ກວ໋າງບິ່ງ ປາດຖະໜາຢາກເປີດກວ້າງການພົວພັນມິດຕະພາບ ແລະການຮ່ວມມືກັບບັນດາທ້ອງຖິ່ນຂອງຮຸງກາຣີ

22:21 | 02/10/2024

ຍສໝ - ນີ້​ແມ່ນ​ການປະກອບຄໍາເຫັນຂອງ ​ທ່ານ ດ່ວານງອັກເລິມ ຮອງ​ປະທານຜູ້​ປະຈຳການ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວ໋າງ​ບິ່ງ ທີ່ງານຕອ້ນຮັບ ທ່ານ Lehocz Gabor ຫົວໜ້າສະຖານກົງສູນ​ໃຫຍ່ ຮຸງ​ກາຣີ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ແລະ ຄະນະເຮັດວຽກ​ໃນ​ໂອກາດ​ມາ​ຢ້ຽມຢາມ, ເຮັດວຽກຢູ່ ແຂວງ ກວ໋າງ​ບິ່ງ ວັນ​ທີ 25 ກັນຍາ ​ນີ້​.

ໂຮງໝໍມິດຕະພາບ ຫວຽດນາມ - ກູບາ ນະຄອນ ດົງເຫີຍ, ແຂວງກວ໋າງບິ່ງ ໄດ້ຮັບເຄື່ອງຟອກໝາກໄຂ່ຫຼັງທຽມ 2 ເຄື່ອງ.
ການພົບປະແລກປ່ຽນຊາວໜຸ່ມລະຫວ່າງແຂວງກວ໋າງບິ່ງ-ຄໍາມ່ວນ

ທີ່ພິທີຕອ້ນຮັບ, ທ່ານ​ ດ່ວານງອັກເລິມ ຮອງ​ປະທານຜູ້ປະຈໍາການ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວ໋າງ​ບິ່ງ ​ໄດ້​ແນະນຳ​ສະພາບ​ລວມ​ກ່ຽວ​ກັບເງື່ອນໄຂ​ທຳ​ມະ​ຊາດ, ​ເສດຖະກິດ - ສັງຄົມ, ຄວາມສາມາດບົ່ມຊ້ອນ, ທ່າ​ແຮງ​ຂອງ​ແຂວງ ກໍ່​ຄື​ບັນດາ​ຂົງ​ເຂດ​ທີ່​ແຂວງໄດ້ເອົາໃຈໃສ່ ​ຮຽກຮ້ອງໃຫ້ມີການ​ລົງທຶນ​ໃນ​ປະຈຸ​ບັນເຊັ່ນ: ການພັດທະນາການທ່ອງທ່ຽວ, ພະລັງງານທົດແທນ, ອຸດສາຫະກຳການຜະລິດທີ່ເປັນມິດກັບສິ່ງແວດລ້ອມ, ກະສິກຳອົງຄະທາດ...

Phó Chủ tịch Thường trực UBND tỉnh Quảng Bình Đoàn Ngọc Lâm cùng đại diện lãnh đạo các sở, ngành liên quan có buổi tiếp đoàn công tác Tổng lãnh sự Hung-ga-ri tại Thành phố Hồ Chí Minh - (Ảnh: Hồng Mến/quangbinh.gov.vn).  ທ່ານ​ ດ່ວນງອັກເລິມ ຮອງ​ປະທານຄະນະປະຈໍາ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວ໋າງ​ບິ່ງ ພ້ອມ​ດ້ວຍ​ຕາງໜ້າ​ການນໍາບັນດາພະແນກການ, ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ໄດ້ຕ້ອນຮັບ​ຄະນະເຮັດວຽກ ສະຖານ​ກົງສຸນ​ໃຫຍ່ ​ຮົງ​ກາຣີ ປະຈຳ​ນະຄອນ ​ໂຮ່ຈີ​ມິນ - (ພາບ: ຮົ່ງເໝັນ/ກວ໋າງບິ່ງ.gov.vn).

ທ່ານ​ ດ່ວານງອັກເລິມ ຮອງ​ປະທານຜູ້ປະຈໍາ​ການຄະນະ​ກຳມະການ​ປະຊາຊົນ​ແຂວງ ກວ໋າງ​ບິ່ງ ພ້ອມ​ດ້ວຍ​ຕາງໜ້າ​ການນໍາບັນດາພະແນກ, ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ໄດ້ຕ້ອນຮັບ​ຄະນະເຮັດວຽກ ສະຖານ​ກົງສຸນ​ໃຫຍ່ ​ຮຸງ​ກາຣີ ປະຈຳ​ນະຄອນ ​ໂຮ່ຈີ​ມິນ - (ພາບ: ຮົ່ງເໝນ/ກວ໋າງບິ່ງ.gov.vn).

ທ່ານຮອງ​ປະທານຜູ້ປະຈໍາການ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວ໋າງ​ບິ່ງ ກໍ່​ສະແດງປາດ​ຖະ​ໜາ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ລັດ​ຖະ​ບານ ຮຸງ​ກາ​ຣີ ແລະ ສ່ວນຕົວ​ ທ່ານກົງ​ສຸນ​ໃຫຍ່ Lehocz Gabor ຈະ​ສືບ​ຕໍ່​ໃຫ້ການ​ໜູນ​ຊ່ວຍ​ແຂວງ​ໃນ​ການ​ເຊື່ອມ​ໂຍງ ແລະ ເປີດກວ້າງ​ການການພົວພັນມິດຕະພາບ, ​ຮ່ວມ​ມື​ກັບບັນດາທ້ອງຖິ່ນຂອງ ຮຸງກາຣີ; ແນະນຳອົງການຈັດຕັ້ງ, ວິສາຫະກິດ, ນັກລົງທຶນ ຮຸງກາຣີ ເຂົ້າມາຮ່ວມມືລົງທຶນ ຢູ່ທີ່ ກວ໋າງບິ່ງ.

