ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ ຫວຽດ​ນາມ - ສິງ​ກະ​ໂປ: ກຳລັງໜູນຈາກ​ການ​ຫັນ​ເປັນ​ດິ​ຈິ​ຕອນ ແລະ ເສດ​ຖະ​ກິດສີຂຽວ

09:45 | 10/10/2024

ຍສໝ -​ ວັນທີ 1 ຕຸລາ, ຢູ່ ນະຄອນໂຮ່ຈີມິນ (HCMC), ສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ໂດຍມີການສົມທົບ, ໜູນຊ່ວຍຂອງກົງສຸນໃຫຍ່ ສິງກະໂປ ປະຈໍາ ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງລາຍການ “ເຊື່ອມຕໍ່ການຊຸກຍູ້ການຄ້າ, ການລົງທຶນ ຫວຽດນາມ - ສິງກະໂປ”. ນີ້​ແມ່ນ​ເວທີ​ປາ​ໄສ​ເພື່ອ​ຊ່ວຍ​ໃຫ້​​ວິ​ສາ​ຫະກິດ​ຂອງ​ທັງ​ສອງ​ປະ​ເທດ​​ກຳ​ແໜ້ນ​ທ່າ​ອ່ຽງ​ດຳ​ເນີນ​ທຸລະ​ກິດ​ໃໝ່, ຊອກ​ຫາ​ຄູ່​ຮ່ວມ​ມື ​ເພື່ອຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ, ຈາກນັ້ນ ​ກໍ່ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນສອງຝ່າຍ. ເຫດການ ​ໄດ້​ດຶງ​ດູດ​ເກືອບ 100 ວິສາຫະກິດ ແລະ ນັກ​ລົງທຶນ​ທີ່​ມີຄວາມສາມາດບົ່ມຊ້ອນທີ່ມາຈາກ ສິງກະ​ໂປ ​ແລະ ຫວຽດນາມ.

ໄຂກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ຄັ້ງ​ທີ 56 ຢູ່ ລາວ
ຫວຽດ​ນາມ - ຍີ່​ປຸ່ນ ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ວີ​ຊາ, ODA ແລະ ການ​ສົ່ງ​ອອກ​ແຮງ​ງານ

ໂດຍ​ເຂົ້າ​ຮ່ວມ​ລາຍການ​ມີ​ທ່ານ Pang Te Cheng, ຫົວໜ້າສະຖານກົງ​ສູນ​ໃຫຍ່​ສິງກະ​ໂປ ປະຈຳ ​ນະຄອນ​ໂຮ່ຈິ​ມິນ; ທ່ານ Goh Keng Phang, ທີ່ປຶກສາຝ່າຍເສດຖະກິດ ສະຖານທູດສິງກະໂປ ປະຈໍາ ຫວຽດນາມ; ທ່ານ ຫວູຫວຽດ​ຫງວ້ານ, ປະ​ທານ​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ສິງ​ກະ​ໂປ; ບັນດານັກ​ຊ່ຽວຊານ​ຈາກ​ມະຫາວິທະຍາ​ໄລ, ສະ​ຖາ​ບັນ​ຄົ້ນຄວ້າ ​ແລະ ສະມາຄົມ​ວິຊາ​ຊີບ​ຢູ່ຫວຽດນາມ...

ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ ຫວຽດ​ນາມ - ສິງ​ກະ​ໂປ: ກຳລັງໜູນຈາກ​ການ​ຫັນ​ເປັນ​ດິ​ຈິ​ຕອນ ແລະ ເສດ​ຖະ​ກິດສີຂຽວ

ທ່ານ​ປະທານ​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ສິງ​ກະ​ໂປ ຫວູຫວຽດ​ຫງວ້ານ ກ່າວຄຳປາໄສທີ່ພິທີເປີດລາຍການ.

