ຊຸກ​ຍູ້​ການ​ຮ່ວມ​ມື​ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີ​ມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ​ໂອ​ຕ​າ​ລິດ

16:30 | 26/08/2021

ຍ​ສ​ໝ - ວັນ​ທີ 23 ສິງ​ຫາ 2021, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳໂອຕາລິດ ຫງວຽນ​ຈຸງ​ກຽນ ໄດ້ມີການ​ເຮັດ​ວຽກ​ກັບ​ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ Barbara Kaudel-Jensen ທີ່​ປຶກ​ສາ​ການ​ຕ່າງ​ປະ​ເທດ ຂອງ​ທ່ານ​ນາ​ຍົກ​ຍົກ​ລັດ​ຖະ​ມົນ​ຕີ ໂອຕາລິດ​ ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ສະ​ຖານທູດ ຫວຽດ​ນາມ ປະ​ຈຳ ລັດ​ເຊຍ ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ ການ​ທູດ ວັກ​ຊິນ ສະ​ຖານທູດ ຫວຽດ​ນາມ ປະ​ຈຳ ລັດ​ເຊຍ ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ ການ​ທູດ ວັກ​ຊິນ
ຫວ​ຽດ​ນາມ ແລະ ເບ​ລາ​ຣູດ ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ຫວ​ຽດ​ນາມ ແລະ ເບ​ລາ​ຣູດ ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ
ຊຸກ​ຍູ້​ການ​ຮ່ວມ​ມື​ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີ​ມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ​ໂອ​ຕ​າ​ລິດ
ທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳໂອຕາລິດ ຫງວຽນ​ຈຸງ​ກຽນ ແລະ ທ່ານ​ນາງ Barbara Kaudel-Jensen ທີ່​ປຶກ​ສາ​ການ​​ທູດ​ໃຫ້ນາ​ຍົກ​ລັດ​ຖະ​ມົນ​ຕີ ໂອ​ຕາ​ລິກ (ພາບ: VOV)

ທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳໂອຕາລິດ ຫງວຽນ​ຈຸງ​ກຽນ ໃຫ້​ຮູ້​ວ່າ ປີ 2022 ຈະ​ເປັນ​ຂີດ​ໝາຍ 50 ປີ​ແຫ່ງວັນ ຫວຽດ​ນາມ ແລະ ໂອຕາລິດ ​ສ້າງຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ. ໃນ​ໂອ​ກາດ​ຍຶ່ນ​ສານ​ຕາ​ຕັ້ງ​ຕໍ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໂອຕາລິດ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ສົ່ງ​ຄຳ​ເຊື້ອ​ເຊີນ​ໄປຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ໃນ​ປີ 2022 ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ເຖິງ ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Alexander Van der Bellen. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມ​ຢາມ​ຈະ​ສືບ​ຕໍ່​ຜົນ​ສຳ​ເລັດ​ຂອງ​ການ​ຢ້ຽມ​ຢາມ​ຂອງ​ປະ​ທານ​ປະ​ເທດ​ໃນ​ຖາ​ນະ​ເປັນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ຖະ​ບານ​ໄປ​ຍັງ​ ໂອຕາລິດ ເມື່ອ​ປີ 2018, ຊ່ວຍ​ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ແລະ ໂອ​ຕ​າ​ລິດ ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ຮ່ວ​ມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ ແລະ ບຳ​ລຸງ​ສ້າງ​ວິ​ຊາ​ຊີບ. ເລື່ອງ​ສັນ​ຍາ EVFTA ມີ​ຜົນ​ສັກ​ສິດ​ແຕ່​ເດືອນ​ສິງ​ຫາ 2020 ຈະ​ແມ່ນ​ເງື່ອ​ນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ຊອກ​ຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຕະຫຼາດ​ຂອງ​ແຕ່​ລະ​ຝ່າຍ. ທ່ານ​ເອກ​ອັກ​ຄະ​ລັດ​ທູດ ​ອີກ​ຄັ້ງ​ໜຶ່ງ​ໄດ້ສະເໜີ ​ໂອ​ຕ​າ​ລິດ ພິ​ຈາ​ລະ​ນາໃຫ້ສັດຕະຍາບັນ​ສັນ​ຍາ​ກ່ຽວ​ກັບ​ການ​ຮ່ວ​ມ​ມື​ອາ​ລັກ​ຂາ​ການ​ລົງ​ທຶນ​ລະ​ຫວ່າງ​ ຫວຽດ​ນາມ ແລະ EU (EVIPA) ໂດຍ​ໄວ, ສ້າງ​ເງື່ອນ​ໄຂ​ເພື່ອ​ສັນ​ຍາ​ໄດ້​ຮັບການໃຫ້ສັດຕະຍາບັນຈາກ​ທຸກ​ປະ​ເທດ​ສະ​ມາ​ຊິກ EU ໂດຍ​ໄວ ແລະ ໄດ້ນຳ​ເຂົ້າ​​ປະ​ຕິ​ບັດຕົວຈິງ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ສະ​ເໜີ​ໃຫ້​ສອງ​ຝ່າຍ​ຈັດ​ຕັ້​ງ​​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຢູ່​ຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນຈຳນວນໜຶ່ງ, ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ.

