ຍສໝ - ວັນທີ 5 ກັນຍາ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ແລະສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ຢູ່ນະຄອນຮ່າໂນ້ຍ ໄດ້ສົມທົບກັນມອບຂອງຂວັນ 154 ພູດ (ເຄື່ອງໃຊ້ທີ່ຈຳເປັນ, ອຸປະກອນການແພດ ແລະ 500.000 ດົ່ງ) ໃຫ້ແກ່ນັກສຶກສາກຳປູເຈຍທີ່ພວມຮຽນຢູ່ບັນດາມະຫາວິທະຍາໄລໃນບໍລິເວັນນະຄອນຮ່າໂນ້ຍທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກການລະບາດຂອງພະຍາດ COVID-19.
ຍສໝ - ທ່ານເອກອັກຄະລັດຖະທູດລັດເຊຍ ແລະ ຜູ້ຕາງໜ້າຄະນະຈັດຕັ້ງການແຂ່ງຂັນກິລາການທະຫານສາກົນ Army Games 2021 ໃຫ້ຮູ້ວ່າ ຫວຽດນາມໄດ້ກຽມພ້ອມເປັນຢ່າງດີ ສໍາລັບສະໜາມເຝິກແອບ ແລະ ເງື່ອນໄຂການແຂ່ງຂັນ ເມື່ອເປັນເຈົ້າພາບຈັດການແຂ່ງຂັນທັງສອງປະເພດກິລາ ເປັນຄັ້ງທໍາອິດ.
ຍສໝ - ວັນທີ 31 ສິງຫາ, ຢູ່ຫ໋າຍເຢືອງ, ຄະນະປະຕິບັດງານສະຖານທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ Park Noh Wan ໄດ້ນຳໜ້າຄະນະ ເຂົ້າຮ່ວມການເຈລະຈາການຮ່ວມມືພັດທະນາລະຫວ່າງແຂວງຫ໋າຍເຢືອງ ແລະ ສ.ເກົາຫຼີ, ສະເໜີໃຫ້ແຂວງສືບຕໍ່ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດ ສ.ເກົາຫຼີ ມາລົງທຶນ, ຮ່ວມມືພັດທະນາ…
ຍສໝ - ໃນຂອບເຂດໂຄງການເຜີຍແພ່ຍຸດທະສາດແຫ່ງຊາດ ກ່ຽວກັບປັນຍາປະດິດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ລິເລີ່ມ ແລະ ເປີດຕົວເຄືອຂ່າຍການຮ່ວມມື ກ່ຽວກັບປັນຍາປະດິດ ລະຫວ່າງຫວຽດນາມ - ອົດສະຕາລີ (Vietnam - Australia AI).
ຍສໝ - ຫວ່າງແລ້ວນີ້, ຢູ່ ບຣາຊິນ, ສະຖານທູດຫວຽດນາມ ປະຈຳບຣາຊິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ (2/9/1945 - 2/9/2021).
ທ່ານປະທານາທິບໍດີ Borut Pahor ໄດ້ອວຍພອນ ແລະ ປາດຖະນາວ່າ ທ່ານເອກອັກຄະລັດຖະທູດຈະສືບຕໍ່ແມ່ນຂົວເຊື່ອມຕໍ່ເພື່ອຊຸກຍູ້ການພົວພັນມິດຕະພາບລະຫວ່າງ 2 ປະເທດ.
ຍສໝ - ຂະແໜງການກວດສອບຂອງຫວຽດນາມ ແລະ ຈີນສາມາດດໍາເນີນການກວດສອບຄຽງຄູ່ກັນ ຫຼື ຮ່ວມກັນໃນຫົວຂໍ້ທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ໂດຍສະເພາະແມ່ນໃນບັນຫາປົກປັກຮັກສາສິ່ງແວດລ້ອມ ແລະ ການຄວບຄຸມພະຍາດ.
