Army Games 2021: ທິມທະຫານຊ່າງແສງຫວຽດນາມ ລອດເຂົ້າຮອບຊີງຊະນະເລີດຂອງການແຂ່ງຂັນ “ແຜນ​ການປອດໄພ”

11:30 | 28/08/2021

ຍສໝ - ດ້ວຍຜົນຂອງການແຂ່ງຂັນໃນເວລາ 51 ນາທີ 40 ວິນາທີ, ເຂົ້າເສັ້ນໄຊທຳອິດໃນການແຂ່ງຂັນຮອບທີສອງ, ແນ່ນອນວ່າ ທິມທະຫານຊ່າງແສງຫວຽດນາມຈະໄດ້ເຂົ້າຮອບຊີງຊະນະເລີດ ເຊິ່ງຄາດວ່າຈະດຳເນີນໃນຕອນເຊົ້າວັນທີ 29 ສິງຫາ ຈະມາເຖິງ.

ຫວຽດ​ນາມ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເຊື່ອມ​ຕໍ່ ອ​າ​ຊຽນ ຄັ້ງ​ທີ 12 ຫວຽດ​ນາມ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເຊື່ອມ​ຕໍ່ ອ​າ​ຊຽນ ຄັ້ງ​ທີ 12
ການແຈກຢາຍເຄື່ອງບັນເທົາທຸກໃຫ້ 67 ຄອບຄົວເຊື້ອສາຍຫວຽດນາມທີ່ປະສົບກັບຄວາມ ຫຍຸ້ງຍາກຢູ່ໃນແຂວງ Preah Sihanouk ການແຈກຢາຍເຄື່ອງບັນເທົາທຸກໃຫ້ 67 ຄອບຄົວເຊື້ອສາຍຫວຽດນາມທີ່ປະສົບກັບຄວາມ ຫຍຸ້ງຍາກຢູ່ໃນແຂວງ Preah Sihanouk
Army Games 2021: ທິມທະຫານຊ່າງແສງຫວຽດນາມ ລອດເຂົ້າຮອບຊີງຊະນະເລີດຂອງການແຂ່ງຂັນ “ແຜນ​ການປອດໄພ”
ທິມທະຫານຊ່າງແສງຫວຽດນາມ ລອດເຂົ້າຮອບຊີງຊະນະເລີດຂອງການແຂ່ງຂັນ “ແຜນ​ການປອດໄພ”. ພາບ:qdnd.vn

ດ້ວຍຜົນການສໍາເລັດການແຂ່ງຂັນໃນເວລາ 51 ນາທີ 40 ວິນາທີ, ເຂົ້າເສັ້ນໄຊທຳອິດໃນການແຂ່ງຂັນຮອບທີສອງ, ແນ່ນອນວ່າ ທິມທະຫານຊ່າງແສງກອງທັບປະຊາຊົນ ຫວຽດນາມ ຈະໄດ້ເຂົ້າຮອບຊີງຊະນະເລີດ...

ໃນຂອບເຂດງານມະຫາກຳກິລາການທະຫານສາກົນ -Army Games 2021, ວັນທີ 25 ສິງຫາ, ຢູ່ສະໜາມກິລາແຂວງ Tyumen, ລັດເຊຍ, ທິມທະຫານຊ່າງແສງກອງທັບປະຊາຊົນ ຫວຽດນາມ ໄດ້ແຂ່ງຂັນເປັນຢ່າງດີທີ່ສຸດໃນຮອບຄັດເລືອກ ການແຂ່ງຂັນ “ແຜນການປອດໄພ”.

ດ້ວຍຜົນຂອງການແຂ່ງຂັນໃນເວລາ 51 ນາທີ 40 ວິນາທີ, ເຂົ້າເສັ້ນໄຊທຳອິດໃນການແຂ່ງຂັນຮອບທີສອງ, ແນ່ນອນວ່າ ທິມທະຫານຊ່າງແສງຫວຽດນາມຈະໄດ້ເຂົ້າຮອບຊີງຊະນະເລີດ ເຊິ່ງຄາດວ່າຈະດຳເນີນໃນຕອນເຊົ້າວັນທີ 29 ສິງຫາ ຈະມາເຖິງ.

ໃນ 5 ຂັ້ນຕອນຂອງການແຂ່ງຂັນ “ແຜນການປອດໄພ” ການກ່າຍຂົວ TMM ແມ່ນຖືວ່າເປັນເນື້ອໃນທີ່ຍາກ. ນີ້ກໍ່ເປັນເນື້ອໃນສຳຄັນທີ່ສຸດ, ຕັດສິນເຖິງການເຮັດສຳເລັດການແຂ່ງຂັນຂອງທີມ.

ສະຫາຍ ພັນໂທ ຟ້າມຕວນລຶກ, ຫົວໜ້າທິມທະຫານຊ່າງແສງຫວຽດນາມ ໃຫ້ຮູ້ວ່າ: “ປີນີ້, ຈຳນວນທີມຂອງບັນດາປະເທດເຂົ້າຮ່ວມການແຂ່ງຂັນແມ່ນສູງກວ່າປີກ່ອນ, ເຊິ່ງມີ 8 ປະເທດເຂົ້າຮ່ວມການແຂ່ງຂັນ.

ອຸປະກອນເຕັກນິກທີ່ທີມຫວຽດນາມໄດ້ຮັບບໍ່ດີຄືກັບຊຸມປີກ່ອນ. ແຕ່ທີມກໍຍັງຍາດໄດ້ຊະນະເປັນ 1 ໃນ 4 ທິມ ເພື່ອແຂ່ງຂັນໃນຮອບສຸດທ້າຍ. ພວກຂ້າພະເຂົ້າຈະພະຍາຍາມເພື່ອບັນລຸໄດ້ໝາກຜົນສູງໃນ Army Games ນີ້.” ໃນປີ 2019 ແລະ 2020, ທິມທະຫານຊ່າງແສງຫວຽດນາມ ໄດ້ຮັບຫຼຽນທອງແດງ. ປີນີ້ທີມວາງເປົ້າໝາຍຈະໄດ້ຮັບຫຼຽນເງິນ.

13 ປະ​ເທດ​ຮ່ວມ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ ​ງານ​ມະ​ຫາ​ກຳ​ກິ​ລາ​ການ​ທະ​ຫານ​ສາ​​ກົນ Army Games 2021. ນອກຈາກລັດເຊຍແລ້ວ, 12 ປະເທດ ຈະຮ່ວມເປັນເຈົ້າພາບຈັດຕັ້ງເຫດການນີ້, ລວມມີ ອາກເມເນີຍ, ອານເຊຣີ, ເບລາຣຸດ, ອີຣານ, ອິນເດຍ, ກາຊັກສະຖານ, ກາຕາ, ຈີນ, ມົງໂກເນຍ, ເຊັກເບຍ, ຫວຽດນາມ ແລະ ອຸດສະເບກິດສະຖານ. ໂດຍຄັດສະເໜີປະກາດຂອງ ກະຊວງປ້ອງກັນປະເທດ ລັດເຊຍ, ອົງການຕາງໜ້າ ລັດເຊຍ ປະຈຳ ອິນໂດເນເຊຍໃຫ້ຮູ້ວ່າ: ງານມະຫາກຳກິລານີ້ ຈະດຳເນີນໃນຜືນແຜ່ນດິນຂອງບາງປະເທດ. ລັດເຊຍ ຈະເປັນເຈົ້າພາບຈັດຕັ້ງ 16 ເນື້ອໃນຂອງ ງານມະຫາກຳກິລາ.

ໄຊພອນ

302 Found

Found

The document has moved here.