ກະແລັມຂອງລັດເຊຍ ສືບຕໍ່ດຶງດູດສຳຫຼັບຕະຫຼາດຫວຽດນາມ

18:00 | 25/08/2021

ຍສໝ - ໃນວັນທີ 19 ສິງຫາ ເວັບໄຊ໌ຂອງຣັດເຊຍ ໄດ້ໃຫ້ຮູ້ວ່າ ກະແລັມຈຳນວນ 4.75 ໂຕນ ໄດ້ສົ່ງອອກຈາກແຂວງ Novosibirsk ໄປຍັງຫວຽດນາມ. ນີ້ແມ່ນການຂົນສົ່ງຄັ້ງທີສອງທີ່ສົ່ງອອກໄປຍັງຫວຽດນາມ ໃນປີ 2021.

ການໂອ້ລົມແລກປ່ຽນກ່ຽວກັບການຊຸກຍູ້ການສົ່ງອອກສິນທະເລຂອງຫວຽດນາມ ເຂົ້າສູ່ຕະຫຼາດ ກວາງຕຸ້ງ ການໂອ້ລົມແລກປ່ຽນກ່ຽວກັບການຊຸກຍູ້ການສົ່ງອອກສິນທະເລຂອງຫວຽດນາມ ເຂົ້າສູ່ຕະຫຼາດ ກວາງຕຸ້ງ
ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ ໄປ​ຍັງ​ຕະຫຼາດ ອີ​ຢູ ຍາດ​ແຍ່ງ​ທ່າ​ໄດ້​ປຽບຈາກ​ສັນ​ຍາ​ການ​ຄ້າ EVFTA ໄດ້​ເປັ​ນ​ຢ່າງ​ດີ ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ ໄປ​ຍັງ​ຕະຫຼາດ ອີ​ຢູ ຍາດ​ແຍ່ງ​ທ່າ​ໄດ້​ປຽບຈາກ​ສັນ​ຍາ​ການ​ຄ້າ EVFTA ໄດ້​ເປັ​ນ​ຢ່າງ​ດີ
ກະແລັມຂອງລັດເຊຍ ສືບຕໍ່ດຶງດູດສຳຫຼັບຕະຫຼາດຫວຽດນາມ
ກະແລັມຂອງລັດເຊຍ ສືບຕໍ່ດຶງດູດສຳຫຼັບຕະຫຼາດຫວຽດນາມ. ພາບປະກອບ

ຕາມຫ້ອງການການຂ່າວ ຂອງອົງການສະຫະພາບ ກ່ຽວກັບສັດຕະວະແພດ ແລະ ກັກກັນພະຍາດພຶກສາຊາດ - Rosselkhoznadzor ຂອງແຂວງ Novosibirsk Oblast ແລ້ວ, ການຂົນສົ່ງຄັ້ງທຳອິດ ໄດ້ສົ່ງອອກໃນເດືອນມີນາ 2021.

ໂຮງງານຜະລິດກະແລັມ ແມ່ນວິສາຫະກິດຢູ່ Novosibirsk. ຜະລິດຕະພັນດັ່ງກ່າວ ໄດ້ຖືກສົ່ງໄປດ້ວຍທາງລົດໄຟ ແລະ ຈາກນັ້ນແມ່ນດ້ວຍທາງທະເລ. ກະແລັມທີ່ສົ່ງອອກ ໄດ້ຕອບສະໜອງທຸກຄວາມຕ້ອງການທີ່ຈຳເປັນ.

ນັບແຕ່ຕົ້ນປີ 2021 ມາຮອດປັດຈຸບັນ, ບໍລິສັດນີ້ໄດ້ສົ່ງອອກກະແລັມ 6 ງວດດ້ວຍປະລິມານທັງໝົດແມ່ນ 38,6 ໂຕນ ໄປຍັງຫວຽດນາມ, ຈີນ, ອຸສເບກິສຖານ ແລະ ອາແຊັກໄບຊານ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.