ຍສໝ - ຈຳນວນວັດຖຸອຸປະກອນໂດຍພະແນກພົວພັນຕ່າງປະເທດແຂວງ ຢູນໜານ ແລະ ກຸ່ມບໍລິສັດ Sunwah ຮົ່ງກົງ ມອບໃຫ້ຫວຽດນາມ ລວມມີ: ເຄື່ອງຜະລິດອົກຊີ 160 ເຄື່ອງ, ຊຸດຫາເຊື້ອໄວຣັດ 30.000 ຊຸດ, ຊຸດເຄື່ອງນຸ່ງກັນໂຄວິດ - 19 1.200 ຊຸດ, ຜ້າອັດປາກດັງ 400.000 ອັນ, ໃນນັ້ນມີເຄື່ອງຜະລິດອົກຊີ 160 ເຄື່ອງທີ່ມອບໃຫ້ 8 ແຂວງ, ນະຄອນທາງທິດເໜືອ...
ໃນຕະຫຼອດ 76 ປີຜ່ານມາ, ຫວຽດນາມ ໄດ້ສ້າງກຸ່ມກ້ອນມະຫາສາມັກຄີທີ່ເປັນປຶກແຜ່ນແໜ້ນໜາ, ຜ່ານຜ່າທຸກຄວາມຫຍຸ້ງຍາກເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ, ປົກປັກຮັກສາພື້ນຖານເອກະລາດ, ເສລີພາບຂອງຊາດ; ສ້າງສາ ແລະ ພັດທະນາປະເທດຊາດໃຫ້ “ນັບມື້ນັບອຸດົມຮັ່ງມີ, ຮຸ່ງເຮືອງສີວິໄລ ແລະ ສວຍງາມກວ່າ”; ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກິດຈະການສ້າງພື້ນຖານສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.
ດ້ວຍພື້ນຖານທີ່ດີຊື່ງປະຊາຄົມວິສາຫະກິດສົ່ງອອກສິນໃນນ້ຳຫວຽດນາມໄດ້ສ້າງຂຶ້ນແລະມີເງື່ອນໄຂສະດວກຍ້ອນມີສັນຍາ EVFTA, ກາລະໂອກາດໃຫ້ແກ່ການສົ່ງອອກສິນໃນນ້ຳຂອງ ຫວຽດນາມໄປຍັງຕະຫລາດອີຢູຍັງມີຄວາມສາມາດບົ່ມຊ້ອນໃຫຍ່ຫລວງ.
ຍສໝ - ຕອນເຊົ້າວັນທີ 30 ສິງຫາ 2021, ສະຫາຍ ຫງວຽນຈ້ອງເງ້ຍ, ເລຂາທິການສູນກາງພັກ - ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ມີການໂອ້ລົມທາງໂທລະສັບກັບ ສະຫານ Huang Kunming, ກຳມະການກົມການເມືອງ, ເລຂາຄະນະເລຂາທິການ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຈີນ.
ຍສໝ - ນັບແຕ່ວັນທີ 1 ມັງກອນ 2022 ຈີນ ຈະຈັດວາງບາງນະໂຍບາຍສະບັບໃໝ່ສຳລັບຜະລິດຕະພັນປະເພດກະເສດ, ປ່າໄມ້, ສິນໃນນ້ຳທີ່ສົ່ງອອກຈາກ ຫວຽດນາມ. ບັນດາອົງການທີ່ມີຄວາມຮັບຜິດຊອບ ແລະ ບັນດາວິສາຫະກິດ, ນັກທຸລະກິດ ຕ້ອງມີຂັ້ນຕອນກະກຽມບັນດາເງື່ອນໄຂສົ່ງອອກເພື່ອຕອບສະໜອງບັນດາມາດຕະຖານຂອງຝ່າຍຈີນ ຢ່າງລະອຽດລະອໍ...
ຍສໝ - ຫວຽດນາມ ສືບຕໍ່ຍູ້ແຮງການຮ່ວມມືພາຍໃນ ແລະ ນອກເຄືອຂ່າຍ ASCN. ກະຊວງກໍ່ສ້າງຈະສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງບັນດາທ້ອງຖິ່ນ ເພື່ອພ້ອມກັນເພີ່ມທະວີບັນດາກາລະໂອກາດໃນການພັດທະນາ.
