບັນລຸກວ່າ 120 ລ້ານໂດລາສະຫະລັດ ໃນປີ 2023 ແລະຍັງມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍ. ທ່ານ ໂຕເລີມ ຕີລາຄາສູງເລື່ອງໃນໄລຍະມໍ່ໆມານີ້ສອງຝ່າຍໄດ້ຈັດຕັ້ງການເຄື່ອນໄຫວແລກປ່ຽນຮ່ວມມືຫຼາຍຢ່າງລະຫວ່າງບັນດາອົງການເສດຖະກິດ ແລະວິສາຫະກິດສອງປະເທດ, ຜ່ານນັ້ນປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດໃຫ້ພັດທະນາສົມກັບຄວາມສາມາດບົ່ມຊ້ອນ.

ທ່ານ ໂຕເລີມ ຊີ້ແຈ້ງວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ສຸມໃສ່ພັດທະນາກຳລັງແຮງພາຍໃນ, ເປັນເຈົ້າການເຊື່ອມໂຍງກັບສາກົນມຸ່ງໄປເຖິງການຫັນປ່ຽນເສດຖະກິດດີຈີຕອນ, ການເຕີບໂຕສີຂຽວ, ການພັດທະນາວິທະຍາສາດ-ເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດສ້າງ ເພື່ອເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ, ເຂົ້າຮ່ວມຕ່ອງໂສ້ການສະໜອງທົ່ວໂລກຢ່າງມີປະສິດທິຜົນກວ່າ. ພ້ອມທັງ, ຍູ້ແຮງການລົງທຶນພັດທະນາພື້ນຖານໂຄງລ່າງຍຸດທະສາດ, ບັນດາໂຄງການສຳຄັນ, ຍູ້ແຮງວິວັດທະນາການສ້າງໂຄງປະກອບຄືນໃໝ່, ຍົກສູງກຳລັງຄວາມສາມາດທີ່ມີຢູ່, ລັກສະນະກຸ້ມຕົນເອງຂອງພື້ນຖານເສດຖະກິດ, ສືບຕໍ່ປັບປຸງ, ສ້າງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດສະດວກທີ່ສຸດໃຫ້ແກ່ວິສາຫະກິດ. ຫວຽດນາມ ຕັ້ງເປົ້າໝາຍສູ້ຊົນເຖິງປີ 2030, ກາຍເປັນປະເທດພວມພັດທະນາທີ່ມີພື້ນຖານອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ ແລະວິໄສທັດເຖິງປີ 2045 ກາຍເປັນປະເທດພັດທະນາ, ທີ່ມີລາຍຮັບສູງ. ໃນຂະນະນັ້ນ ມົງໂກນ ກຳລັງສຸມໃສ່ຜັນຂະຫຍາຍ “ນະໂຍບາຍຟື້ນຟູໃໝ່” ແລະບັນດາເປົ້າໝາຍຍຸດທະສາດ “ວິໄສທັດເຖິງປີ 2050”, ປະກອບສ່ວນຍົກສູງຖານະບົດບາດ ແລະທີ່ຕັ້ງສາກົນຂອງມົງໂກນ. ສິ່ງດັ່ງກ່າວສະແດງໃຫ້ເຫັນຈຸດຄ້າຍຄືກັນກ່ຽວກັບເປົ້າໝາຍ, ຜົນປະໂຫຍດການຮ່ວມມືລະຫວ່າງສອງປະເທດ.

ທ່ານ ໂຕເລີມ ຢັ້ງຢືນວ່າ ຫວຽດນາມ ແລະມົງໂກນ ມີຄວາມສາມາດບົ່ມຊ້ອນ, ກາລະໂອກາດຫຼາຍຢ່າງ ເພື່ອພັດທະນາຢ່າງແຮງ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສະເໜີບັນດາອົງການກ່ຽວຂ້ອງຂອງສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອສ້າງຄວາມສະດວກໃຫ້ການເຂົ້າເຖິງຕະຫຼາດສຳລັບຜະລິດຕະພັນກະເສດ, ໂດຍສະເພາະແມ່ນການລ້ຽງສັດ, ແຮ່ທາດ, ກໍ່ສ້າງກິດຈະການ, ຮ່ວມມື logistics, ຫັນປ່ຽນດີຈີຕອນ, ພະລັງງານສີຂຽວ, ພະລັງງານສະອາດ.

