ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ແຮງ​ງານ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ

08:00 | 04/05/2024

ຍສໝ - ​ເພື່ອ​ຍົກສູງ​ຄວາມ​ຮັບຜິດຊອບ​ຂອງ​ທຸກ​ຂັ້ນ, ຂະ​ແໜງ​ການ​ໃນ​ການປະຕິບັດງານການ​ຄຸ້ມ​ຄອງ​ແຮງ​ງານທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ຕາມ​ສັນຍາ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ກອນ​ຕູມ ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ເລກທີ 1298/UBND-KGVX ກ່ຽວກັບການ​ເພີ່ມ​ທະວີ​ວຽກງານ​ຄຸ້ມ​ຄອງແຮງງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ຕາມ​ສັນຍາ.

​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ພຸດທະ​ສາສະໜາ​ລະຫວ່າງ ຫວຽດນາມ ​ແລະ ສີ​ລັງກາ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ພຸດທະ​ສາສະໜາ​ລະຫວ່າງ ຫວຽດນາມ ​ແລະ ສີ​ລັງກາ
​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການຄຸ້ມ​ຄອງ​ທ້ອງ​ຕະຫຼາດ​ລະຫວ່າງ​ ຫວຽດນາມ ​ແລະ ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການຄຸ້ມ​ຄອງ​ທ້ອງ​ຕະຫຼາດ​ລະຫວ່າງ​ ຫວຽດນາມ ​ແລະ ລາວ

ຕາມ​ນັ້ນ​ແລ້ວ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ກອນ​ຕູມ ຮຽກຮ້ອງ:

ບັນດາພະແນກມ ຄະ​ນະ​, ຂະແໜງການ; ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນບັນດາເມືອງ, ນະຄອນ ​ສືບ​ຕໍ່ຜັນຂະຫຍາຍ​ປະ​ຕິ​ບັດບັນດາແຜນ​ການ​ຂອງ​ຄະ​ນະ​ພັກ​ແຂວງ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ສຳລັບວຽກງານສົ່ງ​ຄົນ​ແຮງ​ຫວຽດ​ນາມ ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ໃນ​ສະ​ພາບ​ການ​ໃໝ່. ຍົກສູງກຳລັງຄວາມສາມາດ, ມີຜົນສັກສິດອີກ, ມີປະສິດທິຜົນຂອງການຄຸ້ມຄອງລັດ ໃນການສົ່ງແຮງງານຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດ.

ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ແຮງ​ງານ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ

ພະແນກແຮງງານ-ທະຫານເສຍອົງຄະ ແລະ ສັງຄົມແຂວງ ກອນຕູມ ພ້ອມກັນກັບອຳນາດການປົກຄອງທ້ອງຖິ່ນ ໄດ້ໄປຢ້ຽມຢາມຄອບຄົວ ນາງ ອີແງນ (ອາ​ໄສ​ຢູ່​ບ້ານ​ ກອນ​ເຊີ​ຕິ​ວ, ຕາ​ແສງ ​ຫງອກ​ແຣ໋ວ, ​ເມືອງ ດັກ​ຮ່າ) ພາບ: TTXVN

ຄະນະ​ກຳມະການ​ປະຊາຊົນ​ບັນດາ​ເມືອງ, ນະຄອນ ຊີ້​ນຳ​ບັນດາຫ້ອງການ, ​ຄະນະ​ວິຊາ​ສະ​ເພາະ, ຄະນະ​ກຳມະການ​ປະຊາຊົນ​ບັນດາ​ຕາ​ແສງ, ເມືອງ, ເທດສະບານ ​​ເພີ່ມ​ທະວີ​ວຽກງານການ​ຄຸ້ມ​ຄອງ​ແຮງ​ງານທີ່ໝົດກຳນົດເວລາເຮັດວຽກ ແລ້ວກັບ​ຄືນປະ​ເທດ​ ຫຼື ກັບ​ຄືນປະ​ເທດກ່ອນ​ກຳນົດ​ເວລາ, ສ້າງ​ເງື່ອນ​ໄຂ​ສະດວກໃຫ້​​ແຮງງານໄດ້ຮັບການກູ້ຢຶມ​ເງິນ​, ​ເຂົ້າ​ຮ່ວມການ​ບຳລຸງສ້າງວິຊາຊີບ ແລະ ບັນດານະໂຍບາຍອື່ນໆ ຕາມລະບຽບການ. ພ້ອມ​ກັນ​ນັ້ນ, ກໍດຳເນີນການກວດກາຄືນ​ບັນຊີ​ລາຍ​ຊື່​ແຮງ​ງານ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ຕາມ​ສັນຍາ​ທີ່​​ສິ້ນ​ສຸດແລ້ວ ​ແຕ່ຍັງ​ບໍ່ທັນ​ກັບ​ຄືນ​ປະ​ເທດ ເພື່ອ​ປະສານ​ສົມທົບ​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ໝູ່ຄະນະ, ການ​ເມືອງ - ສັງຄົມຂອງ​ທ້ອງ​ຖິ່ນ ເພື່ອ​ເຜີຍ​ແຜ່, ໃຫ້ຄຳປຶກສາກັບຄອບຄົວ​ແຮງງານດັ່ງກ່າວ ​ເພື່ອ​ຕິດ​ຕໍ່, ລະດົມແຮງງານທີ່​ສັນຍາ​ວ່າ​ຈ້າງ​ໝົດ​ກຳນົດເວລາ, ພັກເຊົາແບບ​ຜິດ​ກົດໝາຍ ໃຫ້ກັບ​ຄືນປະເທດ​ເພື່ອ​ຫຼີກ​ລ້ຽງຄວາມສ່ຽງທີ່ແຮງ​ງານຈະຕ້ອງປະ​ເຊີນ​ໜ້າ​ໃນ​ເວລາ​ເຮັດວຽກ ແລະ ພັກເຊົາແບບ​ຜິດ​ກົດໝາຍ.

