ຊ່ວຍໃຫ້ປະຊາຊົນ ຮຶງອຽນ ຍິ່ງເຂົ້າໃຈຍິ່ງຮັກວັດທະທະທຳ ໄທ ຫຼາຍຂຶ້ນ

21:37 | 03/10/2024

ຍສໝ - ວັນທີ 29 ເດືອນກັນຍາ, ຢູ່ຮຶງອຽນ, ສະຖານທູດໄທ ປະຈຳ ຫວຽດນາມ ແລະ ກົມໃຫຍ່ການທ່ອງທ່ຽວແຫ່ງຊາດ ໄທ ໄດ້ຮ່ວມມືກັບແຂວງຮຶງອຽນ ຈັດງານລາຍການ “ໄທ – ຍິ່ງເຂົ້າໃຈຍິ່ງຮັກ”.

ວົງຄະນາຍາດຊາວ​ໄທ ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ​ຮ່ວມເດີນທາງ​ຊຸກ​ຍູ້ການພົບປະ​ແລກ​ປ່ຽນລະຫວ່າງ​ປະຊາຊົນ ຫວຽດ​ນາມ - ໄທ.
ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ ແຂວງ​ເລິມ​ດົ່ງ ມອບ​ຜ້າ​ອັດ​ປາກ​ດັ່ງ 15.000 ອັນ​ໃຫ້​ແກ່​ຊາວ​ໄທ
ຊ່ວຍໃຫ້ປະຊາຊົນ ຮຶງອຽນ ຍິ່ງເຂົ້າໃຈຍິ່ງຮັກວັດທະທະທຳ ໄທ ຫຼາຍຂຶ້ນ

ລາຍການ “ໄທ - ຍິ່ງເຂົ້າໃຈຍິ່ງຮັກ”. (ຮູບພາບ: ໜັງສືພິມ ຮືງອຽນ)

ກ່າວ​ປາໄສ​ທີ່​ເປີດລາຍການ, ທ່ານ ເຈິ່ນກວັກຕວ່ານ ​ຮອງເລຂາຜູ້ປະຈຳການ​ຄະນະພັກແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ ຮືງອຽນ ເຕື້ອງເຖິງການພົວພັນຖານບ້ານໃກ້ເຮືອນຄຽງ, ສະໜິດຊິດເຊື້ອ ກໍ່ຄືຄວາມຄ້າຍຄືກັນກ່ຽວກັບວັດທະນະທໍາ ແລະ ເງື່ອນໄຂທາງທໍາມະຊາດ ລະຫວ່າງ ຫວຽດນາມ ແລະ ໄທ.

ທ່ານໄດ້ຢືນຢັນວ່າ ການຈັດງານເຫດການວັດທະນະທໍາ, ດົນຕີ ແລະ ການສະແດງສິລະປະຂອງ ໄທ ທີ່ມີຫົວຂໍ້ວ່າ “ໄທ – ຍິ່ງເຂົ້າໃຈຍິ່ງຮັກ” ນັ້ນ ມີຄວາມໝາຍແທດຈິງໃນການສົ່ງເສີມການພົວພັນແລກປ່ຽນລະຫວ່າງປະຊາຊົນ ແລະ ເພີ່ມທະວີຄວາມເຂົ້າໃຈຂອງປະຊາຊົນຫວຽດນາມ ກ່ຽວກັບວັດທະນະທໍາ ໄທ. ພ້ອມກັນນັ້ນ ກໍ່ແມ່ນກິດຈະກຳເປັນການລະດົມທຶນໜູນຊ່ວຍຜູ້ຖືກເຄາະຮ້າຍທີ່ໄດ້ຖືກຮັບຜົນກະທົບຈາກພະຍຸເລກທີ 3 ຢູ່ຫວຽດນາມ.

