ສະ​ເໜີ​ໃຫ້​ແຂວງ ຫ໋າຍ​ເຢື​ອງ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ລົງ​ທຶນ​ພັດ​ທະ​ນາ

19:00 | 05/09/2021

ຍ​ສ​ໝ - ວັນ​ທີ 31 ສິງ​ຫາ, ຢູ່​ຫ໋າຍ​ເຢືອງ, ຄະ​ນະ​ປະ​ຕິ​ບັດ​ງານ​ສະ​ຖານ​ທູດ ສ.ເກົາຫຼີ ປະ​ຈຳ ຫວຽດ​ນາມ ໂດຍ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Park Noh Wan ໄດ້​ນຳ​ໜ້າ​ຄະ​ນະ ເຂົ້າ​ຮ່ວມກ​ານ​ເຈ​ລະ​ຈາ​ການ​ຮ່ວມ​ມື​ພັດ​ທະ​ນາ​ລະ​ຫວ່າງ​ແຂວງຫ໋າຍ​ເຢືອງ ແລະ ສ.ເກົາຫຼີ, ສະເໜີ​ໃຫ້​ແຂວງ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ວິ​ສ​າ​ຫະ​ກິດ ສ.ເກົາຫຼີ ມາ​ລົງ​ທຶນ, ຮ່ວມ​ມື​ພັດ​ທະ​ນາ…

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ປຸກ​ລະ​ດົມ​ໂຄງ​ການມອບ​ຄວາມ​ຮັກ​ແພງ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ປຸກ​ລະ​ດົມ​ໂຄງ​ການມອບ​ຄວາມ​ຮັກ​ແພງ
ອາຊຽນແມ່ນຈຸດສຸມບຸລິມະສິດໃນນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ຂອງ ສ.ເກົາຫຼີ ອາຊຽນແມ່ນຈຸດສຸມບຸລິມະສິດໃນນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ຂອງ ສ.ເກົາຫຼີ
ສະ​ເໜີ​ໃຫ້​ແຂວງ ຫ໋າຍ​ເຢື​ອງ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ລົງ​ທຶນ​ພັດ​ທະ​ນາ
ທ່ານ​ ຟ້າມຊວັນ​ທັງ ເລ​ຂາ​​ຄະ​ນະ​ພັກ​ແຂວງ ຫ໋າຍ​ເຢືອງ ໃຫ້​ການ​ຕ້ອນ​ຮັບທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ Park Noh Wan (ພາບ: haiduong.gov.vn)

ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ Park Noh Wan ໄດ້​ສະ​ເໜີ​ທາງ​ແຂວງ​ໃຫ້ມີ​​ບັນ​ດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ລົງ​ທຶນ​ຕື່ມ​ອີກເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ໄດ້​ຮັບ​ຂໍ້​ມູນ, ຄົ້ນ​ຄ້​ວາ ແລະ ລົງ​ທຶນ. ສະ​ຖານ​ທູດ ສ.ເກົາຫຼີ ປະ​ຈຳ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຂົວ​ເຊື່ອມ​ຕໍ່​ໃຫ້​ແກ່​ແຂວງ​ຫາຍ​ເຢືອງ ແລະ ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ເພື່ອ​ນັບ​ມື້​ນັບ​ດຶງ​ດູດໄດ້ຫຼາຍ​ວິ​ສາ​ຫ​ະ​ກິດ​ທີ່​ມີ​ກຳ​ລັງ​ຄວາມ​ສາ​ມາດ, ເໝາະ​ສົມກັບການກຳ​ນົດ​ທິດ​ພັດ​ທະ​ນາ​ຂອງ​ແຂວງ​ໃນ​ການ​ລົງ​ທຶນ​ຢູ່ ຫາຍ​ເຢ​ືອງ.

