ຫຼາຍການ​ເຄື່ອນ​ໄຫວ​ການ​ຄ້າໃນ​ງານ​ບຸນ​ໝາກ​ໄມ້​ຫວຽດ​ນາມ ​ຢູ່​ຈີນ

21:35 | 03/10/2024

ຍສໝ - ວັນ​ທີ 29 ກັນຍາ 2024, ງານ​ບຸນ​ໝາກ​ໄມ້​ຫວຽດນາມ ​ຄັ້ງ​ທຳ​ອິດ ​ໄດ້​ຈັດ​ຂຶ້ນ​ຢູ່ປັກ​ກິ່ງ​, ຈີນ.

ນັກຮຽນຮູ້ ​ຫວຽດ​ນາມ: ການປ່ຽນແປງໃໝ່​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລຢີຢູ່ ​ຈີນ ຈະ​ສືບ​ຕໍ່​ມີ​ບາດ​ກ້າວ​ບຸກ​ທະ​ລຸ​ຫຼາຍ​ຢ່າງ
ຍູ້ແຮງການ​ຮ່ວມ​ມື​ມິດຕະພາບ​ ຫວຽດນາມ - ໄທ ຜ່ານ​ບັນດາການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ປະຊາຊົນ

ກ່າວຄຳປາໄສທີ່​ງານ​ບຸນ​ໝາກ​ໄມ້​ຫວຽດນາມ ຢູ່​ຈີນ, ທ່ານ​ລັດຖະມົນຕີ ຫງວຽນຮົ່ງຢ່ຽນ ເນັ້ນ​ໜັກ​ວ່າ ງານ​ບຸນ​ໝາກ​ໄມ້​ຫວຽດນາມ ດ້ວຍ​ຫົວ​ຂໍ້ “ໝາກ​ໄມ້​ຫວຽດນາມ - ສີ່​ລະດູ​ທີ່​ຫອມແຊບ​” - ​ແມ່ນ​ເຫດການ​ສົ່ງ​ເສີມ​ການ​ຄ້າ​ທີ່​ສຳຄັນ, ປິ່ນອ້ອມກອງ​ປະຊຸມ ​ຄັ້ງ​ທີ 13, ຄະນະກຳມະການການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ ຫວຽດນາມ - ຈີນ.

ຫຼາຍການ​ເຄື່ອນ​ໄຫວ​ການ​ຄ້າໃນ​ງານ​ບຸນ​ໝາກ​ໄມ້​ຫວຽດ​ນາມ ​ຢູ່​ຈີນ

ພິທີເປີດ​ງານ​ບຸນ​ໝາກ​ໄມ້​ຫວຽດ​ນາມ ຢູ່​ປັກ​ກິ່ງ, ຈີນ. ພາບ: moit.gov.vn

“ເຫດການ​ນີ້​ຍັງ​ຈະ​ເປັນ​ປະຖົມປັດໄຈ, ບົດຮຽນປະສົບ​ການ​ເພື່ອ​ຈັດ​ຕັ້ງບັນດາງານ​ບຸນສະເພາະຂະແໜງເປັນປະຈຳກ່ວາອີກ ແລະ ບໍ່​ພຽງ​ແຕ່​ຢູ່​ປັກ​ກິ່ງ​ ເທົ່າ​ນັ້ນ, ຫາກ​ຍັງ​ຢູ່ບັນດາ​ທ້ອງ​ຖິ່ນ​ອື່ນໆ​ຂອງ​ຈີນ ເພື່ອ​ເຊື່ອມ​ຕໍ່, ​ເປີດ​ກວ້າງ​ການ​ສົ່ງ​ອອກ​ໝາກ​ໄມ້ຫວຽດນາມ ​ໄປ​ຍັງທ້ອງ​ຕະຫຼາດ​ໃຫຍ່​ແຫ່ງ​ນີ້” - ທ່ານ​ລັດຖະມົນຕີ ຫງວຽນຮົ່ງຢ່ຽນ ​ເນັ້ນ​ໜັກ.

