ການເປີດຕົວຫ້ອງການ CDC ຢູ່ຫວຽດນາມ ເປັນການພິສູດໃຫ້ຄຳໝັ້ນສັນຍາ ຂອງສະຫະລັດອາເມຣິກາ ຕໍ່ກັບອາຊຽນ

19:08 | 29/08/2021

ຍສໝ - ຕອນບ່າຍວັນທີ 25 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຝ້າມບີງມີງ ແລະ ທ່ານນາງຮອງປະທານາທິບໍດີສະຫະລັດອາເມລິກາ Kamala Harris ໄດ້ເຂົ້າຮ່ວມພິທີເປີດ ຫ້ອງການພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຂອງສູນຄວບຄຸມ ແລະ ປ້ອງກັນພະຍາດ ອາເມລິກາ (CDC) ຢູ່ຮ່າໂນ້ຍ.

ສະຫະລັດອາເມຣິກາ ສະໜັບສະໜູນ ປະເທດຫວຽດນາມ ເອກະລາດ ແລະ ວັດທະນາຖາວອນ ສະຫະລັດອາເມຣິກາ ສະໜັບສະໜູນ ປະເທດຫວຽດນາມ ເອກະລາດ ແລະ ວັດທະນາຖາວອນ
ອາເມຣິກາ ສະໜັບສະໜູນການຫຼຸດຜ່ອນເດັກຂາດສານອາຫານຢູ່ລາວ ອາເມຣິກາ ສະໜັບສະໜູນການຫຼຸດຜ່ອນເດັກຂາດສານອາຫານຢູ່ລາວ

ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຝ້າມບີງມີງ ໄດ້ເນັ້ນໜັກວ່າ ການຮ່ວມມືໃນຂົງເຂດຮັກສາສຸຂະພາບ ຍາມໃດກໍ່ແມ່ນຈຸດເດັ່ນໃນການພົວພັນລະຫວ່າງອາເມລິກາ ແລະ ສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ). ການເປີດຫ້ອງການພາກພື້ນອາຊີຕາເວັນອອກສ່ຽງໃຕ້ຂອງ CDC ໄດ້ສະແດງໃຫ້ເຫັນເຖິງບັນດາຄຳໝັ້ນສັນຍາ ແລະ ການຮ່ວມມືຢ່າງແໜ້ນແຟ້ນຂອງສະຫະລັດອາເມລິກາຕໍ່ພາກພື້ນ ໃນຄວາມມານະພະຍາຍາມຄວບຄຸມພະຍາດ COVID-19 ແລະ ພະຍາດອັນຕະລາຍອື່ນໆ. ທ່ານຮອງນາຍົກລັດຖະມົນຕີ ຝ້າມບີງມີງ ເຊື່ອວ່າ ຫ້ອງການອາຊີຕາເວັນອອກສ່ຽງໃຕ້ຂອງ CDC ຈະຮ່ວມມືກັນຢ່າງແໜ້ນແຟ້ນກັບຄູ່ຮ່ວມງານ ທັງພາຍໃນ ແລະ ພາຍນອກພາກພື້ນ ເພື່ອສືບຕໍ່ເປົ້າໝາຍສຳຄັນແມ່ນການຮັບປະກັນການບໍລິການດູແລສຸຂະພາບທີ່ດີທີ່ສຸດ ໃຫ້ກັບປະຊາຊົນ.

ການເປີດຕົວຫ້ອງການ CDC ຢູ່ຫວຽດນາມ ເປັນການພິສູດໃຫ້ຄຳໝັ້ນສັນຍາ ຂອງສະຫະລັດອາເມຣິກາ ຕໍ່ກັບອາຊຽນ
ທ່ານຮອງນາຍົກລັດຖະມົນຕີ ຝ້າມບີງມີງ ແລະ ທ່ານນາງຮອງປະທານາທິບໍດີ Kamala Harris.

ທ່ານນາງຮອງປະທານາທິບໍດີ Kamala Harris ກ່າວວ່າ ເຫດການດັ່ງກ່າວເປັນການພິສູດໃຫ້ເຫັນເຖິງຄຳໝັ້ນສັນຍາ ຂອງສະຫະລັດອາເມຣິກາ ກ່ຽວກັບແຜນການຕໍ່ກັບອາຊຽນ. ທ່ານນາງຮອງປະທານາທິບໍດີ Harris ເນັ້ນໜັກວ່າ ສະຫະລັດອາເມລິກາ ປາດຖະໜາຢາກເຮັດໃຫ້ການພົວພັນຮ່ວມມືໃນຂົງເຂດສາທາລະນະສຸກກັບອາຊຽນ ເລິກເຊິ່ງກວ່າອີກ, ມຸ່ງໄປເຖິງເປົ້າໝາຍຊ່ວຍເຫຼືອບັນດາປະເທດໃນພາກພື້ນຮັບມືກັບໄພຂົ່ມຂູ່ດ້ານສຸຂະພາບ ທີ່ບົ່ມຊ້ອນໃນອະນາຄົດ.

ໜຶ່ງໃນບູລິມະສິດຂອງຫ້ອງການພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແມ່ນການປະສານບັນດາການເຄື່ອນໄຫວປ້ອງກັນຕ້ານພະຍາດ COVID-19 ຢູ່ໃນພາກພື້ນ; ເປີດກວ້າງການບຳລຸງສ້າງການວິເຄາະການແພດສາທາລະນະໃນພາກພື້ນ; ປັບປຸງສຸຂະພາບຂອງປະຊາກອນເຄື່ອນທີ່ ແລະ ອົບພະຍົບ, ມຸ່ງໄປສູ່ການລົບລ້າງພະຍາດເຊັ່ນ: ພະຍາດໝາກແດງ, ວໍ້ ແລະ ໄຂ້ຍຸງ; ພ້ອມກັນນັ້ນ ກໍ່ໜູນຊ່ວຍບັນດາຂໍ້ລິເລີ່ມດ້ານນະໂຍບາຍການຕ່າງປະເທດຂອງສະຫະລັດອາເມຣິກາ ຢູ່ໃນພາກພື້ນ

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.