ທົດ​ລອງ​ການມອບ​ຮັບ​ສິນ​ຄ້​າ​ສົ່ງ​ອອກ​ນຳ​ເຂົ້າ​ຜ່ານ​ເສັ້ນ​ທາງສະ​ເພາະ​ກິດ

11:30 | 31/08/2021

ຍ​ສ​ໝ - ຄະ​ນະ​ຄຸ້​ມ​ຄອງ​ເຂດ​ເສດ​ຖະ​ກິດ​ດ່ານ​ຊາຍ​ແດນ ດົ່ງ​ດັງ - ລ້າ​ງ​ເຊີນ ຫາ​ກໍ່​ປະ​ກາດ​ໃຊ້​ວິ​ທີ​ການ​ທົດ​ລອງວິ​ວັດ​ການມອບ​ຮັບ​ສິນ​ຄ້າ​ສົ່ງ​ອອກ​ນ້ຳ​ເຂົ້າ​ຜ່ານ​ເສັ້ນ​ທາງສະ​ເພາະ​ສຳລັບ​ການ​ຂົນ​ສົ່ງ​ສິນ​ຄ້າ ຢູ່​ເຂດຫຼັກ​ໝາຍ 1088/2-1089 ຈາກ​ ເຕີນ​ແທັງ (ຫວ​ຽດ​ນາມ) ໄປ​ຍັງ ປໍ່​ຈາຍ (ຈີນ).

ເປີດຕະຫຼາດນັດສິນຄ້າຈີນ - ອາຊີໃຕ້ ປີ 2021 ເປີດຕະຫຼາດນັດສິນຄ້າຈີນ - ອາຊີໃຕ້ ປີ 2021
ແກ້ໄຂສິ່ງກີດຂວາງໃນດ້ານການຄ້າຜະລິດຕະພັນກະເສດລະຫວ່າງຫວຽດນາມ ແລະຈີນ ແກ້ໄຂສິ່ງກີດຂວາງໃນດ້ານການຄ້າຜະລິດຕະພັນກະເສດລະຫວ່າງຫວຽດນາມ ແລະຈີນ
ທົດ​ລອງ​ການມອບ​ຮັບ​ສິນ​ຄ້​າ​ສົ່ງ​ອອກ​ນຳ​ເຂົ້າ​ຜ່ານ​ເສັ້ນ​ທາງສະ​ເພາະ​ກິດ
ພາບ​ປະ​ກອບ: TTXVN

ວິ​ທີ​ການນີ້​ໄດ້​ຮັບ​ການ​ປະ​ຕິ​ບັດ​ໃນ​ໄລ​ຍະ​ໂລກ​ລະ​ບາດ​ໂຄວິດ - 19 ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຄື​ໃນ​ປັດ​ຈຸ​ບັນ ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ການ​ຮັກ​ສາ​ການ​ເຄື່ອນ​ໄຫວນຳ​ສົ່ງ​ສິນ​ຄ້າ​ຜ່ານ​ດ່ານ.

ໃນ​ກໍ​ລະ​ນີ​ສະ​ພາບ​ໂລກ​ລ​ະ​ບາດ​ໂຄວິດ - 19 ໄດ້​ຮັບ​ການ​ຄວບ​ຄຸມ, ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ ຈະ​ແລກ​ປ່ຽນ​ກັບ​ຝ່າຍ​ຈີນ ເພື່ອ​ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ນຳ​ສົ່ງ​ສິນ​ຄ້າ​ນຳ​ເຂົ້າ​ສົ່ງ​ອອກຜ່ານ​ດ່ານຄື​ເມື່ອ​ກ່ອນ.

ໄປ​ສະ​ນີ​ແຂວງ​ໄດ້​ສົມ​ທົບ​ກັບ​ຄູ່​ຮ່ວມ​ມື​ຝ່າຍ​ຈີນ, ເປັນ​ເຈົ້າການ​ໃນ​ການ​ສົມ​ທົບ​ກັບ​ບັນ​ດາ​ໜ່ວຍ​ປະ​ກັນ​ໄພ, ໂຄ​ສະ​ນາ, ສະ​ໜອງ​ບັນ​ດາ​ການ​ບໍ​ລິ​ການ​ປະ​ກັນ​ໄພ​ຕາມ​ຂໍ້​ກຳ​ນົດ​ໃຫ້​ແກ່​ພາ​ຫະ​ນະ​ຂອງ ຫວຽດ​ນາມ ໃນ​ວິ​ວັດ​ການ​ຈະ​ລາ​ຈອນ, ການ​ພົວ​ພັນ​ການ​ຄ້າ​ຝ່າຍ​ຈີນ, ແກ້​ໄຂ​ບັນ​ດາ​ບັນ​ຫາທີ່​ເກີດ​ຂຶ້ນ​ແບບ​ບັງ​ເອີນ​ຢ່າງ​ທັນ​ການ ເພື່ອ​ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ຢ່າງ​ຊອບ​ທຳ​ຂອງວິ​ສາ​ຫະ​ກິດ, ເຈົ້າ​ຂອງ​ພາ​ຫະ​ນະ​ ຫວຽດ​ນາມ.