ທ່ານ​ລັດຖະມົນຕີ​ໄດ້ສະເໜີວ່າ ບັນດາອົງການທີ່ມີໜ້າທີ່ຂອງຈີນ ​ສືບ​ຕໍ່​ສົມທົບ​ກັນ​, ​ສ້າງ​ເງື່ອນ​ໄຂ​ສະດວກ​ກ່ຽວກັບການກັກກັນພະຍາດ, ຜ່ານດ່ານ​ສິນຄ້າ ​ແລະ ການ​ແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ນະ​ໂຍບາຍ​ເສດຖະກິດ​, ການ​ຄ້າສອງຝ່່າຍ​ລະຫວ່າງ​ສອງ​ປະ​ເທດ, ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ເຄື່ອນໄຫວ​ຮ່ວມ​ມື, ແລກປ່ຽນການຄ້າລະຫວ່າງ​ປະຊາ​ຄົມ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ; ພິ​ເສດ​ແມ່ນ​ສືບ​ຕໍ່​ເປີດ​ປະຕູທ້ອງຕະຫຼາດ, ​ເປີດ​ກວ້າງ​ບັນ​ຊີ​ລາຍ​ຊື່​ໝາກ​ໄມ້, ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຂອງ​ຫວຽດ​ນາມ ທີ່​ສົ່ງ​ອອກໃນໂຄຕ້າ​ໄປ​ຍັງຈີນ. ໂດຍຜ່ານນັ້ນ, ​ກໍ່ປະກອບສ່ວນ​ໂຄສະນາ​ເຜີຍ​ແຜ່​ລົດ​ຊາດ​ໝາກ​ໄມ້​ທີ່​ເປັນ​ເອກະລັກ​ສະ​ເພາະ, ຫອມແຊບ​ຂອງ​ຫວຽດນາມ ໃຫ້​ແກ່​ເພື່ອນ​ມິດ, ຜູ້​ບໍລິ​ໂພ​ກຈີນ.

ສ່ວນ​ທ່ານ​ລັດຖະມົນຕີ ຫງວຽນຮົ່ງຢ່ຽນ ຢືນຢັນ​ວ່າ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ຕາມຂໍ້​ກຳນົດຂອງກົດໝາຍ ເພື່ອໃຫ້​ບັນດາ​ໝາກ​ໄມ້​ຫຼາຍ​ປະ​ເພດ​ຂອງ​ຈີນ​​ ໄດ້ນຳ​ເຂົ້າ​ທ້ອງຕະຫຼາດຫວຽດນາມ, ກໍ່ຄືຊ່ວຍໃຫ້ວິ​ສາ​ຫະກິດ​ຈີນ​ ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ, ຍືນ​ຍົງຢູ່ຫວຽດນາມ.

ໂດຍແບ່ງປັນ​ຄວາມ​ຄິດ​ເຫັນ​ຄື​ກັນ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ເຈີ່ນ​ແທ່ງນາມ ​ເນັ້ນ​ໜັກ​ວ່າ ​ເຫດການຄັ້ງນີ້ ມີ​ຄວາມ​ໝາຍ​ສຳຄັນຫຼາຍ, ເປັນ​ຂີດ​ໝາຍ​ໝາກຜົນການ​ຮ່ວມ​ມື​ອັນ​ດີງາມ​ໃນ​ຂົງ​ເຂດ​ກະສິກຳ ​ແລະ ການ​ຄ້າ​ກະສິກຳ​ລະຫວ່າງ 2 ປະ​ເທດ. ນີ້​ກໍ່​ແມ່ນ​ໂອກາດ​ອັນ​ລ້ຳ​ຄ່າ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ໄດ້​ເຊື່ອມ​ຕໍ່, ແລກປ່ຽນການ​ຄ້າ, ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ​ອຸດສາຫະກຳ​ໝາກ​ໄມ້​ຂອງ​ສອງ​ປະ​ເທດ.

ຕາມ​ທ່ານຮອງຫົວໜ້າກົມອາຊີ (ກະຊວງ​ການ​ຄ້າ​ຈີນ) ແລ້ວ, ຈີນ ​ແມ່ນທ້ອງ​ຕະຫຼາດ​ສົ່ງ​ອອກ​ໝາກ​ໄມ້, ພືດຜັກ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ. ປີ 2023, ການ​ສົ່ງ​ອອກ​ກະ​ສິ​ກຳ​ຂອງ​ຫວຽດ​ນາມ ​ໄປ​ຍັງ​ຈີນ ​ກວມ 21% ຍອດ​ວົງ​ເງິນ​ສົ່ງ​ອອກ​ກະ​ສິ​ກຳ​ຂອງ​ຫວຽດ​ນາມ ​ໄປ​ຍັງ​ທົ່ວໂລກ.

