ຜະ​ລິດ​ຕະ​ພັນ​ຫວຽດ​ນາມ ຍາກ​ທີ່​ຈະ​ແຊກ​ຊືມ​ເຂົ້າ​ຕະຫຼາດ ຈີນ​ໄດ້

10:05 | 01/09/2021

ຍ​ສ​ໝ - ນັບ​ແຕ່​ວັນ​ທີ 1 ມັງ​ກອນ 2022 ຈີນ ຈະ​ຈັດ​ວາງ​ບາງ​ນະ​ໂຍ​ບາຍ​ສະ​ບັບ​ໃໝ່​ສຳ​ລັບ​ຜະ​ລິດ​ຕະ​ພັນ​ປະ​ເພດ​ກະ​ເສດ, ປ່າ​ໄມ້, ສິນ​ໃນ​ນ້ຳ​ທີ່​ສົ່ງ​ອອກ​ຈາກ ຫວຽດ​ນາມ. ບັນ​ດາ​ອົງ​ການ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ບັນ​ດາ​ວິ​ສ​າ​ຫະ​ກິດ, ນັກ​ທຸ​ລະ​ກິດ ຕ້ອງ​ມີ​ຂັ້ນ​ຕອນ​ກະ​ກຽມບັນ​ດາ​ເງື່ອນ​ໄຂ​ສົ່ງ​ອອກ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ມາດ​ຕະ​ຖານ​ຂອງຝ່າຍ​ຈີນ ​ຢ່າງ​ລະ​ອຽດ​ລະ​ອໍ​...

ສັກ​ວັກ​ຊ​ິນ​ກັ​ນ​ໂຄວິດ - 19 ໃຫ້​ແກ່​ຊາວ​ຈີນ​ທີ່​ພວມ​ເຮັດ​ວຽກ​ຢູ່ເຂດ​ອຸດ​ສາ​ຫະ​ກຳ VSIP ສັກ​ວັກ​ຊ​ິນ​ກັ​ນ​ໂຄວິດ - 19 ໃຫ້​ແກ່​ຊາວ​ຈີນ​ທີ່​ພວມ​ເຮັດ​ວຽກ​ຢູ່ເຂດ​ອຸດ​ສາ​ຫະ​ກຳ VSIP
ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ຮ່ວມ ອາ​ຊຽນ - ຈີນ​ຄັ້ງ​ທີ 22 ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ຮ່ວມ ອາ​ຊຽນ - ຈີນ​ຄັ້ງ​ທີ 22
ຜະ​ລິດ​ຕະ​ພັນ​ຫວຽດ​ນາມ ຍາກ​ທີ່​ຈະ​ແຊກ​ຊືມ​ເຂົ້າ​ຕະຫຼາດ ຈີນ​ໄດ້
ດ່າຍ​ຊາຍ​ແດນ​ສາ​ກົນ ລາວ​ກາຍ (ພາບ: vneconomy.vn)

ປີ 2020, ວົງ​ເງິນ​ການ​ສົ່ງ​ອອກກະສິກຳ, ​ປ່າ​ໄມ້, ສິນ​ໃນ​ນ້ຳ​ຂອງ ຫວຽດ​ນາມ ໄປ​ຍັງ ຈີ​ນ ບັນ​ລຸ​ໄດ້ 8,1 ຕື້ USD, ກວມ​ເອົາ 19,3% ຍອດ​ວົງ​ເງິນ​ການ​ສົ່ງ​ອອກ​ຂອງຂະ​ແໜ​ງ.

ໃນ 7 ເດືອນ​ຕົ້ນ​ປີ 2021, ມູນ​ຄ່າ​ສົ່ງ​ອອກ​ໄປ​ຍັງ ຈີນ ບັນ​ລຸ 5,5 ຕື້ USD. ຈີນ​ຢືນ​ຢູ່​ອັນ​ດັບ​ທີ 2 ກ່ຽວ​ກັບ​ຕະຫຼາດ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ, ປ່າ​ໄມ້, ສິນ​ໃນ​ນ້ຳຂອງ​ຫວຽດ​ນາມ ດ້ວຍ 19,2%, ຖັດຈາກນັ້ນແມ່ນ ​ອາ​ເມ​ລິ​ກາ ບັນ​ລຸ​ກ່​ວາ 8,2 ຕື້ USD ກວມ​ເອົາ 28,9%.