ກ່າວ​ຄຳປາໄສທີ່ພິທີເປີດ​, ທ່ານ​ປະທານ​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ສິງ​ກະ​ໂປ ຫວູຫວຽດ​ຫງວ້ານ ​ເນັ້ນ​ໜັກ​ວ່າ ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ ຫວຽດນາມ ​ແລະ ສິງກະ​ໂປ ​ໄດ້​ພັດທະນາ​ຢ່າງເຂັ້ມ​ແຂງ ແລະ ຫຼາຍຮູບແບບ. ລັດຖະບານ​ທັງສອງ​ປະ​ເທດ ກໍ່ມຸ່ງ​ໄປ​ເຖິງ​ການ​ນຳການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດເຂົ້າສູ່ລວງເລິກ, ກາຍ​ເປັນ​ແບບຢ່າງ​ການ​ຮ່ວມ​ມື​ໃນ​ອາ​ຊຽນ.

ທີ່ວາລະປະ​ຊຸມເຊື່ອມຕໍ່ຂອງລາຍການ, ບັນດາວິ​ສາ​ຫະກິດ ຫວຽດນາມ - ສິງກະ​ໂປ ​ໄດ້​ມີ​ກາລະ​ໂອກາດພົບປະແລກປ່ຽນ, ເຊື່ອມຕໍ່​ຢ່າງ​ກົງ​ໄປ​ກົງ​ມາ, ປຶກສາ​ຫາລື​ກ່ຽວ​ກັບໂອກາດ​ຮ່ວມ​ມື, ການ​ລົງທຶນ​ລະຫວ່າງ​ວິ​ສາ​ຫະກິດ 2 ປະ​ເທດ.

ເສດຖະກິດດິຈິຕອນ ແລະ ການຫັນເປັນສີຂຽວ: ກຸນແຈຂອງການຮ່ວມມື

ຫົວຂໍ້ທີ່ພົ້ນເດັ່ນຂອງເຫດການແມ່ນເສດຖະກິດດີຈີຕອນ ແລະ ການຫັນເປັນສີຂຽວ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ “​ກຸນແຈ” ​ເພື່ອ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ​ໃຫ້​ທັງ​ ຫວຽດນາມ ​ແລະ ສິງກະ​ໂປ.

ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ ຫວຽດ​ນາມ - ສິງ​ກະ​ໂປ: ກຳລັງໜູນຈາກ​ການ​ຫັນ​ເປັນ​ດິ​ຈິ​ຕອນ ແລະ ເສດ​ຖະ​ກິດສີຂຽວ

ລາຍການ “ເຊື່ອມຕໍ່ການຊຸກຍູ້ການຄ້າ, ການລົງທຶນ ຫວຽດນາມ - ສິງກະໂປ”.

ທີ່ວາລະ​ປະຊຸມ​ຂອງລາຍການ, ນັກ​ຊ່ຽວຊານ​ດ້ານ​ເສດຖະກິດ ທ່ານ ປອ. ເຈີ່ນຢູ່ລິກ, ສະມາຊິກ​ໜ່ວຍປຶກສາ​ເສດຖະກິດ​ຂອງ​ນາຍົກລັດຖະມົນຕີ ໃຫ້ຂໍ້ສັງເກດວ່າ ທັງສອງປະ​ເທດ ລ້ວນແຕ່​ມີ​ທ່າ​ໄດ້​ປຽບ​ໃນ​ການ​ພັດທະນາສອງຂົງ​ເຂດ​ນີ້. ດ້ວຍ​​ນະ​ໂຍບາຍ​ທີ່​ຈະ​ແຈ້ງ ​ແລະ ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ສູງ, ຫວຽດນາມ ພວມ​ລົງທຶນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ພື້ນຖານ​ໂຄງ​ລ່າງ​ດີ​ຈີ​ຕອນ ​ແລະ ພັດທະນາ​ເສດຖະກິດສີ​ຂຽວ, ໃນຂະນະ​ທີ່ ສິງກະ​ໂປ ນຳ​ໜ້າ​ພາກ​ພື້ນກ່ຽວກັບ​ນະວັດຕະກຳ ​ແລະ ການ​ບໍລິການ​ດ້ານ​ການ​ເງິນ.

