ມອບຫຼຽນກາລະນຶກເພື່ອພາລະກິດການບຳລຸງສ້າງ ໃຫ້ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາຫວຽດນາມ

16:30 | 27/08/2021

ຍສໝ - ຕອນບ່າຍວັນທີ 23 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ສຈ - ປອ. ຫງວຽນຊວນຖັງ, ກຳມະການກົມການເມືອງ - ປະທານສະພາທິດສະດີສູນກາງ - ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໄດ້ມອບຫຼຽນກາລະນຶກ “ເພື່ອການບຳລຸງສ້າງ, ອົຍຮົມທິດສະດີການເມືອງ” ໃຫ້ ທ່ານຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາຫວຽດນາມ Kamal Malhotra.

ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊາດ” ໃຫ້ແກ່ຜູ້ປະສານງານ ສປຊ ປະຈໍາ ຫວຽດນາມ ມອບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງບັນດາຊາດ” ໃຫ້ແກ່ຜູ້ປະສານງານ ສປຊ ປະຈໍາ ຫວຽດນາມ
ມອບຫຼຽນກາລະນຶກ ມອບຫຼຽນກາລະນຶກ "ເພື່ອສັນຕິພາບ ແລະມິດຕະພາບລະຫວ່າງບັນ​ດ​າ​ຊາ​ດ" ໃຫ້ແກ່ ທ່ານເອກອັກຄະລັດຖະທູດ Kari Kahiluoto

ທີ່ພິທີ, ທ່ານ ສຈ - ປອ. ຫງວຽນຊວນຖັງ ເນັ້ນໜັກວ່າ ນີ້ແມ່ນລາງວັນອັນສູງສົ່ງທີ່ສຸດຂອງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ເພື່ອເຊີດຊູບຸກຄົນ ແລະ ໝູ່ຄະນະທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງ ຕໍ່ກັບພາລະກິດການບຳລຸງສ້າງ, ອົບຮົມຖັນແຖວພະນັກງານການນຳ ແລະ ຜູ້ຄຸ້ມຄອງຂອງພັກ ແລະ ລັດຫວຽດນາມ.

ທ່ານ ສຈ - ປອ. ຫງວຽນຊວນຖັງ ໄດ້ສະແດງຄວາມຊົມເຊີຍ ທ່ານ Kamal Malhotra ທີ່ໄດ້ປະສົບຜົນສໍາເລັດດີເລີດໃນການເຮັດວຽກຢູ່ຫວຽດນາມ (ແຕ່ເດືອນມັງກອນ 2017 ຫາ ເດືອນສິງຫາ 2021); ຕີລາຄາສູງການປະກອບສ່ວນອັນລ້ຳຄ່າ ແລະ ການໜູນຊ່ວຍທີ່ແທດຈິງຂອງອົງການ, ພະນັກງານ, ລັດຖະກອນຂອງສະຫະປະຊາຊາດ, ໃນນັ້ນມີ ທ່ານ Kamal Malhotra, ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ແລະ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ຫຼຸດຜ່ອນຄວາມທຸກຍາກ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ຫວຽດນາມ.

ມອບຫຼຽນກາລະນຶກເພື່ອພາລະກິດການບຳລຸງສ້າງ ໃຫ້ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາຫວຽດນາມ
ມອບຫຼຽນກາລະນຶກເພື່ອພາລະກິດການບຳລຸງສ້າງ ໃຫ້ ທ່ານ Kamal Malhotra - ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາຫວຽດນາມ.

ທ່ານ Kamal Maholtra ໄດ້ມີຄວາມມານະພະຍາຍາມຫຼາຍຢ່າງໃນການຊຸກຍູ້ການປະຕິບັດ “ຂໍ້ລິເລີ່ມ ສະຫະປະຊາຊາດໜຶ່ງດຽວ”, ອັນໄດ້ປະກອບສ່ວນເຂົ້າໃນການຍົກສູງປະສິດທິຜົນຂອງອົງການ ແລະ ການດໍາເນີນງານຂອງອົງການສະຫະປະຊາຊາດ, ກໍ່ຄືຍົກສູງທີ່ຕັ້ງ ແລະ ບົດບາດປະຈັນບານຂອງຫວຽດນາມ ໃນລະບົບຂອງອົງການສະຫະປະຊາຊາດໃນທົ່ວໂລກ.

ທ່ານ Kamal Malhotra ກໍ່ໄດ້ມີບັນດາການປະກອບສ່ວນອັນພົ້ນເດັ່ນ ໃນຂໍ້ລິເລີ່ມເພື່ອຊຸກຍູ້ການມອບສິດທິໃຫ້ແກ່ແມ່ຍິງ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ, ຄວາມໝັັ້ນຄົງທົ່ວໂລກ, ຊຸກຍູ້ກົນໄກການຮ່ວມມືໃຕ້-ໃຕ້, ຮັກສາສັນຕິພາບໂລກ, ກິດຈະກໍາກວດຄືນລູກລະເບີດຢູ່ຫວຽດນາມ, ບັນດາໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການປ້ອງກັນໄພພິບັດທໍາມະຊາດ, ການພັດທະນາຊຸມຊົນ...

ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ -19, ທ່ານ Kamal Malhotra ແລະ ຜູ້ຕາງໜ້າ ບັນດາອົງການຂອງສະຫະປະຊາຊາດ ໄດ້ໜູນຊ່ວຍຫວຽດນາມຢ່າງຕັ້ງໜ້າໃນການແບ່ງປັນຂໍ້ມູນຂ່າວສານ, ປະສົບການ ແລະ ຄໍາປຶກສາດ້ານນະໂຍບາຍກ່ຽວກັບການລະບາດຂອງພະຍາດ, ຂົນຂວາຍການໜູນຊ່ວຍວັກຊີນ COVID-19 ແລະ ອຸປະກອນການແພດໃຫ້ແກ່ຫວຽດນາມ. ໄລ່ຮອດປັດຈຸບັນ, ສະຫະປະຊາຊາດ ເປັນໜຶ່ງໃນບັນດາຜູ້ສະໜອງວັກຊີນລາຍໃຫຍ່ທີ່ສຸດໃຫ້ແກ່ຫວຽດນາມ ໂດຍຜ່ານກົນໄກ COVAX ດ້ວຍຫຼາຍລ້ານໂດສ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.