ຊ່ວຍໃຫ້ປະຊາຊົນ ຮຶງອຽນ ຍິ່ງເຂົ້າໃຈຍິ່ງຮັກວັດທະທະທຳ ໄທ ຫຼາຍຂຶ້ນ

ທ່ານ ເຈິ່ນກວັກຕວ່ານ, ຮອງເລຂາຜູ້ປະຈຳການຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ຮືງອຽນ. ( ຮູບພາບ: ໜັງສືພີມ ຮຶງອຽນ)

ລາຍການນີ້ກໍ່ຊ່ວຍເພີ່ມທະວີການພົວພັນມິດຕະພາບລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ ເພື່ອໃຫ້ປະຊາຊົນຫວຽດນາມ ໂດຍສະເພາະແມ່ນປະຊາຊົນ ແຂວງຮືງອຽນ ມີໂອກາດຮູ້ຈັກ ແລະ ເຂົ້າໃຈວັດທະນະທໍາ, ມີກິດຈະກຳການລົງທຶນ ພັດທະນາເສດຖະກິດ ການຄ້າ ແລະ ການຮ່ວມມືການຕ່າງປະເທດກັບວິສາຫະກິດຂອງ ໄທ ຕື່ມອີກ.

ຕາມທ່ານ ເຈິ່ນກວັກຕວ່ານ ແລ້ວ, ແຂວງຮືງອຽນ ສັນຍາວ່າຈະສ້າງເງື່ອນໄຂທີ່ດີທີ່ສຸດ ເພື່ອໃຫ້ບັນດາວິສາຫະກິດຂອງ ໄທ ລົງທຶນຜະລິດ ແລະ ດຳເນີນທຸລະກິດ; ພ້ອມກັນນັ້ນ ກໍ່ຈະຮ່ວມມືຢ່າງແໜ້ນແຟ້ນກັບອົງການທີ່ກ່ຽວຂ້ອງຂອງ ໄທ ໃນການຈັດງານບັນດາການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມື, ພັດທະນາດ້ານວັດທະນະທໍາ - ສັງຄົມ, ກິລາ, ທ່ອງທ່ຽວ - ການສຶກສາ...

​ໃນ​ຂອບ​ເຂດ​ຂອງ​ລາຍການ, ​ໄດ້ດຳເນີນ​ບັນດາກິດຈະກຳ​ແນະນຳ​ກ່ຽວກັບວັດທະນະທຳ, ດົນຕີ, ອາຫານ​ຈາກ​ຫຼາຍ​ພາກຂອງ ​ໄທ ​ເຊັ່ນ: ການ​ສະ​ແດງ​ໂດຍ​ວົງ​ດົນຕີ​ປະສານ​ສຽງ​ ນະຄອນ​ຢະລາ; ສະແດງມວຍໄທ; ລົງຕົວຈິງການເຮັດອາຫານ ໄທ; ລົງຕົວຈິງການເຮັດເຄື່ອງຫັດຖະກໍາ ໄທ.

ຊ່ວຍໃຫ້ປະຊາຊົນ ຮຶງອຽນ ຍິ່ງເຂົ້າໃຈຍິ່ງຮັກວັດທະທະທຳ ໄທ ຫຼາຍຂຶ້ນ

ທ່ານ​ນາງ Urawadee Sriphiromya​, ​ເອກ​ອັກຄະ​ລັດຖະທູດ ​ໄທ ປະຈຳ ຫວຽດນາມ. (ຮູບພາບ: ໜັງສືພິມ ຮືງອ່ຽນ)

ທ່ານ​ນາງ Urawadee Sriphiromya​ ​ເອກ​ອັກຄະ​ລັດຖະທູດ​ ໄທ ປະຈຳ ຫວຽດນາມ ​ໄດ້​ຂອບ​ໃຈ​ແຂວງຮືງອຽນ ທີ່​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ລາຍການ. ໂດຍສະແດງຄວາມເຫັນໃຈ​ຢ່າງ​ເລິກ​ເຊິ່ງ​ກັບ​ຊາວ​ຫວຽດ​ນາມ​ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ຈາກ​​ພະ​ຍຸ Yagi ​, ທ່ານ​ນາງ ອຸຣາວະ​ດີ ໄດ້​ຮຽກ​ຮ້ອງ​ໃຫ້​ທຸກ​ຄົນ​ທີ່​ເຂົ້າ​ຮ່ວມ​ລາຍການ​ພ້ອມ​ກັນ​ລະດົມ​ທຶນ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ຜ່ານ​ຜ່າ​ຜົນ​ຮ້າຍ​ທີ່ເກີດຈາກ​ໄພ​ທຳ​ມະ​ຊາດ.

