ທ່ານ​ເອກ​ອັກຄະ​ລັດຖະທູດແອັດສະປາຍ ປະຈຳ ຫວຽດນາມ: ການ​ຮຽນ​ພາສາ​ຊ່ວຍ​ໃຫ້​ນັກ​ສຶກສາ​ເຊື່ອມ​ໂຍງ​ເຂົ້າກັນ​ຢ່າງ​ສະດວກ

20:54 | 15/10/2024

ຍສໝ - ວັນທີ 11 ຕຸລາ, ທ່ານນາງ Carmen Cano De Lasala, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ລາຊະອານາຈັກ ແອັດສະປາຍ ໄດ້ມີການເຮັດວຽກກັບມະຫາວິທະຍາໄລເສດຖະກິດ - ການເງິນ ນະຄອນໂຮ່ຈີມິນ (UEF) ແລະ ພົບປະກັບນັກສຶກສາ ເນື່ອງໃນໂອກາດທີ່ໂຮງຮຽນເປີດຕົວສູນເຫດການແອັດສະປາຍ ຢ່າງເປັນທາງການ

ບັນດາແມ່​ຫວຽດນາມ​ ຢູ່​ຕ່າງປະ​ເທດ​ຮັກສາ​ພາສາ​ບ້ານ​ເກີດ​ເມືອງ​ນອນ
ສະຖານທູດ​ຈີນ​ ມອບ​ທຶນ​ການ​ສຶກສາ​ໃຫ້​ນັກຮຽນດີ​ເດັ່ນ​ຢູ່​ໂຮງຮຽນພາກ​ເໜືອ ​ຫວຽດນາມ 34 ​ແຫ່ງ

ທີ່​ການ​ພົບ​ປະ, ເຮັດ​ວຽກ, ທ່ານ​ນາງ Carmen Cano De Lasala ​ໄດ້​ແນະນຳ ​ແລະ ​ແບ່ງປັນ​ກ່ຽວ​ກັບ​ວັດທະນະທຳ, ມໍລະດົກ, ​ເສດຖະກິດ​ຂອງເເອັດສະປາຍ, ພິ​ເສດ​ແມ່ນ​ການ​ພົວພັນ​ທາງ​ການ​ທູດ​ກັບຫວຽດນາມ. ທ່ານນາງ​ເອກ​ອັກຄະ​ລັດຖະທູດ ກໍ່​ໄດ້​ມີ​ການພົບປະ​ກັບ​ນັກສຶກສາຂອງ​ໂຮງຮຽນ, ​ແບ່ງປັນ​ຂໍ້​ມູນ​ກ່ຽວ​ກັບ​​ນະ​ໂຍບາຍ​ເພື່ອເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ​ແລກປ່ຽນ​ນັກ​ສຶກສາ​ລະຫວ່າງ ​ແອັດ​ສະປາຍ ​ແລະ ຫວຽດນາມ.

ທ່ານ​ເອກ​ອັກຄະ​ລັດຖະທູດແອັດສະປາຍ ປະຈຳ ຫວຽດນາມ: ການ​ຮຽນ​ພາສາ​ຊ່ວຍ​ໃຫ້​ນັກ​ສຶກສາ​ເຊື່ອມ​ໂຍງ​ເຂົ້າກັນ​ຢ່າງ​ສະດວກ

ທ່ານນາງ Carmen Cano De Lasala, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ລາຊະອານາຈັກ ແອັດສະປາຍ.

ທ່ານນາງ ໄດ້ສົ່ງເສີມໃຫ້ນັກສຶກສາຮຽນຮູ້ພາສາແອັດສະປາຍ ຫຼື ພາສາອື່ນໆ ເພາະວ່ານັກສຶກສາຈະມີໂອກາດຫຼາຍຢ່າງ ເພື່ອຄົ້ນຫາໂລກອ້ອມຕົວ ແລະ ເປີດກ້ວາງແນວຄິດ; ຄວາມ​ແຕກ​ຕ່າງ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ພຽງ​ແຕ່​ເປັນ​ປັດ​ໄຈ​ນ້ອຍໆ, ນັກ​ສຶກ​ສາ​ຍັງສາ​ມາດ​ປັບ​ຕົວ​ ແລະ​ ເຊື່ອມ​ໂຍງ​ເຂົ້າ​ກັນໄດ້ຢ່າງວ່ອງໄວ.

