ສະ​ມາ​ຄົມ​ຊາວ​ຈີນ Wenshan Zhuang ໜູນ​ຊ່ວຍ​ຮ່າ​ຢາງ ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

06:00 | 27/08/2021

ຍ​ສ​ໝ - ວັນ​ທີ 24 ສິງ​ຫາ, ຢູ່​ດ່ານ​ຊາຍ​ແດນ​ສາ​ກົນ ແທັງ​ຖຸຍ, ຜູ້​ຕາງ​ໜ້າ​ແຂວ​ງ​ຮ່າ​ຢາງ ໄດ້​ຮັບ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ໂດຍ​ສະ​ມາ​ຄົມ​ຊາວ​ຈີນ Wenshan Zhuang, ແຂວງ ຢຸນ​ໜານ (ຈີນ) ມອບ​ໃຫ້.

ຊາວ​ຫວຽດນາມ ອາ​ໄສ​ຢູ່ອາ​ເມ​ລິ​ກາ ​ສະ​ໜັບ​ສະ​ໜູນ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍ​ບ້ານ​ເກີດ​ເມືອງນອນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຊາວ​ຫວຽດນາມ ອາ​ໄສ​ຢູ່ອາ​ເມ​ລິ​ກາ ​ສະ​ໜັບ​ສະ​ໜູນ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍ​ບ້ານ​ເກີດ​ເມືອງນອນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ໜູນ​ຊ່ວຍ​ຊາວ​ລັດ​ເຊຍ ອາ​ໄສ​ຢູ່ຍາ​ຈາງ​ ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງຍ​າກ​ຍ້ອນໂລກ​ລະ​ບາດ​ໂຄວິດ - 19 ໜູນ​ຊ່ວຍ​ຊາວ​ລັດ​ເຊຍ ອາ​ໄສ​ຢູ່ຍາ​ຈາງ​ ທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງຍ​າກ​ຍ້ອນໂລກ​ລະ​ບາດ​ໂຄວິດ - 19
ສະ​ມາ​ຄົມ​ຊາວ​ຈີນ Wenshan Zhuang ໜູນ​ຊ່ວຍ​ຮ່າ​ຢາງ ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ພິ​ທີ​ຕ້ອນ​ຮັບ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ (ພາບ: hagiang.gov.vn)

ຕາມ​ທ່ານ ມາວກວັກ​ຕວານ, ຮອງ​ຫົວ​ໜ້​ພະ​ແນກ​​ພົວ​ພັນ​ຕ່າງ​ປະ​ເທດ​ແຂວງ​ຮ່າ​ຢາງ​ແລ້ວ, ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ແບ່ງ​ປັນ ແລະ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ​ແຂວງ​ຮ່າ​ຢາງ, ສະ​ມາ​ຄົມ​ຊາວ​ຈີນ Wenshan Zhuang ໄດ້​ມອບ​ເຄື່ອງຜະລິດ​ອົກ​ຊີ​ເຢນ 50 ເຄື່ອງ ແລະ ຜ້າ​ອັດ​ປາກ​ດັງ 10.000 ອັນ ໜູນ​ຊ່ວຍ​ແຂວງ​ຢ່າ​ຢາງ, ຜ່ານ​ນັ້ນ ກໍ່​ປະ​ກອບ​ສ່ວນ​ຮັດ​ແໜ້ນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ແຂວງ​ຮ່າ​ຢາງ ກັບ Wenshan Zhuang.

ທີ່​ພິ​ທີ​ມອບ​ຮັບ, ທ່ານ ມາວກວັກ​ຕ​ວານ ໄດ້​ສົ່ງ​ຄຳ​ຢື້​ຢາມ​ຖາມ​ຂ່າວ ແລະ ຄຳ​ຂອບ​ອົກ​ຂອບ​ໃຈ​ໄປ​ຍັງ​ການ​ນຳ​ສະ​ມາ​ຄົມ​ຊາວ​ຈີນ Wenshan Zhuang, ພ້ອມ​ທັງ​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ ກຳ​ລັງ​ພົວ​ພັນ​ຕ່າງ​ປະ​ເທດ ສອງ​ຝ່າຍ​ຈະ​ສື​ບ​ຕໍ່​ແບ່ງ​ປັນ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນໃນ​ບັນ​ດາ​ການ​ເຄື່ອນ​ໄຫວວິ​ຊາ​ການ ແລະ ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ພາຍຫຼັງການ​ຕ້ອນ​ຮັບ, ຈຳ​ນວນ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ດັ່ງ​ກ່າວ ​ພະ​ແນກ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ ຈະ​ໄດ້ມອບ​ໃຫ້​ພະ​ແນກ​ການ​ແພດ​ຮ່າ​ໂນ້ຍ ເພື່ອ​ສະ​ໜອງ​ໃຫ້​ແກ່​ບັນ​ດາ​ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.