ຫວຽດນາມ ສະໜັບສະໜູນ ລາວ ປະຕິບັດສໍາເລັດບົດບາດ, ພາລະໜ້າທີ່ປີປະທານອາຊຽນ

22:15 | 07/10/2024

ຍສໝ - ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ລາວ ໄດ້ມີການພົບປະແລກປ່ຽນກັບສື່ມວນຊົນກ່ຽວກັບລາວ ກະກຽມກອງປະຊຸມຄັ້ງນີ້ກໍ່ຄືການເຄື່ອນໄຫວໃນປີປະທານອາຊຽນ 2024 ແລະການສະໜັບສະໜູນ, ສົມທົບຂອງຫວຽດນາມ.

ຫວຽດນາມ ສະໜັບສະໜູນ​ລາວ​ ໃນ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ ຫວຽດນາມ ສະໜັບສະໜູນ​ລາວ​ ໃນ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ
ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ - ກູ​ບາ ​ໄດ້​ອອກ​ຖະ​ແຫຼ​ງການ​ສະໜັບສະໜູນ​ກູ​ບາ ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ - ກູ​ບາ ​ໄດ້​ອອກ​ຖະ​ແຫຼ​ງການ​ສະໜັບສະໜູນ​ກູ​ບາ

ເນື່ອງໃນໂອກາດທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄປເຂົ້າຮ່ວມກອງປະຊຸມສຸດຍອດສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 44, 45 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ລາວ ໃນລະຫວ່າງວັນທີ 8 ຫາວັນທີ 11 ຕຸລາ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ລາວ ໄດ້ມີການພົບປະແລກປ່ຽນກັບສື່ມວນຊົນກ່ຽວກັບລາວ ກະກຽມກອງປະຊຸມຄັ້ງນີ້ກໍ່ຄືການເຄື່ອນໄຫວໃນປີປະທານອາຊຽນ 2024 ແລະການສະໜັບສະໜູນ, ສົມທົບຂອງຫວຽດນາມ.

ຫວຽດນາມ ສະໜັບສະໜູນ ລາວ ປະຕິບັດສໍາເລັດບົດບາດ, ພາລະໜ້າທີ່ປີປະທານອາຊຽນ
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ. ພາບ: ກະຊວງການຕ່າງປະເທດຫວຽດນາມ

ຂໍທ່ານເອກອັກຄະລັດຖະທູດໃຫ້ຮູ້ບັນຍາກາດຢູ່ລາວກໍ່ຄືຈິດໃຈກຽມພ້ອມໃຫ້ແກ່ການຈັດກອງປະຊຸມສໍາຄັນນີ້ຂອງປະເທດປະທານອາຊຽນ 2024?

ສາມາດເຫັນໄດ້ວ່າ, ພາຍຫຼັງຄວາມສໍາເລັດຂອງກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ (AMM 57) ແລະບັນດາກອງປະຊຸມທີ່ກ່ຽວຂ້ອງໃນເດືອນ ກໍລະກົດ ຜ່ານມາ, ບັນຍາກາດຢູ່ນະຄອນຫຼວງວຽງຈັນ ສືບຕໍ່ຟົດຟື້ນນັບທັງຢູ່ຖະໜົນຫົນທາງກໍ່ຄືຢູ່ໃນສໍານັກງານ, ອົງການດ້ວຍຈິດໃຈອອກແຮງງານ, ເຮັດວຽກຢ່າງຕັ້ງໜ້າຂອງປະຊາຊົນລາວ ເວົ້າລວມ ແລະພະນັກງານ, ລັດຖະກອນເວົ້າສະເພາະ, ປາດຖະໜາຢາກມີການກະກຽມຢ່າງຮອບຄອບຖີ່ຖ້ວນທີ່ສຸດ ເພື່ອຕ້ອນຮັບປະມຸກລັດ, ຜູ້ນໍາໜ້າລັດຖະບານບັນດາປະເທດໃນພາກພື້ນ ແລະບັນດາປະເທດ, ຄູ່ຮ່ວມມືທີ່ມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງເຊິ່ງຈະດໍາເນີນໃນລະຫວ່າງວັນທີ 8 ຫາວັນທີ 11 ຕຸລາ ນີ້.

