ລັດເຊຍ ປະທັບໃຈກັບຄວາມສາມາດຂອງຫວຽດນາມ ໃນການຈັດການແຂ່ງຂັນກິລາການທະຫານສາກົນ

16:50 | 07/09/2021

ຍສໝ - ທ່ານເອກອັກຄະລັດຖະທູດລັດເຊຍ ແລະ ຜູ້ຕາງໜ້າຄະນະຈັດຕັ້ງການແຂ່ງຂັນກິລາການທະຫານສາກົນ Army Games 2021 ໃຫ້ຮູ້ວ່າ ຫວຽດນາມໄດ້ກຽມພ້ອມເປັນຢ່າງດີ ສໍາລັບສະໜາມເຝິກແອບ ແລະ ເງື່ອນໄຂການແຂ່ງຂັນ ເມື່ອເປັນເຈົ້າພາບຈັດການແຂ່ງຂັນທັງສອງປະເພດກິລາ ເປັນຄັ້ງທໍາອິດ.

ອັດງານມະຫາກຳກິລາການທະຫານສາກົນ Army Games 2021 ຢູ່ຫວຽດນາມ: ຫວຽດນາມຄ້ວາໄດ້ 1 ຫຼຽນຄຳ ແລະ 1 ຫຼຽນ ເງິນ ອັດງານມະຫາກຳກິລາການທະຫານສາກົນ Army Games 2021 ຢູ່ຫວຽດນາມ: ຫວຽດນາມຄ້ວາໄດ້ 1 ຫຼຽນຄຳ ແລະ 1 ຫຼຽນ ເງິນ
Army Games 2021: ທີມກອງທັບເຮືອຫວຽດນາມ ຄວ້າໄດ້ຫຼຽນເງິນໃນການແຂ່ງຂັນຊິງ  Army Games 2021: ທີມກອງທັບເຮືອຫວຽດນາມ ຄວ້າໄດ້ຫຼຽນເງິນໃນການແຂ່ງຂັນຊິງ "ຂັນທະເລ”

ພິທີເປີດກິລາປະເພດ “ຍິງປືນ” ແລະ “ເຂດອຸບັດຕິເຫດ” (ກູ້ໄພສຸກເສີນ) ພາຍໃນຂອບເຂດ Army Games 2021 ໄດ້ຈັດຂຶ້ນໃນວັນທີ 31 ສິງຫາຜ່ານມາ ທີ່ສູນເຝິກແອບແຫ່ງຊາດມ໋ຽວໂມນ, ຮ່າໂນ້ຍ. ນີ້ເປັນຄັ້ງທໍາອິດທີ່ ຫວຽດນາມເປັນເຈົ້າພາບຈັດການແຂ່ງຂັນງານກິລາ Army Games ຕາມການຄັດເລືອກຂອງກະຊວງປ້ອງກັນປະເທດລັດເຊຍ - ຄະນະຈັດງານມະຫາກໍາກິລາ.

ທ່ານເອກອັກຄະລັດຖະທູດລັດເຊຍ ປະຈຳຮ່າໂນ້ຍ Gennady Bezdetko ຊີ້ແຈ້ງວ່າ: “ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດສຳຄັນຢູ່ອາຊີຕາເວັນອອກສ່ຽງໃຕ້ ດ້ວຍກຳລັງປະກອບອາວຸດທີ່ທັນສະໄໝ ແລະໄດ້ຮັບການເຝິກແອບເປັນຢ່າງດີ, ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຂອງລັດເຊຍ. ລັດເຊຍຕັດສິນໃຈຈັດບັນດາພາກສ່ວນທີ່ສຳຄັນ ແລະ ເຕັມໄປດ້ວຍຄວາມຮັບຜິດຊອບຂອງ Army Games ຢູ່ທີ່ນີ້."

ລັດເຊຍ ປະທັບໃຈກັບຄວາມສາມາດຂອງຫວຽດນາມ ໃນການຈັດການແຂ່ງຂັນກິລາການທະຫານສາກົນ
ລັດເຊຍ ປະທັບໃຈກັບຄວາມສາມາດຂອງຫວຽດນາມ ໃນການຈັດການແຂ່ງຂັນກິລາການທະຫານສາກົນ.

ທ່ານເອກອັກຄະລັດຖະທູດ Bezdetko ຕີລາຄາວ່າ ດ້ວຍການໜູນຊ່ວຍສ່ວນໜຶ່ງ ຈາກກະຊວງປ້ອງກັນປະເທດລັດເຊຍ, ຫວຽດນາມ ໄດ້ປະຕິບັດວຽກງານກະກຽມໃຫ້ການແຂ່ງຂັນປະເພດກິລາທັງສອງຢ່າງ ດ້ວຍຈິດໃຈຄວາມຮັບຜິດຊອບສູງ. ທ່ານເອກອັກຄະລັດຖະທູດ Bezdetko ກ່າວວ່າ "ຂ້າພະເຈົ້າໄດ້ກວດກາສະໜາມເຝິກແອບໃໝ່, ຟັງການສ່ອງແສງທີ່ຕັ້ງໜ້າ ຈາກການນຳຂອງທີມລັດເຊຍ ແລະ ເຊື່ອໝັ້ນວ່າການແຂ່ງຂັນຈະຈັດຂຶ້ນຢ່າງສຳເລັດຜົນ".

ພາຍຫຼັງພິທີເປີດທີ່ສູນເຝິກແອບແຫ່ງຊາດມ໋ຽວໂມນ, ຮ່າໂນ້ຍ, ພົນຈັດຕະວາທະຫານເຮືອ Andrey Subbotin Nikolaevich, ຫົວໜ້າຄະນະຜູ້ແທນລັດເຊຍເຂົ້າຮ່ວມການແຂ່ງຂັນ - ຜູ້ຕາງໜ້າຄະນະຈັດຕັ້ງການແຂ່ງຂັນກິລາການທະຫານສາກົນ ໄດ້ຕີລາຄາວ່າ ຫວຽດນາມໄດ້ກຽມພ້ອມເປັນຢ່າງດີ ສໍາລັບສະໜາມເຝິກແອບ ແລະ ເງື່ອນໄຂການແຂ່ງຂັນ ເມື່ອເປັນເຈົ້າພາບຈັດການແຂ່ງຂັນທັງສອງປະເພດກິລາ ເປັນຄັ້ງທໍາອິດ, ເຖິງວ່າຈະມີສະຖານະການທີ່ສັບສົນຂອງການລະບາດຂອງພະຍາດໂຄວິດ -19.

ທ່ານກ່າວວ່າ "ສະໜາມເຝິກແອບທັງໝົດ ໄດ້ຕອບສະໜອງມາດຕະຖານສູງສຸດຂອງການແຂ່ງຂັນ ທີ່ໄດ້ກຳນົດໄວ້ໃນງານມະຫາກຳກິລາການທະຫານສາກົນ". ຫວຽດນາມ ກໍ່ຍັງເອົາໃຈໃສ່ເບິ່ງແຍງດ້ານການພະລາທິການຂອງທີມທີ່ເຂົ້າຮ່ວມການແຂ່ງຂັນຢ່າງພິຖີພິຖັນ, ໂດຍອາຫານການກິນຂອງສະມາຊິກທີມ ລ້ວນແຕ່ໄດ້ຮັບປະກັນດ້ານໂພສະນາການ ແລະ ມີຄຸນະພາບສູງກວ່າຂໍ້ກຳນົດຂອງຄະນະຈັດຕັ້ງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.