ທ່ານນາງຮອງປະທານາທິບໍດີ Kamala Harris: ຫວັງວ່າ ການຢ້ຽມຢາມຈະເປີດໜ້າໃໝ່ໃຫ້ແກ່ການພົວພັນຫວຽດນາມ - ອາເມລິກາ

16:12 | 29/08/2021

ຍສໝ - ໃນຕອນບ່າຍວັນທີ 26 ສິງຫາ, ທ່ານນາງຮອງປະທານາທິບໍດີອາເມລິກາ Kamala Harris ໄດ້ເປັນປະທານກອງປະຊຸມຂ່າວຢູ່ໂຮງແຮມ Marriott ຢູ່ຮ່າໂນ້ຍ. ນີ້ແມ່ນກິດຈະກໍາສຸດທ້າຍຂອງນາງ Harris ກ່ອນສິ້ນສຸດການຢ້ຽມຢາມຫວຽດນາມ ໃນເວລາ 3 ມື້ຂອງທ່ານນາງ.

ຮອງປະທານາທິບໍດີ Kamala Harris: ປັກກິ່ງ ກຳລັງສືບຕໍ່ “ບັງຄັບ” ແລະ “ຂົ່ມຂູ່” ຢູ່ທະເລຕາເວັນອອກ ຮອງປະທານາທິບໍດີ Kamala Harris: ປັກກິ່ງ ກຳລັງສືບຕໍ່ “ບັງຄັບ” ແລະ “ຂົ່ມຂູ່” ຢູ່ທະເລຕາເວັນອອກ
ສະຫະລັດອາເມຣິກາ ສະໜັບສະໜູນ ປະເທດຫວຽດນາມ ເອກະລາດ ແລະ ວັດທະນາຖາວອນ ສະຫະລັດອາເມຣິກາ ສະໜັບສະໜູນ ປະເທດຫວຽດນາມ ເອກະລາດ ແລະ ວັດທະນາຖາວອນ

ກາວຄຳເຫັນທີ່ການປະຊຸມຂ່າວ, ທ່ານນາງຮອງປະທານາທິບໍດີ Harris ໄດ້ເນັ້ນໜັກວ່າ ການພົວພັນຫວຽດນາມ - ອາເມລິກາແມ່ນການພົວພັນທີ່ຍືນຍົງ, ມີຄວາມໝາຍຕໍ່ກັບປະຊາຊົນ, ຕໍ່ຄວາມໝັ້ນຄົງ ແລະ ຄວາມວັດທະນາຖາວອນ ຂອງຊາວອາເມລິກາ.

“ຂ້າພະເຈົ້າຫວັງວ່າການຢ້ຽມຢາມຄັ້ງນີ້ຈະເປີດໜ້າໃໝ່ໃຫ້ແກ່ການພົວພັນຫວຽດນາມ-ອາເມລິກາ. ພວກເຮົາຫວັງວ່າ ປະຊາຊົນຫວຽດນາມຈະຮູ້ວ່າ ພວກເຮົາຈະຄຽງບ່າຄຽງໄຫຼ່ກັບເພື່ອນໃນການຕໍ່ສູ້ກັບການລະບາດຄັ້ງນີ້”. ທ່ານນາງ Harris ກ່າວວ່າ.

ທ່ານນາງຮອງປະທານາທິບໍດີ Harris ຢືນຢັນວ່າ ສະຫະລັດອາເມລິກາ ໄດ້ສຸມໃສ່ວຽກງານໜູນຊ່ວຍບັນຫາດ້ານການແພດຢູ່ໃນຫວຽດນາມ, ລວມມີການເປີດຫ້ອງການ CDC ອາຊີຕາເວັນອອກສ່ຽງໃຕ້ ຢູ່ທີ່ຮ່າໂນ້ຍ.

