ການນໍາອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ ຕ້ອນຮັບຄະນະຜູ້ແທນອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ, ສປປ ລາວ

22:18 | 11/10/2024

ຍສໝ - ຕອນບ່າຍວັນທີ 2 ຕຸລາ, ຢູ່ສໍານັກງານໃຫຍ່ອົງການ, ສະຫາຍ ຫງວຽນກວາງຢຸງ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ, ສປປ ລາວ ໂດຍ ສະຫາຍ ຄຳສຸກ ແສງມີໄຊ, ຫົວໜ້າອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ເປັນຫົວໜ້າຄະນະ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ.

ລາວ: ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ ກະກຽມຮັບມືກັບໄພນໍ້າຖ້ວມ ເນື່ອງຈາກລະດັບນໍ້າຂອງແມ່ນໍ້າຂອງເພີ່ມຂຶ້ນສູງ
ສະພາຜູ້ແທນປະຊາຊົນ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ ລາວ ເພີ່ມທະວີການຮ່ວມມື

ເຂົ້າ​ຮ່ວມ​ການຕ້ອນຮັບ ​ຍັງ​ມີຕາງໜ້າ​ການ​ນຳ​ຂອງ​ບາງພາກສ່ວນທີ່ຂຶ້ນກັບ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ; ຫົວໜ້າ​ ​ແລະ ພະນັກງານ​ລັດຖະກອນ​ຈຳນວນ​ໜຶ່ງ​ຂອງ​ອົງການ​ໄອ​ຍະ​ການ​ປະຊາຊົນ ​ນະຄອນ​ຮ່າ​ໂນ້ຍ.

Toàn cảnh buổi tiếp.  ພາບການຕ້ອນຮັບ.

ບັນຍາກາດທີ່ການຕ້ອນຮັບ

ການກ່າວຄໍາປາໄສໃນພິທີຕ້ອນຮັບ, ​ຕາງໜ້າ​ໃຫ້​ການນໍາອົງການ​ໄອ​ຍະ​ການປະຊາຊົນ​ສູງ​ສຸດ ​ຫວຽດນາມ, ສະຫາຍ ຫງວຽນ​ກວາງ​ຢຸງ, ຮອງ​ຫົວໜ້າ ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ​ຄະນະ​ຜູ້​ແທນ​ອົງການ​ໄອ​ຍະການ​ປະຊາຊົນ​ ນະຄອນຫຼວງ​ວຽງ​ຈັນ ທີ່ມາ​ຢ້ຽມຢາມລາວ ​ແລະ ເຮັດວຽກຢູ່ຫວຽດນາມ.

ໂດຍຫວນຄືນ​ບາງ​ຈຸດ​ສຳຄັນ​ກ່ຽວກັບ​ການ​ພົວພັນ​ມິດຕະພາບ​ທີ່​ຍິ່ງໃຫ່ຍ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມືຮອບດ້ານທີ່ສຸດ ​ລະຫວ່າງ ​2 ​ປະ​ເທດ ລາວ - ຫວຽດນາມ ​ໃນ​ຊຸມ​ປີ​ທີ່ຜ່ານມາ, ສະຫາຍ ຫງວຽນ​ກວາງຢຸງ ​ຮອງ​ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ກ່າວ​ວ່າ, ບົນ​ພື້ນຖານ​ການ​ຮ່ວມ​ມືມິດຕະພາບ​ທີ່ອັນດີງາມ ລະຫວ່າງ 2 ​ປະ​ເທດ, ການ​ພົວພັນ​ລະຫວ່າງອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ຂອງ 2 ​ປະ​ເທດ​ ກໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ​ໄດ້​ຮັບ​ໝາກຜົນ​ແທດຈິງ​ຫຼາຍ​ຢ່າງ.

ການປະຕິບັດຂໍ້ຕົກລົງຮ່ວມມືສະບັບໃໝ່, ເຊິ່ງໄດ້ລົງນາມລະຫວ່າງຫົວໜ້າອົງການໄອຍະການປະຊາຊົນສູງສຸດຂອງ 2 ປະເທດໃນປີ 2022, ອົງການໄອຍະການປະຊາຊົນສູງສຸດຂອງ 2 ປະເທດ ໄດ້ປະສານສົມທົບກັນຈັດຕັ້ງຄະນະຈຳນວນໜຶ່ງໄປຢ້ຽມຢາມ, ເຮັດວຽກ ແລະ ແລກປ່ຽນບົດຮຽນປະສົບການໃນວຽກງານໄອຍະການ.