ຫວ່າງແລ້ວນີ້, ກະຊວງການຕ່າງປະເທດລາວ ໄດ້ຈັດຕັ້ງກອງປະຊຸມຂ່າວກ່ຽວກັບວຽກງານກະກຽມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ. ຕາມນັ້ນແລ້ວ, ຈະມີປະມານ 20 ການເຄື່ອນໄຫວຫຼັກ, ດ້ວຍການເຂົ້າຮ່ວມຂອງການນໍາບັນດາປະເທດອາຊຽນ ແລະບັນດາປະເທດ, ຄູ່ຮ່ວມມື, ພ້ອມດ້ວຍແຂກທີ່ຖືກເຊີນແມ່ນຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ແລະພາກພື້ນ.

ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍບົດຮຽນສອງເທື່ອທີ່ລາວ ເຄີຍດໍາລົງຕໍາແໜ່ງເປັນປະທານອາຊຽນ (ປີ 2004 ແລະ2016) ພ້ອມກັບການຈັດຕັ້ງສໍາເລັດບັນດາກອງປະຊຸມໃນຂອບເຂດປີ 2024 ນັບແຕ່ຕົ້ນປີມາຮອດປະຈຸບັນ, ດ້ວຍການກະກຽມຢ່າງລະອຽດ, ກຽມພ້ອມທຸກດ້ານຂອງລາວ ໃນປະຈຸບັນກໍ່ຄືການສະໜັບສະໜູນຢ່າງຕັ້ງໜ້າ, ມີປະສິດທິຜົນຂອງບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ປະເທດລາວ ຈະຈັດຕັ້ງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງທີ່ຈະມາເຖິງນີ້ໃຫ້ສຳເລັດຢ່າງຈົບງາມ.

ຫວຽດນາມ ສະໜັບສະໜູນ ລາວ ປະຕິບັດສໍາເລັດບົດບາດ, ພາລະໜ້າທີ່ປີປະທານອາຊຽນ
ລາວ ເພີ່ມທະວີຮັບປະກັນຄວາມສະຫງົບປອດໄພໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເອກອັກຄະລັດຖະທູດຕີລາຄາຄືແນວໃດກ່ຽວກັບຄວາມມານະພະຍາຍາມຂອງລາວ ຕະຫຼອດປີອາຊຽນ 2024 ໃນການປະຕິບັດ ບັນດາໂຄງການດໍາເນີນງານທີ່ວາງອອກ, ພິເສດຕໍ່ໜ້າຂີດໝາຍອາຊຽນ ຫັນວິໄສທັດປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ?

ປະເທດລາວ ຮັບດໍາລົງຕໍາແໜ່ງເປັນປະທານອາຊຽນ ໃນຈຸດເວລາທີ່ສໍາຄັນຍິ່ງໃນວິວັດການກໍ່ສ້າງປະຊາຄົມ, ດ້ວຍເລື່ອງອາຊຽນ ຫັນວິໄສທັດປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ.

ຂ້າພະເຈົ້າຕີລາຄາສູງ ແລະຊົມເຊີຍເພື່ອນລາວ ກ່ຽວກັບໝາກຜົນທີ່ບັນລຸໄດ້ໃນການກະກຽມ ແລະຈັດຕັ້ງສໍາເລັດບັນດາລາຍການ, ການເຄື່ອນໄຫວສໍາຄັນຂອງອາຊຽນ ໃນໄລຍະຜ່ານມາ.

ປີ 2024 ໄດ້ພິສູດໃຫ້ເຫັນຄວາມມານະພະຍາຍາມທີ່ກະໂດດຂັ້ນຂອງລາວ ໃນບົດບາດປະທານອາຊຽນ. ສາມາດເວົ້າໄດ້ວ່າ, ມາຮອດຈຸດເວລາ ໃນປະຈຸບັນ, ປະທານອາຊຽນ ໄດ້ ແລະກໍາລັງປະຕິບັດບັນດາໂຄງການດໍາເນີນງານທີ່ວາງອອກໄດ້ເປັນຢ່າງດີດ້ວຍຫົວຂໍ້ “ເພີ່ມທະວີການເຊື່ອມຈອດ ແລະຄວາມເຂັ້ມແຂງອາຊຽນ”, ໂດຍສະເພາະແມ່ນການຈັດຕັ້ງສໍາເລັດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 57 (AMM 57) ໃນເດືອນ ກໍລະກົດ ຜ່ານມາ. ເລື່ອງບັນລຸໄດ້ຖະແຫຼງການຮ່ວມຂອງກອງປະຊຸມ AMM 57 ອາດຖືວ່າແມ່ນຜົນງານທີ່ມີຄວາມສໍາຄັນຍິ່ງໃນປີປະທານອາຊຽນ 2024 ຂອງລາວ.

