ວິ​ສາ​ຫະ​ກິດ​ຫວຽດ​ນາມ - ລັດ​ເຊຍ: ເຊື່ອມ​ຕໍ່​ກາ​ລະ​ໂອ​ກາດ​ການຮ່ວມ​ມື

11:01 | 05/10/2024

ຍສໝ - ວັນທີ 2-3 ຕຸລາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ສະຫະພັນລັດເຊຍ ໄດ້ສົມທົບກັບບໍລິສັດຫຸ້ນສ່ວນການຜະລິດ ແລະ ການຄ້າ Altai Sibiri ຈັດຕັ້ງການພົບປະ, ເຊື່ອມຕໍ່ການຮ່ວມມືລະຫວ່າງບັນດາວິສາຫະກິດຫວຽດນາມ ແລະ ຄະນະຜູ້ແທນວິສາຫະກິດແຂວງ Amur (ສະຫະພັນລັດເຊຍ).

ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ, ໄທ: ເປີດກວ້າງ​ການ​ຮ່ວມ​ມື, ເຊື່ອມ​ຕໍ່​ແບບ​ຍືນ​ຍົງ
ລັດ​ເຊຍ ຍາມ​ໃດ​ກໍ່​ຖື​ ຫວຽດ​ນາມ ເປັນຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ເປັນ​ເພື່ອນມິດ​ທີ່​ສັດ​ຊື່

ການພົບປະມີການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະກິດ​ລັດ​ເຊຍ 5 ແຫ່່ງ ເຮັດສະເພາະການ​ສະໜອງ​ບັນດາ​ຜະລິດ​ຕະພັນ​ກະ​ສິກຳ, ແມ່ນ​ບັນດາ​ຫົວໜ່ວຍ​ທີ່​ມີ​ປະສົບ​ການ​ຫຼາຍ​ປີ​ໃນ​ການ​ເຄື່ອນ​ໄຫວ​ເສດຖະກິດ​ການຕ່າງປະ​ເທດ, ພ້ອມ​ກັບ​ຜູ້ຕາງໜ້າ​ວິ​ສາ​ຫະກິດຫວຽດນາມ ທີ່​ມາ​ຈາກ​ຫຼາຍ​ທ້ອງ​ຖິ່ນ​ຄື: ຫາຍ​ເຢືອງ, ຫວິງ​ຟຸກ...

ວິ​ສາ​ຫະ​ກິດ​ຫວຽດ​ນາມ - ລັດ​ເຊຍ: ເຊື່ອມ​ຕໍ່​ກາ​ລະ​ໂອ​ກາດ​ການຮ່ວມ​ມື

ການ​ເຄື່ອນ​ໄຫວ​ພົບ​ປະ​ວິ​ສາ​ຫະ​ກິດ​ຫວຽດ​ນາມ - ສະຫະພັນລັດເຊຍ.

ກ່າວ​ຄຳປາໄສ​ທີ່​ການ​ພົບ​ປະ, ທ່ານ ​ເຈີ່ນ​ວັນ​ຕ໋າມ, ຮອງ​ເລຂາທິການໃຫຍ່ສະມາຄົມ​ມິດຕະພາບຫວຽດນາມ - ສະຫະພັນ​ລັດ​ເຊຍ, ຮັບຜິດຊອບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ຫວຽດນາມ - ສະຫະພັນ​ລັດ​ເຊຍ ​ໃຫ້​ຮູ້​ວ່າ “ການ​ເຄື່ອນ​ໄຫວ​ເພື່ອຊອກ​ຫາ​ສຽງລວມໃຫ້ການຮ່ວມ​ມື​ດ້ານ​ເສດຖະກິດ, ຊຸກຍູ້​ບັນດາ​ກາລະ​ໂອກາດການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ຜະລິດຕະພັນກະ​ເສດ​ຄື ນ້ຳມັນດອກ​ຕາ​ເວັນ, ຫົວອາຫານ​ສັດ,... ​ແລະ ​ເຄື່ອງ​ຈັກ​, ອຸປະກອນລະຫວ່າງຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ”.

ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​ມີ​ທ່າແຮງຫຼາຍ​ດ້ານໃນ​ຂົງ​ເຂດ​ກະສິກຳ. ຍ້ອນ​ເຫດ​ນັ້ນ, ຫວຽດນາມ ກາຍ​ເປັນ​ທ້ອງ​ຕະຫຼາດ​ທີ່​ມີ​ຄວາມສາມາດບົ່ມຊ້ອນສຳລັບ​ບັນດາ​ວິ​ສາ​ຫະກິດ​ລັດ​ເຊຍ ຢູ່​ແຂວງ Amur. ໂດຍຜ່ານ​ການ​ພົບ​ປະ​ແລກປ່ຽນ​ໂດຍ​ກົງ, ບັນດາ​ວິ​ສາ​ຫະກິດ​ແຂວງ Amur ສະ​ແດງ​ຄວາມ​ຫວັງ​ຢາກຈະ​ສ້າງ​ຕັ້ງການ​ພົວພັນ​ດ້ານ​ການ​ຄ້າ, ເປີດ​ກວ້າງ​ທ້ອງຕະຫຼາດ​ຢູ່ ຫວຽດນາມ. ຝ່າຍ​ຫວຽດນາມ ກໍ່​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ຮ່ວມ​ມື ​ແລະ ​ເຊີນ​ບັນດາ​ວິ​ສາ​ຫະກິດລັດ​ເຊຍ ມາ​ຢ້ຽມຢາມ​ບັນດາ​ສະຖານ​ທີ່ທຳການ​ຜະລິດ​ຂອງ​ຕົນໂດຍ​ກົງ.

ຜູ້ຕາງໜ້າ​ບໍລິສັດ Flagman ຈຳກັດ (ສະຫະພັນ​ລັດ​ເຊຍ), ທ່ານ​ນາງ Victoria ​ໃຫ້​ຮູ້​ວ່າ “ການ​ຮ່ວມ​ມື ​ແລະ ສົ່ງ​ອອກ​ສິນຄ້າ​ຈາກລັດ​ເຊຍ ​ໄປຍັງຫວຽດນາມ ຍັງ​ບໍ່​ທັນເປັນປົກກະຕິ. ສະ​ນັ້ນ, Flagman ປາດ​ຖະ​ໜາ​ຢາກ​ຊອກ​ຫາ​ຄູ່​ຮ່ວມ​ມື​ໄລ​ຍະ​ຍາວ​ຢູ່​ຫວຽດ​ນາມ. ປະຈຸ​ບັນ, ການ​ຊຳລະ​ສາກົນ​ຂອງລັດ​ເຊຍ​ ​ແມ່ນ​ຫຍຸ້ງຍາກ, ​ແຕ່​ບໍລິສັດ​ມີ​ສຳນັກງານ​ຜູ້ຕາງໜ້າ​ຢູ່​ນະຄອນ​ໂຮ່ຈິ​ມິນ. ສະ​ນັ້ນ, ການ​ເຄື່ອນ​ໄຫວ​ລົງ​ທຶນ​ລະ​ຫວ່າງ 2 ຝ່າຍ​ຈະ​ບໍ່​ໄດ້​ຮັບ​ຜົນ​ກະ​ທົບ”.

ວິ​ສາ​ຫະ​ກິດ​ຫວຽດ​ນາມ - ລັດ​ເຊຍ: ເຊື່ອມ​ຕໍ່​ກາ​ລະ​ໂອ​ກາດ​ການຮ່ວມ​ມື

ຜູ້ຕາງໜ້າ​ບໍລິສັດ Flagman ຈຳກັດ (ສະຫະພັນ​ລັດ​ເຊຍ) ໄດ້ພົບປະແລກປ່ຽນໂດຍກົງກັບວິສາຫະກິດຫວຽດນາມ. ພາບ Bach Duong.

ຜູ້ຕາງໜ້າ​ບໍລິສັດ Soya28 ຈຳກັດ ​ແລະ ບໍລິສັດ “ດາວ​ແດງ” ຈຳກັດ (ລັດ​ເຊຍ) ໃຫ້​ຮູ້​ວ່າ ຈະ​ຍົກອອກບັນດາ​ນະ​ໂຍບາຍ​ທີ່ສະດວກທີ່ສຸດ, ​ເພື່ອ​ຊຸກຍູ້​ການເຄື່ອໄຫວບໍລິ​ໂພ​ກບັນດາຜະລິດຕະພັນຈາກສາລີ ​ແລະ ໝາກຖົ່ວເຫຼືອງ​ຢູ່​ທ້ອງຕະຫຼາດ ຫວຽດນາມ. ຝ່າຍວິສາຫະກິດລັດເຊຍ ຢືນຢັນວ່າ ບັນດາຜະລິດຕະພັນລ້ວນແຕ່ບັນຈຸໂພຊະນາການສູງ, ໄດ້ຮັບການຄວບຄຸມຄຸນນະພາບຢ່າງເຂັ້ມງວດ.

