ເຄືອຂ່າຍການຮ່ວມມືດ້ານປັນຍາປະດິດ ຫວຽດນາມ - ອົດສະຕາລີ: ປະກອບສ່ວນເພີ່ມທະວີ ໃຫ້ລະບົບນະວັດຕະກໍາປະດິດສ້າງຫວຽດນາມ

17:11 | 05/09/2021

ຍສໝ - ໃນຂອບເຂດໂຄງການເຜີຍແພ່ຍຸດທະສາດແຫ່ງຊາດ ກ່ຽວກັບປັນຍາປະດິດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ລິເລີ່ມ ແລະ ເປີດຕົວເຄືອຂ່າຍການຮ່ວມມື ກ່ຽວກັບປັນຍາປະດິດ ລະຫວ່າງຫວຽດນາມ - ອົດສະຕາລີ (Vietnam - Australia AI).

ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ຍົກອອກ 3 ໜ້າທີ່ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ຍົກອອກ 3 ໜ້າທີ່ໜູນຊ່ວຍປະຊາຄົມຊາວ ຫວຽດນາມ
ເພື່ມທະວີການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ເພື່ມທະວີການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອົດສະຕາລີ

ຫວຽດນາມ - ອົດສະຕາລີ AI ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຍີຫວຽດນາມ ໄດ້ຮັບການປະສານສົມທົບກັບ ສະໂມສອນ FISU (ສະມາຄົມ ຄອມພິວເຕີຫວຽດນາມ) ແລະ ASUS4 Innovation - ໂຄງການຊ່ວຍເຫຼືອພັດທະນາ ມີມູນຄ່າ 13,5 ລ້ານໂດລາອົດສະຕາລີ ເພື່ອເພີ່ມທະວີລະບົບນະວັດຕະກໍາປະດິດສ້າງຫວຽດນາມ.

ໃນເບື້ອງຕົ້ນ, ຫວຽດນາມ - ອົດສະຕາລີ AI ຈະສ້າງໂອກາດໃຫ້ບັນດາສະມາຊິກຮ່ວມມື ກັບບັນດາຄູ່ຮ່ວມມືຂອງອົດສະຕາລີ ເພື່ອອັບເດດສະພາບການປັນຍາປະດິດຢູ່ຫວຽດນາມ, ອົດສະຕາລີ ແລະ ໃນໂລກ. ຫຼັງຈາກນັ້ນ, ຫວຽດນາມ - ອົດສະຕາລີ AI ຈະເປີດກວ້າງການຮ່ວມມືກັບຫຼາຍປະເທດອື່ນໆ ແລະ ແນໃສ່ສ້າງປະຊາຄົມປັນຍາທຽມທີ່ຍືນຍົງ ພ້ອມກັບຫຼາຍກິດຈະກໍາພັດທະນາຂະແໜງວິທະຍາສາດຄອມພິວເຕີຢູ່ຫວຽດນາມ.

ເຄືອຂ່າຍການຮ່ວມມືດ້ານປັນຍາປະດິດ ຫວຽດນາມ - ອົດສະຕາລີ: ປະກອບສ່ວນເພີ່ມທະວີ ໃຫ້ລະບົບນະວັດຕະກໍາປະດິດສ້າງຫວຽດນາມ
ເຄືອຂ່າຍການຮ່ວມມືດ້ານປັນຍາປະດິດ ຫວຽດນາມ - ອົດສະຕາລີ: ປະກອບສ່ວນເພີ່ມທະວີ ໃຫ້ລະບົບນະວັດຕະກໍາປະດິດສ້າງຫວຽດນາມ.

ທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຍີ ບູຍເທຍູຍ ໃຫ້ຮູ້ວ່າ: ຫວຽດນາມ - ອົດສະຕາລີ AI ແມ່ນປັດໄຈພື້ນຖານເພື່ອໃຫ້ປະຊາຄົມຮ່ວມມືຍືນຍົງກ່ຽວກັບ AI ຢູ່ຫວຽດນາມ ແລະ ສາກົນໃນອະນາຄົດ.

"ພວກຂ້າພະເຈົ້າຫວັງວ່າ ຈະໄດ້ຮຽນຮູ້ຈາກອົດສະຕາລີ ແລະ ປະເທດອື່ນໆ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການພັດທະນາ AI ຢູ່ຫວຽດນາມ, ປະຕິບັດເປົ້າໝາຍຕັ້ງຫວັງສູງທີ່ໄດ້ວາງໄວ້ໃນຍຸດທະສາດແຫ່ງຊາດກ່ຽວກັບປັນຍາປະດິດ - ນຳຫວຽດນາມຢູ່ໃນອັນດັບ 4 ຂອງອາຊຽນ ແລະ 50 ປະເທດແຖວໜ້າໃນໂລກກ່ຽວກັບການຄົ້ນຄວ້າ, ພັດທະນາ ແລະ ນຳໃຊ້ປັນຍາປະດິດໃນປີ 2030”, ທ່ານ ບູຍເທຍູຍ ກ່າວ.

ໂດຍເປີດຕົວເຄືອຂ່າຍດັ່ງກ່າວນີ້, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມກັບບັນດາຄູ່ຮ່ວມມື ຮຽກຮ້ອງໃຫ້ບຸກຄົນ ແລະ ອົງການຈັດຕັ້ງທັງໝົດ ທີ່ດໍາເນີນເຄື່ອນໄຫວດ້ານປັນຍາປະດິດຢູ່ຫວຽດນາມ ລົງທະບຽນເຂົ້າຮ່ວມ. ເປົ້າໝາຍໃນປີ 2021 ແມ່ນດຶງດູດຢ່າງໜ້ອຍ 100 ວິສາຫະກິດ ແລະ 1,000 ບຸກຄົນ ລົງທະບຽນ ແລະ ເຄື່ອນໄຫວ ຢູ່ facebook.com/groups/mangluoiai.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.