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ Dorjkhand Togmid ຮອງນາຍົກລັດຖະມົນຕີ ມົງໂກນ ສະແດງຄວາມພາກພູມໃຈຕໍ່ໝາກຜົນການຮ່ວມມືລະຫວ່າງສອງປະເທດ, ໂດຍສະເພາະແມ່ນການກຳນົດທິດທາງຮ່ວມມືໃນການຢ້ຽມຢາມທາງລັດຖະກິດ ມົງໂກນ ຂອງທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ເຫດການນີ້ແມ່ນກາລະໂອກາດອັນລ້ຳຄ່າ ເພື່ອໃຫ້ບັນດາອົງການຈັດຕັ້ງເສດຖະກິດ, ວິສາຫະກິດພົ້ນເດັ່ນຂອງ ມົງໂກນ ແບ່ງປັນຄຳຄິດຄຳເຫັນ, ຄວາມມຸ່ງມາດປາດຖະໜາເຖິງການນຳຂັ້ນສູງຂອງຫວຽດນາມ, ຈາກນັ້ນຊອກຫາກາລະໂອກາດເພີ່ມທະວີການຮ່ວມມືດ້ານການຄ້າ ແລະການລົງທຶນກັບຫວຽດນາມ.

ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສິ້ນສຸດການຢ້ຽມຢາມລັດຖະກິດທີ່ມົງໂກນ ຢ່າງຈົບງາມ
ລັດຖະມົນຕີການຕ່າງປະເທດມົງໂກນ B. Batsetseg ອໍາລາານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ມົງໂກນ ຂອງທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ. ຕອນບ່າຍວັນທີ 1 ຕຸລາ, ສະຫາຍ ເລຮວ່າຍຈູງ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ພົບປະ ແລະເຮັດວຽກກັບທ່ານ Yangug Sodbaatar ເລຂາທິການໃຫຍ່ພັກປະຊາຊົນມົງໂກນ ກໍາອຳນາດ ແລະທ່ານ Batchimeg ຮອງປະທານພັກປະຊາທິປະໄຕມົງໂກນ.

ການໄປປະຕິບັດງານຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ບັນລຸໄດ້ທຸກເປົ້າໝາຍທີ່ວາງໄວ້ ການໄປປະຕິບັດງານຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ບັນລຸໄດ້ທຸກເປົ້າໝາຍທີ່ວາງໄວ້

ຍສໝ - ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບຄວາມໝາຍຂອງການປະຕິບັດງານຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ.

ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 78: ການປະຕິບັດງານ8ຕ່າງປະເທດຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສະແດງຄໍາໝັ້ນສັນຍາດ້ານການເມືອງຢ່າງແຂງແຮງຂອງຫວຽດນາມ ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 78: ການປະຕິບັດງານ8ຕ່າງປະເທດຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສະແດງຄໍາໝັ້ນສັນຍາດ້ານການເມືອງຢ່າງແຂງແຮງຂອງຫວຽດນາມ

ຍສໝ - ເນື່ອງໃນໂອກາດ ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 79 ແລະເຮັດວຽກຢູ່ອາເມລິກາ, ທ່ານ Dennis Francis ປະທານສະມັດຊາໃຫຍ່ ສະໄໝທີ 78 ໄດ້ຕອບສໍາພາດຕໍ່ນັກຂ່າວກ່ຽວກັບຄວາມໝາຍການປະຕິບັດງານ ກໍ່ຄືການປະກອບສ່ວນຂອງຫວຽດນາມ ຕໍ່ກັບອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກ.

ແສງເດືອນ

ເຫດການ
302 Found

Found

The document has moved here.