SEEDS ມອບໂອກາດການຮໍ່າຮຽນໃຫ້ແກ່ ນັກຮຽນ, ນັກສຶກສາ 196 ຄົນ ທີ່ມີສະພາບຄວາມຫຍຸ້ງຍາກຢູ່ ດ່າໜັງ

22:04 | 07/10/2024

ຍສໝ - ຄະນະກໍາມະການປະຊາຊົນ ນະຄອນ​ດ່າໜັງ ​ຫາກໍ່ໄດ້ປະກາດໃຊ້ ​ມະຕິ​ສະບັບ​ເລກທີ 2017/QD-UBND​ ວ່າດ້ວຍການອະນຸມັດການຮັບເອົາ​ເງິນ​ກວ່າ 4,1 ຕື້​ດົ່ງ​ ຈາກ​ໂຄງການທຶນ​ໜູນ​ຊ່ວຍ​ການ​ສຶກສາ ​ແລະ ພັດທະນາທັກສະຂອງ SEEDS ​ໃຫ້​ນັກຮຽນ, ນັກ​ສຶກສາ 196 ຄົນ ທີ່ມີຜົນການຮຽນເກັ່ງແຕ່ມີສະພາບ​ຄວາມ​ຫຍຸ້ງຍາກ ​ຢູ່ເຂດນະຄອນ ໂດຍອົງການ Pacific Links Foundation ອຸປະຖໍາ.

ນັກຮຽນ 705 ຄົນ ຈາກແຂວງກວາງບິ່ງ ໄດ້ຮັບທຶນການສຶກສາ ແລະຂອງຂວັນ ຈາກ Zhi Shan Foundation
ແມ່ຍິງ​ຕຳຫຼວດ​ມອບ​ຂອງຂວັນ​ວັນບຸນໄຫວ້ພະຈັນ​ໃຫ້​ນັກຮຽນ​ລາວ ​ແລະ​ເດັກນ້ອຍ​ຊົນ​ເຜົ່າສ່ວນນ້ອຍ

ໂຄງການທຶນພັດທະນາການສຶກສາ ແລະ ທັກສະຂອງ SEEDS ໂດຍອົງການ Pacific Links Foundation ອຸປະຖໍາໃຫ້​ນັກຮຽນ, ນັກ​ສຶກສາຢູ່ໃນບໍລິເວນນະຄອນ ໄດ້ເລີ່ມປະຕິບັດແຕ່ເດືອນກັນຍາ 2024 ຫາເດືອນກັນຍາ 2026, ດ້ວຍຍອດທຶນກວ່າ 4,1 ຕື້ດົ່ງ.

Học bổng phát triển giáo dục và kỹ năng SEEDS giúp hàng nghìn học sinh, sinh viên nghèo học giỏi hiện thực hoá ước mơ phát triển kỹ năng, định hướng nghề nghiệp - (Ảnh: Fanpage Pacific Links Foundation).  ທຶນພັດທະນາການສຶກສາ ແລະ ທັກສະຂອງ SEEDS ຊ່ວຍໃຫ້ນັກຮຽນ, ນັກສຶກສາທີ່ທຸກຍາກຫຼາຍພັນຄົນທີ່ມີຜົນການຮຽນເກັ່ງ ຫັນຄວາມມຸ່ງມາດປາຖະໜາໃຫ້ກາຍເປັນຄວາມຈິງ ພັດທະນາທັກສະ ແລະ ການກໍານົດທິດທາງອາຊີບ - (ພາບ: Fanpage Pacific Links Foundation).

ທຶນພັດທະນາການສຶກສາ ແລະ ທັກສະຂອງ SEEDS ຊ່ວຍໃຫ້ນັກຮຽນ, ນັກສຶກສາທີ່ມີຜົນການຮຽນເກັ່ງແຕ່ທຸກຍາກຫຼາຍພັນຄົນ ຫັນຄວາມມຸ່ງມາດປາຖະໜາໃນການພັດທະນາທັກສະ ແລະ ການກໍານົດທິດທາງອາຊີບໃຫ້ປະກົດຜົນເປັນຈິງ - (ພາບ: Fanpage Pacific Links Foundation).

