ສະຖານທູດຫວຽດນາມ ປະຈຳບຣາຊິນ ສະເຫຼີມສະຫຼອງວັນຊາດທີ 2 ກັນຍາ ຄົບຮອບ 76 ປີ

17:01 | 05/09/2021

ຍສໝ - ຫວ່າງແລ້ວນີ້, ຢູ່ ບຣາຊິນ, ສະຖານທູດຫວຽດນາມ ປະຈຳບຣາຊິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ (2/9/1945 - 2/9/2021).

ສະຖານທູດຫວຽດນາມຢູ່ບັນດາປະເທດສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ ສະຖານທູດຫວຽດນາມຢູ່ບັນດາປະເທດສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ
ສະຖານທູດຫວຽດນາມປະຈຳ ເຢຍລະມັນ ຮຽກຮ້ອງໃຫ້ຊາວຫວຽດນາມຢູ່ເຢຍລະມັນ ໜູນຊ່ວຍອຸປະກອນ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນພາຍໃນປະເທດເພື່ອຜ່ານ​ຜ່າ ການລະບາດຂອງ ພະຍາດ ໂຄວິດ - 19 ສະຖານທູດຫວຽດນາມປະຈຳ ເຢຍລະມັນ ຮຽກຮ້ອງໃຫ້ຊາວຫວຽດນາມຢູ່ເຢຍລະມັນ ໜູນຊ່ວຍອຸປະກອນ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນພາຍໃນປະເທດເພື່ອຜ່ານ​ຜ່າ ການລະບາດຂອງ ພະຍາດ ໂຄວິດ - 19

ເຂົ້າຮ່ວມພິທີ ມີທ່ານນາງ Márcia Donner Abreu, ຮອງລັດຖະມົນຕີກະຊວງການຕ່າງປະເທດບຣາຊິນ ຮັບຜິດຊອບການເຈລະຈາສອງຝ່າຍ ສໍາລັບອາຊີ - ປາຊີຟິກ ແລະ ຣັດເຊຍ; ທ່ານ Roberto Goidanich, ຫົວໜ້າກົມຮັບຜິດຊອບ ອິນເດຍ, ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້; ເອກອັກຄະລັດຖະທູດຂອງບັນດາປະເທດອາຊຽນ; ເອກອັກຄະລັດຖະທູດຂອງບັນດາປະເທດຄູ່ຮ່ວມມີຍຸດທະສາດ,…

ທີ່ພິທີ, ທ່ານນາງເອກອັກຄະລັດຖະທູດຫວຽດນາມ ປະຈຳບຣາຊິນ ຝ້າມຖິກິມຮວາ ໄດ້ຢັ້ງຢືນ ບັນດາຜົນງານປະຫວັດສາດສຳຄັນທີ່ບັນລຸໄດ້ ໃນ 35 ປີແຫ່ງການປ່ຽນແປງໃໝ່ຂອງຫວຽດນາມ, ພິເສດແມ່ນການຮັກສາສະຖຽນລະພາບດ້ານການເມືອງ, ສ້າງເງື່ອນໄຂດຳເນີນທຸລະກິດເອື້ອອຳນວຍ, ດຸ່ນດ່ຽງການເຕີບໂຕເສດຖະກິດ ແລະ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ເຮັດໃຫ້ຫວຽດນາມກາຍເປັນ ສະຖານທີ່ ທີ່ໜ້າສົນໃຈຂອງນັກລົງທຶນ ແລະ ນັກທ່ອງທ່ຽວສາກົນຢູ່ໃນອາຊີຕາເວັນອອກສ່ຽງໃຕ້.

