ເປີດຕະຫຼາດນັດສິນຄ້າຈີນ - ອາຊີໃຕ້ ປີ 2021

15:29 | 29/08/2021

ຍສໝ - ວັນທີ 25 ຫາ 29 ສິງຫາ 2021 ທີ່ນະຄອນຄຸນໝີງ (ຢຸນນານ, ຈີນ) ໄດ້ດຳເນີນຕະຫຼາດນັດສິນຄ້າຈີນ - ອາຊີໃຕ້ ປີ 2021ຈັດຂຶ້ນໂດຍ ຫ້ອງການການຄ້າສາກົນຈີນ, ຫ້ອງການການຄ້າ ແລະ ອຸດສາຫະກຳອາຊຽນ, ສູນກາງຈີນ-ອາຊຽນ ແລະ ກອງເລຂາຕະຫຼາດນັດສິນຄ້າຈີນ-ອາຊີຕາເວັນອອກສ່ຽງໃຕ້.

ຜູ້ເຂົ້າແຂ່ງຂັນຫວຽດນາມທັງໝົດລ້ວນ​ແຕ່​ຍາດໄດ້ລາງວັນໃນໂອລິມປິກເຄມີສາກົນ ປີ 2021 ຜູ້ເຂົ້າແຂ່ງຂັນຫວຽດນາມທັງໝົດລ້ວນ​ແຕ່​ຍາດໄດ້ລາງວັນໃນໂອລິມປິກເຄມີສາກົນ ປີ 2021
ປີ 2021,  ຂອບຂະໜາດເສດຖະກິດຂອງຫວຽດນາມ​ອາດບັນລຸ 500 ຕື້ USD

ປີ 2021, ຂອບຂະໜາດເສດຖະກິດຂອງຫວຽດນາມ​ອາດບັນລຸ 500 ຕື້ USD

ດ້ວຍຫົວຂໍ້ “ໂອກາດໃໝ່, ການພັດທະນາໃໝ່”, ງານຕະຫຼາດນັດນີ້ຈະຍາດແຍ່ງໃຊ້ໂອກາດຂອງ ສັນຍາຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ (RCEP) ເພື່ອເສີມຂະຫຍາຍບົດບາດພື້ນຖານໃນການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍລະຫວ່າງບັນດາປະເທດໃນອາຊີໃຕ້, ອາຊີຕາເວັນອອກສ່ຽງໃຕ້ ແລະ ເຂດລ້ອມຮອບມະຫາສະໝຸດອິນເດຍ ໃນບັນດາດ້ານການຄ້າສິນຄ້າ, ໂຄງການ, ການລົງທຶນ...

ໂດຍເຂົ້າຮ່ວມ ແລະ ກ່າວຄຳປາໄສໃນພິທີເປີດຕະຫຼາດນັດ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໂດແທັ້ງຫາຍ ກ່າວວ່າ ຕ້ອງຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ເປີດປະຕູໃຫ້ຫຼາຍຂຶ້ນ, ຈຳກັດການນຳໃຊ້ໃໝ່ ແລະ ແກ້ໄຂສິ່ງກີດຂວາງສຳລັບການຄ້າຫຼາຍຝ່າຍຢ່າງທັນທີ, ຜ່ານນັ້ນ ກໍສ້າງທຸກເງື່ອນໄຂສະດວກ ແລະ ຫຼຸດຜ່ອນຄວາມຫຍຸ້ງຍາກໃນການເຄື່ອນໄຫວດຳເນີນທຸລະກິດ, ການນໍາເຂົ້າ ແລະ ສົ່ງອອກຂອງປະຊາຄົມວິສາຫະກິດໃນພາກພື້ນ.

ເປີດຕະຫຼາດນັດສິນຄ້າຈີນ - ອາຊີໃຕ້ ປີ 2021
ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໂດແທັ້ງຫາຍ າວຄຳປາໄສໃນພິທີເປີດຕະຫຼາດນັດ.

"ຂ້າພະເຈົ້າເຊື່ອໝັ້ນ ແລະ ຫວັງວ່າ ບັນດາວິສາຫະກິດທີ່ເຂົ້າຮ່ວມງານຕະຫຼາດນັດຈະມີຄວາມເປັນເຈົ້າການ, ປະດິດຄິດສ້າງ, ຫັນແນວຄວາມຄິດ ແລະ ໂອກາດການຮ່ວມມືໃຫ້ເປັນແຜນງານ, ໂຄງການ, ແລະ ສັນຍາລະອຽດໂດຍໄວ, ປະກອບສ່ວນນຳການພົວພັນຮ່ວມມືດ້ານເສດຖະກິດ ແລະ ການຄ້າລະຫວ່າງບັນດາປະເທດສູ່ຂຶ້ນລະດັບສູງໃໝ່. ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກທີ່ສຸດ ເພື່ອໃຫ້ບັນດາວິສາຫະກິດບັນດາປະເທດ ສາມາດຜັນຂະຫຍາຍການຮ່ວມມືທີ່ສະດວກ ແລະ ບັນລຸໝາກຜົນສູງ”. - ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໂດແທັ້ງຫາຍ ກ່າວ.

ປີ 2021 ເປັນປີສະເຫຼີມສະຫຼອງຄົບຮອບ 30 ປີຂອງການສ້າງຕັ້ງສາຍພົວພັນຄູ່ໂອ້ລົມສົນທະນາ ລະຫວ່າງຈີນ-ອາຊຽນ. ຕະຫຼອດໄລຍະ 30 ປີທີ່ຜ່ານມາ, ການຮ່ວມມືລະຫວ່າງອາຊຽນ ແລະ ຈີນ ຍາມໃດກໍໄດ້ຮັບການປັບປຸງ ແລະ ພັດທະນາບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນ, ປະກອບສ່ວນເຂົ້າໃນຄວາມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາວັດທະນາຖາວອນໃນພາກພື້ນ ກໍ່ຄື ໃນໂລກ. ການຮ່ວມມືດ້ານເສດຖະກິດໄດ້ພິສູດໃຫ້ເຫັນເຖິງການພັດທະນາທີ່ຂະຫຍັນຂັນເຄື່ອນ.

ຫວຽດນາມ ດ້ວຍບົດບາດເປັນປະຕູຂອງຂົງເຂດການຄ້າເສລີອາຊຽນ - ຈີນ ແລະ ເປັນຂົວເຊື່ອມຕໍ່ທີ່ມີປະສິດທິຜົນລະຫວ່າງອາຊຽນ ແລະ ຈີນ, ການພົວພັນດ້ານເສດຖະກິດ - ການຄ້າ ລະຫວ່າງຫວຽດນາມ - ຈີນ ໄດ້ຂະຫຍາຍຕົວຢ່າງໝັ້ນຄົງ ແລະ ເຂັ້ມແຂງ. ວົງເງິນການຄ້າສອງຝ່າຍເພີ່ມຂຶ້ນຢ່າງໄວວາ ດ້ວຍລະດັບການເຕີບໂຕສະເລ່ຍໃນ 5 ປີຜ່ານມາບັນລຸກວ່າ 20% ຕໍ່ປີ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.