ຄຽງ​ຂ້າງ​ນັ້ນ, ການ​ນຳ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ 2 ຊາດ ລາວ - ​ຫວຽດນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້ແກ່ອົງການ​ໄອ​ຍະ​ການປະຊາຊົນ​ທ້ອງ​ຖິ່ນ​ຂອງ​ບັນດາ​ແຂວງທີ່ມີຊາຍ​ແດນຮ່ວມ ລາວ - ​ຫວຽດນາມ ​ແລະ ອົງການ​ໄອ​ຍະ​ການປະຊາຊົນບັນດາ​ແຂວງ, ນະຄອນ​ທີ່​ມີ​ເງື່ອນ​ໄຂ​ຄ້າຍຄື​ກັນ​ຂອງ​ 2 ປະ​ເທດ ເປີດກວ້າງການພົວພັນຮ່ວມມື, ແລກປ່ຽນເຊິ່ງກັນ ແລະ ກັນກ່ຽວກັບວຽກງານວິຊາສະເພາະ, ໃນນັ້ນ ມີອົງການໄອຍະການປະຊາຊົນ ນະຄອນຮ່າໂນ້ຍ ແລະ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ.

ໂດຍສະແດງຄວາມຊົມເຊີຍວຽກ​ຄະນະ​ຜູ້​ແທນ​ອົງການ​ໄອ​ຍະ​ການ​ປະຊາຊົນ​ ນະຄອນຫຼວງ​ວຽງ​ຈັນ ທີ່​ມາ​ຢ້ຽມຢາມ, ​ເຮັດ​ວຽກ ​ແລະ ​ແລກປ່ຽນ​ວິຊາສະເພາະ​ກັບ​ອົງການ​ໄອ​ຍະ​ການ​ປະຊາຊົນ​ ນະຄອນຮ່າ​ໂນ້ຍ ​ໃນ​ຄັ້ງ​ນີ້, ສະຫາຍ ຫງວຽນ​ກວາງ​ຢຸງ ຮອງ​ຫົວໜ້າ​ອົງການ​ໄອ​ຍະ​ການປະຊາຊົນ​ສູງ​ສຸດ ຢືນຢັນ​ວ່າ: ການ​ຢ້ຽມຢາມ ແລະ ປະຕິບັດງານແມ່ນຜົນສໍາເລັດຂອງການຮ່ວມມື​ຢ່າງແໜ້ນແຟ້ນ, ມີ​ປະສິດທິ​ຜົນລະຫວ່າງອົງການໄອຍະການປະຊາຊົນນະຄອນຫຼວງຂອງ 2 ປະເທດໃນໄລຍະທີ່ຜ່ານມາ; ເໝາະສົມຕາມ​ເນື້ອ​ໃນຈິດໃຈ​ຂອງ​ຂໍ້ຕົກລົງ​ການ​ຮ່ວມ​ມື​ລະຫວ່າງ ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ຂອງ​ 2 ​ປະ​ເທດ​ທີ່​ໄດ້​ລົງ​ນາມ​ໃນ​ປີ 2022, ບົດ​ບັນທຶກ​ກອງ​ປະຊຸມຂອງ​ອົງການ​ໄອ​ຍະ​ການ​ປະຊາຊົນ ​ບັນດາ​ແຂວງ​ທີ່ມີຊາຍແດນຮ່ວມ ລາວ - ​ຫວຽດນາມ ຄັ້ງ​ທີ 7 ​ແລະ ແຜນນະ​ໂຍບາຍ​ຂອງ​ການ​ນຳ​ ອົງການໄອຍະການປະຊາຊົນສູງ​ສຸດ​ຂອງ 2 ​ປະ​ເທດ ກ່ຽວກັບການເພີ່ມ​ທະວີ​ການ​ຮ່ວມ​ມື​ໂດຍ​ກົງ ​ລະຫວ່າງ ​ອົງການ​ໄອ​ຍະ​ການ​ປະຊາຊົນທ້ອງ​ຖິ່ນ.

