ຄ​ວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ແລະ ຮົ່ງ​ກົງ ພາຍ​ລັງ​ໂລກ​ລະ​ບາດ​ໂຄວິດ - 19

06:38 | 31/08/2021

ຍ​ສ​ໝ - ທ່ານ​ ຟ​້າມ​ບິ່ງ​ດ່າມ ຫົວ​ໜ້າສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ຮົ່ງ​ກົງ (ຈີນ) ໃຫ້​ຮູ້​ວ່າ ຕ້ອງ​ມີ​ການ​ກະ​ກຽມ​ໃຫ້​ເປັນ​ຢ່າງ​ດີ ເພື່ອ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ແລະ ຮົ່ງ​ກົງ ພາຍ​ລັງ​ໂລກ​ລະ​ບາດ​ໂຄວິດ - 19...

ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສົບ​ສົນ​ໃນ​ທົ່ວ​ໂລກ ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສົບ​ສົນ​ໃນ​ທົ່ວ​ໂລກ
ເກາະ​ເຈື່ອງ​ຊາ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ທົ່ວ​ປະ​ເທດ ໃນ​ການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເກາະ​ເຈື່ອງ​ຊາ ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ທົ່ວ​ປະ​ເທດ ໃນ​ການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ຄ​ວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ແລະ ຮົ່ງ​ກົງ ພາຍ​ລັງ​ໂລກ​ລະ​ບາດ​ໂຄວິດ - 19
ທ່ານ​ ຟ​້າມ​ບິ່ງ​ດ່າມ ຫົວ​ໜ້າສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ຮົ່ງ​ກົງ (ຈີນ) (ພາບ: TTXVN)

ຮົ່ງ​ກົງ​ແມ່ນ​ສູນ​ການ​ຄ້າ​ສາ​ກົນ​ແຖວ​ໜ້າ, ແມ່ນ​ຊ່ອງ​ທາງ​ນຳແຫຼ່ງທຶນຕົ້ນຕໍໄປ​ຍັງ​ຈີນ ໃນ​ຊຸມ​ທົດ​ສະ​ວັດ​ທີ່​ຜ່ານ​ມາ.

ປັດ​ຈຸ​ບັນ, ຮົ່ງ​ກົງ​ແມ່ນ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ໃຫຍ່​ອັນ​ດັບ​ທີ 5 ຂອງ ຫວຽດ​ນາມ, ຖັດ​ຈາກ ສ.ເກົາຫຼີ, ຍີ່​ປຸ່ນ, ສິງ​ກະ​ໂປ ແລະ ໄຕ​ຫວັນ (ຈີນ) ດ້ວຍ 2.001 ໂຄງ​ການ, ທີ່​ມີ​ຍອດ​ເງິນ​ລົງ​ທຶນ​ຈົດ​ທະ​ບຽບ​ເກືອບ 26,9 ຕື້ USD ແຕ່​ວ່າ ເມື່ອ​ທຽບ​ໃສ່​ກັບ​ກຳ​ລັງ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ ຮົ່ງ​ກົງ ແລ້ວ ທີ່​ຕັ້ງຂອງອັນດັບ​ນີ້​ແມ່ນ​ບໍ່​ເໝາະສົມເທົ່າທີ່​ຄວນ.

ບາງວິ​ສາ​ຫະ​ກິດ​ຮົ່ງ​ກົງ​ໃຫ້​ຮູ້​ວ່າ ພວມ​ມີ​ໂຮງ​ງານ​ຜະ​ລິດ​ຢູ່ ຈີນ, ປັດ​ຈຸ​ບັນ​ກໍ່​ມີ​ແຜນ​ການ​ຍ້າຍ​ມາ​ຍັງ ຫວຽດ​ນາມ ແລ້ວ. ເພາະ​ສະ​ນັ້ນ, ​ການ​ສົ່ງ​ເສີມ​ການ​ລົງ​ທຶນ​ຈະ​ແມ່ນ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ການ​ຜັນ​ຂະ​ຫຍາຍ​ການ​ທູດ​ເສດ​ຖະ​ກິດ ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ.

ບຸ​ລິ​ມະ​ສິດ​ທີ 2 ແມ່ນ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ. ຮົ່ງ​ກົງ ມີ​ກ່​ວາ 60.000 ຄົນ​ທີ່​ມີ​ຊັບ​ສິນຫຼາຍກ່​ວາ 5 ລ້ານ USD. ນອກ​ຈາກ​ນັ້ນ, ຊາວ​ຕ່າງ​ປະ​ເທດທີ່​ເຮັດ​ວຽກ​ຢູ່ ຮົ່ງ​ກົງ ກໍ່​ມີ​ລາຍ​ຮັບ​ສູງ​ພໍ​ສົມ​ຄວນ.