​ໃນ​ຂອບ​ເຂດ​ໂຄງການ, ທ່ານ ປອ. ຍານເກີມຈີ, ຮອງ​ຜູ້ອຳນວຍການ​ມະຫາວິທະຍາ​ໄລ​ເສດຖະກິດ ​- ການ​ເງິນ ນະຄອນ​ໂຮ່ຈິ​ມິນ ​ໄດ້​ເນັ້ນ​ໜັກ​ເຖິງ​ຍຸດ​ທະ​ສາດ​ສາກົນກ່ຽວກັບການ​ສຶກສາ​​ໃນ​ປະຈຸ​ບັນ ​ແລະ ອະນາຄົດ. ເປົ້າຫມາຍຂອງໂຮງຮຽນທີ່ມຸ່ງໄປເຖິງແມ່ນເພື່ອເປີດກ້ວາງການຮ່ວມມືກັບບັນດາມະຫາວິທະຍາໄລ, ອົງການຈັດຕັ້ງ, ວິສາຫະກິດຢູ່ແອັດສະປາຍ ເພື່ອເພີ່ມທິວີບັນດາການເຄື່ອນໄຫວຮ່ຳຮຽນ ແລະ ການພົບປະແລກປ່ຽນວັດທະນະທໍາສໍາລັບນັກສຶກສາ.

​ເນື່ອງ​ໃນ​ໂອກາດ​ນີ້, ມະຫາວິທະຍາ​ໄລ​ເສດຖະກິດ ​- ການ​ເງິນ ນະຄອນ​ໂຮ່ຈິ​ມິນ ​ໄດ້​ສ້າງຕັ້ງສູນເຫດການແອັດສະປາຍ ຢ່າງ​ເປັນ​ທາງ​ການ ​ແນໃສ່ສ້າງ​ພື້ນທີ່ທີ່ເປັນມືອາຊີບ ເພື່ອຈັດຕັ້ງບັນດາການ​ຕ້ອນຮັບ​ທາງ​ການ​ທູດພ້ອມ​ກັບ​ບັນດາ​ຫົວໜ່ວຍ, ອົງການ, ວິ​ສາ​ຫະກິດ, ສະມາຄົມ, ຄູ່​ຮ່ວມ​ມື; ຜູ້ຕາງຫນ້າຂອງມະຫາວິທະຍາໄລແອັດສະປາຍ ໄປຮ່ວມມືແລະ ເຮັດວຽກ. ໂຮງຮຽນຈະເພີ່ມທະວີບັນດາຫ້ອງຮຽນ, ສະໂມສອນພາສາຕ່າງປະເທດທີ່ກ່ຽວຂ້ອງກັບພາສາ; ຈັດຕັ້ງບັນດາເຫດການ, ເວທີປາໄສ, ການສຳມະນາ, ບັນດາການເຄື່ອນໄຫວງານວາງສະແດງກ່ຽວກັບວັດທະນະທຳ, ສີລະປະແອັດສະປາຍ.

ບຸກທະລຸ​ໃນ​ວຽກງານຮັກສາ, ພັດທະນາ​ພາສາ ຫວຽດນາມ ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ

ບຸກທະລຸ​ໃນ​ວຽກງານຮັກສາ, ພັດທະນາ​ພາສາ ຫວຽດນາມ ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ​ ອາໄສຢູ່​ຕ່າງປະ​ເທດ

ຍສໝ​ - ກ່ອນ​ລາຍການ ວັນເຊີດຊູພາສາ​ຫວຽດນາມ ​ໄດ້​ຈັດ​ຂຶ້ນ​ຢູ່​ໂຮງ​ລະຄອນ​ໃຫຍ່​ ຮ່າ​ໂນ້ຍ ໃນຕອນຄ່ຳວັນທີ 8 ກັນຍາ, ​ຮອງ​ລັດຖະມົນຕີ - ຫົວໜ້າຄະນະ​ກຳມະການ​ແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່​ຕ່າງປະ​ເທດ, ທ່ານນາງ ເລ​ທິ​ທູ​ຮັ່ງ​ ໄດ້ຕອບສຳພາດນັກ​ຂ່າວ​ກ່ຽວ​ກັບ​ວຽກ​ງານ​ພາ​ສາ ​ຫວຽດນາມ ສຳລັບປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ

ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ

ຍສໝ - ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກຄະ​ລັດຖະທູດຜູ້ມີອຳນາດເຕັມແຫ່ງ​ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ​ຫວຽດ​ນາມ ປະ​ຈຳ ສ​ປ​ປ ລາວ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.