 Đồng chí Nguyễn Quang Dũng, Phó Viện trưởng VKSND tối cao tiếp đồng chí Khamsouk Sengmixay, Viện trưởng VKSND Thủ đô Viêng Chăn, nước CHDCND Lào.  ສະຫາຍ ຫງວຽນກວາງຢຸງ, ຮອງຫົວໜ້າສະຖາບັນອົງການໄອຍະການປະຊາຊົນສູງສຸດ ຕ້ອນຮັບ ສະຫາຍ ຄຳສຸກ ແສງມີໄຊ ຫົວໜ້າສະຖາບັນ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ, ສປປ ລາວ.

ສະຫາຍ ຫງວຽນກວາງຢຸງ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕ້ອນຮັບ ສະຫາຍ ຄຳສຸກ ແສງມີໄຊ ຫົວໜ້າອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ, ສປປ ລາວ.

ຕາມທີ່ ​ສະຫາຍ ຫງວຽນ​ກວາງ​ຢຸງ ຮອງ​ຫົວໜ້າອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດແລ້ວ, ການ​ຮັກສາ​ການ​ພົບ​ປະ​ແລກປ່ຽນ​ເປັນປະຈໍາ ລະຫວ່າງ ​ອົງການ​ໄອ​ຍະ​ການ​ປະຊາຊົນ ​ນະຄອນ​ຮ່າ​ໂນ້ຍ ​ແລະ ອົງການ​ໄອ​ຍະ​ການ​ປະຊາຊົນ​ ນະຄອນຫຼວງ​ວຽງ​ຈັນ ຈະ​ຊ່ວຍ​ຮັກສາ ​ແລະ ​ເພີ່ມ​ທະວີ​ການການເຄື່ອນໄຫວຮ່ວມມື​ຕໍ່ສູ້, ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດໃຫ້ຫຼາຍກວ່າອີກ, ພິ​ເສດ​ແມ່ນ​ອາດຊະຍາ​ກຳກ່ຽວກັບ​ຢາ​ເສບ​ຕິດ, ການຄ້າມະນຸດ; ປະກອບສ່ວນ​ຮັກສາ​ຄວາມ​ປອດ​ໄພ​ທາງດ້ານ​ການ​ເມືອງ ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມໃນບໍລິເວນ 2 ​ນະຄອນ.

ສະຫາຍ ຫງວຽນ​ກວາງ​ຢຸງ ​ຮອງ​ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ເຊື່ອ​ໝັ້ນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ນໍ້າໃຈມິດຕະພາບການ​ຮ່ວມ​ມື​ແບບ​ພິ​ເສດ ​ລະຫວ່າງ​ ລາວ - ຫວຽດນາມ ​ເວົ້າ​ລວມ ​ແລະ ການ​ຮ່ວມ​ມື ​ລະຫວ່າງ​ ອົງການ​ໄອ​ຍະ​ການ​ 2 ປະ​ເທດ ​ເວົ້າ​ສະ​ເພາະ​ ຈະໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບມີການພັດທະນາເຂັ້ມແຂງຂຶ້ນຕື່ມ.

ກ່າວ​ຄຳ​ເຫັນໃນພິທີ​ຕ້ອນຮັບ, ສະຫາຍ ຄຳ​ສຸກ ​ແສງ​ມີ​ໄຊ, ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ ນະຄອນຫຼວງ​ວຽງ​ຈັນ, ຕາງໜ້າ​ໃຫ້​ຄະນະ​​ສະ​ແດງ​ຄວາມ​ຍິນ​ດີ​ທີ່​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ຫວຽດນາມ.

Đồng chí Nguyễn Quang Dũng, Phó Viện trưởng VKSND tối cao cùng thành viên hai Đoàn chụp ảnh lưu niệm.  ສະຫາຍ ຫງວຽນກວາງຢຸງ ຮອງຫົວໜ້າສະຖາບັນ ອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍບັນດາສະມາຊິກ 2 ຄະນະໄດ້ຖ່າຍຮູບທີ່ລະນຶກຮ່ວມກັນ.

ສະຫາຍ ຫງວຽນກວາງຢຸງ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ ພ້ອມດ້ວຍບັນດາສະມາຊິກ 2 ຄະນະໄດ້ຖ່າຍຮູບທີ່ລະນຶກຮ່ວມກັນ.

