ຫວຽດນາມ - Slovenia: ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ ແລະ ໜູນຊ່ວຍການຮັບມືກັບໂລກລະບາດໂຄວິດ-19

06:16 | 04/09/2021

ທ່ານປະທານາທິບໍດີ Borut Pahor ໄດ້ອວຍພອນ ແລະ ປາດຖະນາວ່າ ທ່ານເອກອັກຄະລັດຖະທູດຈະສືບຕໍ່ແມ່ນຂົວເຊື່ອມຕໍ່ເພື່ອຊຸກຍູ້ການພົວພັນມິດຕະພາບລະຫວ່າງ 2 ປະເທດ.

ສະຖານທູດຫວຽດນາມຢູ່ບັນດາປະເທດສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ ສະຖານທູດຫວຽດນາມຢູ່ບັນດາປະເທດສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ
ວັກ​ຊິ​ນ​ກັນ​ພະ​ຍາດ​ໂຄວິດ - 19 AstraZeneca ຈຳ​ນວນກວ່າ 2 ລ້ານ​ໂດ​ສ​ ໄດ້​ສົ່ງມາ​ຮອດ ຫວຽດ​ນາມ ຕື່ມ​ອີກ ວັກ​ຊິ​ນ​ກັນ​ພະ​ຍາດ​ໂຄວິດ - 19 AstraZeneca ຈຳ​ນວນກວ່າ 2 ລ້ານ​ໂດ​ສ​ ໄດ້​ສົ່ງມາ​ຮອດ ຫວຽດ​ນາມ ຕື່ມ​ອີກ
undefined
ພິທີຍື່ນສານຕາຕັ້ງຕໍ່ທ່ານປະທານາທິບໍດີປະເທດ Slovenia)

ໃນລະຫວ່າງວັນທີ 31 ສິງຫາ ແລະ 01 ກັນຍາ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳ Slovenia ຫງວຽນຈູງກຽນ ໄດ້ຍື່ນສານຕາຕັ້ງຕໍ່ທ່ານປະທານາທິບໍດີປະເທດ Slovenia Borut Pahor. ທ່ານປະທານາທິບໍດີ Borut Pahor ໄດ້ອວຍພອນ ແລະ ປາດຖະນາວ່າ ທ່ານເອກອັກຄະລັດຖະທູດຈະສືບຕໍ່ແມ່ນຂົວເຊື່ອມຕໍ່ເພື່ອຊຸກຍູ້ການພົວພັນມິດຕະພາບລະຫວ່າງ 2 ປະເທດ.

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາຕ່ຳ Igor Zorcic ແລະ ທ່ານປະທານກຳມາທິການການຕ່າງປະເທດສະພາສູງ Slovenia Bojan Kekec. ທ່ານເອກອັກຄະລັດຖະທູດໄດ້ສົ່ງຈົດໝາຍຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ທີ່ຝາກໃຫ້ທ່ານປະທານສະພາຕຳ ແລະ ສະພາສູງ Slovenia ກ່ຽວກັບສະພາບການໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ສະເໜີໃຫ້ Slovenia ຈົ່ງໜູນຊ່ວຍໃນວິວັດການຮັບມືກັບໂລກລະບາດ. ຫວຽດນາມ ກໍ່ປາດຖະໜາວ່າ ສະພາແຫ່ງຊາດ Slovenia ສະໜັບສະໜູນ ແລະ ໃຫ້ສັດຕະຍາບັນສັນຍາກ່ຽວກັບອະລັກຂາການລົງທຶນຫວຽດນາມ - ອີຢູ (EVIPA), ສ້າງກອບນິຕິກຳກ່ຽວກັບການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງ 2 ຝ່າຍໃຫ້ສົມບູນ.

vov.world.vn

ເຫດການ
302 Found

Found

The document has moved here.