ຄຽງຄູ່ກັບບົດບາດປະທານອາຊຽນ 2024, ລາວໄດ້ມານະພະຍາຍາມ ແລະໃຫ້ຄໍາໝັ້ນສັນຍາຢ່າງແຮງຕໍ່ກັບເປົ້າໝາຍລວມຂອງອາຊຽນ ຄື ຊຸກຍູ້ຄວາມສາມັກຄີ, ເຫັນດີເປັນເອກະພາບ ແລະຮັກສາບົດບາດໃຈກາງຂອງອາຊຽນ; ຕັ້ງໜ້າເຊື່ອມຕໍ່ການເຄື່ອນໄຫວດ້ານເສດຖະກິດ, ຫັນປ່ຽນດີຈີຕອນ ແລະເຊື່ອມໂຍງເຂົ້າກັບພາກພື້ນ; ເພີ່ມທະວີການຮ່ວມມືຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມ, ແມ່ຍິງ-ເດັກນ້ອຍ ແລະການແພດ. ພ້ອມທັງຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ພັດທະນາ ແລະເຮັດໃຫ້ການພົວພັນຮ່ວມມືລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມືເລິກເຊິ່ງຂຶ້ນຕື່ມ.

ບັນດາຜົນງານທີ່ບັນລຸໄດ້ໃນປີບໍ່ພຽງແຕ່ເປັນການຢືນຢັນບົດບາດ, ທີ່ຕັ້ງຂອງລາວ ເທົ່ານັ້ນ ຫາກຍັງປະກອບສ່ວນສ້າງທ່າພັດທະນາແບບຍືນຍົງຂອງອາຊຽນ ໃນອະນາຄົດ, ສືບຕໍ່ປະກອບສ່ວນໃຫ້ແກ່ການພັດທະນາແບບຍືນຍົງ, ສະຖຽນລະພາບ ແລະການເຕີບໂຕຂອງພາກພື້ນ.

ໃນຕະຫຼອດປີ 2024, ຫວຽດນາມ ໄດ້ສະໜັບສະໜູນ ແລະຊ່ວຍເຫຼືອລາວ ຄືແນວໃດໃນການດໍາລົງຕໍາແໜ່ງບົດບາດປະທານອາຊຽນ ແລະຄວາມໝາຍຂອງການຮ່ວມເດີນທາງນີ້ສໍາລັບການພົວພັນ 2 ປະເທດ ເວົ້າສະເພາະກໍ່ຄືໃນຊາຍຄາລວມຂອງອາຊຽນ ເວົ້າລວມ?

ນັບແຕ່ປະເທດລາວ ຮັບດໍາລົງຕໍາແໜ່ງປະທານອາຊຽນ 2024 ໃນທ້າຍປີ 2023 ແລະໃນຕະຫຼອດ ປີ 2024, ບົນພື້ນຖານການພົວພັນສາມັກຄີແບບພິເສດ ແລະມູນເຊື້ອການສົມທົບ, ໜູນຊ່ວຍເຊິ່ງກັນ ແລະກັນລະຫວ່າງສອງປະເທດຢູ່ເວທີປາໄສຫຼາຍຝ່າຍ, ຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບບົດບາດມິດສະຫາຍ, ອ້າຍນ້ອງ, ເພື່ອນມິດຂອງລາວ ຜ່ານການສະໜັບສະໜູນ ແລະຊ່ວຍເຫຼືອລາວ ຢ່າງຕັ້ງໜ້າ, ມີປະສິດທິຜົນຜ່ານຮູບການທັງວັດຖຸ ແລະແບ່ງປັນບົດຮຽນ.

ທີ່ການຢ້ຽມຢາມ, ການພົບປະລະຫວ່າງການນໍາຂັ້ນສູງ ແລະທຸຸກຂັ້ນຂອງສອງປະເທດ, ຫວຽດນາມ ກໍ່ໃຫ້ຄໍາໝັ້ນສັນຍາວ່າ ຈະໜູນຊ່ວຍຈົນສຸດຄວາມສາມາດໃນທຸກດ້ານ ເພື່ອໃຫ້ລາວ ດໍາລົງພາລະບົດບາດສໍາຄັນນີ້ໃຫ້ສຳເລັດ, ນັບແຕ່ການຈັດຕັ້ງບັນດາເຫດການສໍາຄັນຈົນເຖິງການປະກອບສ່ວນເຂົ້າໃນບັນດາບັນຫາຍຸດທະສາດຂອງພາກພື້ນ, ສົມທົບກັນຢ່າງແໜ້ນແຟ້ນກັບຝ່າຍລາວ ໃນການຊຸກຍູ້ແຜນການຍຸດທະສາດຂອງວິໄສທັດປະຊາຄົມອາຊຽນ ຮອດ 2025.