ທ່ານນາງຮອງປະທານາທິບໍດີ Kamala Harris: ຫວັງວ່າ ການຢ້ຽມຢາມຈະເປີດໜ້າໃໝ່ໃຫ້ແກ່ການພົວພັນຫວຽດນາມ - ອາເມລິກາ
ທ່ານນາງຮອງປະທານາທິບໍດີ Harris ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ

ກ່ຽວກັບນະໂຍບາຍລະອຽດຕໍ່ກັບຫວຽດນາມ ແນໃສ່ພັດທະນາສາຍພົວພັນຫວຽດນາມ-ສະຫະລັດອາເມລິກາ, ເມື່ອສະຫະລັດອາເມລິກາໃຫ້ ຄຳໝັ້ນສັນຍາວ່າຈະຊ່ວຍເຫຼືອຫວຽດນາມ ປະເທດທີ່ເປັນເອກະລາດ, ວັດທະນາຖາວອນ ແລະ ເຂັ້ມແຂງ, ທ່ານນາງ Harris ກ່າວວ່າ: “ສາຍພົວພັນທີ່ພວກເຮົາພວມມີກັບຫວຽດນາມ ແມ່ນສາຍພົວພັນທີ່ໄດ້ສ້າງຂຶ້ນ ບົນພື້ນຖານຄວາມເຂົ້າໃຈເຊິ່ງກັນ ແລະ ກັນຢ່າງແທ້ຈິງ, ຄວາມປາຖະໜາລວມຂອງທັງສອງຝ່າຍ ແນໃສ່ເພີ່ມທະວີຄວາມໝັ້ນຄົງ ແລະ ເສດຖະກິດຂອງທັງສອງປະເທດ, ກໍ່ຄືເພີ່ມທະວີຄວາມສາມາດໃນການຮັບມືກັບສິ່ງທ້າທາຍ ໃນອະນາຄົດ”.

“ພວກຂ້າພະເຈົ້າໄດ້ມີການແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງ ແລະ ຈະແຈ້ງໃນບັນດາກອງປະຊຸມຢູ່ຫວຽດນາມ, ໂດຍສະເພາະ ໃນກອງປະຊຸມກັບເຈົ້າໜ້າທີ່ຫວຽດນາມ. ເຊິ່ງກ່ຽວຂ້ອງກັບສະຖານະການ COVID-19 ແລະ ວິກິດການດ້ານສາທາລະນະສຸກໂລກ. ຫວຽດນາມ ໄດ້ຊ່ວຍສະຫະລັດອາເມລິກາ ໂດຍການມອບອຸປະກອນປ້ອງກັນສ່ວນບຸກຄົນ PPE, ພວກຂ້າພະເຈົ້າກໍໍ່ກໍາລັງຊ່ວຍຫວຽດນາມ ກ່ຽວກັບບັນຫາວັກຊີນ,” ນາງ Harris ກ່າວຕື່ມ.

ທ່ານນາງ Harris ຢືນຢັນວ່າ ບັນດາກອງປະຊຸມໄດ້ປຶກສາຫາລືກ່ຽວກັບສິ່ງທີ່ສາມາດພ້ອມກັນເຮັດ, ບໍ່ພຽງແຕ່ໃນຈຸດເວລານີ້, ໃນບັນຫາການສັກຢາກັນພະຍາດ ຫຼື ການຊ່ວຍເຫຼືອເຊິ່ງກັນ ແລະ ກັນດັ່ງທີ່ໄດ້ກ່າວມາເທົ່ານັ້ນ, ແຕ່ຍັງປຶກສາກ່ຽວກັບສິ່ງທີ່ຈະສາມາດເຮັດໄດ້ໃນອະນາຄົດ.

"ພວກຂ້າພະເຈົ້າຍັງສະຫງວນເວລາສ່ວນຫຼາຍ ເພື່ອເວົ້າກ່ຽວກັບຕ່ອງໂສ້ການສະໜອງ, ແລະ ວິທີທີ່ພວກເຮົາເຂົ້າໃຈ ກ່ຽວກັບສາຍພົວພັນ ໃນວິກິດການດ້ານສາທາລະນະສຸກທົ່ວໂລກ ເຊັ່ນ: COVID ແລະ ການຜະລິດສິນຄ້າທີ່ຈຳເປັນ..." - ທ່ານນາງ Harris ແຈ້ງໃນກອງປະຊຸມຂ່າວ.

ທ່ານນາງ ຍັງເນັ້ນໜັກວ່າ ອາເມລິກາ ແລະ ຫວຽດນາມໄດ້ຜ່ານຜ່າໄລຍະອະດີດທີ່ຫຍຸ້ງຍາກ ເພື່ອກາຍເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ໃນນັ້ນ ທ່ານນາງຮອງປະທານາທິບໍດີ Harris ໃຫ້ຄຳໝັ້ນສັນຍາກັບບັນດາການນຳຫວຽດນາມ ກ່ຽວກັບຄວາມຕັດສິນໃຈຂອງອາເມລິກາ ເພື່ອສືບຕໍ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.