ທ່ານ​ເອ​ກອ​ັກ​ຄະ​ລັດ​ຖະ​ທູດ Park Noh Wan ໄດ້​ສະ​ເໜີ​ໃຫ້​ແຂວງ ຫ໋າຍ​ເຢືອງ ສືບ​ຕໍ່​ສ້າງ​ເງື່ອ​ນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ກຸ່ມ​ບໍ​ລິ​ສັດ LH ຜັນ​ຂະ​ຫຍາຍ​ການ​ລົງ​ທຶນ​ໂຄງ​ການ​ອຸດ​ສາ​ຫະ​ກຳ, ຕົວ​ເມືອ​ງ ແລະ ການ​ບໍ​ລິ​ການ​ປະ​ສົມ ດ້າຍ​ຮຶງ ດ້ວຍ​ຂອບ​ຂະ​ໜາດ 304 Ha, ຍອດ​ເງິນ​ລົງ​ທຶນ​ເກືອບ 500 ລ້ານ USD ຢູ່​ເມື​ອງ ດ້າຍ​ເຊີນ (ຕື້​ກີ່) ແລະ ບັນ​ດາ​ໂຄງ​ການ​ຕ່າງໆ​ເຊິ່ງລັດ​ຖະ​ບານ ສ.ເກົາຫຼີ ແລະ ຫວຽດ​ນາມ ພວມ​ຮ່ວມ​ມື, ຜັນ​ຂະ​ຫຍາຍ​ຢູ່ ຫ໋າຍ​ເຢືອງ…

ທີ່​ການ​ເຈ​ລະ​ຈາ, ​ການ​ນຳ​ແຂວງ​ຫ໋າຍ​ເຢືອງ ໄດ້​ແນະ​ນຳໂດຍສັງເຂບວິ​ທີ​ການ​ວາງ​ແຜນ​ຜັງ​ເຂດ​ອຸດ​ສາ​ຫະ​ກຳຈຸດ​ສຸມ​ຂອງ​ແຂວງຢູ່​ບັນ​ດາ​ເມືອງບິ່ງຢ​າງ, ແທງ​ມຽນ ໃຫ້ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ສະ​ຖານ​ທູດ ສ.ເກົາຫຼີ.

ທ່ານ​ ຟ້າມຊວັນ​ທັງ ເລ​ຂາ​​ຄະ​ນະ​ພັກ​ແຂວງ ຫ໋າຍ​ເຢືອງ ໄດ້​ຢັ້ງ​ຢືນ​ວ່າ ຫ໋າຍ​ເຢືອງ ແລະ ເຂດ​ອຸ​ດ​ສ​າ​ຫະ​ກຳ ກຳ​ລັງ​ໜູນ​ແຂວງ ມີ​ທ່າ​ໄດ້​ປຽບ​ທີ່​ແຕກ​ຕ່າງ​ກັນຫຼາຍ​ຢ່າງ, ໂດຍ​ສະ​ເພາະ​ແມ່ນ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງທາງ​ພາກ​ເໜືອ ເພື່ອ​ສືບ​ຕໍ່​ຍູ້​ແຮງ​ການ​ດຶງ​ດູດ​ການ​ລົງ​ທຶນ. ເຂດ​ອຸດ​ສາ​ຫະ​ກຳ ກຳ​ລັງ​ໜູນ​ແຂ​ວງ​​ມີ​ທີ່​ຕັ້ງ​ທີ່ສະ​ດ​ວກ, ເນື້ອທີ່ດິນ​ໃຫຍ່, ແຫຼ່ງ​ກຳ​ລັງ​ອຸ​ດົມ​ສົມ​ບູນ ແລະ ໄດ້​ຮັບ​ການ​ວາງ​ແຜນ​ຜັງ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ຄົບ​ຊຸດ​ທີ່ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ນັກ​ລົງ​ທ​ຶນ, ໃນ​ນັ້ນ​ແມ່ນ​ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ​ ມາ​ລົງ​ທຶນ​ຢູ່​ບັນ​ດາ​ໂຄງ​ການ​ອຸດ​ສາ​ຫະ​ກຳ, ເຕັກ​ໂນ​ໂລ​ຢີ​ສູງ, ອຸດ​ສາ​ຫະ​ກຳ​ສະ​ໜັບ​ສະ​ໜູນ.

ທ່ານ​ເລ​ຂາຄະ​ນະ​ພັກ​ແຂວງ ມີ​ຄວາມ​ປາດ​ຖ​ະ​ໜາ​ຢາກໃຫ້​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ Park Noh Wan ແນະ​ນຳ​ບ​ັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ ຫ໋າຍ​ເຢືອງ ແລະ ເຂດ​ອຸດ​ສາ​ຫະ​ກຳ ກຳ​ລັງໜຸນຂອງ​ແຂວງ ເພື່ອ​ໃຫ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ສ.ເກົາຫຼີ ຄົ້ນ​ຄ້​ວາ, ລົງ​ທຶນ​ຢູ່ ​ຫ໋າຍ​ເຢືອງ. ຫ໋າຍ​ເຢືອງ ຍາມ​ໃດ​ກໍ່​ແມ່ນ​ສະ​ຖານ​ທູດ​ດຶງ​ດູດ ແລະ ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ທີ່ມາດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.