ບໍ່ພຽງແຕ່ທາງດ້ານການທູດເທົ່ານັ້ນ, ຫວຽດນາມ ຍັງໜູນຊ່ວຍລາວ ຊຸກຍູ້ເພີ່ມທະວີການເຊື່ອມຕໍ່ດ້ານເສດຖະກິດ, ການສຶກສາ ແລະບັນດາໂຄງການຮ່ວມມືສອງຝ່າຍອີກດ້ວຍ, ປະກອບສ່ວນເຂົ້າໃນສະຖຽນລະພາບ ແລະການພັດທະນາແບບຍືນຍົງຂອງພາກພື້ນອາຊຽນ.

ການຮ່ວມເດີນທາງນີ້ບໍ່ພຽງແຕ່ສະແດງນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະ ເທດເທົ່ານັ້ນ ຫາກຍັງປະກອບສ່ວນຍົກສູງທີ່ຕັ້ງຂອງສອງປະເທດໃນປະຊາຄົມສາກົນ, ພ້ອມທັງ ຜ່ານນັ້ນ ປະກອບສ່ວນປັບປຸງບົດບາດໃຈກາງຂອງອາຊຽນໃນການຮັບມືກັບບັນດາສິ່ງທ້າທາຍພາກພື້ນ, ຮັບປະກັນຄວາມສາມັກຄີແບບພິເສດ ແລະພັດທະນາແບບຍືນຍົງຂອງທົ່ວປະຊາຄົມ.

ຂໍຂອບໃຈທ່ານເອກອັກຄະລັດຖະທູດ!

ສະມາຊິກສະພາສູງ ອາເມລິກາ ສະໜັບສະໜູນ ຫວຽດນາມ ເປັນເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຈະເລີນຮັ່ງມີ ຢ່າງສະເໝີຕົ້ນສະເໝີປາຍ ສະມາຊິກສະພາສູງ ອາເມລິກາ ສະໜັບສະໜູນ ຫວຽດນາມ ເປັນເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຈະເລີນຮັ່ງມີ ຢ່າງສະເໝີຕົ້ນສະເໝີປາຍ

ຍສໝ - ວັນ​ທີ 4 ມິຖຸນາ​ນີ້, ທ່ານ​ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ບຸຍແທ່ງເຊີນ ​ໄດ້ໂອ້ລົມທາງ​ໂທລະສັບ​ກັບ​ສະມາຊິກ​ສະພາ​ສູງ ທ່ານ Jeff Merkley, ປະທານ​ອະນຸ​ກຳມະການ​ພາຍ​ໃນ, ສິ່ງ​ແວດ​ລ້ອມ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ກຳມາທິການ​ການ​ຈັດສັນງົບປະມານ ຂອງ​ສະພາ​ສູງ ອາ​ເມ​ລິ​ກາ.

ຫວຽດນາມ ສະໜັບສະໜູນ ໃນບັນດາຄວາມມານະພະຍາຍາມມຸ່ງໄປສູ່ເປົ້າໝາຍສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ຢູ່ ໂຊມາລີ ຫວຽດນາມ ສະໜັບສະໜູນ ໃນບັນດາຄວາມມານະພະຍາຍາມມຸ່ງໄປສູ່ເປົ້າໝາຍສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ຢູ່ ໂຊມາລີ

ຍສໝ - ທ່ານ James Swan ຜູ້ຕາງໜ້າພິເສດຂອງ ເລຂາທິການໃຫຍ່ ສປຊ ແລະ ຫົວໜ້າຄະນະປະຕິບັດງານ UNSOM, ທ່ານ Francisco Madeira ຜູ້ຕາງໜ້າພິເສດຂອງປະທານຄະນະກຳມະການສປຊ ອາຟຼິກກາ ປະຈຳ ໂຊມາລີ, ຫົວໜ້າຄະນະປະຕິບັດງານສະຫະພາບ ອາຟຼິກກາປະຈຳ ໂຊມາລີ ແລະ ທ່ານ Rita Laranjinha ຜູ້ອຳນວຍການອົງການບໍລິຫານການພົວພັນຕ່າງປະເທເອີລົບໄດ້ເຂົ້າຮ່ວມ ...

ແສງເດືອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.