ລະອຽດ, ນັກຮຽນ ນັກ​ສຶກສາ 196 ຄົນ ທີ່ມີຜົນການຮຽນເກັ່ງແຕ່ມີສະພາບ​ຄວາມ​ຫຍຸ້ງຍາກ ຢູ່ເຂດນະຄອນ ດ່າໜັງ ( ນັກຮຽນມັດທະຍົມຕອນຕົ້ນ 36 ຄົນ, ມັດທະຍົມຕອນປາຍ 124 ຄົນ, ນັກສຶກສາ 36 ຄົນ) ໄດ້ຮັບໜູນຊ່ວຍທຶນພັດທະນາການສຶກສາ ແລະ ທັກສະຂອງ SEEDS ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ການປະລະການຮຽນ ແລະ ຍົກສູງຄຸນນະພາບ ຂອງ​ການ​ຮໍ່າຮຽນ​.

ຄຽງຂ້າງກັນນັ້ນ, ໂຄງການກໍ່ຍັງໄດ້ໜູນຊ່ວຍດ້ານຄ່າຮຽນສໍາລັບບັນດານັກຮຽນທີ່ມີຜົນການຮຽນດີເດັ່ນ, ເປັນຕົວແທນເຂົ້າຮ່ວມ ໂຄງການຫຼັກສູດພາສາອັງກິດລະດູຮ້ອນ 2 ເດືອນ ຢູ່ທີ່ສູນພາສາອັງກິດທີ່ມີຊື່ສຽງໃນນະຄອນ ດ່າໜັງ ເພື່ອຊ່ວຍພວກເຂົາ ໄດ້ປັບປຸງພາສາອັງກິດ ແລະ ຍົກສູງຄວາມໝັ້ນໃຈ. ພ້ອມກັນນັ້ນ, ກໍ່ໄດ້ຈັດໃຫ້ມີການຕັ້ງຄ້າຍລະດູຮ້ອນ ທີ່ມຸ່ງໄປເຖິງອະນາຄົດໃຫ້ແກ່ນັກຮຽນທີ່ມີຜົນການຮຽນດີເດັ່ນ, ເປັນຕົວແທນ ແລະ ແນະນຳທັກສະຊີວິດ, ທັກສະຮຽນພາສາອັງກິດດ້ວຍຕົນເອງຜ່ານທາງອິນເຕີເນັດ ແລະ ການສື່ສານໃຫ້ແກ່ພວກນ້ອງທີ່ເຂົ້າຮ່ວມໂຄງການ.

ໂດຍໄດ້ຮູ້ວ່າ ໃນສົກຮຽນທີ່ຜ່ານມາ, ໄດ້ມີນັກຮຽນ, ນັກສຶກສາ 2.300 ຄົນໄດ້ຮັບການອຸປະຖຳຈາກ SEEDS; ນັກສຶກສາກວ່າ 80% ບັນລຸໄດ້ຜົນງານດີສົມຄວນ, ນັກຮຽນ 3 ຄົນໄດ້ຮັບລາງວັນລະດັບຊາດ, ນັກຮຽນ 100 ກວ່າຄົນໄດ້ລາງວັນຂັ້ນແຂວງ, ນັກຮຽນ 37 ຄົນເສັງໄດ້ເຂົ້າໂຮງຮຽນມັດທະຍົມວິຊາສະເພາະ, ນັກສຶກສາ 4 ຄົນໄດ້ຮັບທຶນການສຶກສາເຕັມ 4 ປີ ຈາກມະຫາວິທະຍາໄລ Fulbright ຫວຽດນາມ ແລະ ມະຫາວິທະຍາໄລ FPT .

