ກອງປະຊຸມສຳມະນາອອນໄລ ສະເຫຼີມສະຫຼອງ 45 ປີແຫ່ງວັນການພົວພັນທາງການທູດ ຫວຽດນາມ-ໄທ

17:07 | 31/08/2021

ຍສໝ - ວັນທີ 26 ສິງຫາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງຫວຽດນາມ ແລະ ໄທ (ວັນທີ 6 ສິງຫາ 1976 - 6 ສິງຫາ 2021), ສະຖານທູດໄທ ປະຈຳຫວຽດນາມ, ສະຖານທູດຫວຽດນາມ ປະຈຳໄທ ແລະ ສະຖາບັນການຕ່າງປະເທດ (ກະຊວງການຕ່າງປະເທດ) ໄດ້ສົມທົບກັນຈັດຕັ້ງກອງປະຊຸມອອນໄລນ “45 ປີແຫ່ງການພົວພັນທາງການທູດຫວຽດນາມ - ໄທ”.

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ ແຂວງ​ເລິມ​ດົ່ງ ມອບ​ຜ້າ​ອັດ​ປາກ​ດັ່ງ 15.000 ອັນ​ໃຫ້​ແກ່​ຊາວ​ໄທ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ ແຂວງ​ເລິມ​ດົ່ງ ມອບ​ຜ້າ​ອັດ​ປາກ​ດັ່ງ 15.000 ອັນ​ໃຫ້​ແກ່​ຊາວ​ໄທ
ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ ຢ່າງມີປະສິດທິຜົນ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ ຢ່າງມີປະສິດທິຜົນ

ກອງປະຊຸມແມ່ນໂອກາດ ເພື່ອທົບທວນຄືນບັນດາຜົນງານໃນ 45 ປີແຫ່ງການຮ່ວມມື ນັບແຕ່ເມື່ອຫວຽດນາມ ແລະ ໄທ ສ້າງຕັ້ງການພົວພັນທາງການທູດ. ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລື ກ່ຽວກັບຂົງເຂດທີ່ມີທ່າແຮງ ພ້ອມທັງທິດທາງໃນການຊຸກຍູ້ການຮ່ວມມື ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນ ຂອງສອງປະເທດ ແລະ ພາກພື້ນ.

ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງຣາຊະອານາຈັກໄທ ປະຈຳຫວຽດນາມ Nikorndej Blankura ໃຫ້ຮູ້ວ່າ: ຫວຽດນາມ ແລະ ໄທແມ່ນຄູ່ຮ່ວມມືພັດທະນາແບບຍືນຍົງ, ຄູ່ຮ່ວມມືພາກພື້ນ, ຄູ່ຮ່ວມມືເພື່ອອະນາຄົດ. ເນື່ອງໃນວັນສະເຫຼີມສະຫຼອງຄົບຮອບ 45 ປີນີ້ ໄດ້ເປັນຂີດໝາຍອັນສຳຄັນໃນສາຍພົວພັນລະຫວ່າງຫວຽດນາມ ແລະ ໄທ.

ກອງປະຊຸມສຳມະນາອອນໄລ ສະເຫຼີມສະຫຼອງ 45 ປີແຫ່ງວັນການພົວພັນທາງການທູດ ຫວຽດນາມ-ໄທ
ກອງປະຊຸມສຳມະນາອອນໄລ ສະເຫຼີມສະຫຼອງ 45 ປີແຫ່ງວັນການພົວພັນທາງການທູດ ຫວຽດນາມ-ໄທ.

ກ່າວຄຳເຫັນທີ່ພິທີເປີດກອງປະຊຸມ, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສຫວຽດນາມ ປະຈຳປະເທດໄທ ຝ່ານຈີແທັງ ໄດ້ສະແດງຄວາມຂອບໃຈ ຕໍ່ຄວາມມານະພະຍາຍາມຂອງບັນດາຜູ້ນຳຂັ້ນສູງທີ່ໄດ້ສ້າງ ແລະ ເພີ່ມພູນຄູນສ້າງສາຍພົວພັນລະຫວ່າງສອງປະເທດ. ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກວ່າ ໃນຕະຫຼອດ 45 ປີຜ່ານມາ, ຫວຽດນາມ ແລະ ໄທໄດ້ຮ່ວມມືໃນທຸກຂົງເຂດ ແລະ ປະຈຸບັນພວມຕໍ່ສູ້ກັບໂລກລະບາດໂຄວິດ-19 ຢູ່ໃນທົ່ວໂລກ. ເພື່ອຟື້ນຟູປະເທດ, ສອງຝ່າຍຕ້ອງໄດ້ສ້າງສາຍພົວພັນຮ່ວມມືເປັນຮູບເປັນຮ່າງໃນ 10-20 ປີ ແລະ ອາດຈະເປັນໃນ 45 ປີຂ້າງໜ້າ.

ຫວຽດນາມ ແລະ ໄທຄວນຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ການຟື້ນຟູຢ່າງໄວວາ ແລະ ຍືນຍົງພາຍຫຼັງການລະບາດຂອງພະຍາດໂຄວິດ -19 ແລະ ເພີ່ມທະວີຄວາມອາດສາມາດຝນການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງພື້ນຖານເສດຖະກິດສອງປະເທດ ຕໍ່ບັນດາການຜັນແປໃນອະນາຄົດ.

ທ່ານ ຫງວຽນກ໋ວກຢຸ້ງ - ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ກ່າວວ່າ ປະເທດໄທເປັນປະເທດອາຊີຕາເວັນອອກສ່ຽງໃຕ້ປະເທດດຽວທີ່ປະທານໂຮ່ຈີມິນ ໄດ້ເດີນທາງຢ້ຽມຢາມຖາມຂ່າວໃນໄລຍະທາງແຕ່ຕ່າງປະເທດກັບຄືນຫວຽດນາມໃນປີ 1930. ປະເທດໄທ ເປັນປະເທດດຽວທີ່ລັດຖະບານຫວຽດນາມມີກົນໄກກອງປະຊຸມຄະນະລັດຖະບານຮ່ວມ ຂັ້ນນາຍົກລັດຖະມົນຕີ. ຫວຽດນາມ ແລະ ໄທໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2013 ແລະ ຈາກນັ້ນ ກໍ່ກາຍເປັນປະເທດທໍາອິດໃນອາຊີຕາເວັນອອກສ່ຽງໃຕ້ ທີ່ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີກັບຫວຽດນາມ (ໃນປີ 2015).

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.