​ສາດສະດາຈານ ​ເຈີ່ນ​ຫງອກເທີ, ສະມາຊິກ​ສະພາທີ່​ປຶກສາ​ນະ​ໂຍບາຍ​ການ​ເງິນ​ແຫ່ງ​ຊາດ ກໍ່ໃຫ້ຮູ້ວ່າ ການ​ກໍ່ສ້າງ​ສູນ​ການ​ເງິນ​ລຸ້ນ​ທີ 2 ຢູ່ ຫວຽດນາມ, ມຸ່ງ​ໄປ​ເຖິງ​ການ​ຫັນ​ເປັນ​ດີ​ຈີ​ຕອນ ​ແລະ ​ການ​ຫັນ​ເປັນ​ສີຂຽວ, ຈະ​ເປີດ​ກາລະ​ໂອກາດ​ຫຼາຍ​ຢ່າງ​ໃຫ້​ແກ່​ການ​ຮ່ວມ​ມື​ກັບ ສິງກະ​ໂປ - ປະ​ເທດ​ທີ່​ມີ​ພື້ນຖານແບບໝັ້ນຄົງໃນຂົງເຂດນີ້. ພ້ອມ​ກັນ​ນັ້ນ, ການ​ຫັນປ່ຽນກະແສທຶນ FDI ຈາກ​ບັນດາສູນ​ການ​ເງິນ​ສາກົນ​ຄື ຮົງ​ກົງ ​ໄປຍັງ ສິງກະ​ໂປ ຈະ​ສ້າງ​ກຳລັງຜັກດັນຕື່ມອີກ ເພື່ອໃຫ້​ສອງ​ປະ​ເທດ​ສືບ​ຕໍ່​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຍຸດ​ທະ​ສາດ.

ບັນດານັກລົງທຶນສິງກະໂປ ໄດ້ແບ່ງປັນປະສົບການອັນລ້ຳຄ່າໃນການດຶງດູດ FDI. ຕາມນັ້ນແລ້ວ, ຜົນສຳເລັດຂອງສິງກະໂປ ບໍ່ໄດ້ມາຈາກການຫຼຸດຜ່ອນພາສີ ແລະ ຄ່າທຳນຽມ, ແຕ່ແມ່ນມາຈາກການສ້າງລະບົບນິເວດການລົງທຶນທີ່ສະດວກດ້ວຍພື້ນຖານໂຄງລ່າງດ້ານດິຈິຕອນ, ເຕັກໂນໂລຢີ ແລະ ການເງິນຢ່າງໝັ້ນຄົງເຂັ້ມແຂງ, ພ້ອມທັງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ ແລະ ການບໍລິຫານລັດຢ່າງມີປະສິດທິຜົນ. ສິ່ງ​ນີ້​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ FDI ຢູ່ ສິງກະ​ໂປ ຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ​ເພີ່ມ​ຄວາມ​ສາມາດປະສົບຜົນສຳເລັດສູງກ່ວາ.

ສິ່ງທ້າທາຍ ແລະ ກາລະໂອກາດໃນສະພາບການຂອງການແກ່ງແຍ້ງແຂ່ງຂັນທົ່ວໂລກ

​ໃນ​ສະພາບ​ການ​ຜັນ​ແປ​ຂອງສະພາບ​ການ​ໂລກ ​ແລະ ພາກ​ພື້ນ, ພິ​ເສດ​ແມ່ນ​ການແກ່ງແຍ້ງ​ແຂ່ງຂັນ​ຍຸດ​ທະ​ສາດ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່​ນັບ​ມື້​ນັບ​ຮ້າຍ​ແຮງ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ດຶກ​ຮຸ່ງ, ທີ່ປຶກສາຂັ້ນສູງກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ, ຮອງ​ປະທານ - ເລຂາທິການສະມາຄົມ​ມິດຕະພາບ ຫວຽດນາມ - ສິງກະ​ໂປ ​ເນັ້ນ​ໜັກ​ເຖິງບົດບາດສຳຄັນຂອງການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ສິງກະ​ໂປ ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ຂອງ ອາ​ຊຽນ. ທ່ານ​ຊີ້​ອອກສອງ​ປັດ​ໄຈ​ສຳຄັນ, ສ້າງ​ພື້ນຖານ​ແບບ​ຍືນ​ຍົງ​ໃຫ້​ແກ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ສິງກະ​ໂປ:

ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ ຫວຽດ​ນາມ - ສິງ​ກະ​ໂປ: ກຳລັງໜູນຈາກ​ການ​ຫັນ​ເປັນ​ດິ​ຈິ​ຕອນ ແລະ ເສດ​ຖະ​ກິດສີຂຽວ

ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະນຶກ.

ທີໜຶ່ງ, ຜົນປະໂຫຍດແຫ່ງຊາດ - ຊົນຊາດກ່ຽວກັບການຄົງຕົວ ແລະ ການພັດທະນາຂອງ ຫວຽດນາມ ແມ່ນຄືກັນກັບຜົນປະໂຫຍດຂອງບັນດາຄູ່ຮ່ວມມື, ສອດຄ່ອງກັບທ່າອ່ຽງການພັດທະນາໃນສະພາບການຜັນແປຢ່າງແຮງທາງດ້ານພູມສາດ-ການເມືອງ, ພູມສາດ-ເສດຖະກິດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ອາຊີ-ປາຊີຟິກ ເວົ້າສະເພາະ ແລະ ໂລກ ເວົ້າລວມ.

ທີສອງ, ຄວາມກົງກັນກ່ຽວກັບຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ; ​ເປົ້າ​ໝາຍ​ແຫ່ງ​ຄວາມ​ສາມັກຄີ, ເພີ່ມທະວີບົດບາດ​ໃຈກາງ​ຂອງ​ອາ​ຊຽນ ​ແລະ ຄວາມ​ຕ້ອງການ​ຂອງ​ການ​ເຊື່ອມ​ຕໍ່ເພື່ອ​ພ້ອມກັນພັດທະນາ​ແບບ​ຍືນ​ຍົງ.

ເປີດກວ້າງການຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດນາມ

ເປີດກວ້າງການຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ ຫວຽດ​ນາມ ແລະ ສະ​ມາ​ຄົມ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ສ.ເກົາຫຼີ - ຫວຽດນາມ

ຍສໝ​ - ວັນທີ 6 ສິງຫາ ຢູ່ຮ່າໂນ້ຍ, ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຕ້ອນຮັບທ່ານ Kwon Sung-taek, ປະທານສະມາຄົມເສດຖະກິດ, ວັດທະນະທໍາ ສ.ເກົາຫຼີ - ຫວຽດນາມ (KOVECA) ເນື່ອງໃນການໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ຕິດພັນກັບນໍ້າໃຈ​ມິດ​ຕະ​ພາບ​ ຫວຽດ​ນາມ - ລາວ

ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ຕິດພັນກັບນໍ້າໃຈ​ມິດ​ຕະ​ພາບ​ ຫວຽດ​ນາມ - ລາວ

ຍສໝ - ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​ບຳລຸງສ້າງ​ນັກ​ສຶກສາ, ພະນັກງານ ​ແລະ ນັກຮຽນ​ລາວ​ຫຼາຍ​ທີ່​ສຸດ​ໃນ​ໂລກ. ນັກ​ສຶກສາ​ລາວ ​ທີ່​ສຶກສາຮ່ຳຮຽນ ​ແລະ ຄົ້ນ​ຄ້ວາ​ຢູ່​ຫວຽດນາມ ​ໄດ້​ຮັບ​ການ​ອຸປະຖຳທັງ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ, ເຊິ່ງໄດ້​ຊ່ວຍ​ລາວ ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ, ສັງຄົມ.

ມີງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.