​​ໂດຍແຈ້ງ​ໝາກຜົນ​ການ​ເຄື່ອນ​ໄຫວ​ຈໍານວນໜຶ່ງ​ທີ່​ຈັດ​ຂຶ້ນ​ຢູ່ ​ນະຄອນຫຼວງ​ວຽງ​ຈັນ​ ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ຄຳ​ສຸກ ແສງ​ມີ​ໄຊ, ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ນະຄອນຫຼວງ​ວຽງ​ຈັນ ​ກໍ່ໄດ້​ແຈ້ງ​ໃຫ້​ການນຳອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ ຊາບ​ກ່ຽວ​ກັບ​ຈຸດປະສົງ ​ແລະ ​ເນື້ອ​ໃນ​ການປະຕິບັດງານໃນຄັ້ງນີ້ຂອງຄະນະຢູ່​ຫວຽດນາມ ແມ່ນແນ່ໃສ່ສືບ​ຕໍ່​ເພີ່ມ​ທະວີ​​, ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຕາມ​ຂໍ້ຕົກລົງ​ຮ່ວມ​ມື​ທີ່​ໄດ້​ລົງ​ນາມ​ ລະຫວ່າງ ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ຂອງ 2 ​ປະ​ເທດ.

ທ່ານ ຄຳສຸກ ແສງມີໄຊ ຫົວໜ້າອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ເຊື່ອໝັ້ນວ່າ: ໃນໄລຍະຈະມາເຖິງ, ການພົວພັນຮ່ວມມື ລະຫວ່າງ ຂະແໜງອົງການໄອຍະການປະຊາຊົນ 2 ປະເທດ, ເວົ້າລວມ ແລະ ລະຫວ່າງອົງການໄອຍະການປະຊາຊົນ ນະຄອນຮ່າໂນ້ຍ ແລະ ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ເວົ້າສະເພາະ ຈະນັບມື້ນັບໄດ້ຮັບການເພີ່ມ​ທະ​ວີ​, ປັບປຸງ​ ແລະ ​ພັດ​ທະ​ນາຂຶ້ນກວ່າເກົ່າ​.

ຕຳຫຼວດນະຄອນໂຮ່ຈີມິນ ເຮັດວຽກກັບຄະນະຜູ້ແທນກອງບັນຊາການ ປກສ ນະຄອນຫຼວງວຽງຈັນ

ຕຳຫຼວດນະຄອນໂຮ່ຈີມິນ ເຮັດວຽກກັບຄະນະຜູ້ແທນກອງບັນຊາການ ປກສ ນະຄອນຫຼວງວຽງຈັນ

ຍສໝ - ບົນພື້ນຖານການພົວພັນແບບພິເສດນັ້ນ, ຕຳຫຼວດນະຄອນໂຮ່ຈີມິນ ແລະກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ມີການພົບປະແລກປ່ຽນ, ໜູນຊ່ວຍ, ແບ່ງປັນບົດຮຽນ, ຮັບປະກັນສະຖຽນລະພາບດ້ານການເມືອງ, ປົກປັກຮັກສາເອກະລາດ, ອະທິປະໄຕຂອງສອງປະເທດ, ປະຊາຊົນສອງປະເທດ.

ລັດຖະບານ ສປປ.ລາວ ອະນຸຍາດການລົງທຶນ ຢູ່ ສປປ.ລາວ ເປັນປົກກະຕິ ໃນໄລຍະໂຄວິດ-19 ຮອບໃໝ່ນີ້

ລັດຖະບານ ສປປ.ລາວ ອະນຸຍາດການລົງທຶນ ຢູ່ ສປປ.ລາວ ເປັນປົກກະຕິ ໃນໄລຍະໂຄວິດ-19 ຮອບໃໝ່ນີ້

ທ່ານນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ລາຍງານ ໃນວັນທີ 10 ພຶດສະພາ 2021 ທີ່ກະຊວງສາທາລະນະສຸກ, ກ່ຽວກັບການຈັດຕັ້ງປະຕິບັດ ການອໍານວຍຄວາມສະດວກ ໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19 ຮອບໃໝ່ນີ້ວ່າ: ການຈັດຕັ້ງປະຕິບັດ ວຽກງານສົ່ງເສີມການລົງທຶນ ແມ່ນຍັງດໍາເນີນໄປຕາມກົນໄກປົກກະຕິ, ...

ທອງມີ ສີຫາວົງ

ເຫດການ
302 Found

Found

The document has moved here.