ຫຼາຍການ​ເຄື່ອນ​ໄຫວ​ການ​ຄ້າໃນ​ງານ​ບຸນ​ໝາກ​ໄມ້​ຫວຽດ​ນາມ ​ຢູ່​ຈີນ

ແຂກທ່ອງ​ທ່ຽວ​ເຂົ້າ​ຮ່ວມ​ງານ​ບຸນ​ໝາກ​ໄມ້​ຫວຽດ​ນາມ. ພາບ: moit.gov.vn

ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມລວມ​ຂອງ​ທັງ​ສອງ​ຝ່າຍ, ໝາກ​ໄມ້​ບັນດາປະເພດຂອງ​ຫວຽດ​ນາມ​ ທີ່​ມີ​ຄຸນ​ນະ​ພາບ​ສູງ​ຄື ໝາກທຸລຽນ, ໝາກ​ມັງ​ກອນ, ໝາກ​ກ້ວຍ, ໝາກ​ມ່ວງ… ໄດ້​ມີໜ້າ​ຢູ່​ທ້ອງຕະຫຼາດ​ປະ​ຊາ​ຊົນ 1,4 ຕື້​ຄົນ. ພ້ອມກັນນັ້ນ, ບັນດາ​ຜະລິດ​ຕະພັນທີ່​ຜະລິດ​ຢູ່​ຫວຽດນາມ ​ເຊັ່ນ: ກາ​ເຟ, ເຝີ... ຍັງ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຜູ້​ບໍລິ​ໂພ​ກຊາວ​ຈີນ​ຫຼາຍ​ຄົນ. ພ້ອມກັບ​ການ​ຜັນ​ຂະຫຍາຍ​ຮອບດ້ານຂອງສັນຍາຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP) ກໍ່ຄືການ​ຍົກ​ລະດັບ​ສັນຍາ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ ຢ່າງ​ບໍ່​ຢຸດ​ຢັ້ງນັ້ນ, ການ​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລຢີ, ມາດຕະຖານ, ການ​ຜະລິດ​ກະສິກຳລະຫວ່າງສອງປະເທດກໍ່ນັບ​ມື້​ນັບ​ພັດທະນາ​ຕາມທິດເລິກເຊິ່ງກວ້າງຂວາງກ່ວາອີກ.

ການຈັດ​ຕັ້ງ​ງານ​ບຸນ​ໝາກ​ໄມ້​ຫວຽດນາມ ຢູ່​ນະຄອນຫຼວງປັກ​ກິ່ງ ​ແມ່ນ​ຂໍ້​ລິ​ເລີ່​ມຂອງລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ເພື່ອ​ປະກອບສ່ວນ​ການຜັນຂະຫຍາຍ, ຫັນບັນດາ​ຄຳ​ໝັ້ນ​ສັນຍາ​ ແລະ ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງຂອງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ພາຍຫຼັງການໄປຢ້ຽມ​ຢາມ​ຈີນ ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ໂຕເລີມ ໃນດືອນ​ສິງ​ຫາ​ທີ່ຜ່ານ​ມາໃຫ້ປະກົດຜົນເປັນຈິງ.

​ໃນ​ຂອບ​ເຂດ​ຂອງ​ງານບຸນ​ນີ້ ຈະໄດ້ດຳເນີນການ​ເຄື່ອນ​ໄຫວ​ແລກປ່ຽນການ​ຄ້າລະຫວ່າງວິ​ສາ​ຫະກິດ​ຫວຽດນາມ ​ແລະ ຜູ້​ນຳ​ເຂົ້າ, ຈຳໜ່າຍ​ໝາກ​ໄມ້​ຈີນ ໂດຍກົງ; ໂຄງ​ການລົງຕົວຈິງຜະ​ລິດ​ຕະ​ພັນ ແລະ ການເຈລະຈາກ່ຽວກັບຄວາມສາມາດບົ່ມຊ້ອນໃນການ​ສົ່ງ​ອອກ​ໝາກ​ໄມ້​ ຫວຽດນາມ. ນີ້​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ນັກ​ຜະລິດ, ​ສະໜອງ​ຂອງ​ຫວຽດນາມ ​ແນະນຳ, ໂຄສະນາ​ເຄື່ອງໝາຍການຄ້າ, ຮູບພາບໝາກ​ໄມ້​ທີ່ພົ້ນເດັ່ນ, ກໍ່ຄື​ພົບ​ປະ, ຊອກ​ຫາ​ລູກ​ຄ້າ, ​ເພີ່ມ​ທະວີ​ການ​ແລກປ່ຽນການຄ້າ, ສ້າງ​ການ​ພົວພັນ​ຮ່ວມ​ມື​ແບບ​ຍືນ​ຍົງ​ກັບ​ຄູ່​ຮ່ວມ​ມືທີ່ມີກຳລັງບົ່ມຊ້ອນກ່ຽວກັບການນຳ​ເຂົ້າ​ໝາກ​ໄມ້ຢູ່ຈີນ.