ນີ້​ແມ່ນ​​ຕະຫຼາດ​ທ່ອງ​ທ່ຽວ​ສຳ​ຄັນ, ມີ​ລະ​ດັບ​ການ​ໃຊ້​ຈ່າຍ​ສູງ, ໃນ​ຂະ​ນະ​ນັ້ນ ຫວຽດ​ນາມ ທີ່​ທ່າ​ໄດ້​ປຽບກ່ຽວ​ກັບ​ໄລ​ຍະ​ພູ​ມີ​ສາດ, ມີ​ຈຳ​ນວນ​ຖ້ຽວ​ເຮືອ​ບິນ​ໄປ​ຍັງ​ທັງ 3 ພາກ ແລະ ກໍ່​ພວມ​ແມ່ນ​ປາຍທາງ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊ​ອບ​ຈາກ​ຊາວ​ຮົ່ງ​ກົງ.

ເຖິງ​ຢ່າງ​ໃດ​ກໍ່​ຕາມ, ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19, ທຸກ​ປະ​ເທດ​ລ້ວນ​ແຕ່​ວາງ​ອອກ​ບັນ​ດາ​ບ້ວງ​ກະ​ຕຸ້ນ​ການ​ທ່ອງ​ທ່ຽວ, ລ້ວນ​ແຕ່​ມີ​ຄວາມ​ວ່ອງ​ໄວ​ໃນ​ການ​ຍົກ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ໃໝ່ ເພື່ອ​ຕອບ​ສະ​ໜອງ​ການ​ປ່ຽນ​ແປງ​ຂອງ​ຕະຫຼາດ​ຍ້ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19.

ຫວຽດ​ນາມ ຍັງ​ມີ​ກາ​ລະ​ໂອ​ກາດ​ອັນ​ໃຫຍ່ຫຼວງ, ແຕ່​ສິ່ງ​ທ້າ​ທາຍ​ກໍ່​ບໍ່​ແມ່ນ​ໜ້ອຍ. ຟື້ນ​ຟູ ແລະ ພັດ​ທະ​ນາ​ຕະຫຼາດ​ການ​ທ່ອງ​ທ່ຽວ​ຮົ່ງ​ກົງ ແມ່ນ​ໜ້າ​ທີ່​ສຳ​ຄັນ.

ທີ 3 ແມ່ນ​ກ່ຽວ​ກັບ​ການ​ຄ້າ. ຮົ່ງ​ກົງ​ນອກ​ຈາກ​ແມ່ນ​ຕະຫຼາດ​ພາຍ​ໃນ​ປະ​ເທດແລ້ວ ກໍ່ຍັງ​ແມ່ນ​ສູນກາງສົ່ງຜ່ານ​ການ​ຂົນ​ສົ່ງ​ການ​ຄ້າ​ສາ​ກົນ ອີກ​ດ້ວຍ.

ທີ 4 ກ່ຽວ​ກັບ​ການ​ສຶກ​ສາ. ໃນ 8 ມະ​ຫາ​ວິ​ທະ​ຍາ​ໄລ​ພາກ​ລັດ ຂອງ​ຮົ່ງ​ກົງ​ມີ 4 ໂຮງ​ຮຽນ​ນອນ​ໃນ Top 50 ຂອງ​ໂລກ.

ທີ 5 ແມ່ນ​ການ​ປົກ​ປ້ອງ​ພົນ​ລະ​ເມືອງ, ສ້າງ​ປະ​ຊາ​ຄົມ: ມີ​ກຸ່ມ​ຜູ້ອ​ອກ​ແຮງ​ງານ​ທົ່ວ​ໄປ, ​ກຸ່ມ​​ປັນ​ຍາຊົນ, ນັກ​ຊ່ຽວ​ຊານ, ນັກ​ສຶກ​ສາ. ໜ້າ​ທີ່​ແມ່ນ​ສ້າງ​ປະ​ຊາ​ຄົມ​ທີ່​ມີ​ຄວາມສາ​ມັກ​ຄີ, ໝັ້ນ​ຄົງເຂັ້ມ​ແຂງ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ມຸ່ງ​ໄປ​ເຖິງ​ປະ​ເທດ​ຊາດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.