ສະຖານທູດຫວຽດນາມ ປະຈຳບຣາຊິນ ສະເຫຼີມສະຫຼອງວັນຊາດທີ 2 ກັນຍາ ຄົບຮອບ 76 ປີ
ສະຖານທູດຫວຽດນາມ ປະຈຳບຣາຊິນ ສະເຫຼີມສະຫຼອງວັນຊາດທີ 2 ກັນຍາ ຄົບຮອບ 76 ປີ

ທ່ານນາງເອກອັກຄະລັດຖະທູດ ຝ້າມຖິກິມຮວາ ໄດ້ເນັ້ນໜັກວ່າ: ບຣາຊິນ ຍາມໃດກໍ່ແມ່ນຄູ່ຮ່ວມມືໃຫຍ່ ແລະ ສໍາຄັນແຖວໜ້າຂອງຫວຽດນາມຢູ່ອາເມລິກາໃຕ້. ໃນຕະຫຼອດເວລາຫຼາຍປີ, ເວລາໃດສອງປະເທດ ກໍ່ໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນໃນການພັດທະນາເສດຖະກິດ-ສັງຄົມຢູ່ແຕ່ລະປະເທດ, ພ້ອມທັງໄດ້ປະສານງານກັນຢ່າງແໜ້ນແຟ້ນຢູ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີຫຼາຍຝ່າຍ.

ທ່ານນາງເອກອັກຄະລັດຖະທູດ ຝ້າມຖິກິມຮວາ ໄດ້ສະແດງຄວາມຂອບໃຈບັນດາອົງການຂອງປະເທດບຣາຊິນ ແລະ ບັນດາອົງການການທູດທີ່ໄດ້ຮ່ວມມືຢ່າງແໜ້ນແຟ້ນ ກັບສະຖານທູດຫວຽດນາມ ໃນຕະຫຼອດໄລຍະຜ່ານມາ; ພ້ອມທັງຢືນຢັນຄວາມປາຖະໜາຢາກຮ່ວມມືໃຫ້ເລິກເຊິ່ງກວ່າເກົ່າ ເພື່ອເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍກ້າວຂຶ້ນສູ່ລະດັບສູງໃໝ່.

ກ່າວຄຳເຫັນທີ່ພິທີ, ທ່ານນາງ Márcia Donner Abreu ໃຫ້ຮູ້ວ່າ ຫວຽດນາມໄດ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງບຣາຊິນ ໃນສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້, ດ້ວຍຍອດວົງເງິນການຄ້າສອງສົ້ນໃນປີ 2020 ເກີນລະດັບ 4,6 ຕື້ USD, 7 ເດືອນຂອງປີ 2021 ລື່ນກາຍ 3 ຕື້ USD, ເພີ່ມຂຶ້ນ 28% ເມື່ອທຽບກັບໄລຍະດຽວກັນຂອງປີ 2020.

ການພົວພັນການຄ້າສອງຝ່າຍໄດ້ຮັບການຮັກສາຢ່າງກົມກຽວ, ສົມເຫດສົມຜົນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ສອງປະເທດ ໄດ້ລົງນາມໃນເອກະສານການຮ່ວມມືທາງດ້ານການຂົນສົ່ງທາງທະເລ, ການບໍລິການທາງອາກາດ ແລະ ບົດບັນທຶກຄວາມເຂົ້າໃຈລະຫວ່າງສະຖາບັນການຕ່າງປະເທດ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ (2 ກັນຍາ 1945 - 2 ກັນຍາ 2021), ນາງ Márcia Donner Abreu ໄດ້ສົ່ງຄຳອວຍພອນໃຫ້ປະຊາຊົນຫວຽດນາມ ຈົ່ງມີແຕ່ຄວາມສັນຕິພາບ, ສຸຂະພາບເຂັ້ມແຂງ ແລະ ວັດທະນາຖາວອນ. ທ່ານນາງ ໄດ້ແບ່ງປັນຄຳເວົ້າທີ່ເປັນອະມະຕະ ຂອງປະທານໂຮ່ຈີມິນ - ທີ່ວ່າ: "ບໍ່ມີສິ່ງໃດມີຄ່າຫຼາຍກວ່າ ຄວາມເອກະລາດ ແລະ ເສລີພາບ".

ຄຳຮຸ່ງ

302 Found

Found

The document has moved here.