ພ້ອມ​ກັນ​ນັ້ນ, ກໍ່​ເພີ່ມ​ທະວີ​ບັນດາການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ, ວັດທະນະທຳ, ການສຶກສາ​ ລະຫວ່າງ​ ຮຸງ​ກາຣີ ​ແລະ ​ແຂວງ ​ກວ໋າງ​ບິ່ງ, ​ໃນ​ນັ້ນ ​ໜູນ​ຊ່ວຍ​ແຂວງ ກວ໋າງ​ບິ່ງ ໃນວຽການການ​ແນະນຳ, ​ໂຄສະນາ​ການທ່ອງທ່ຽວ ​ກວ໋າງ​ບິ່ງ ​ໃຫ້​ແກ່ນັກ​ທ່ອງ​ທ່ຽວ ​ຮຸງ​ກາຣີ, ​ມອບບັນດາທຶນການສຶກສາໃຫ້ແກ່​ນັກຮຽນ, ນັກສຶກສາ ​ແຂວງ ກວ໋າງ​ບິ່ງ ໄປຮຽນຢູ່ຮຸງກາຣີ ...

ນອກຈາກນີ້ ໃນພິທີຕອ້ນຮັບ ທ່ານ Lehocz Gabor ກໍ່ໄດ້ຢືນຢັນ​ເຖິງ​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ ລະຫວ່າງ ຫວຽດນາມ ​ແລະ ຮຸງ​ກາຣີ ​ໃນ​ຫຼາຍ​ປີ​ທີ່ຜ່ານມາ​. ສຳລັບແຂວງ ກວ໋າງບິ່ງ ແລ້ວ, ຮຸງກາຣີ ແລະ ກວ໋າງບິ່ງ ສາມາດຮ່ວມມືກັນໃນຫຼາຍຂົງເຂດ, ພິເສດແມ່ນຂົງເຂດພັດທະນາຊົນນະບົດ, ການຄຸ້ມຄອງນໍ້າສະອາດ...

“ລັດຖະບານ ​ຮຸງ​ກາຣີ ກໍ່​ຍັງໄດ້ໃຫ້ຄວາມສົນໃຈຫຼາຍ​ທີ່​ສຸດ​ໃນ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ​ຫວຽດນາມ ​ໃນ​ຂົງ​ເຂດ​ການ​ສຶກສາ ​ແລະ ບຳລຸງ​ສ້າງ ​ແລະ ສືບ​ຕໍ່​ສະໜອງ​ທຶນການ​ສຶກສາ 100% ແຕ່ລະ​ປີໃຫ້​ແກ່​ນັກ​ສຶກສາ ​ແລະ ນັກ​ຝຶກ​ງານ, ນັກຄົ້ນຄວ້າ ​ຫວຽດນາມ” ທ່ານ Lehocz Gabor ​ກ່າວ.

ກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມ່ວນ ຢ້ຽມຢາມ ແລະອວຍພອນປີໃໝ່ທະຫານຊາຍແດນແຂວງກວ໋າງບິ່ງ ກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມ່ວນ ຢ້ຽມຢາມ ແລະອວຍພອນປີໃໝ່ທະຫານຊາຍແດນແຂວງກວ໋າງບິ່ງ

ຫວ່າງແລ້ວນີ້, ຢູ່ຫຼັກໝາຍຊາຍແດນເລກທີ 528 ບ້ານຈາລໍ, ຕາແສງເຢິນຮວ່າ, ເມືອງມິງຮວ່າ, ແຂວງກວ໋າງບິ່ງ, ຄະນະປະຕິບັດງານກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຄຳມ່ວນ ນຳໂດຍທ່ານພັນໂທ ຄໍາສິງ ນົນທະສອນ, ຮອງຫົວໜ້າກອງບັນຊາການ ປກສ ມາຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ.

ແຂວງກວ໋າງບິ່ງ ຈັດຕັ້ງບັນດາການເຄື່ອນໄຫວທ່ອງທ່ຽວຕ້ອນຮັບປີໃໝ່ ແຂວງກວ໋າງບິ່ງ ຈັດຕັ້ງບັນດາການເຄື່ອນໄຫວທ່ອງທ່ຽວຕ້ອນຮັບປີໃໝ່

ພະແນກທ່ອງທ່ຽວແຂວງກວ໋າງບິ່ງ ໄດ້ສົມທົບກັບຫົວໜ່ວຍຕ່າງໆ ຈັດຕັ້ງບັນດາການເຄື່ອນໄຫວທີ່ອຸດົມສົມບູນ, ເປັນເອກະລັກສະເພາະເພື່ອແນໃສ່ປະຕິບັດແຜນການຟື້ນຟູ, ຊຸກຍູ້ການເຕີບໂຕດ້ານທ່ອງທ່ຽວໃນເງື່ອນໄຂຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມພະຍາດໂຄວິດ-19 ຢ່າງມີປະສິດທິຜົນ.

ທອງມີ ສີຫາວົງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.