ຍສໝ - ວັນທີ 26 ສິງຫາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງຫວຽດນາມ ແລະ ໄທ (ວັນທີ 6 ສິງຫາ 1976 - 6 ສິງຫາ 2021), ສະຖານທູດໄທ ປະຈຳຫວຽດນາມ, ສະຖານທູດຫວຽດນາມ ປະຈຳໄທ ແລະ ສະຖາບັນການຕ່າງປະເທດ (ກະຊວງການຕ່າງປະເທດ) ໄດ້ສົມທົບກັນຈັດຕັ້ງກອງປະຊຸມອອນໄລນ “45 ປີແຫ່ງການພົວພັນທາງການທູດຫວຽດນາມ - ໄທ”.
ຍສໝ - ຄະນະຄຸ້ມຄອງເຂດເສດຖະກິດດ່ານຊາຍແດນ ດົ່ງດັງ - ລ້າງເຊີນ ຫາກໍ່ປະກາດໃຊ້ວິທີການທົດລອງວິວັດການມອບຮັບສິນຄ້າສົ່ງອອກນ້ຳເຂົ້າຜ່ານເສັ້ນທາງສະເພາະສຳລັບການຂົນສົ່ງສິນຄ້າ ຢູ່ເຂດຫຼັກໝາຍ 1088/2-1089 ຈາກ ເຕີນແທັງ (ຫວຽດນາມ) ໄປຍັງ ປໍ່ຈາຍ (ຈີນ).
ຍສໝ - ທ່ານ ຟ້າມບິ່ງດ່າມ ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຮົ່ງກົງ (ຈີນ) ໃຫ້ຮູ້ວ່າ ຕ້ອງມີການກະກຽມໃຫ້ເປັນຢ່າງດີ ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ ແລະ ຮົ່ງກົງ ພາຍລັງໂລກລະບາດໂຄວິດ - 19...
ຍສໝ - ຕອນບ່າຍວັນທີ 25 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຝ້າມບີງມີງ ແລະ ທ່ານນາງຮອງປະທານາທິບໍດີສະຫະລັດອາເມລິກາ Kamala Harris ໄດ້ເຂົ້າຮ່ວມພິທີເປີດ ຫ້ອງການພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຂອງສູນຄວບຄຸມ ແລະ ປ້ອງກັນພະຍາດ ອາເມລິກາ (CDC) ຢູ່ຮ່າໂນ້ຍ.
ຍສໝ - ໃນຕອນບ່າຍວັນທີ 26 ສິງຫາ, ທ່ານນາງຮອງປະທານາທິບໍດີອາເມລິກາ Kamala Harris ໄດ້ເປັນປະທານກອງປະຊຸມຂ່າວຢູ່ໂຮງແຮມ Marriott ຢູ່ຮ່າໂນ້ຍ. ນີ້ແມ່ນກິດຈະກໍາສຸດທ້າຍຂອງນາງ Harris ກ່ອນສິ້ນສຸດການຢ້ຽມຢາມຫວຽດນາມ ໃນເວລາ 3 ມື້ຂອງທ່ານນາງ.
ຍສໝ - ວັນທີ 25 ຫາ 29 ສິງຫາ 2021 ທີ່ນະຄອນຄຸນໝີງ (ຢຸນນານ, ຈີນ) ໄດ້ດຳເນີນຕະຫຼາດນັດສິນຄ້າຈີນ - ອາຊີໃຕ້ ປີ 2021ຈັດຂຶ້ນໂດຍ ຫ້ອງການການຄ້າສາກົນຈີນ, ຫ້ອງການການຄ້າ ແລະ ອຸດສາຫະກຳອາຊຽນ, ສູນກາງຈີນ-ອາຊຽນ ແລະ ກອງເລຂາຕະຫຼາດນັດສິນຄ້າຈີນ-ອາຊີຕາເວັນອອກສ່ຽງໃຕ້.
ຕອນບ່າຍວັນທີ 26 ສິງຫາ, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕຽນຢຸງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກ.
ເມື່ອແບ່ງປັນກັບນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈຳ ວຽງຈັນ, ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ໄດ້ເຫັນດີເປັນເອກະພາບ ແລະ ສະໜັບສະໜູນບັນດາຂໍ້ສະເໜີຂອງສະພາແຫ່ງຊາດ ຫວຽດນາມ.
