ໄຂງານວາງສະແດງສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7 ພຶດສະພາ 1954-7 ພຶດສະພາ 2024)

11:37 | 04/05/2024

ຍສໝ - ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ໄຊຊະນະ ດ້ຽນບຽນ​ຝູ (7 ພຶດສະພາ 1954-7 ພຶດສະພາ 2024), ຕອນ​ເຊົ້າ​ວັນ​ທີ 3 ພຶດສະພາ, ຄະນະ​ຈັດ​ຕັ້ງ​ງານ​ລ້ຽງ​ສະ​ເຫຼີ​ມສະຫຼອງ​ວັນ​ບຸນ​ສຳຄັນ​ຂອງ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ດ້ວຍ​ຫົວ​ຂໍ້​ວ່າ: “​ໄຊຊະນະ​ດ້ຽນບຽນ​ຝູ - ກຳລັງ​ແຮງ​ຂອງ​ຫວຽດນາມ, ຮູບຮ່າງ​ຂອງ​ຍຸກ​ສະ​ໄໝ” ຢູ່​ຖະໜົນ​ຄົນ​ຍ່າງ ຫງວຽນ​ເຫ້ວ ​ແລະ ຖະໜົນ​ດົງ​ກອຍ, ເມືອງ 1.

ເອກອັກຄະລັດຖະທູດລາວ ແລະ ຈີນ ໄດ້ສະແດງຄວາມຊົມເຊີຍຕໍ່ການໄຊຊະນະດ້ຽນບຽນຝູ ເອກອັກຄະລັດຖະທູດລາວ ແລະ ຈີນ ໄດ້ສະແດງຄວາມຊົມເຊີຍຕໍ່ການໄຊຊະນະດ້ຽນບຽນຝູ
ນັກຮຽນຮູ້ໄທ ໄດ້ຕີລາຄາບັນດາປັດໄຈທີ່ເຮັດໃຫ້ການໄຊຊະນະດ້ຽນບຽນຝູ ນັກຮຽນຮູ້ໄທ ໄດ້ຕີລາຄາບັນດາປັດໄຈທີ່ເຮັດໃຫ້ການໄຊຊະນະດ້ຽນບຽນຝູ

ວັນທີ 03 ພຶດສະພາ, ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດບັນດາເຫດການວາງສະແດງເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (07 ພຶດສະພາ 1954 – 07 ພຶດສະພາ 2024).

ຢູ່ເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ ທີ່ທຳນຽບປະທານປະເທດ, ໄດ້ໄຂງານວາງສະແດງຫົວເລື່ອງສະເພາະ “ໄຊຊະນະ ດ້ຽນບຽນຝູ - ບົດເພງອະມະຕະຍຸກສະໄໝ ໂຮ່ຈີມິນ”. ງານວາງສະແດງໄດ້ວາງສະແດງພາບຖ່າຍເອກະສານປະມານ 130 ແຜ່ນ, ແນະນຳບັນດາແງ່ມູມສັງເກດ, ການຕີລາຄາຢ່າງພາວະວິໄສກ່ຽວກັບຄຸນຄ່າປະຫວັດສາດ, ຂອບຂະໜາດ ແລະ ຄວາມໝາຍສຳຄັນຂອງບັ້ນຮົບ ດ້ຽນບຽນຝູ, ກ່ຽວກັບແນວທາງຕໍ່ສູ້ຢ່າງຖືກຕ້ອງຂອງພັກກອມມູນິດ ຫວຽດນາມ ພາຍໃຕ້ການຊີ້ນຳຂອງປະທານ ໂຮ່ຈີມິນ. ງານວາງສະແດງຈະຈັດຂຶ້ນຮອດທ້າຍເດືອນ ກັນຍາ.

ໄຂງານວາງສະແດງສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7 ພຶດສະພາ 1954-7 ພຶດສະພາ 2024)

ງານວາງສະແດງສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ

ງານວາງສະແດງວິຈິດສິນສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ, ໄດ້ແນະນຳພາບແຕ້ມ, ຮູບບັ້ນກວ່າ 70 ຜົນງານຂອງນັກແຕ້ມຮູບ, ຈິດຕະກອນ, 57 ຄົນ ກ່ຽວກັບຫົວຂໍ້ ໄຊຊະນະ ດ້ຽນບຽນຝູ, ກ່ຽວກັບປະເທດຊາດ, ມະນຸດ, ປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ບັນດາຜົນງານໃນການປ່ຽນແປງໃໝ່ຂອງຊາດ ຫວຽດນາມ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 03 ພຶດສະພາ, ຢູ່ສູນສັນລະສູດ ແລະ ວາງສະແດງພົນງານວິຈິດສິນ, ຖ່າຍຮູບ, ຢູ່ເຮືອນເລກທີ 29, ຖະໜົນ ຮ່າງບ່າຍ, ຮ່າໂນ້ຍ.

ຢູ່ນະຄອນ ໂຮ່ຈີມິນ, ຄະນະຈັດຕັ້ງພິທີສະເຫຼີມສະຫຼອງບັນດາວັນບຸນໃຫຍ່ຂອງນະຄອນ ໂຮ່ຈີມິນ ໄດ້ຈັດງານວາງສະແດງ “ໄຊຊະນະ ດ້ຽນບຽນຝູ - ກຳລັງແຮງຂອງ ຫວຽດນາມ, ຂອບຂະໜາດຍຸກສະໄໝ” ຢູ່ 3 ແຫ່ງ, ຄື: ຖະໜົນຍ່າງ ຫງວຽນເຫ້ວ, ຖະໜົນ ດົ່ງເຂີຍ ແລະ ຕໍ່ໜ້າສວນສາທາລະນະ ຈີລັງ. ງານວາງສະແດງຈະຈັດຂຶ້ນຮອດວັນທີ 12 ພຶດສະພາ ຈຶ່ງຈະອັດລົງ.

ຄຳຮຸ່ງ

ເຫດການ