ເຖິງ​ຢ່າງ​ໃດ​ກໍ່​ຕາມ, ນັບ​ແຕ່​ປີ 2018 ມາ​ຮອດ​ປັດ​ຈຸ​ບັນ ຈີນ​ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການກວດ​ກາ, ກວດ​ຫາ​ເຊື້ອ, ຄົ້ນ​ຫາ​ຕົ້ນ​ກຳ​ເນີດ, ການ​ຫຸ້ມ​ຫໍ່, ຍີ່​ຫໍ້, ໃບ​ຢັ້ງ​ຢືນ​ການ​ສົ່ງ​ອອກ​ສຳ​ລັບ​ຜະ​ລິດ​ຕະ​ພັນ​ກະ​ເສດ ຫວຽດ​ນາມ. ຈີນ ອະ​ນຸ​ຍາດໃຫ້ພຽງແຕ່​ຜະ​ລິ​ດ​ຕະ​ພັນ​ກະ​ເສດ​ຈຳ​ນວນ​ໜຶ່ງ, ສ່ວນຫຼາຍ​ແມ່ນ​ໝາກ​ໄມ້​ຜ່ານ​ບັນ​ດາ​ດ່ານ​ຊາຍ​ແດນ​ໃດ​ໜຶ່ງເທົ່ານັ້ນ.

ຕາມ​ທ່ານ ​ດັ້ງ​ຟຸກງວຽນ, ເລ​ຂາ​ທິ​ການ​ສະ​ມາ​ຄົມ​ຜັກ​ໝາ​ກ​ໄມ້ ຫວຽດ​ນາມ ແລ້ວ, ຂໍ້​ກຳ​ນົດ​ໃໝ່​ນີ້ ເຮັດ​ໃຫ້​ວິ​ສາ​ຫ​ະ​ກິດ ຫວຽດ​ນາມ ຕ້ອງ​ເສຍ​ເງິນ​ຕື່ມ​ອີກ ແລະ ບໍ່​ມີ​ຄ​ວາມ​ເປັນ​ເຈົ້າ​ການ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ. ວິ​ວັດ​ການ​ຂົນ​ສົ່ງ​ສິນ​ຄ້າ​ຖື​ກ​ຊັກ​ຊ້າ​ລົງ, ເມື່ອ​ກ່ອນ ຈະ​ກວດ​ກາ​ຕາມ​ຕູ້ຄອນ​ເທນ​ເນີ ໃນ​ປັດ​ຈຸ​ບັນ​ຕ້ອງກວດ​ກາ​ແຕ່​ລະ​ຖັງ ແຕ່​ລະ​ງວດ​ສິນ​ຄ້າ. ເວ​ລາ​ມອບ​ຮັບ​ສິນ​ຄ້າ​ກໍ່​ເພີ່ມ​ຂຶ້ນ​ທົບ 2 ເທົ່າ​, ຄ່າ​ທຳ​ນຽມ​ກໍ່​ເພີ່ມ​ຂຶ້ນ​ແຕ່ 5 – 6ລ້ານ​ດົງ/ຖ້ຽວ...

ນັບ​ແຕ່​ເດືອນ ກໍ​ລະ​ກົດ 2021 ພະ​ແນກ​ການ​ຄ້າ ແຂວງ ຢຸນ​ໜານ (ຈີນ) ໄດ້​ຢຸດ​ຕິ​ການ​ນຳ​ເຂົ້າໝາກ​ມັງ​ກອນ ຈາກ ຫວຽດ​ນາມ ຜ່ານ​ບັນ​ດາ​ດ່ານ​ຊາຍ​ແດນ​ໃນ​ບໍ​ລິ​ເວນ. ມາ​ຮອດ​ກາງ​ເດືອນ ສິງ​ຫາ, ໝາກມັງ​ກອນ​ເວົ້າ​ສະ​ເພາະ ແລະ ໝາກ​ໄມ້ຫຼາຍ​ຊະ​ນິດ, ຜະ​ລິດ​ຕະ​ພັນ​ກະ​ເສດ​ປະ​ເພ​ດຕ່າງໆ​ຂອງ ຫວຽດ​ນາມ ເວົ້າ​ລວມ ໂດຍ​ພື້ນ​ຖານແມ່ນບໍ່​ສາ​ມາດ​ສົ່ງ​ອອກ​ໄປ​ຍັງ ຈີນ ຜ່ານ​ບັນ​ດາ​ດ່ານ​ຊາຍ​ແດນ ກັບ​ແຂວງ ຢຸນ​ໜານ​ໄດ້.

