ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊາດ” ໃຫ້ແກ່ຜູ້ປະສານງານ ສປຊ ປະຈໍາ ຫວຽດນາມ

15:02 | 26/08/2021

ໃນຕອນເຊົ້າວັນທີ 18 ສິງຫາ ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາ​ຊາດ” ໃຫ້ແກ່ທ່ານ Kamal Malhotra, ຜູ້ປະສານງານຂອງສະຫະປະຊາຊາດ ປະຈໍາຫວຽດນາມ.

ມອບຫຼຽນກາລະນຶກ ມອບຫຼຽນກາລະນຶກ "ເພື່ອສັນຕິພາບ ແລະມິດຕະພາບລະຫວ່າງບັນ​ດ​າ​ຊາ​ດ" ໃຫ້ແກ່ ທ່ານເອກອັກຄະລັດຖະທູດ Kari Kahiluoto
ຫວຽດນາມຊຸກຍູ້ການເຊື່ອມໂຍງເສດຖະກິດສາກົນ ເພື່ອສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາແບບຍືນຍົງໃນພາກພື້ນ ຫວຽດນາມຊຸກຍູ້ການເຊື່ອມໂຍງເສດຖະກິດສາກົນ ເພື່ອສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາແບບຍືນຍົງໃນພາກພື້ນ

ກ່າວຄຳເຫັນທີ່ພິທີ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ - ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽ​ດ​ນາມ (VUFO) ໄດ້ສະແດງຄວາມຊົມເຊີຍ ທ່ານ Kamal Malhotra ທີ່ໄດ້​ປະສົບຜົນສຳເລັດ​ໃນອາຍຸການທີ່​ປະ​ຈ​ຳຢູ່ຫວຽດນາມ. ພ້ອມກັນນັ້ນ, ທ່ານນາງຫງວຽນເຟືອງງາ ກໍ່ໄດ້ສະແດງຄວາມຂອບໃຈສໍາລັບການອຸທິດ​ຕົນຂອງ ທ່ານ Kamal Malhotra ເພື່ອປະເທດ, ປະຊາຊົນ ແລະ ຄວາມສໍາເລັດຂອງຫວຽດນາມ ໃນການເດີນທາງມຸ່ງໄປສູ່ການພັດທະນາແບບຍືນຍົງ, ສ້າງສາປະເທດໃຫ້ຈະເລີນຮຸ່ງເຮືອງ ແລະ ມີຄວາມຜ​າສຸກ.

ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ໄດ້ສະແດງຄວາມຫວັງວ່າ ໃນຖານະເປັນເພື່ອນທີ່ສະ ໜິດສະໜົມຂອງຫວຽດນາມ, ທ່ານ Kamal Malhotra ແລະ ເພື່ອນຮ່ວມງານ ຈະສືບຕໍ່ສະໜັບສະໜູນຫວຽດນາມ ແລະ ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການຮັກສາສັນຕິພາບ, ຊຸກຍູ້ການພັດທະນາແບບຍືນຍົງຢູ່ໃນໂລກ.

ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊາດ” ໃຫ້ແກ່ຜູ້ປະສານງານ ສປຊ ປະຈໍາ ຫວຽດນາມ
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ໄດ້ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາ​ຊາດ” ໃຫ້ແກ່ທ່ານ Kamal Malhotra.

ໃນ 5 ປີຜ່ານມາ, ໃນຖານະເປັນຜູ້ປະສານງານຂອງສະຫະປະຊາຊາດ (ສປຊ) ປະຈຳຫວຽດນາມ, ທ່ານ Kamal ພ້ອມກັບບັນດາອົງການຂອງສະຫະປະຊາຊາດ ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມທະວີການເຂົ້າຮ່ວມຂອງຫວຽດນາມ ໃນ​ການ​ເຄື່​ອນ​ໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ໄດ້ຈັດຕັ້ງຫຼາຍການ​ເຄື່ອນ​ໄຫວທີ່ມີຄວາມໝາຍ ແລະ ປະທັບໃຈ ກ່ຽວກັບບັນຫາອັນຮີບດ່ວນ ເຊັ່ນ: ບັນ​ຫາ​ລູກລະເບີດ, ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ, ​ພ້ອມກັນນັ້ນ ກໍ່ໄດ້ສະແດງການສະໜັບສະໜູນຢ່າງແຮງ ຂອງສະຫະປະຊາຊາດ ຕໍ່ກັບບົດບາດເປັນປະທານອາຊຽນຂອງຫວຽດນາມ ໃນປີ 2020 ແລະ ເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021.

ໃນສະພາບການຜັນ​ແປຢ່າງສັບສົນຂອງໂລກລະບາດ COVID-19, ທ່ານ Kamal Malhotra ແລະ ບັນດາອົງການຂອງສປຊ ໄດ້ຕັ້ງໜ້າແລກປ່ຽນຂໍ້ມູນຂ່າວສານ, ປະສົບການ, ແນະນໍານະໂຍບາຍ ໜູນຊ່ວຍຫວຽດນາມ, ລະດົມວັກຊີນ ແລະ ອຸປະກອນການແພດໃຫ້ຫວຽດນາມ. ປະຈຸບັນ, ອົງການສະຫະປະຊາຊາດ ແມ່ນໜຶ່ງໃນບັນດາຜູ້ສະໜອງວັກຊີນລາຍໃຫຍ່ທີ່ສຸດໃຫ້ແກ່ຫວຽດນາມ ຜ່ານ COVAX ດ້ວຍຈຳນວນເກືອບ 10 ລ້ານໂດສ.

ໂດຍຮັບຮູ້ການປະກອບສ່ວນອັນລ້ຳຄ່າ ຂອງທ່ານ Kamal Malhotra ເຂົ້າໃນການພັດທະນາຂອງຫວຽດນາມ ແລະ ການພົວພັນ​ມິດ​ຕະ​ພ​າບ, ການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ຫວຽດນາມ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ (VUFO) ໄດ້​ມີ​ການມອບຫຼຽນກາທີ່ລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊາດ” - ລາງວັນສູງສຸດຂອງ VUFO.

ໂດຍ​ແບ່ງ​ປັນໃນພິທີ, ທ່ານ Kamal Malhotra ໄດ້​ສະ​ແດງ​ຄວາມຂອບໃຈ ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, VUFO ແລະ ບັນດາອົງການທີ່ກ່ຽວຂ້ອ ງທີ່ໄດ້ສະໜັບສະໜູນທ່ານ ໃນເວລາ​ທີ່ເຮັດວຽກຢູ່ຫວຽດນາມ. ​ທ່ານເຊື່ອໝັ້ນ​ວ່າ ການພົວພັນລະຫວ່າງສະຫະປະຊາຊາດ ແລະ ຫວຽດນາມ ຈະພັດທະນາດີກ່ວາໃນອະນາຄົດ, ພ້ອມທັງຢືນຢັນວ່າ ຈະສະໜັບສະໜູນ ແລະ ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືກັບຫວຽດນາມໃນໄລຍະຈະມາເຖິງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.