ນອກນັ້ນ, ຍັງມີນັກຮຽນເກືອບ 50 ຄົນທີ່ໄດ້ຜ່ານການສອບເສັງຢູ່ມະຫາວິທະຍາໄລຊັ້ນນຳຂອງຫວຽດນາມ ແລະ ສືບຕໍ່ໄດ້ຮັບທຶນການສຶກສາຂອງ SEEDS ເປັນເວລາເກືອບ 20.000 ຊົ່ວໂມງຮຽນພາສາອັງກິດດ້ວຍຕົນເອງ ທາງອອນລາຍ, ນັກຮຽນ 1.000 ຄົນ ໄດ້ເຂົ້າຮ່ວມຄ້າຍລະດູຮ້ອນອອນລາຍ ກ່ຽວກັບການກໍານົດທິດອາຊີບ, ພັດທະນາທັກສະ ແລະ ໜູນຊ່ວຍຫຼາຍກວ່າ 1.000 ຄອບຄົວໃນໂຄງການທີ່ໄດ້ຮັບຜົນກະທົບຢ່າງໜັກຈາກການລະບາດຂອງພະຍາດໂຄວິດ-19 ແລະ ໄພນໍ້າຖ້ວມ.

ນັກຮຽນ​ທຸກ​ຍາກ​ເກືອບ 400 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ບັນດາລາຍການ, ໂຄງການ​ຂອງ​ທະຫານຊາຍແດນ​ແຂວງ ດັກ​ນົງ ນັກຮຽນ​ທຸກ​ຍາກ​ເກືອບ 400 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ບັນດາລາຍການ, ໂຄງການ​ຂອງ​ທະຫານຊາຍແດນ​ແຂວງ ດັກ​ນົງ

ຍສໝ - ຕາມ​ຂໍ້​ມູນ​ຂອງ​​ທະຫານຊາຍແດນ​ແຂວງ ດັກ​ນົງ, ໄດ້ມີນັກຮຽນ​ທຸກ​ຍາກ​ເກືອບ 400 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ບັນດາລາຍການ, ​ໂຄງການ, ຮູບ​ແບບຄື: “ຊ່ວຍນ້ອງໄປໂຮງຮຽນ”, “ລູກລ້ຽງຄ້າຍທະຫານຊາຍແດນ” “ພະນັກງານ, ນັກຮົບກອງທັບຊ່ວຍນ້ອງໄປໂຮງຮຽນ”... ດ້ວຍຍອດຈຳນວນເງິນກວ່າ 5 ຕື້ດົ່ງ, ໃນນັ້ນມີນັກຮຽນກຳປູເຈຍ 12 ຄົນ.

ນັກຮຽນ 30 ຄົນເຂົ້າຮ່ວມງານແຂ່ງຂັນ “ນ້ອງຮັກພາສາຫວຽດ” ຢູ່ລາວ ນັກຮຽນ 30 ຄົນເຂົ້າຮ່ວມງານແຂ່ງຂັນ “ນ້ອງຮັກພາສາຫວຽດ” ຢູ່ລາວ

ຍສໝ - ງານແຂ່ງຂັນ “ນ້ອງຮັກພາສາຫວຽດ” ບໍ່ພຽງແຕ່ສ້າງເງື່ອນໄຂເພື່ອເພື່ອສ້າງ, ພັດທະນາຄວາມສາມາດ ແລະຄຸນທາດທີ່ຈຳເປັນໃຫ້ແກ່ພວກນ້ອງນັກຮຽນເທົ່ານັ້ນ, ຫາກຍັງແມ່ນກິດຈະກຳເພື່ອໃຫ້ພວກນ້ອງໄດ້ເຂົ້າຮ່ວມ ແລະຝຶກຝົນຫຼໍ່ຫຼອມທັກສະ.

ທອງມີ ສີຫາວົງ

ເບິ່ງເພີ່ມເຕີມໃນ: ຊີວິດການເປັນຢູ່

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.