ບັນ​ດາ​ຜະ​ລິດ​ຕ​ະ​ພັນ​ປະ​ກັນ​ໄພໃໝ່​ເໝາະ​ສົມ​ກັບ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ ແລະ ສະ​ພາບ​ກາ​ນ​ຕົວ​ຈິງ​ຂ​ອງ​ການ​ສົ່ງ​ອອກ​ນຳ​ເຂົ້າ​ສິນ​ຄ້າ​ຜ່ານ​ບໍ​ລິ​ເວນ​ແຂວງ ເພື່ອ​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງພົນ​ລະ​ເມືອງ ແລະ ຊັບ​ສິນ​ຂອ ພົນ​ລະ​ເມືອງ ຫວຽດ​ນາມ ເມື່ອ​ແລກ​ປ່ຽນ​ການ​ຄ້າກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຕ່າງ​ປະ​ເທດ.

ສະ​ມາ​ຄົມ​ວິ​ສາ​ຫ​ະ​ກິດ​ແຂວງ ໄດ້​ສົ່ງ​ເສີມ​ບັນ​ດາ​ວິ​ສ​າ​ຫະ​ກິດ, ພໍ່​ຄ້າ​ທີ່​ມີ​ກຳ​ລັງ​ຄວາມ​ມາດ, ມີ​ອິດ​ທິ​ພົນ​ຊື່​ສຽງ, ການ​ພົວ​ພັນ​ກັບ​ຄູ່​ຮ່ວມ​ມື​ກັບ​ຈີນ ຢູ່​ເຂດ​ດ່ານ​ຊາຍ​ແດນ ເຕີນ​ແທັງ ປະ​ຕິ​ບັດ​ການ​ໜູນ​ຊ່ວຍ ຫຼື ​ສະ​ໜອງ​ການ​ບໍ​ລິ​ການ​ມອບ​ສິດ​ການ​ຊື້​ຂາຍ, ແລກ​ປ່ຽນ​ສິນ​ຄ້າໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ, ພໍ່​ຄ້າ​ນ້ອຍ.

​ພາ​ສີ​​ດ່ານ​ຊາຍ​ແດນ ເຕີນ​ແທັງ ໄດ້​ສົມ​ທົບ​ກັນ​ເຜີຍ​ແຜ່​ໂຄ​ສະ​ນາ, ເປີດ​ເຜີຍ, ປະ​ກາດ​ບັນ​ຊີ​ບັນ​ດາ​ໜ່ວຍ​ພາ​ສີ​ອາ​ກອນ​ທີ່​ມີ​ລັກ​ສະ​ນະ​ນິ​ຕິ​ກຳ​, ກຳ​ລັງ​ຄວາມ​ສາ​ມາດ, ອິດ​ທິ​ພົນ​ຊື່​ສຽງ​ຢ່າງ​ຄົບ​ຖ້ວນ ເພື່ອ​ປະ​ຕິ​ບັດ​ການ​ສະ​ໜອງ​ການ​ບໍ​ລິ​ການມອບ​ສິດ​ຊື້​ສິນ​ຄ້າ​ກັບ ພໍ່​ຄ້າ​ຈີນ.

ເພື່ອ​ວິ​ທີ​ການ​ປະ​ຕິ​ບັດ​ທົດ​ລອງວິ​ວັດ​ການ​ແລກ​ປ່ຽນ​ສິນ​ຄ້າ​ສົ່ງ​ອອກ​ນຳ​ເຂົ້າ ຜ່ານ​ເສັ້ນ​ທາງ​ສະ​ເພາະ​ຂົນ​ສົ່ງ​ສິນ​ຄ້າ​ຢູ່ເຂດຫຼັກ​ໝາຍ 1088/2-1089 ມີ​ຄວາມ​ປອດ​ໄພ, ປະ​ສິດ​ທິ​ຜົນ, ຄະ​ນະ​ຄຸ້ມ​ຄອງ​ເຂດ​ເສດ​ຖະ​ກິດ​ດ່ານ​ຊາຍ​ແດນ​ດົ່ງ​ດັງ ລ້າງ​ເຊີນ ແມ່ນ​ອົງ​ການ​ປະ​ຕິ​ບັດ​ວິ​ທີ​ການ​ທົດ​ລອງວິ​ວັດ​ການມອບ​ຮັບ​ສິນ​ຄ້າ​ນຳ​ເຂົ້າ​ສົ່ງ​ອອກດັ່ງກ່າວ.

