ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລ​ກ​ປ່ຽນ, ໂອ້​ລົມ​ສົນ​ທະ​ນາ​ສອງ​ຝ່າຍ ລະ​ຫວ່າງ​ສອງ​ພັກ, ສອງລັດ ຫວຽດ​ນາມ - ຈີນ

10:10 | 01/09/2021

ຍ​ສໝ - ຕອນ​ເຊົ້າ​ວັນ​ທີ 30 ສິງ​ຫາ 2021, ສະ​ຫາຍ ຫງວຽນ​ຈ້ອງ​ເງ້ຍ, ເລ​ຂາທິການ​ສູນ​ກາງ​ພັກ - ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາສູນ​ກາງ ໄດ້​ມີ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ ສະ​ຫານ Huang Kunming, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ຄະ​ນະ​ເລ​ຂາທິການ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາສູນກາງພັກ​ກອມ​ມູ​ນິດ ຈີນ.

ທົດ​ລອງ​ການມອບ​ຮັບ​ສິນ​ຄ້​າ​ສົ່ງ​ອອກ​ນຳ​ເຂົ້າ​ຜ່ານ​ເສັ້ນ​ທາງສະ​ເພາະ​ກິດ ທົດ​ລອງ​ການມອບ​ຮັບ​ສິນ​ຄ້​າ​ສົ່ງ​ອອກ​ນຳ​ເຂົ້າ​ຜ່ານ​ເສັ້ນ​ທາງສະ​ເພາະ​ກິດ
ເປີດຕະຫຼາດນັດສິນຄ້າຈີນ - ອາຊີໃຕ້ ປີ 2021 ເປີດຕະຫຼາດນັດສິນຄ້າຈີນ - ອາຊີໃຕ້ ປີ 2021
ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລ​ກ​ປ່ຽນ, ໂອ້​ລົມ​ສົນ​ທະ​ນາ​ສອງ​ຝ່າຍ ລະ​ຫວ່າງ​ສອງ​ພັກ, ສອງລັດ ຫວຽດ​ນາມ - ຈີນ
ສະ​ຫາຍ ຫງວຽນ​ຈ້ອງ​ເງ້ຍ, ເລ​ຂາທິການ​ສູນ​ກາງ​ພັກ - ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາສູນ​ກາງ (ພ​າ​ບ: tuyengiao.vn)

ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ສະ​ຫາຍ ຫງວຽນຈ້ອງ​ເງ້ຍ ໄດ້​ເນັ້ນ​ໜັກ​ວ່າ ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ ຈີນ ໃນ​ໄລ​ຍະ​ທີ່​ຜ່ານ​ມາ ສືບ​ຕໍ່​ບັນ​ລຸ​ໄດ້​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ອັນ​ດີ​ງາມກ່ຽວ​ກັບ​ທຸກ​ດ້ານ. ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປັດ​ຈຸ​ບັນ, ເຖິງ​ວ່າ​ເງື່ອນ​ໄຂ​ໃນ​ການ​ເດີ​ນ​ທາງ​ໄປ​ມາ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19, ແຕ່​ທັງ​ສອງ​ຝ່າຍກໍ່​ຍັງ​ຮັກ​ສາ​ຊ່ອງ​ທາງ​ແລກ​ປ່ຽນ​ເປັນ​ປະ​ຈຳ ດ້ວຍຫຼາຍ​ຮູບ​ການ​ທີ່​ມີ​ໄຫວ​ພິບ, ບັນ​ລຸ​ປະ​ສິດ​ທິ​ຜົນ​ຢ່າງ​ຕັ້ງ​ໜ້າ.

ໃນ​ໄລ​ຍະ​ຜ່ານ​ມາ, ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດຈີນ, ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ພັກ​ກອມ​ມູ​ນິດ ຫວຽດ​ນາມ ເຂົ້າ​ຮ່ວມ ແລະ ມີ​ບົດ​ກ່າວ​ປະ​ໄສສຳ​ຄັນ ຢູ່ກອງ​ປະ​ຊຸມ​ສຸດຍອດ​ທາງ​ໄກ ລະ​ຫວ່າງ ພັກ​ກອມ​ມູ​ນິດ ຈີນ ກັບ​ບັນ​ດາ​ພັກ​ການ​ເມືອງ ໃນ​ໂລກ.