ທ່ານ ເຈີ່ນວັນຕ໋າມ ກໍ່​ເນັ້ນ​ໜັກ​ວ່າ “ບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ຕ້ອງ​ຮັບປະກັນ​ມາດຕະຖານ​ຄວາມ​ປອດ​ໄພ​ຕໍ່​ສຸຂະພາບ​ຜູ້​ບໍລິ​ໂພ​ກ ​ແລະ ​ເວົ້າ​ບໍ່​ກັບການ​ດັດ​ແປງ​ພັນ​ທຸ​ກຳ”.

ການ​ເຄື່ອນ​ໄຫວ​ພົບ​ປະ​ວິ​ສາ​ຫະກິດຫວຽດນາມ - ລັດ​ເຊຍ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ໄດ້​ພົບ​ປະແບບໂດຍກົງ, ແລກປ່ຽນ​ຂໍ້​ມູນ​, ຊອກຫາ​ຄວາມ​ຕ້ອງການ​ຂອງທ້ອງຕະຫຼາດ, ​ພ້ອມທັງ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ດ້ານ​ວັດທະນະທຳ​ດຳ​ເນີນ​ທຸລະ​ກິດ, ຈາກນັ້ນ ກໍ່​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ​ຢ່າງ​ມີ​ປະສິດທິ​ຜົນ.

ມາດຕະການແກ້​ໄຂ​ເພື່ອ​ເຊື່ອມ​ຕໍ່​ ຫວຽດ​ນາມ - ບຣາ​ຊິນ: ຂໍ້ສະເໜີແນະຈາກບັນ​ດາ​ວິ​ສາ​ຫະ​ກິດ

ມາດຕະການແກ້​ໄຂ​ເພື່ອ​ເຊື່ອມ​ຕໍ່​ ຫວຽດ​ນາມ - ບຣາ​ຊິນ: ຂໍ້ສະເໜີແນະຈາກບັນ​ດາ​ວິ​ສາ​ຫະ​ກິດ

ຍສໝ - ສ້າງຕັ້ງສາຍການບິນໂດຍກົງ, ຈັດຕັ້ງວັນບຸນ ຫວຽດນາມ ຢູ່ ບຣາຊິນ; ກໍ່ສ້າງ​ບັນດາສູນ​​ເຊື່ອມ​ຕໍ່​ຂໍ້​ມູນ​​ໃຫ້​ແກ່​ວິ​ສາ​ຫະກິດ... ​ແມ່ນ​ຂໍ້​ສະ​ເໜີ​ຂອງ​ຫຼາຍ​ວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງ​ ເພື່ອຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ທ່ອງ​ທ່ຽວ​ລະຫວ່າງ ຫວຽດນາມ ​ແລະ ບຣາຊິນ ທີ່​ກອງປະຊຸມເຈລະຈາສາກົນ “ມາດຕະການ​ແກ້​ໄຂ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ ​ຫວຽດ​ນາມ - ບຣາ​ຊິນ ໃນ​ສະ​ພາບ​ການ​ໃໝ່”.

ຫວຽດ​ນາມ ແມ່ນ​ຂົວ​​ຕໍ່​ສຳ​ຄັນ​ລະ​ຫວ່າງ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື

ຫວຽດ​ນາມ ແມ່ນ​ຂົວ​​ຕໍ່​ສຳ​ຄັນ​ລະ​ຫວ່າງ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື

ຍສໝ - ໂດຍແມ່ນພື້ນຖານເສດຖະກິດທີ່ມີການເຕີບໂຕແຖວໜ້າໃນອາຊຽນ, ຫວຽດນາມ ພວມນຳໜ້າບັນດາຄວາມມານະພະຍາຍາມຂອງ ອາຊຽນໃນການຮັດແຄບໄລຍະຫ່າງຂອງການພັດທະນາ ແລະ ເພີ່ມທະວີການເຊື່ອມໂຍງເຂົ້າກັບພາກພື້ນ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.