ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

16:38 | 03/05/2024

ຍສໝ - ທ່ານ ຮວ່າງ​ບິ່ງ​ກວນ, ອະດີດ​ກຳມະການ​ສູນ​ກາງ​ພັກ, ອະດີດ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໄດ້​ຮັບ​ຫຼຽນ​ໄຊອາທິດອຸໄທ ​ໂດຍ​ລັດຖະບານ​ຍີ່ປຸ່ນ ມອບໃຫ້ ຍ້ອນມີ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ.

ນຳ​ການ​ພົວພັນ ຫວຽດນາມ - ຍີ່ປຸ່ນ ພັດທະນາ​ຢ່າງ​ເລິກ​ເຊິ່ງ, ຮອບດ້ານ, ສົມກັບທີ່​ຕັ້ງ, ລະດັບໃໝ່. ນຳ​ການ​ພົວພັນ ຫວຽດນາມ - ຍີ່ປຸ່ນ ພັດທະນາ​ຢ່າງ​ເລິກ​ເຊິ່ງ, ຮອບດ້ານ, ສົມກັບທີ່​ຕັ້ງ, ລະດັບໃໝ່.
ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳຕິດພັນ​ປະຊາ​ຄົມ ​ແລະ ປັບປຸງການ​ພົວພັນ​ມິດຕະພາບ​ ຫວຽດນາມ - ຍີ່ປຸ່ນ ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳຕິດພັນ​ປະຊາ​ຄົມ ​ແລະ ປັບປຸງການ​ພົວພັນ​ມິດຕະພາບ​ ຫວຽດນາມ - ຍີ່ປຸ່ນ

ຕາມ​ສະຖານທູດ​ຍີ່ປຸ່ນ​ປະຈຳ​ຫວຽດນາມ​ແລ້ວ: ໃນວັນ​ທີ 29 ​ເມສາ​ນີ້, ລັດຖະບານ​ຍີ່ປຸ່ນ​ໄດ້​ປະກາດ​ລາຍ​ຊື່​ບຸກຄົນ​ທີ່​ໄດ້​ຮັບ​ຫຼຽນ​ໄຊ​ໃນ​ລະດູບານ​ໃໝ່​ປີ 2024. ທ່ານ ຮ່ວາງ​ບິ່ງ​ກວນ, ອະດີດ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ( ອາຍຸ 64 ປີ) ​ໄດ້​ຮັບ​ຫຼຽນ​ໄຊອາທິດອາທິດ ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ, ມີ​ບັນດາ​ຮູບ​ດາວ​ຄຳ ​ແລະ ​ເງິນ ​ຍ້ອນມີການ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ ​ໃນ​ໄລຍະ​ທີ່​ຜ່ານ​ມາ.

ທ່ານ ຮວ່າງ​ບິ່ງ​ກວນ ເກີດ​ວັນ​ທີ 16 ມິຖຸນາ 1959, ຢູ່​ຕາ​ແສງ ຕື້ເຕີນ (​ເມືອງ ວູທື, ​ແຂວງ ​ໄທ​ບິ່ງ). ທ່ານ​ເຄີຍ​ດຳລົງ​ຕຳ​ແໜ່ງ​ເປັນ​​ກຳ​ມະ​ການ​ສູນ​ກາງ​ພັກ ສະ​ໄໝ​ທີ IX, X, XI, ແລະ XII; ກຳມະການ ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ; ຄະນະຜູ້ແທນສະພາແຫ່ງຊາດຊຸດທີ IX, XI, XIII.

ຍີ່ປຸ່ນ ເຊີດຊູ ທ່ານ ຮວ່າງບິ່ງກວນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ທ່ານ ຮວ່າງບິ່ງກວນ (ທີ 3 ຈາກຊ້າຍ) ເຂົ້າຮ່ວມກອງປະຊຸມແຫ່ງຊາດຄັ້ງທີ 43 ຂອງສະມາຄົມນັກທຸລະກິດໜຸ່ມຍີ່ປຸ່ນ ແຕ່ວັນທີ 15 – 16 ມີນາ 2024.

ໃນລະຫວ່າງເດືອນກໍລະກົດ 2009 ຫາເດືອນມີນາ 2021, ທ່ານໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ.

​ຫຼຽນ​ໄຊອາທິດອຸໄທ ​ເປັນ​ຫຼຽນ​​ສູງ​ສຸດ​ອັນ​ດັບ​ສາມ​ໃນ​ລະບົບ​ຫຼຽນ​ຂອງ​ຍີ່ປຸ່ນ.

ຫຼຽນ​ໄຊ​ດັ່ງກ່າວ​ແມ່ນ​ໄດ້​ມອບ​ໃຫ້​ແກ່​ປະຊາຊົນ​ຍີ່ປຸ່ນ ​ແລະ ຊາວ​ຕ່າງປະ​ເທດ ​ໃນ​ການ​ປະກອບສ່ວນ​ຂອງ​ຕົນ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ການ​ພົວພັນ​ສາກົນ, ການ​ພັດທະນາ​ວັດທະນະທຳ​ຍີ່ປຸ່ນ, ການ​ພັດທະນາ​ສະຫວັດດີ​ການ​ສັງຄົມ ຫຼື ​ຮັກສາ​ສິ່ງ​ແວດ​ລ້ອມ, ຄວາມ​ກ້າວໜ້າ​ໃນ​ຫຼາຍ​ຂົງ​ເຂດຕ່າງໆ...

ຄຳຮຸ່ງ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.