ພະແນກຕ້ອງຕິດຕາມ, ປະສານສົມທົບກັບກົມຄຸ້ມຄອງແຮງງານຢູ່ຕ່າງປະເທດ (ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ), ບັນດາບໍລິສັດທີ່ກ່ຽວຂ້ອງຢ່າງເປັນປະຈຳ ເພື່ອອັບເດດຂໍ້ມູນກ່ຽວກັບພົນລະເມືອງຂອງແຂວງທີ່ໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ, ແຮງ​ງານທີ່​ສັນຍາ​ວ່າ​ຈ້າງ​ໝົດ​ກຳນົດ ກັບຄືປະເທດ ເພື່ອມີບັນດາມາດ​ຕະ​ການ​ປະ​ສານ​ງານ​ເພື່ອຈັດການ, ແກ້ໄຂບັນ​ຫາ​ທີ່​ເກີດ​ຂຶ້ນ​ຢ່າງ​ທັນ​ການ; ໜູນຊ່ວຍ, ປົກປ້ອງສິດ ແລະ ຜົນປະໂຫຍດທາງດ້ານກົດໝາຍຂອງແຮງງານໃນເວລາເຮັດວຽກຢູ່ຕ່າງປະເທດຢ່າງທັນການຕາມລະບຽບການ. ພິ​ເສດ, ພະແນກ​ຕ້ອງປະສານ​ສົມທົບ​ເພື່ອ​ນຳ​ແຮງງານ 2 ຄົນ​ຈາກ​ແຂວງ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກັບ​ຄືນປະເທດໂດຍ​ໄວ ເຊິ່ງແມ່ນນາງ ອີແງນ (ອາ​ໄສ​ຢູ່​ບ້ານ​ ກອນເຊີ​ຕິ​ວ, ຕາ​ແສງ ​ຫງອກ​ແຣ໋ວ, ​ເມືອງ ດັກ​ຮ່າ) ​ແລະ ນາງ ອີທາ (ອາ​ໄສ​ຢູ່ບ້ານ ດັກລຸບ, ຕາແສງ ດັກເນັນ, ເມືອງ​ ກອນເປີລົງ).

ພະແນກແຮງງານ-ທະຫານເສຍອົງຄະ ແລະ ສັງຄົມແຂວງ ກອນຕູມ ກໍ່ມິຄວາມຮັບຜິດຊອບໃນການສະເໜີໃຫ້ບັນດາບໍລິສັດທີ່ໄດ້ຮັບໃບອະນຸຍາດດຳເນີນການບໍລິການສົ່ງແຮງງານໄປຕ່າງປະເທດຕາມສັນຍາຈາກກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ ເມື່ອຜັນຂະຫຍາຍປະຕິບັດວຽກງານໃຫ້​ຄຳ​ປຶກສາ, ຮັບສະໝັກ​ແຮງ​ງານ​ຢູ່ບໍລິເວນ​ແຂວງ ຕ້ອງປະຕິບັດ​ຢ່າງເຂັ້ມງວດ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ ​ແລະ ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ຂອງ​ແຮງ​ງານທີ່ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ຕາມ​ສັນຍາ.

ມິງດຶກ

ເຫດການ