ໜູນຊ່ວຍນັກສຶກສາກຳປູເຈຍຢູ່ຮ່າໂນ້ຍທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກພະຍາດໂຄວິດ -19

06:30 | 08/09/2021

ຍສໝ - ວັນທີ 5 ກັນຍາ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ແລະສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ຢູ່ນະຄອນຮ່າໂນ້ຍ ໄດ້ສົມທົບກັນມອບຂອງຂວັນ 154 ພູດ (ເຄື່ອງໃຊ້ທີ່ຈຳເປັນ, ອຸປະກອນການແພດ ແລະ 500.000 ດົ່ງ) ໃຫ້ແກ່ນັກສຶກສາກຳປູເຈຍທີ່ພວມຮຽນຢູ່ບັນດາມະຫາວິທະຍາໄລໃນບໍລິເວັນນະຄອນຮ່າໂນ້ຍທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກການລະບາດຂອງພະຍາດ COVID-19.

ຍັງບໍ່ມີພົນລະເມືອງຫວຽດນາມ ຮັບຜົນກະທົບຈາກການໂຈມຕີກໍ່ການຮ້າຍ ຢູ່ອັຟການິສຖານ ຍັງບໍ່ມີພົນລະເມືອງຫວຽດນາມ ຮັບຜົນກະທົບຈາກການໂຈມຕີກໍ່ການຮ້າຍ ຢູ່ອັຟການິສຖານ
ສະຖານທູດຫວຽດນາມ ປະຈຳລັດເຊຍ ຊຸກຍູ້ການຕ່າງປະເທດປະຊາຊົນໃນສະພາບການໃໝ່ ສະຖານທູດຫວຽດນາມ ປະຈຳລັດເຊຍ ຊຸກຍູ້ການຕ່າງປະເທດປະຊາຊົນໃນສະພາບການໃໝ່
ພາບປະກອບ
ພາບປະກອບ

ທ່ານນາງ ເຈິ່ນທີ້ເຟຶອງ - ຮອງປະທານສະຫະພັນບັນດາອົງການມິດຕະພາບຮ່າໂນ້ຍ ໃຫ້ຮູ້ວ່າ: ພວກເຮົາຫວັງວ່າຈະສາມາດໜູນຊ່ວຍເພື່ອນມິດສາກົນຫຼາຍຄົນຢູ່ຫວຽດນາມໃນສະພາບການປະຈຸບັນ, ເພື່ອໃຫ້ເຂົາເຈົ້າຮູ້ສຶກໄດ້ຮັບການໜູນຊ່ວຍ ຄືກັນກັບພົນລະເມືອງທຸກຄົນຂອງນະຄອນ.

ກ່ອນໜ້ານີ້, ແຕ່ວັນທີ 1 ຫາວັນທີ 4 ກັນຍາ 2021, ຄະນະ ກຳມະການແນວໂຮມປະເທດຊາດຫວຽດນາມ ແລະສະຫະພັນບັນດາອົງການມິດຕະພາບຮ່າໂນ້ຍໄດ້ປະສານສົມທົບກັນມອບຂອງຂວັນເພື່ອໜູນຊ່ວຍຊາວຕ່າງປະເທດກວ່າ 70 ຄົນທີ່ອາໄສຢູ່ 2 ເມືອງ ຮວ່ານກຽມ, ໄຕໂຮ່ ທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກພະຍາດໂຄວິດ- 19 ແລະນັກຮຽນ 25 ຄົນ (ອັງໂກລາ, ກຳປູເຈຍ, ສ.ເກົາຫຼີ, ລາວ, ໂມຊຳບິກ, ອາເມລິກາ, ຍີ່ປຸ່ນ) ທີ່ພວມສຶກສຮໍ່າຮຽນຢູ່ສະຖາບັນກະສິກຳ ຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.