ຍສໝ - ດ້ວຍຜົນຂອງການແຂ່ງຂັນໃນເວລາ 51 ນາທີ 40 ວິນາທີ, ເຂົ້າເສັ້ນໄຊທຳອິດໃນການແຂ່ງຂັນຮອບທີສອງ, ແນ່ນອນວ່າ ທິມທະຫານຊ່າງແສງຫວຽດນາມຈະໄດ້ເຂົ້າຮອບຊີງຊະນະເລີດ ເຊິ່ງຄາດວ່າຈະດຳເນີນໃນຕອນເຊົ້າວັນທີ 29 ສິງຫາ ຈະມາເຖິງ.
ຍສໝ - ຕອນບ່າຍວັນທີ 23 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ສຈ - ປອ. ຫງວຽນຊວນຖັງ, ກຳມະການກົມການເມືອງ - ປະທານສະພາທິດສະດີສູນກາງ - ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໄດ້ມອບຫຼຽນກາລະນຶກ “ເພື່ອການບຳລຸງສ້າງ, ອົຍຮົມທິດສະດີການເມືອງ” ໃຫ້ ທ່ານຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາຫວຽດນາມ Kamal Malhotra.
ຍສໝ - ຕອນເຊົ້າວັນທີ 23 ສິງຫາ, ກະຊວງສາທາລະນະສຸກ ໄດ້ຮັບວັກຊີນປ້ອງກັນຕ້ານ ພະຍາດໂຄວິດ -19 ຂອງ AstraZeneca ຈຳນວນ 501.600 ໂດສ ໂດຍລັດຖະບານໂປໂລຍ ອຸປະຖຳໃຫ້ຫວຽດນາມເພື່ອປ້ອງກັນການລະບາດ.
ຍສໝ - ວັນທີ 24 ສິງຫາ, ຢູ່ດ່ານຊາຍແດນສາກົນ ແທັງຖຸຍ, ຜູ້ຕາງໜ້າແຂວງຮ່າຢາງ ໄດ້ຮັບວັດຖຸອຸປະກອນການແພດໂດຍສະມາຄົມຊາວຈີນ Wenshan Zhuang, ແຂວງ ຢຸນໜານ (ຈີນ) ມອບໃຫ້.
ຍສໝ - ວັນທີ 23 ສິງຫາ 2021, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳໂອຕາລິດ ຫງວຽນຈຸງກຽນ ໄດ້ມີການເຮັດວຽກກັບທ່ານເອກອັກຄະລັດຖະທູດ Barbara Kaudel-Jensen ທີ່ປຶກສາການຕ່າງປະເທດ ຂອງທ່ານນາຍົກຍົກລັດຖະມົນຕີ ໂອຕາລິດ ກ່ຽວກັບການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ.
ໃນຕອນເຊົ້າວັນທີ 18 ສິງຫາ ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊາດ” ໃຫ້ແກ່ທ່ານ Kamal Malhotra, ຜູ້ປະສານງານຂອງສະຫະປະຊາຊາດ ປະຈໍາຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 25 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານນາງຮອງປະທານປະເທດ ວໍ້ຖິແອັງຊວນ ໄດ້ເປັນປະທານພິທີຕ້ອນຮັບ ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ໃນການຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 24 ຫາວັນທີ 26 ສິງຫາ.
ຍສໝ - ໃນວັນທີ 19 ສິງຫາ ເວັບໄຊ໌ຂອງຣັດເຊຍ ໄດ້ໃຫ້ຮູ້ວ່າ ກະແລັມຈຳນວນ 4.75 ໂຕນ ໄດ້ສົ່ງອອກຈາກແຂວງ Novosibirsk ໄປຍັງຫວຽດນາມ. ນີ້ແມ່ນການຂົນສົ່ງຄັ້ງທີສອງທີ່ສົ່ງອອກໄປຍັງຫວຽດນາມ ໃນປີ 2021.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານນາງຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຈິງຖິຖູຍ ໄດ້ມອບຫຼຽນກາລະນຶກ ເພື່ອພາລະກິດວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໃຫ້ແກ່ທ່ານ Michael Croft, ຫົວໜ້າຜູ້ຕາງໜ້າອົງການສຶກສາ, ວິທະຍາສາດ ແລະ ວັດທະນະ ທຳ ສະຫະປະຊາຊາດ - UNESCO ປະຈຳຫວຽດນາມ.