ພ້ອມ​ກັນ​ນັ້ນ, ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ຜູ້​ບໍລິ​ໂພ​ກຈີນ​ ຈຳນວນ​ຫຼວງ​ຫຼາຍ​ ​ໄດ້​ມີ​ໂອກາດລົງຕົວຈິງໂດຍກົງກ່ຽວກັບຄຸນ​ນະພາ​ບ ແລະ ລົດ​ຊາດ​ທີ່​ເປັນ​ເອກະລັກ​ສະ​ເພາະ, ຄວາມ​ແຕກ​ຕ່າງຂອງໝາກ​ໄມ້​ຫວຽດນາມ, ພິເສດແມ່ນສຳລັບ​ຜູ້​ບໍລິ​ໂພ​ກຢູ່​ນະຄອນຫຼວງ​ປັກ​ກິ່ງ​ ​ແລະ ​ທ້ອງ​ຖິ່ນ​ຢູ່​ພາກ​ເໜືອ​ຂອງ​ຈີນ - ບ່ອນທີ່ບໍ່​ມີ​ເງື່ອນໄຂເຂົ້າ​ເຖິງ​ໝາກ​ໄມ້ຫວຽດນາມ ທີ່ມີ​ຄຸນ​ນະພາ​ບສູງ​ເປັນ​ປະຈຳ, ຈາກນັ້ນ ກໍ່ຊ່ວຍ​ໂຄສະນາ​ເຄື່ອງ​ໝາຍການຄ້າແຫ່ງຊາດ​ເພື່ອ​ຜະລິດ​ຕະພັນ​ກະ​ເສດ ເວົ້າລວມ ແລະ ໝາກ​ໄມ້​ ເວົ້າ​ສະ​ເພາະ ຂອງຫວຽດນາມ ໄປຍັງທ້ອງຕະຫຼາດ​ຈີນ.

ຫວຽດ​ນາມ - ຍີ່​ປຸ່ນ ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ວີ​ຊາ, ODA ແລະ ການ​ສົ່ງ​ອອກ​ແຮງ​ງານ

ຫວຽດ​ນາມ - ຍີ່​ປຸ່ນ ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ວີ​ຊາ, ODA ແລະ ການ​ສົ່ງ​ອອກ​ແຮງ​ງານ

ຍສໝ​ - ນີ້​ແມ່ນ​ເນື້ອ​ໃນ​ປຶກສາ​ຫາລື​ທີ່ບັນດາ​ການ​ພົບ​ປະ​ລະຫວ່າງ​ ທ່ານ​ລັດຖະມົນຕີ​ກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ກັບທ່ານ​ຮອງ​ປະທານ​ສະພາ​ສູງ Nagahama Hiroyuki; ທ່ານ​ນາງ Miyazaki Katsura ຮອງ​ປະທານ​ອົງການ​ຮ່ວມ​ມື​ສາກົນ ​ຍີ່ປຸ່ນ (JICA) ແລະ ທ່ານ Suzuki Naomichi ຜູ້ວ່າການ​ແຂວງ Hokkaido ​ເຊິ່ງໄດ້​ດຳ​ເນີນ​ໃນ​ວັນ​ທີ 9 ສິງຫາ ຢູ່ ...

ນະຄອນ​ໂຮ່ຈິ​ມິນ ​ແລະກາ​ເມົາ ສົມທົບ​ກັນ​ເຄື່ອນ​ໄຫວ​ວຽກ​ງານ​ການ​ທູດປະຊາຊົນ​ ​​ໄລຍະ 2024 – 2028

ນະຄອນ​ໂຮ່ຈິ​ມິນ ​ແລະກາ​ເມົາ ສົມທົບ​ກັນ​ເຄື່ອນ​ໄຫວ​ວຽກ​ງານ​ການ​ທູດປະຊາຊົນ​ ​​ໄລຍະ 2024 – 2028

ຍສໝ - ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ໂຮ່ຈີ​ມິນ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກາ​ເມົາ ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ ຂໍ້ກຳນົດການ​ປະສານ​ສົມທົບ​ກັນ​ເຄື່ອນໄຫວວຽກ​ງານ​ການ​ທູດ​​ປະຊາຊົນ​ ໄລຍະ 2024 – 2028.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.