ຫວຽດນາມ ໄດ້ຮັບວັກຊີນກັນໂຄວິດ -19 ຫຼາຍກວ່າ 501.000 ໂດສ ໂດຍປະເທດໂປໂລຍອຸປະຖຳ

07:00 | 27/08/2021

ຍສໝ - ຕອນເຊົ້າວັນທີ 23 ສິງຫາ, ກະຊວງສາທາລະນະສຸກ ໄດ້ຮັບວັກຊີນປ້ອງກັນຕ້ານ ພະຍາດໂຄວິດ -19 ຂອງ AstraZeneca ຈຳນວນ 501.600 ໂດສ ໂດຍລັດຖະບານໂປໂລຍ ອຸປະຖຳໃຫ້ຫວຽດນາມເພື່ອປ້ອງກັນການລະບາດ.

ນະຄອນໂຮ່ຈີມິນ ໄດ້ສັກຢາວັກຊີນ Vero cell ຫຼາຍກວ່າ 200,000 ໂດສ, ທັງ​ໝົດ​ລ້ວນ​ແຕ່ປອດໄພ ນະຄອນໂຮ່ຈີມິນ ໄດ້ສັກຢາວັກຊີນ Vero cell ຫຼາຍກວ່າ 200,000 ໂດສ, ທັງ​ໝົດ​ລ້ວນ​ແຕ່ປອດໄພ
ປະເທດຝຣັ່ງ ມອບວັກຊີນປ້ອງກັນໂຄວິດ -19 ຈຳນວນ 670.000 ໂດສ ໃຫ້ແກ່ຫວຽດນາມ ປະເທດຝຣັ່ງ ມອບວັກຊີນປ້ອງກັນໂຄວິດ -19 ຈຳນວນ 670.000 ໂດສ ໃຫ້ແກ່ຫວຽດນາມ

ວັນທີ 17 ສິງຫານີ້, ລັດຖະບານໂປໂລຍ ໄດ້ປະກາດການຕັດສິນໃຈບໍລິຈາກຢາວັກຊີນ Astra Zeneca ຫຼາຍກວ່າ 501 ພັນໂດສ ໃຫ້ກັບຫວຽດນາມ, ແລະ ໃນເວລາດຽວກັນບໍລິຈາກອຸປະກອນການແພດທີ່ຈຳເປັນຫຼາຍຢ່າງ ລວມມູນຄ່າ 4 ລ້ານໂດລາ.

ທີ່ພິທີຮັບ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ເຈື່ອງກ໋ວກເກືອງ ຢືນຢັນວ່າ ກະຊວງ ຈະແຈກຢາຍວັກຊີນເຫຼົ່ານີ້ ໃຫ້ບັນດາຫົວໜ່ວຍ, ທ້ອງຖິ່ນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການປ້ອງກັນ ແລະ ຄວບຄຸມໂລກລະບາດຢ່າງຮີບດ່ວນ, ຮັບປະກັນຄວາມເໝາະສົມ ແລະ ມີປະສິດທິຜົນ.

ຫວຽດນາມ ໄດ້ຮັບວັກຊີນກັນໂຄວິດ -19 ຫຼາຍກວ່າ 501.000 ໂດສ ໂດຍປະເທດໂປໂລຍອຸປະຖຳ
ຫວຽດນາມ ໄດ້ຮັບວັກຊີນກັນໂຄວິດ -19 ຫຼາຍກວ່າ 501,000 ໂດສ ໂດຍປະເທດໂປໂລຍອຸປະຖຳ.

ຫວຽດນາມ ແມ່ນປະເທດທຳອິດ ນອກເອີຣົບ ທີ່ໂປໂລຍອຸປະຖຳວັກຊີນ ແລະ ອຸປະກອນການແພດ. ໃນສະຖານະການການແຜ່ລະບາດທີ່ເຄັ່ງຕຶງຢູ່ໃນຫວຽດນາມ, ລັດຖະບານໂປໂລຍ ໄດ້ແບ່ງປັນ ແລະ ຫວັງວ່າ ຫວຽດນາມຈະເອົາຊະນະໂລກລະບາດໄດ້ໄດຍໄວ ເພື່ອເຮັດໃຫ້ເສດຖະກິດມີສະຖຽນລະພາບ ແລະ ພັດທະນາ.

ດັ່ງນັ້ນ, ມາຮອດປະຈຸບັນ, ຈໍານວນວັກຊີນປ້ອງກັນໂຄວິດ -19 ມາຍັງ ຫວຽດນາມ ໂດຍແຫຼ່ງຕ່າງໆ ແມ່ນຫຼາຍກ່ວາ 23.5 ລ້ານໂດສ, ໃນນັ້ນວັກຊີນ AstraZeneca ແມ່ນເກືອບ 15 ລ້ານໂດສ, Moderna ຫຼາຍກວ່າ 5 ລ້ານ, Pfizer ຫຼາຍກວ່າ 1.2 ລ້ານ, ວັກຊີນ Sinopharm 2.5 ລ້ານໂດສ...

ຄຳຮຸ່ງ

302 Found

Found

The document has moved here.