ສອງ​ຝ່າຍໄດ້ແບ່ງ​ປັນ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ຖື​ວ່າ ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບັນ​ຫາ​ຮີບ​ດ່ວນ ແລະ ບັນ​ດາ​ປະ​ເທດ​ຕ້ອງ​ຮ່ວ​ມ​ມື​ກັນຢ່າງ​ແໜ້ນ​ແຟ້ນ ເພື່ອ​ແກ້​ໄຂ​ໂດຍ​ໄວ. ບົນ​ຈິດ​ໃຈ​ດັ່ງ​ກ່າວ, ທ່ານ​ເອ​ກ​ອັກ​ຄ​ະ​ລັດ​ຖະ​ທູດ ສະ​ເໜີ​ໃຫ້ໂອຕາລິດ ພິ​ຈາ​ລະ​ນາ​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ວິ​ວັດ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໃນ​ປັດ​ຈຸ​ບັນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Kaudel-Jensen ​ໄດ້ສະແດງຄວາມດີໃຈທີ່​ທ່ານເອກອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຈຸງ​ກຽນ ຮັບໜ້າທີ່​ປະ​ຕິ​ບັດ​ງານ​ຢູ່ ໂອຕາລິດ ແລະ ເຊື່ອ​ໝັ້ນ​ວ່າ ສອງ​ປະ​ເທດ​ຈະ​ເສີ​ມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວ​ມື​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ເປັນ​ທ່າ​ແຮງ, ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ.

ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ Kaudel-Jensen ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ເລື່ອງ ຫວຽດນາມ ສະ​ໜັບ​ສະ​ໜູນ ໂອຕາລິດ ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ໃນ​ຂອບ​ເຂດ​ ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ໂລກ (IPU) ໃນ​ລະ​ຫວ່າງວັນ​ທີ 6 – 8 ກັນ​ຍາ 2021 ແລະ ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ.

ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ສອງ​ປະ​ເທດ​ຊຸກ​ຍູ້​ການ​ທູດ​ລັດ​ຖະ​ສະ​ພາ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງ​ການ​ພົວ​ພັນ​ຮ່ວມ​ມື​ເວົ້າ​ລວມ. ກ່ຽວ​ກັບ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19, ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ Kaudel-Jensen ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ສັນ​ຍາ​ວ່າ ຈະ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ໃນ​ລັດ​ຖະ​ບານ ອົດ​ສະ​ຕາ​ລີ ​ປະ​ຕິ​ບັດ​ບັນ​ດາ​ລະບຽບ​ການ​ທີ່​ຈຳ​ເປັນ​ເພື່ອ​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ບັນ​ຫານີ້.

ບຸນ​ຄົງ

302 Found

Found

The document has moved here.