ຄະ​ນະ​ຄຸ້ມ​ຄອງແຈ້ງ​ຂໍ້​ມູນ, ສົມ​ທົບ​ກັບ​ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຝ່າຍ ຈີນ ​ຢ່າງ​ທັນ​ການເພື່ອ​ແກ້​ໄຂ​ບັນ​ດາ​ເນື້ອ​ໃນທີ່​ເກີດ​ຂຶ້ນ​ໃໝ່​ໃນ​ວິ​ວັດ​ການ​ຜັນ​ຂະ​ຫຍາຍ​ການທົດ​ລອງວິ​ວັດ​ການມອບ​ຮັບ​ສິນ​ຄ້າ​ນຳ​ເຂົ້າ​ສົ່ງ​ອອກ​ໃໝ່ນີ້, ຮັບ​ປະ​ກັນ​ຖືກ​ຕ້ອງ​ຕາມ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ພົວ​ພັນ​ການ​ທູດ, ຮັບ​ປະ​ກັນ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ໃຫ້​ແກ່​ບັນ​ດາ​ຝ່າຍ, ລາຍ​ງານ, ສະເໜີ​ບັນ​ດາ​ບັນ​ຫາທີ່ຢູ່ນອກເໜືອ​ສິດ​ອຳ​ນາດ​ຂອງ​ຕົນ.

ກອງ​ບັນ​ຊາ​ການ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ​ໄດ້​ກຳ​ນົດ​ຂໍ້​ມູນ​ຢ່າງ​ຖືກ​ຕ້ອງ, ທັນ​ການ​ເພື່ອ​ແລກ​ປ່ຽນ​ເຈ​ລະ​ຈາ ກັບ​ຝ່າຍ ກວາງຊີ​, ຈີນ ກ່ຽວ​ກັບ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ຂອງ​ແຂວງ ເພື່ອ​ຝ່າຍເພື່ອນ​ມີ​ຄວາມ​ອຸ່ນ​ອ່ຽນ​ໃຈໃນ​ການ​ເຄື່ອນ​ໄຫວ​ນຳ​ເຂົ້າ​ສົ່ງ​ອອກ​ສິນ​ຄ້າ ລະ​ຫວ່າງ ສອງ​ຝ່າຍ.

ພາສີດ່ານ​ຊາຍ​ແດນ ເຕີນ​ແທັງ ໄດ້​ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ລະ​ບຽບ​ການ, ການກວດ​ກາຢ່າງ​ເຂັ້ມ​ງວດ, ຕິດ​ຕາມ​ສຳລັບ​ສິນ​ຄ້າ​ສົ່ງ​ອອກ, ນຳ​ເຂົ້າ​ຮັບ​ປະ​ກັນ​ຢ່າງເຄັ່ງຄັດ, ວ່ອງ​ໄວ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ປະ​ຕິ​ບັດ​ວິ​ວັດ​ການ​ສົ່ງ​ອອກ​ສິນ​ຄ້າ​ໃໝ່.

ວິ​ວັດ​ການ​ຂົນ​ສົ່ງ​ສິນ​ຄ້າ ບັນ​ດາ​ໜ່ວຍ​ຕ້ອງ​ຮັບ​ປະ​ກັນ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ​ອົງ​ການ​ຄຸ້ມ​ຄອງ​ແຫ່ງ​ລັດ ສອງ​ຝ່າຍ. ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ການ​ນຳ​ເຂົ້າ​ສົ່ງ​ອອກ ຕາມ​ຂໍ້​ກຳ​ນົດ​ໃໝ່, ຖ້າ​ເກີດ​ມີ​ການ​ຂັດ​ແຍ້ງ​ກັນ​ລະ​ຫວ່າງພໍ່​ຄ້າ​ສອງ​ຝ່າຍ, ພໍ່​ຄ້າ​ຂອງ ຫວຽດ​ນາມ ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ສົມ​ທົບ​ກັບ​ຄູ່​ຮ່ວມ​ມື​ຝ່າຍ ຈີນ ເພື່ອ​​ເປັນ​ເອ​ກະ​ພາບ​ວິ​ທີ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ.

ໃນ​ກໍລະນີ​ບໍ່​ສາ​ມາດ​ຕົກ​ລົງ​ກັນ​ໄດ້​ຕ້ອງ​ລາຍ​ງານ, ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ຄຸ້ມ​ຄອງ​ແຫ່ງ​ລັດ​ແຂວງ ລ້​າງ​ເຊີນ ເພື່ອ​ແກ້​ໄຂ, ຫຼີກ​ລ້ຽງ​ກໍ​ລະ​ນີຫຼີກ​ໜີ​ຄວາມ​ຮັບ​ຜິດ​ຊອບ, ບໍ່​ສົມ​ທົບ​ກັນ​ແກ້​ໄຂ ກໍ່​ຜົນ​ກະ​ທົບ​ຕໍ່​ອິດ​ທິ​ພົນ​ຊື່​ສຽງ ແລະ ພາບ​ພົດ​ຂອງ​ພໍ່​ຄ້າ ຫວຽດ​ນາມ ກໍ່​ຄື​ຂອງ​ແຂວງ​ລ້າງ​ເຊີນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.