ທ່ານໄດ້ຕີລາຄາວ່າ ໃນໄລຍະຜ່ານມາ ການແລກປ່ຽນລະຫວ່າງປະຊາຊົນ ໄທ - ຫວຽດນາມ ໂດຍສະເພາະແມ່ນການແລກປ່ຽນດ້ານວັດທະນະທໍາ ໄດ້ຊ່ວຍເພີ່ມທະວີຄວາມຮູ້ຄວາມເຂົ້າໃຈ ແລະ ເຮັດໃຫ້ຄວາມສຳພັນລະຫວ່າງປະຊາຊົນສອງຊາດຍິ່ງແໜ້ນແຟ້ນຂຶ້ນ, ໃກ້ຊິດ, ຕິດພັນກັນ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດທີ່ແທດຈິງ, ປະກອບສ່ວນຮັດແໜ້ນການພົວພັນຖານບ້ານໃກ້ເຮືອນຄຽງ, ມິດຕະພາບມູນເຊື້ອ ລະຫວ່າງສອງປະເທດ. ທ່ານ ນາງ ອຸຣາວະ​ດີ ຢືນຢັນວ່າ ໄທ ຈະສືບຕໍ່ສົ່ງເສີມການຮ່ວມມືກັບຫວຽດນາມ ໃນທຸກໆດ້ານ ເພື່ອເຮັດໃຫ້ປະຊາຊົນສອງປະເທດຫຍັງເຂົ້າໃກ້ຊິດກັນຍິ່ງຂຶ້ນ.

ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ ໄທ - ຫວຽດ​ - ບ່ອນ​ອີງ​ທີ່​ໝັ້ນ​ແກ່ນ​ຂອງ​ວິ​ສາ​ຫະ​ກິດ ຫວຽດ​ນາມ ປະ​ຈຳ ໄທ

ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ ໄທ - ຫວຽດ​ - ບ່ອນ​ອີງ​ທີ່​ໝັ້ນ​ແກ່ນ​ຂອງ​ວິ​ສາ​ຫະ​ກິດ ຫວຽດ​ນາມ ປະ​ຈຳ ໄທ

ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ລະຫວ່າງ ໄທ ແລະ ຫວຽດນາມ ພວມນັບມື້ນັບມີການພັດທະນາທີ່ເປັນໜ້າຊື່ນຊົມ. ເພື່ອບັນລຸໄດ້ສິ່ງດັ່ງກ່າວ, ຕ້ອງເວົ້າເຖິງການປະກອບສ່ວນຂອງວິສາຫະກິດຊາວ ຫວຽດນາມ ອາໄສ ຢູ່ ໄທ. ສະມາຄົມນັກທຸລະກິດ ໄທ - ຫວຽດ, ດ້ວຍບົດບາດເປັນບ່ອນອີງອັນໝັ້ນແກ່ນໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ປະຈຳ ໄທ ໄດ້ຈັດການເຄື່ອນໄຫວທີ່ແທດຈິງ, ມີຄວາມໝາຍຫຼາຍຢ່າງ ປະກອບສ່ວນເຂົ້າໃນການຕິດພັນວິສາຫະກິດສອງປະເທດ ...

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ ແຂວງ​ເລິມ​ດົ່ງ ມອບ​ຜ້າ​ອັດ​ປາກ​ດັ່ງ 15.000 ອັນ​ໃຫ້​ແກ່​ຊາວ​ໄທ

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ ແຂວງ​ເລິມ​ດົ່ງ ມອບ​ຜ້າ​ອັດ​ປາກ​ດັ່ງ 15.000 ອັນ​ໃຫ້​ແກ່​ຊາວ​ໄທ

ຍ​ສໝ -

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ
302 Found

Found

The document has moved here.