ໃນ​ຂະ​ນະ​ນັ້ນ, ການ​ເຄື່ອນ​ໄຫວ​ນຳ​ເຂົ້າ​ພືດຜັກ, ຜະ​ລິດ​ຕະ​ພັນ​ກະ​ເສດ​ຈາກ​ຢຸນ​ໜານ​ ໄປ​ຍັງ​ບັນ​ດາ​ທ້ອງ​ຖິ່ນ​ເຂດ​ຊາຍ​ແດນ ຫວຽດ​ນາມ ຍັງ​ດຳ​ເນີນ​ຢ່າງ​ສະ​ດວກ ດ້ວຍລົດ​ຂົນ​ສົ່ງ​ປະ​ມານ 400 ຄັນ/ວັນ.

ທີ່​ການ​ເຮັດ​ວຽກ​ທາງ​ໄກ ລະ​ຫວ່າງ ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ກັບ​ບັນ​ດາ​ແຂວງ​ທີ່​ມີ​ດ່ານ​ຊາຍ​ແດນ​ ໃນຫວ່າງ​ມໍ່ໆ​ມານີ້, ທ່ານ ບຸຍ​ວັນ​ຄັ໊ງ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກ໋​ວາງ​ນິງ ໃຫ້​ຮູ້​ວ່າ ອົງ​ການ​ພາ​ສີ​ອາ​ກອນ​ຈີນ ໄດ້​ສົ່ງ​ເອ​ກະ​ສານ​ນຳ​ໃຊ້​ຂໍ້​ກຳ​ນົດ​ໃໝ່​ກ່ຽວ​ກັບ​ການ​ຄວ​ບ​ຄຸມ​ຄວາມ​ປອດ​ໄພ​ຂອງ​ສະ​ບຽງ​ອາ​ຫານ, ຕົ້ນ​ກຳ​ເນີດ​ຂອງ​ສິນ​ຄ້າ​ນຳ​ເຂົ້າ​ ເຊິ່ງມີ​ຜົນ​ສັກ​ສິດ​ເລີ່ມ​ແຕ່​ວັນ​ທີ 1 ມັງ​ກອນ ປີ​ 2022.

ຈີນ​ຈະ​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ຄວບ​ຄຸມ​ຢ່າງ​ເຄັ່ງຄັດກວ່າເກົ່າ​ກ່ຽວ​ກັບ​ຄວາມ​ປອດ​ໄພ, ສະ​ບ​ຽງ​ອາ​ຫານ, ຕົ້ນ​ກຳ​ເນີດ. ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ​ຕ້ອງ​ເຜີຍ​ແຜ່​ໂດຍ​ໄວ​ໃຫ້​ແກ່​ບັນ​ດາ​ທ້ອງ​ຖິ່ນ ເພື່ອ​ແຈ້ງ​ໃຫ້​ບັນ​ດາ​ວິ​ສາ​ຫ​ະ​ກິດ​ຮັບ​ຊາບ ແລະ ແນະ​ນຳ​ຊາວ​ກະ​ສິ​ກອນ ຜະ​ລິດ​ຕາມ​ມາດ​ຕະ​ຖານ, ​ມີ​ລະ​ຫັດ​ເຂດ​ປູກຝັງ, ວິ​ສາ​ຫະ​ກິດ​ຕອບ​ສະ​ໜອງ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ ຝ່າຍ​ຈີນ ກ່ຽວ​ກັບ​ການ​ຫຸ້ມ​ຫໍ່, ຍີ່​ຫໍ້ ແລະ ຄຸນ​ນະ​ພາບ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.