ສອງ​ຝ່າຍ​ກໍ່​ໄດ້​ມີ​ການ​ຮ່ວມ​ມື​ແລກ​ປ່ຽນ​ປະ​ສົບ​ການ, ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19. ຫວຽດ​ນາມ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ຈີນ ທີ່​ໄດ້​ໜູນ​ຊ່ວຍ​ວັກ​ຊິນ​ກັນ​ໂຄວິດ - 19 2.700.000 ໂດ​ສໃຫ້​ແກ່​ຫ​ວຽດ​ນາມ.

ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດັ່ງ​ກ່າວ​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ, ນຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ກອງ​ທັບ​ສອງ​ປະ​ເທດ, ສະ​ແດງ​ໃຫ້​ເຫັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຢ່າງ​ຮອບ​ດ້ານ​ລະ​ຫວ່າງ ຫ​ວຽດ​ນາມ - ຈີນ ຢ່າງ​ເລິກ​ເຊິ່ງ.

ສະ​ຫາຍ ຫງວຽນ​ຈ້ອງ​ເງ້ຍ ໄດ້​ຢັ້ງ​ຢືນ​ວ່າ ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ມີຄວາມສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຖື​ການ​ຮັກ​ສາ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ອັນ​ດີ​ງາມ ແລະ ຍືນ​ຍົງ ກັບ​ພັກ, ລັດ ແລະ ປະ​ຊາ​ຊົນ​ຈີນ ເປັນ​ສຳ​ຄັນ.

ສະ​ຫາຍ​ຫວັງ​ວ່າ ສອງ​ພັກ, ສອງ​ລັດ ຫວຽດ​ນາມ - ຈີນ​ ຈະພ້ອມ​ກັນ​ຮ່ວມ​ມື, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ຂອງ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ ຫວຽດ​ນາມ - ຈີນ ສືບ​ຕໍ່​ຍາດ​ໄດ້​ບັນ​ດາ​ຜົນ​ງານ​ອັນ​ຍິ່ງ​ໃຫຍ່​ໃນ​ໄລ​ຍະ​ໃໝ່...

ສ່ວນ​ສະ​ຫາຍ Huang Kunming ໄດ້​ແນະ​ນຳ​ກ່ຽວ​ກັບ​ສະ​ພາບ​ການ​ຈີນ ແລະ ຄະ​ນະ​ໂຄ​ສະ​ນາສຶກສາ​ສູນ​ກາງ​ພັກ​ກອມ​ມູ​ນິດ ຈີ​ນ, ທ່ານ​ກໍ່​ຕີ​ລາ​ຄາ ແລະ ສະເໜີ​ທິດ​ທາງ​ການ​ຮ່ວມ​ມື​ລະ​ຫວ່າງ ຄະ​ນະ​ໂຄ​ສະ​ນາ​ສຶກ​ສາສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ຄະ​ນະ​ໂຄ​ສະ​ນາ​ສູນ​ກາງ​ພັກ​ກ​ອມ​ມູ​ນິດ ຈີນ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັ​ນ​ເອ​ກະ​ພາ​ບ​ຮ່ວມ​ມື​ກັນ​ຄົ້ນ​ຄ້​ວາ​ຜັນ​ຂະ​ຫຍາຍ​ບັນ​ດາ​ກອງ​ປະ​ຊຸມ, ກອງ​ປະ​ຊຸມ​ສຳ​ມະ​ນາ, ໂອ້​ລົມ​ສົນ​ທະ​ນາ​ແບ່​ງ​ປັນ​ບົດ​ຮຽ​ນ​ກ່ຽວ​ກັບ​ບັ​ນ​ດາ​ບັນ​ຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຕາ​ມ​ຮູບ​ການ​ທາງ​ໄກ, ແລກ​ປ່ຽນ​ສະ​ພາບ​ການ​ຂອງ​ກັນ​ເປັນ​ປະ​ຈຳ, ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ໜ່ວຍ​ງານ​ຂອງ 2 ຄະ​ນະ, ​ສືບ​ຕໍ່​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ກົນ​ໄກ​ການ​ຮ່ວມ​ມືພົບປະ​ລະ​ຫວ່າງ​ສອງ​ຄະ​ນະ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ ເຂົ້າ​ໃນ​ການ​ພັ​ດ​ທະ​ນາ​ຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ຈີນ.

ບຸນ​ຄົງ

302 Found

Found

The document has moved here.